ບູລະນະຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານໂລກລະບາດ ໂຄວິດ - 19

06:07 | 28/08/2021

ຍສໝ - ຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານໂລກລະບາດ - ໂຄວິດ - 19 ຫາກໍ່ໄດ້ຮັບການບູລະນະຄະນະ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, ກຳມະການກົມການເມືອງໄດ້ຮັບມອບໝາຍໃຫ້ເປັນຫົວໜ້າຄະນະຊີ້ນຳ...

ກຸ່ມ facebook “ຮ່າໂນ້ຍ-ຊ່ວຍເຫຼືອກັນຜ່ານຜ່າໄລຍະເກີດໂລກລະບາດ ໂຄວິດ -19” ກຸ່ມ facebook “ຮ່າໂນ້ຍ-ຊ່ວຍເຫຼືອກັນຜ່ານຜ່າໄລຍະເກີດໂລກລະບາດ ໂຄວິດ -19”
ຍູ້ແຮງ​ຄວາມ​ຄ​ືບ​ໜ້າ​ໃນ​ການ​ສັກ​ວັກ​ຊິນ​ກັນ​ໂຄວິດ - 19 ຍູ້ແຮງ​ຄວາມ​ຄ​ືບ​ໜ້າ​ໃນ​ການ​ສັກ​ວັກ​ຊິນ​ກັນ​ໂຄວິດ - 19
ບູລະນະຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານໂລກລະບາດ ໂຄວິດ - 19
ທ່ານ ນາຍົກລັດຖະມົນຕີ ຟ້າມມິງຈິງ. ພາບ:VGP

ອີງຕາມຂໍ້ຕົກລົງ 1438/QD-TTg ລົງວັນທີ 25 ສິງຫາ 2021 ຂອງນາຍົກລັດຖະມົນຕີວ່າດ້ວຍ “ບູລະນະຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານໂລກລະບາດ - ໂຄວິດ - 19” ໂດຍ ສະຫາຍ ຟ້າມມິງຈິງ, ກຳມະການກົມການເມືອງ, ນາຍົກລັດຖະມົນຕີ ເປັນຫົວໜ້າຄະນະ.

ຄະນະຊີ້ນຳ ມິຮອງຫົວໜ້າ 4 ສະຫາຍ, ລວມມີ: ສະຫາຍ ເລມິງຄາຍ, ເລຂາທິການສູນກາງພັກ, ຮອງນາຍົກລັດຖະມົນຕີ; ສະຫາຍ ຫວູດຶກດາມ, ກໍາມະການສູນກາງພັກ, ຮອງນາຍົກລັດຖະມົນຕີ; ສະຫາຍ ຫງວຽນຄັກດິ້ງ, ກໍາມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ; ສະຫາຍ ເລວັນແທ່ງ, ກຳມະການສູນກາງພັກ, ຮອງນາຍົກລັດຖະມົນຕີ.

ສະມາຊິກຂອງຄະນະຊີ້ນຳ ລວມມີ: ທ່ານ ລັດຖະມົນຕີກະຊວງຕຳຫຼວດ ໂຕເລີມ; ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ຟານວັນຢາງ; ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ໂດວັນຈຽນ; ທ່ານນາງ ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ ບຸ່ຍຖີ້ມິງຮວ່າຍ; ທ່ານຫົວໜ້າຄະນະໂຄສະນາສຶກສາສູນກາງ ຫງວຽນຈ້ອງເຫງຍ; ທ່ານລັດຖະມົນຕີກະຊວງສາທາລະນະສຸກ ຫງວຽນແທງລອງ; ທ່ານປະທານກຳມາທິການການເງິນ - ງົບປະມານສະພາແຫ່ງຊາດ ຫງວຽນຟູເກື່ອງ; ທ່ານຫົວໜ້າຫ້ອງວ່າການລັດຖະບານ ເຈິ່ນວັນເຊີນ; ທ່ານລັດຖະມົນຕີກະຊວງຍຸຕິທຳ ເລແທ່ງລອງ; ທ່ານລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານ ຫງວຽນແມ້ງຮຸ່ງ.

ຄະນະຊີ້ນຳລວມມີ 8 ອະນຸກຳມະການຄື: ສາທາລະນະສຸກ; ຄວາມປອດໄພຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ; ນະໂຍບາຍ ຮັບປະກັນຊີວິດສັງຄົມ; ການເງິນ; ການຜະລິດ ແລະ ການໝູນວຽນຂອງສິນຄ້າ; ການຂົນຂວາຍ ແລະ ປຸກລະດົມທົ່ວສັງຄົມ; ຂົນຂວາຍ; ສື່ມວນຊົນ.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ຮູ້ວ່າ, ການແຜ່ລະບາດໂຄວິດ - 19 ຮອບທີ 4 ໄດ້ເກີດຂຶ້ນໃນເວລາ 4 ເດືອນແລ້ວ ແລະ ຍັງມີການຜັນແປຢ່າງສັບສົນ, ບັນດາສະມາຊິກຄະນະຊີ້ນຳ ຕ້ອງເຂົ້າຮ່ວມວຽກງານຢ່າງທັນການ. ໃນນັ້ນ ຜັນຂະຫຍາຍບັນດາໜ້າທີ່, ວິທີການກ່ຽວກັບການປະຕິບັດການແຍກຫ່າງໃນສັງຄົມຢ່າງເຂັ້ມງວດ, ຮັບປະກັນການໜູນຊ່ວຍສັງຄົມ ໃຫ້ແກ່ປະຊາຊົນໝົດທຸກຄົນໃຫ້ເປັນຢ່າງດີ, ຮັບປະກັນໃຫ້ປະຊາຊົນກິນອີ່ມ, ນຸ່ງອຸ່ນ, ປະຊາຊົນໝົດທຸກຄົນ ໄດ້ສຳຜັດການແພດຢູ່ທຸກແຫ່ງ ໃນທຸກເວລາຢ່າງໄວວາທີ່ສຸດ. ພ້ອມກັນນັ້ນ, ຕ້ອງເອົາໃຈໃສ່, ຮັບປະກັນຄວາມປອດໄພໃຫ້ແກ່ທັງພົນລະເມືອງຕ່າງປະເທດອາໄສຢູ່ ຫວຽດນາມ, ສືບຕໍ່ຍູ້ແຮງການວິໄຈຫາເຊື້ອ, ສັກວັກຊິນ ແລະ ນຳໃຊ້ຢາປິ່ນປົວໂລກລະບາດໂຄວິດ - 19.

ໄຊພອນ

ເຫດການ
302 Found

Found

The document has moved here.