ຍສໝ - ວັນທີ 28 ກຸມພາ, ຢູ່ຮ່າໂນ້ຍ ໄດ້ດຳເນີນພິທີປະກາດໂຄງການ “ຮັບອຸປະກອນເກັບກູ້ລະເບີດບໍ່ທັນແຕກທີ່ຕົກຄ້າງຫຼັງສົງຄາມໂດຍ ຍີ່ປຸ່ນ ອຸປະຖຳໃຫ້ສູນກະທຳລະເບີດແຫ່ງຊາດ ຫວຽດນາມ (VNMAC)”. ໂດຍເຂົ້າຮ່ວມພິທີມີທ່ານພົນໂທ ຮ່ວາງຊວນຈ໋ຽນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າອົງການຜູ້ປະຈຳຄະນະຊີ້ນໍາແຫ່ງຊາດ ກ່ຽວກັບການແກ້ໄຂຜົນຮ້າຍລະເບີດ ແລະ ສານພິດເຄມີຫຼັງສົງຄາມຢູ່ ຫວຽດນາມ ແລະ ທ່ານເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ຍີ່ປຸ່ນ ປະຈຳ ຫວຽດນາມ Ito Naoki.
ເພື່ອໜູນຊ່ວຍຜູ້ປະສົບເຄາະຮ້າຍຢ່າງມີປະສິດທິຜົນ, ສູນເກັບກູ້ລະເບີດພາກພື້ນອາຊຽນ ພວມສົມທົບກັບບັນດາປະເທດສະມາຊິກ ອາຊຽນ ປະຕິບັດໂຄງການ “ຍົກສູງປະສິດທິຜົນໂຄງການຊວ່ຍເຫຼືອຜູ້ປະສົບເຄາະຮ້າຍ ຢູ່ບັນດາປະເທດສະມາຊິກ ອາຊຽນ”.
ຍສໝ - ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິງ ຢັ້ງຢືນວ່າ ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ມີຄວາມເຂົ້າໃຈຢ່າງ ເລິກເຊິ່ງຕໍ່ຜົນຮ້າຍຢ້ອນຫຼັງທີ່ໜັກໜ່ວງຈາກສົງຄາມ...
ທ່ານພັນເອກ Thomas Steveson, ທູດທະຫານອາເມລິກາ ປະຈຳ ຫວຽດນາມ, ໃຫ້ຮູ້ວ່າ ມາຮອດປັດຈຸບັນ, ອາເມລິກາ ໄດ້ອຸປະຖຳຈຳນວນເງິນປະທານ 150 ລ້ານ USD ໃຫ້ແກ່ວຽກງານແກ້ໄຂຜົນຮ້າຍຢ້ອນຫຼັງຈາກລູກລະເບີດຢູ່ ຫວຽດນາມ.
ຍສໝ - ຫວ່າງແລ້ວນີ້, ສູນເກັບກູ້, ທຳລາຍລະເບີດແຫ່ງຊາດ ຫວຽດນາມ (VNMAC) ແລະ ອົງການຈັດຕັ້ງ Mines Advisory Group ຫວຽດນາມ (MAG ຫວຽດນາມ) ໄດ້ລົງນາມກ່ຽວກັບການຮ່ວມມືໃນການກໍ່ສ້າງ ແລະ ຍົກສູງກຳລັງຄວາມສາມາດໃນການແກ້ໄຂຜົນຮ້າຍຢ້ອນຫຼັງຈາກລູກລະເບີດ, ວັດຖຸລະເບີດພາຍຫຼັງສົງຄາມຢູ່ ຫວຽດນາມ.
ການໜູນຊ່ວຍການທໍາມາຫາກິນໃຫ້ແກ່ຜູ້ປະສົບເຄາະຮ້າຍຈາກລູກລະເບີດຍັງບໍ່ທັນແຕກພາຍຫຼັງສົງຄາມ ແມ່ນໜຶ່ງໃນບັນດາໜ້າທີ່ຈຸດສຸມຂອງ ສະມາຄົມໜູນຊ່ວຍແກ້ໄຂຜົນຮ້າຍຢ້ອນຫຼັງຈາກລູກລະເບີດຍັງບໍ່ທັນແຕກພາຍຫຼັງສົງຄາມຫວຽດນາມ...