ໜູນຊ່ວຍການ​ທໍາ​ມາ​ຫາ​ກິນ​ໃຫ້​ແກ່​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ລູກ​ລະ​ເບີດ​ຍັງ​ບໍ່ທັນແຕກພາຍຫຼັງສົງຄາມ ຢູ່ ຫວຽດນາມ

13:09 | 25/12/2019

ການໜູນຊ່ວຍການທໍາມາຫາກິນໃຫ້ແກ່ຜູ້ປະສົບເຄາະຮ້າຍຈາກລູກລະເບີດຍັງບໍ່ທັນແຕກພາຍຫຼັງສົງຄາມ ແມ່ນໜຶ່ງໃນບັນດາໜ້າທີ່ຈຸດສຸມຂອງ ສະມາຄົມໜູນຊ່ວຍແກ້ໄຂຜົນຮ້າຍຢ້ອນຫຼັງຈາກລູກລະເບີດຍັງບໍ່ທັນແຕກພາຍຫຼັງສົງຄາມຫວຽດນາມ...

ໜູນຊ່ວຍການ​ທໍາ​ມາ​ຫາ​ກິນ​ໃຫ້​ແກ່​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ລູກ​ລະ​ເບີດ​ຍັງ​ບໍ່ທັນແຕກພາຍຫຼັງສົງຄາມ ຢູ່ ຫວຽດນາມ

ການມອບເງິນອຸປະຖໍາໃຫ້ແກ່ບັນດາຜູ້ປະສົບເຄາະຮ້າຍຈາກລູກລະເບີດຍັງບໍ່ທັນແຕກພາຍຫຼັງສົງຄາມ ຢູ່ແຂວງ ດັກລັກ ຂອງຫວຽດນາມ (ພາບ: nhandan.com.vn)

ການໜູນຊ່ວຍການທໍາມາຫາກິນໃຫ້ແກ່ຜູ້ປະສົບເຄາະຮ້າຍຈາກລູກລະເບີດຍັງບໍ່ທັນແຕກພາຍຫຼັງສົງຄາມ ແມ່ນໜຶ່ງໃນບັນດາໜ້າທີ່ຈຸດສຸມຂອງ ສະມາຄົມໜູນຊ່ວຍແກ້ໄຂຜົນຮ້າຍຢ້ອນຫຼັງຈາກລູກລະເບີດຍັງບໍ່ທັນແຕກພາຍຫຼັງສົງຄາມຫວຽດນາມ ໄດ້ວາງອອກໃນ ພິທີສະຫຼຸບໄລຍະ 5 ປີ ແຫ່ງການເຄື່ອນໄຫວ ແຕ່ປີ 2014 – 2019 ຂອງອົງການດັ່ງກ່າວ ໃນຕອນເຊົ້າວັນທີ 24 ທັນວາ ຢູ່ຮ່າໂນ້ຍ. ທ່ານພົນໂທ ຫງວຽນດຶກຊວາດ, ປະທານສະມາຄົມໜູນຊ່ວຍແກ້ໄຂຜົນຮ້າຍຢ້ອນຫຼັງຈາກລູກລະເບີດຍັງບໍ່ທັນແຕກພາຍຫຼັງສົງຄາມ ຫວຽດນາມ, ໃຫ້ຮູ້ວ່າ: ປີ 2020 ແລະ ຊຸມປີຕໍ່ໄປ, ສະມາຄົມ ຈະສືບຕໍ່ຄົ້ນຄວ້າໝູນໃຊ້ບັນດາຮູບແບບຄື: ໜູນຊ່ວຍດ້ານການສຶກສາ, ສອນວິຊາຊີບ, ສ້າງວຽກເຮັດງານທໍາ ແລະ ເຊື່ອມຕົວເຂົ້າກັບສັງຄົມ, ໜູນຊ່ວຍການຕັ້ງພູມລໍາເນົາຢູ່ເຂດເປັນມົນລະພິດຈາກລູກລະເບີດລະດັບໜັກຄືນໃໝ່, ກຽມພ້ອມແກ້ໄຂ, ໜູນຊ່ວຍຜູ້ປະສົບເຄາະຮ້າຍຍ້ອນຖືກອຸປະຕິເຫດຈາກລູກລະເບີດບໍ່ທັນແຕກ, ສົມທົບກັບກອງທຶນສັນຕິພາບ ໝີລາຍ ແລະ ບັນດາອົງການຈັດຕັ້ງສັງຄົມມະນຸດສະທໍາ ແລະ ເພື່ອການກຸສົນ ເພື່ອເປີດກວ້າງບໍລິເວນ ໄດ້ຮັບການໜູນຊ່ວຍການທໍາມາຫາກິນ, ສົມທົບກັນກວດ, ປິ່ນປົວພະຍາດໃຫ້ແກ່ຜູ້ທຸກຍາກ, ຜູ້ປະສົບເຄາະຮ້າຍຈາກລູກລະເບີດບໍ່ທັນແຕກ, ຜູ້ຕິດທາດພິດສີສົ້ມດີໂອຊີນ, ຄົນພິການ ແລະ ບັນດາເປົ້າໝາຍນະໂຍບາຍຢູ່ບັນດາທ້ອງຖິ່ນຈຸດສຸມ, ເຂດຊົນເຜົ່າສ່ວນໜ້ອຍ, ເຂດຫ່າງໄກສອກຫຼີກ. ໄປຄຽງຄູ່ກັນນັ້ນ, ຍູ້ແຮງວຽກງານໂຄສະນາ, ປຸກລະດົມການປ້ອງກັນ, ຕ້ານ ແລະ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກລູກລະເບີດບໍ່ທັນແຕກ, ວັດຖຸລະເບີດ ພາຍຫຼັງສົງຄາມ ກໍຄື ຂົນຂວາຍການອຸປະຖໍາ, ຄຸ້ມຄອງການນໍາໃຊ້ບັນດາແຫຼ່ງທຶນໜູນຊ່ວຍ.

(https://vovworld.vn/)

ເຫດການ
302 Found

Found

The document has moved here.