Operation Smile Vietnam ລະດົມກອງທຶນໄດ້ກວ່າ 2 ຕື້ດົ່ງເພື່ອຊື້ອຸປະກອນການແພດໜູນຊ່ວຍ ຫວຽດນາມຕ້ານການລະບາດຂອງພະຍາດໂຄວິດ -19

20:00 | 02/10/2021

ຍ​ສ​ໝ - Operation Smile Vietnam ໄດ້ຊື້ອຸປະກອນການແພດ 29.953 ອັນ ມອບໃຫ້ໂຮງໝໍ 15 ແຫ່ງ ແລະ ຜູ້ອາສາສະໝັກການແພດ ທີ່ເຂົ້າຮ່ວມການຕ້ານພະຍາດລະບາດຢູ່ຮ່າໂນ້ຍ, ດົ່ງນາຍ, ນະຄອນໂຮ່ຈີມິນ, ບິ່ງເຢືອງ.

ວັກ​ຊິນກັນ​ໂຄວິດ - 19 AstraZeneca ​ຕື່ມ​ອີກ 2 ລ້ານ​ໂດ​ສ ໄດ້ມາ​ຫວຽດ​ນ​າມ ວັກ​ຊິນກັນ​ໂຄວິດ - 19 AstraZeneca ​ຕື່ມ​ອີກ 2 ລ້ານ​ໂດ​ສ ໄດ້ມາ​ຫວຽດ​ນ​າມ
ອົງການ Operation Smile ຫວຽດນາມ ຈັດຕັ້ງການລະດົມທຶນເພື່ອຊື້ເຄື່ອງອຸປະກອນປ້ອງກັນພະຍາດ 3.000 ຢ່າງ ແລະ ສົ່ງໄປນະຄອນໂຮ່ຈີມິນ ອົງການ Operation Smile ຫວຽດນາມ ຈັດຕັ້ງການລະດົມທຶນເພື່ອຊື້ເຄື່ອງອຸປະກອນປ້ອງກັນພະຍາດ 3.000 ຢ່າງ ແລະ ສົ່ງໄປນະຄອນໂຮ່ຈີມິນ
Operation Smile Vietnam ລະດົມກອງທຶນໄດ້ກວ່າ 2 ຕື້ດົ່ງເພື່ອຊື້ອຸປະກອນການແພດໜູນຊ່ວຍ ຫວຽດນາມຕ້ານການລະບາດຂອງພະຍາດໂຄວິດ -19
Operation Smile Vietnam ລະດົມກອງທຶນໄດ້ກວ່າ 2 ຕື້ດົ່ງເພື່ອຊື້ອຸປະກອນການແພດໜູນຊ່ວຍ ຫວຽດນາມຕ້ານການລະບາດຂອງພະຍາດໂຄວິດ -19. ພາບ: Operation Smile Vietnam

ວັນທີ 29 ກັນຍານີ້, ອົງການຜ່າຕັດຮອຍຍີ້ມ - Operation Smile Vietnam ໃຫ້ຮູ້ວ່າ ໂຄງການນີ້ລະດົມທຶນ ໄດ້ 1.033.661.400 ດົ່ງ ເພື່ອໜູນຊ່ວຍອຸປະກອນການແພດໃຫ້ແກ່ພະນັກງານການແພດຢຸ່ດ່ານໜ້າ ເພື່ອຕ້ານການລະບາດຂອງພະຍາດໂຄວິດ -19. ໂດຍຄໍາໝັ້ນສັນຍາໃຫ້ທົບສອງເທົ່າຂອງກອງທຶນ Operation Smile ອາເມລິກາ, ໂຄງການໄດ້ຮັບເງິນທັງໝົດ 2. 2067.322.800 ດົ່ງ.

Operation Smile Vietnam ໄດ້ຊື້ອຸປະກອນການແພດ 29.953 ອັນ ມອບໃຫ້ໂຮງໝໍ 15 ແຫ່ງ ພາຍໃນ 2 ເດືອນ. ໃນອາທິດນີ້, ເຄື່ອງນຸ່ງປ້ອງກັນພະຍາດ 900 ຊຸດ ພວມໄດ້ສົ່ງໄປຍັງໂຮງໝໍພາກສະໜາມ ເຫວ້, ເຊິ່ງເປັນແຫ່ງທີ່ໄດ້ສົ່ງຄະນະທ່ານໝໍໄປທີ່ນະຄອນໂຮ່ຈີມິນເພື່ອຕ້ານການລະບາດຂອງພະຍາດໃນເວລາທີ່ມີຄວາມກົດດັນທີ່ສຸດ.

ຄຽງຄ້າງນັ້ນ, ເຄື່ອງວັດແທກອົກຊີໃນເລືອດ Sp02 1.900 ໜ່ວຍ ກໍ່ໄດ້ສົ່ງໄປຍັງນະຄອນໂຮ່ຈີມິນເພື່ອຮັບໃຊ້ການປິ່ນປົວພະຍາດໂຄວິດ -19.

"ພວກຂ້າພະເຈົ້າຂໍສະແດງຄວາມຂອບໃຈທຸກທ່ານທີ່ໄດ້ໃຫ້ຄວາມຮ່ວມມື, ໄດ້ຮ່ວມກັນແບ່ງປັນພາລະສ່ວນໜຶ່ງໃນການຕໍ່ສູ້ນີ້ພ້ອມກັບທ່ານໝໍ ແລະ ພະນັກງານແພດ. ພວກຂ້າພະເຈົ້າຈະຮັກສາບັນດາກິດຈະກໍາມຸ່ງໄປສູ່ການໜູນຊ່ວຍ ການປ້ອງກັນການລະບາດຂອງພະຍາດຄຽງຄູ່ກັບກິດຈະກໍາການຜ່າຕັດສໍາລັບເດັກນ້ອຍທີ່ເປັນປາກແວ່ງ, ເພດານໂວ່" - ຜູ້ຕາງໜ້າ ອົງການ Operation Smile Vietnam ແບ່ງປັນ.

ໄຊພອນ

ເຫດການ
302 Found

Found

The document has moved here.