“ງານແຕ່ງດອງທາງອອນລາຍ” ໃນເວລາເກີດໂລກລະບາດໂຄວິດ-19 ຢູ່ຫວຽດນາມ

15:18 | 16/10/2021

“ງານແຕ່ງດອງທາງອອນລາຍ” ແມ່ນຄຳນິຍາມທີ່ໃໝ່ອ່ຽມຢູ່ຫວຽດນາມ.

ຊຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງ ນະ​ຄອນ ໂຮ່​ຈີ​ມິນ ແລະ ນະ​ຄອນຫຼວງ ວຽງ​ຈັນ, ລາວ ຊຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງ ນະ​ຄອນ ໂຮ່​ຈີ​ມິນ ແລະ ນະ​ຄອນຫຼວງ ວຽງ​ຈັນ, ລາວ
ຫວຽດ​ນາມ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ ລາວ ໃນຫຼາຍ​ຂົງ​ເຂດ ຫວຽດ​ນາມ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ ລາວ ໃນຫຼາຍ​ຂົງ​ເຂດ

ໃນໄລຍະ 2 ປີມານີ້, ໄປຄຽງຄູ່ກັບຜົນກະທົບທີ່ຫຍໍ້ທຈາກໂລກລະບາດໂຄວິດ-19 ນັ້ນ, ພວກເຮົາໄດ້ເຫັນປະຈັກຕາຄວາມສຳຄັນຂອງເຕັກໂນໂລຊີດີຈີຕອນ. ນິຍາມຕ່າງໆຄື “ກອງປະຊຸມທາງອອນລາຍ”, “ຮ່ຳຮຽນທາງອອນລາຍ” ໄດ້ກາຍເປັນສິ່ງລື້ງເຄີຍ, ແຕ່ “ງານແຕ່ງດອງທາງອອນລາຍ” ພັດເປັນສິ່ງທີ່ໃໝ່ອ່ຽມຢູ່ ຫວຽດນາມ.

ເມື່ອໄປຢ້ຽມຢາມແຟນຂອງຕົນຢູ່ ມາບ້ານ ສິນສວຍໂຮ່ (ແຂວງ ລາຍເຈົາ) ເນື່ອງໃນໂອກາດວັນ 30 ເມສາ ປີນີ້, ອ້າຍບ່າວມາຈາກທາງທິດໃຕ້ ຫງວຽນແທັງງອັກ ບໍ່ສາມາດກັບບ້ານໄດ້ ຍ້ອນເກີດໂລກລະບາດໂຄວິດ -19, ສະນັ້ນ ລາວ ໄດ້ຕັດສິນໃຈກໍ່ຮ່າງສ້າງຕົວ ແລະ ຈັດງານແຕ່ງດອງຂຶ້ນໃນວັນທີ 28 ກັນຍາ ຢູ່ທີ່ນີ້ເລີຍ.

ພາບລວມຂອງງານແຕ່ງດອງສວຍງາມດັ່ງເລື່ອງລາວໃນເທບນິຍາຍຂອງ ອ້າຍບ່າວ ຫງວຽນແທັງງອກ ແລະ ນາງ ຫາງທິຊູ. (ພາບ: baodantoc.vn)

(ພາບ: baodantoc.vn)
(ພາບ: baodantoc.vn)
ຍາດຕິພີ່ນ້ອງຝ່າຍເຈົ້າສາວ ແລະ ຊາວບ້ານເປັນສັກຂີພິຍານໃນພິທີງານແຕ່ງດອງ. ສ່ວນພໍ່ແມ່ຂອງເຈົ້າບ່າວພ້ອມດ້ວຍ 2 ຄອບຄົວໄດ້ເຂົ້າຮ່ວມງານແຕ່ງດອງທາງອອນລາຍຢູ່ນະຄອນ ໂຮ່ຈີມິນ. (ພາບ: baodantoc.vn)

(ພາບ: vnexpress.net)
(ພາບ: vnexpress.net)

ຕອນບ່າຍວັນທີ 29 ກັນຍາ, ບັນດາແພດໝໍ ແລະ ນັກອາສາສະໝັກໄດ້ຈັດງານແຕ່ງດອງໃຫ້ເຈົ້າສາວ ໂດ້ທິງອັກຢຽບ ກັບເຈົ້າບ່າວ ເລກວາງຮຸຍ ຢູ່ໂຮງໝໍກາງສະໜາມຮັບ, ປິ່ນປົວໃຫ້ຜູ້ຕິດເຊື້ອພະຍາດໂຄວິດ-19 ຢູ່ເຮືອນເລກທີ 16 (ເມືອງ 7, ນະຄອນ ໂຮ່ຈີມິນ).

ເຈົ້າສາວແມ່ນພາລະກອນການແພດຂອງໂຮງໝໍ ແບັກມາຍ ພວມເຂົ້າຮ່ວມການຕ້ານໂລກລະບາດຢູ່ນະຄອນ ໂຮ່ຈີມິນ ສ່ວນເຈົ້າບ່າວແມ່ນຢູ່ ຮ່າໂນ້ຍ. (ພາບ: vietnamnet.vn)

(ພາບ: vietnamnet.vn)
(ພາບ: vietnamnet.vn)
ແຖວຕົວໜັງສື “ທຸກສິ່ງທຸກຢ່າງແມ່ນເພື່ອພາກໃຕ້” ໄດ້ຕິດໃສ່ຫ້ອງຈັດງານແຕ່ງດອງຢ່າງສະຫງ່າຜ່າເຜີຍ. (ພາບ: vietnamnet.vn)

ຢູ່ນອກຫ້ອງ, ບັນດາທ່ານໝໍຍັງປຶກສາຫາລືບົ່ງມະຕິພະຍາດໃຫ້ຜູ້ຕິດເຊື້ອພະຍາດໂຄວິດ-19. (ພາບ: vietnamnet.vn)

ສ່ວນ ເລທິຖຸຍຈາງ, ນາງພະຍາບານຢູ່ໂຮງໝໍ ຫງວນຈີເຟືອງ (ເມືອງ 5, ນະຄອນ ໂຮ່ຈີມິນ) ແບ່ງປັນວ່າ, ພະຍາດໂຄວິດ-19 ແຜ່ລະບາດ, ຖຸຍຈາງ ພັດມີງານແຕ່ງດອງພິເສດທີ່ສຸດ ນັ້ນແມ່ນໄດ້ຈັດຂຶ້ນທາງອອນລາຍ.

(ພາບ: tienphong.vn)
(ພາບ: tienphong.vn)
ຍາດຕິພີ່ນ້ອງສົ່ງຄຳອວຍພອນໃຫ້ເຈົ້າບ່າວ, ເຈົ້າສາວຜ່ານທາງໂທລະສັບ. (ພາບ: tienphong.vn)

ເຈົ້າບ່າວ ເຈົ້າສາວ ບິກເຟືອງ - ຄັກຮຸ່ງ ໄດ້ຕົກລົງປ່ຽນຮູບແບບການຈັດງານແຕ່ງດອງໂດຍກົງມາຈັດທາງອອນລາຍແທນໃນເວລາທີ່ ຮ່າໂນ້ຍ ປະຕິບັດການແຍກຫ່າງສັງຄົມ. (ພາບ: tienphong.vn)

ຢູ່ເມືອງ ໄຕໂຮ່ (ຮ່າໂນ້ຍ), ເພື່ອນໜຸ່ມ 2 ຄົນນີ້ໄດ້ສ້າງແຜນການເປີດຫ້ອງ zoom ເພື່ອສາມາດເຫັນໝົດທຸກຄົນ. (ພາບ: tienphong.vn)

ທູຮ່າ ແລະ ຮິວຢຸງ ເຕີບໃຫຍ່ຢູ່ແຂວງ ແທັງຮວາ. ປະຈຸບັນ 2 ຄົນນີ້ພວມເຮັດວຽກຢູ່ແຂວງ ດົ່ງທາບ. ວັນຈັດງານແຕ່ງດອງກໍ່ໄດ້ກຳນົດໄວ້ໝົດແລ້ວ, ແຕ່ຍ້ອນໂລກລະບາດຈຶ່ງເຮັດໃຫ້ມີການປ່ຽນແປງ. 2 ຄົນນີ້ໄດ້ຕົກລົງຈັດງານແຕ່ງດອງທາງອອນລາຍດ້ວຍການເຊື່ອມຕໍ່ ຢູ່ 2 ຈຸດນັ້ນແມ່ນ ດົ່ງທາບ ແລະ ແທັງຮວາ. (ພາບ: vietnamnet.vn)

vovworld.vn

ເຫດການ
302 Found

Found

The document has moved here.