ຍສໝ - ພິທີເປີດລົງນາມ ສົນທິສັນຍາສະຫະປະຊາຊາດ (ສປຊ) ວ່າດ້ວຍການຕໍ່ຕ້ານອາຊະຍາກຳໃນໂລກອອນໄລນ໌ ທີ່ນະຄອນຮ່າໂນ້ຍ (ອະນຸສັນຍາຮ່າໂນ້ຍ) ໄດ້ເປັນໝາຍໝຸນທີ່ໂດດເດັ່ນໃນດ້ານການທູດຫຼາຍຝ່າຍຂອງຫວຽດນາມ. ດ້ວຍການເຂົ້າຮ່ວມ ແລະ ຄວາມເຫັນພ້ອມຢ່າງເຕັມທີ່ຂອງກວ່າ 150 ປະເທດ, ອະນຸສັນຍານີ້ບໍ່ພຽງແຕ່ສ້າງກອບກົດໝາຍສາກົນອັນດັບທຳອິດໃນການປ້ອງກັນ, ຕໍ່ຕ້ານອາຊະຍາກຳໄຊ້ເທັກໂນໂລຊີ ແຕ່ຍັງສະທ້ອນໃຫ້ເຫັນຢ່າງຊັດເຈນເຖິງຜົນປະໂຫຍດ ແລະ ຄຳເວົ້າຂອງບັນດາປະເທດກຳລັງພັດທະນາໃນຂະບວນການດິຈິຕອນໂລກ.
ຍສໝ - ຝ່າຍຄະນະປະຈຳຝຣັ່ງປະຈຳສະຫະປະຊາຊາດໄດ້ອອກຖະແຫຼງການ ຊົມເຊີຍການເປັນເຈົ້າພາບຈັດຕັ້ງສົນທິສັນຍາຮ່າໂນ້ຍຂອງຫວຽດນາມ, ຜ່ານນັ້ນຊຸກຍູ້ການຮ່ວມມືສາກົນໃນຂົງເຂດດີຈີຕອນ.
ຍສໝ - ຕອນເຊົ້າວັນທີ 26 ຕຸລາ, ທີ່ຮ່າໂນ້ຍ, ໃນຂອບເຂດພິທີລົງນາມໃນສົນທິສັນຍາສະຫະປະຊາຊາດວ່າດ້ວຍຕ້ານອາຊະຍາກຳທາງອິນເຕີເນັດ (ສົນທິສັນຍາຮ່າໂນ້ຍ), ທ່ານພົນເອກ ເລືອງຕາມກວາງ, ກຳມະການກົມການເມືອງ, ລັດຖະມົນຕີກະຊວງຕຳຫຼວດຫວຽດນາມ ໄດ້ມີບັນດາການພົບປະສອງຝ່າຍກັບຜູ້ນຳບັນດາກະຊວງ, ອົງການປະຕິບັດກົດໝາຍ ແລະ ວິສາຫະກິດສາກົນ ເພື່ອຊຸກຍູ້ການຮ່ວມມືດ້ານຄວາມໝັ້ນຄົງ, ການປ້ອງກັນຕ້ານອາຊະຍາກຳຂ້າມຊາດ ແລະ ຄວາມປອດໄພທາງອິນເຕີເນັດ.
ຍສໝ - ວັນທີ 23 ຕຸລາ, ກົມຕໍາຫຼວດນະຄອນຮ່າໂນ້ຍໄດ້ແຈ້ງການແບ່ງແລວຄົມມະນາຄົມ ຮັບໃຊ້ພິທີລົງນາມໃນສົນທິສັນຍາຮ່າໂນ້ຍ ຊຶ່ງຈະຈັດຂຶ້ນຕັ້ງແຕ່ວັນທີ 25 ຫາ 26 ຕຸລາ ປີ 2025.
ຍສໝ - ການເປີດກວ້າງສົນທິສັນຍາສະຫະປະຊາຊາດຕ້ານອາດຊະຍາກຳທາງອິນເຕີແນັດ (ສົນທິສັນຍາຮ່າໂນ້ຍ) ໄດ້ລົງນາມເປັນຂີດໝາຍການຫັນປ່ຽນໃນການຮ່ວມມືດ້ານຄວາມປອດໄພທາງອິນເຕີແນັດສາກົນ. ສຳລັບຫວຽດນາມ - ປະເທດທີ່ມີອັດຕາຜູ້ໃຊ້ອິນເຕີເນັດສູງທີ່ສຸດໃນໂລກ, ນີ້ແມ່ນກາລະໂອກາດເພື່ອເພີ່ມທະວີການຮ່ວມມືສາກົນ ແລະ ປັບປຸງຄວາມສາມາດປ້ອງກັນທາງອິນເຕີເນັດ, ທັງເປັນສິ່ງທ້າທາຍໃນການປັບປຸງກອບກົດໝາຍ, ພື້ນຖານໂຄງລ່າງເຕັກນິກ ແລະ ຊັບພະຍາກອນມະນຸດໃຫ້ສົມບູນແບບເພື່ອປະຕິບັດບັນດາຄໍາໝັ້ນສັນຍາສາກົນຢ່າງມີປະສິດທິຜົນ.
ຍສໝ - ຕອນບ່າຍວັນທີ 25 ຕຸລາ, ໃນຂອບເຂດພິທີລົງນາມສົນທິສັນຍາສະຫະປະຊາຊາດຕ້ານອາດຊະຍາກຳທາງອິນເຕີເນັດ (ສົນທິສັນຍາຮ່າໂນ້ຍ), ກອງປະຊຸມປຶກສາຫາລືລະດັບສູງໄດ້ດຳເນີນໄປໂດຍມີການເຂົ້າຮ່ວມຂອງຜູ້ຕາງໜ້າຂອງ 110 ກວ່າປະເທດ ແລະ ຫຼາຍອົງການຈັດຕັ້ງສາກົນ ແລະ ພາກພື້ນ. ກອງປະຊຸມໄດ້ດຶງດູດຄວາມເອົາໃຈໃສ່ເປັນພິເສດຈາກປະຊາຄົມໂລກ, ດ້ວຍຫຼາຍປະເທດສະແດງຄວາມຊົມເຊີຍຕໍ່ບົດບາດຂອງຫວຽດນາມ ໃນການຊຸກຍູ້ການຮ່ວມມືໃນທົ່ວໂລກ ເພື່ອຕອບສະໜອງບັນດາສິ່ງທ້າທາຍທີ່ສັບສົນທີ່ນັບມື້ນັບສັບສົນຂອງອາດຊະຍາກຳທາງອິນເຕີແນັດ.
ຍສໝ - ໃນພິທີລົງນາມ ແລະ ກອງປະຊຸມຂັ້ນສູງກ່ຽວກັບສົນທິສັນຍາສະຫະປະຊາຊາດຕ້ານອາດຊະຍາກຳທາງອິນເຕີແນັດ (ສົນທິສັນຍາຮ່າໂນ້ຍ) ດຳເນີນໄປຢູ່ຮ່າໂນ້ຍ ແຕ່ວັນທີ 25-26 ຕຸລາ 2025, ນັກຊ່ຽວຊານຫຼາຍທ່ານໄດ້ວິເຄາະຄວາມໝາຍຂອງເຫດການ ແລະ ສະເໜີບັນດາບາດກ້າວສະເພາະຂອງຫວຽດນາມ ສືບຕໍ່ເສີມຂະຫຍາຍບົດບາດຕັ້ງໜ້າ ແລະ ມີອິດທິພົນໃນການຊຸກຍູ້ການປະຕິບັດສົນທິສັນຍາ ແລະ ການຮ່ວມມືສາກົນກ່ຽວກັບຄວາມປອດໄພທາງອິນເຕີແນັດ.
ຍສໝ - ແຕ່ວັນທີ 10-12 ຕຸລາ 2025, ຢູ່ກຳແພງພະລາຊະວັງທັງລອງ , ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ສົມທົບກັບກະຊວງການຕ່າງປະເທດ ແລະ ຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ໄດ້ຈັດຕັ້ງ “ງານບຸນວັດທະນະທຳໂລກຄັ້ງທຳອິດຢູ່ຮ່າໂນ້ຍ”. ນີ້ແມ່ນເຫດການການທູດວັດທະນະທຳສຳຄັນຂອງຫວຽດນາມ ໃນປີ 2025, ໂດຍມີຄວາມໝາຍເປັນພິເສດໃນການເຊີດຊູບັນດາຄຸນຄ່າວັດທະນະທຳທີ່ຫຼາກຫຼາຍ, ເພີ່ມທະວີການແລກປ່ຽນປະຊາຊົນ, ເພີ່ມທະວີຄວາມເຂົ້າໃຈ, ມິດຕະພາບລະຫວ່າງຫວຽດນາມ ແລະ ເພື່ອນມິດສາກົນ.
ຍສໝ - ແຕ່ວັນທີ 3-5 ຕຸລານີ້, ຢູ່ເຂດຮ່ອງຮອຍສູນກາງກຳແພງພະລາຊະວັງທັງລອງ (ຮ່າຸໂນ້ຍ), ງານບຸນວັດທະນະທຳໂລກຄັ້ງທຳອິດຈະດຳເນີນໄປດ້ວຍການເຂົ້າຮ່ວມຂອງ 48 ສະຖານທູດ, ອົງການຈັດຕັ້ງສາກົນ ແລະ ສູນວັດທະນະທຳຕ່າງປະເທດປະຈຳຫວຽດນາມ. ນີ້ແມ່ນຂໍ້ລິເລີ່ມໃໝ່ເພື່ອຢັ້ງຢືນບົດບາດຂອງວັດທະນະທຳໃນການເຊື່ອມຕໍ່ມະນຸດ, ຊຸກຍູ້ສັນຕິພາບ ແລະ ການພັດທະນາແບບຍືນຍົງ.
ຍສໝ - ໃນຂອບເຂດການໄປຢ້ຽມຢາມສາທາລະນະລັດ ອາຟະລິກາໃຕ້ ແຕ່ວັນທີ 28 ພຶດສະພາຫາວັນທີ 3 ມິຖຸນາ, ຄະນະຜູ້ແທນນະຄອນ ຮ່າໂນ້ຍ ນຳໜ້າໂດຍທ່ານນາງປະທານຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ນະຄອນ ຫງວຽນລານເຮືອງ ໄດ້ຜັນຂະຫຍາຍການເຄື່ອນໄຫວຫຼາຍຢ່າງ ເພື່ອຊຸກຍູ້ການພົບປະແລກປ່ຽນປະຊາຊົນ ແລະ ສຳຫຼວດຕົວແບບພັດທະນາການທ່ອງທ່ຽວຊຸມຊົນຢູ່ບັນດານະຄອນໃຫຍ່ຂອງອາຟຣິກາໃຕ້. ບັນດາການເຄື່ອນໄຫວໄດ້ປະກອບສ່ວນເປີດກວ້າງການຮ່ວມມືລະຫວ່າງ ຮ່າໂນ້ຍ ແລະ ບັນດາທ້ອງຖິ່ນອາຟຼິກາໃຕ້, ພ້ອມທັງໂຄສະນາຮູບພພາບນະຄອນຫຼວງທີ່ຂະຫຍັນຂັນເຄື່ອນ ແລະ ເປັນເອກະລັກສະເພາະເຖິງເພື່ອນມິດສາກົນ.
ຍສໝ - ໂດຍໄປທ່ຽວໝູ່ບ້ານດອກໄມ້ພວມອວດຄວາມງາມ, ຊົມບັນດາຜະລິດຕະພັນພື້ນເມືອງຂອງຮ່າໂນ້ຍ, ຮຽນຮູ້ປະຫວັດສາດວັດທະນະທຳຫວຽດນາມ ດ້ວຍຜົນງານອັນເລີດລ້ຳລືຊາຂອງ ຮ່າຍບາຈືງ... ແມ່ນບັນດາປະສົບການຂອງຜູ້ແທນສາກົນ 400 ກວ່າຄົນໃນໂຄງການທ່ຽວຊົມທິວທັດຍາມລະດູບານໃໝ່ປີ 2025.
ຍສໝ - ນະຄອນ ຮ່າໂນ້ຍ ໄດ້ລອດເຂົ້າໃນລາຍຊື່ບັນດາຈຸດໝາຍປາຍທາງທີ່ໄດ້ຮັບຄວາມນິຍົມທີ່ສຸດໃນທຸກຍຸກສະໄໝ.
ຍສໝ - ຊຸດປຶ້ມບັນທຶກການທ່ອງທ່ຽວສອງພາສາ ຮ່າໂນ້ຍ - ໄຊງ່ອນ ເປັນຊຸດປຶ້ມທີ່ເປັນເອກະລັກສະເພາະ ສົມທົບລະຫວ່າງປັດໄຈບັນທຶກການທ່ອງທ່ຽວ ແລະ ກາຕູນ, ນຳການເດີນທາງທີ່ໜ້າຕື່ນເຕັ້ນໃນການຄົ້ນຫາຄວາມງາມ ແລະ ວັດທະນະທຳທີ່ເປັນເອກະລັກຂອງ 2 ນະຄອນທີ່ມີຊື່ສຽງທີ່ສຸດຂອງ ຫວຽດນາມ ຄື: ຮ່າໂນ້ຍ ແລະ ນະຄອນໂຮ່ຈີມິນ ໄປສູ່ຜູ້ອ່ານ.
ຍສໝ - ວັນທີ 6 ມັງກອນນີ້, ຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ ໃຫ້ຮູ້ວ່າ ຈະຈັດຕັ້ງລາຍການປະສານດົນຕີແສງສີ - ຕ້ອນຮັບປີໃໝ່ 2025 ຢູ່ເຂດສີ່ແຍກ ຫງວຽນຮ່ວາງຕົ່ນ - ລາກລອງກວນ (ໄຕໂຮ່, ຮ່າໂນ້ຍ) ໃນເວລາ 20:00 ໂມງຂອງວັນທີ 18 ມັງກອນນີ້.
ຍສໝ - ສະຫະພັນບັນດາອົງການມິດຕະພາບນະຄອນ ຮ່າໂນ້ຍ ແລະ ສະຫະພັນບັນດາອົງການມິດຕະພາບນະຄອນ ຫາຍຟ່ອງ ຫາກໍມີການພົບປະ, ແລກປ່ຽນແຜນການຮ່ວມມືລະຫວ່າງ 2 ຫົວໜ່ວຍ.
ຍສໝ - ວັນທີ 3 ຕຸລາ, ທ່ານນາງ ຫງວຽນທິຕວຽນ ກຳມະການສູນກາງພັກ, ຮອງເລຂາຜູ້ປະຈຳການຄະນະພັກນະຄອນ ໄດ້ຕ້ອນຮັບຄະນະປະຕິບັດງານຂອງອົງການໄອຍະການປະຊາຊົນນະຄອນຫຼວງວຽງຈັນ (ສປປ ລາວ) ໂດຍທ່ານ ຫົວໜ້າອົງການໄອຍະການປະຊາຊົນນະຄອນຫຼວງວຽງຈັນ ຄຳສຸກ ແສງມີໄຊ ເປັນຫົວໜ້າຄະນະ ໄປຢ້ຽມຂ່ຳນັບ.
ຍສໝ - ວັນທີ 14 ກັນຍາ ຢູ່ ຮ່າໂນ້ຍ, ສະມາຄົມມິດຕະພາບ ຫວຽດນາມ - ຮຸງກາຣີ ນະຄອນ ຮ່າໂນ້ຍ (ສະມາຄົມ) ໄດ້ຈັດຕັ້ງກອງປະຊຸມໃຫຍ່ຜູ້ແທນຄັ້ງທີ 5 ອາຍຸການ 2024-2029.
ຍສໝ - ວັນທີ 9 ກັນຍາ, ສະຫະພັນແຮງງານ ນະຄອນຮ່າໂນ້ຍ ໄດ້ຈັດພິທີເປີດຊຸດຝຶກອົບຮົມທິດສະດີວຽກງານກຳມະບານໃຫ້ແກ່ພະນັກງານຂອງສະຫະພັນກຳມະບານ ນະຄອນຫຼວງວຽງຈັນ, ແຂວງວຽງຈັນ ແລະ ແຂວງຫຼວງພະບາງ (ສປປ ລາວ).
ຍສໝ - ໃນໄລຍະພັກບຸນວັນຊາດ ວັນທີ 2 ກັນຍາ 4 ວັນ (ແຕ່ວັນທີ 31 ສິງຫາ ຫາວັນທີ 3 ກັນຍາ), ນະຄອນຫຼວງຮ່າໂນ້ຍ ໄດ້ຕ້ອນຮັບນັກທ່ອງທ່ຽວ 672.900 ເທື່ອຄົນ, ເພີ່ມຂຶ້ນ 5% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023. ລວມຍອດລາຍຮັບຈາກນັກທ່ອງທ່ຽວບັນລຸກວ່າ 2,18 ຕື້ດົ່ງ; ເພີ່ມຂຶ້ນ 8,3% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023.
ຍສໝ - Festival ຊາວໜຸ່ມສາກົນ ຄັ້ງທີ III ປີ 2024 ດ້ວຍການເຂົ້າຮ່ວມຂອງຊາວໜຸ່ມປະມານ 5.000 ຄົນ, ຄາດວ່າຈະດຳເນີນໃນວັນທີ 14 ກັນຍາ ຢູ່ເຂດຖະໜົນຄົນຍ່າງ ເຈີ່ນເຍີນຕົງ ແລະ ເຂດອ້ອມແອ້ມ (ຕາແສງ ຫງວຽນຢູ, ເມືອງ ຮາຍບາຈື່ງ, ນະຄອນ ຮ່າໂນ້ຍ).