ຊຸດອາພອນປະຈຳຊາດສະແດງໃຫ້ເຫັນແຈ້ງຄຸນຄ່າວັດທະນະທຳຫວຽດນາມ

16:30 | 05/10/2021

ໃນມໍ່ໆມານີ້ ການນຸ່ງຊຸດອາພອນປະຈຳຊາດຈາກກຸ່ມຄົນຈຳນວນໜຶ່ງໄດ້ຄ່ອຍໆແຜ່ກະຈາຍແລະ ຂະຫຍາຍເປັນຂະບວນການ. ເລີ່ມມາຈາກຄວາມຫວັງຢາກຮັກສາບັນດາຄຸນຄ່າວັດທະນະທຳພື້ນເມືອງນັ້ນ, ຫຼາຍຄົນໄດ້ເລືອກເອົາການນຸ່ງຊຸດອາພອນປະຈຳຊາດເພື່ອຖ່າຍຮູບເປັນທີ່ລະນຶກໃນພິທີອັດສົກຮຽນຫຼືໃນຄາວເປັນໄວໜຸ່ມ ຫຼືຖ່າຍຮູບເປັນທີ່ລະນຶກພ້ອມກັບຄອບຄົວໃນໃນໂອກາດວັນບຸນເຕັດວັນຄ້າຍວັນເກີດ.

ດາວທຽມ NanoDragon ຂອງຫວຽດນາມ ໄດ້ຍິງຂຶ້ນສູ່ວົງໂຄຈອນ ດາວທຽມ NanoDragon ຂອງຫວຽດນາມ ໄດ້ຍິງຂຶ້ນສູ່ວົງໂຄຈອນ
ການແຂ່ງຂັນບານເຕະລະຫວ່າງທີມຊາດຫວຽດນາມ ແລະທີມຊາດຈີນ ບໍ່ມີຜູ້ມາຊົມ ການແຂ່ງຂັນບານເຕະລະຫວ່າງທີມຊາດຫວຽດນາມ ແລະທີມຊາດຈີນ ບໍ່ມີຜູ້ມາຊົມ
ພາບປະກອບ
ພາບປະກອບ

ຢູ່ ຫວຽດນາມແຕ່ລະສະໄໝສັກດີນາໃນປະຫວັດສາດກໍ່ລ້ວນແຕ່ມີບັນດາຊຸດອາພອນທີ່ເຂັ້ມຂົ້ນໄປດ້ວຍສີສັນວັດທະນະທຳຂອງຊາດ. ຊຸດອາພອນປະຈຳຊາດແມ່ນວິທີເຊິ່ງຫຼາຍຄົນໄດ້ສະແດງໃຫ້ເຫັນຄວາມເຄົາລົບນັບຖືບັນດາຄຸນຄ່າວັດທະນະທຳປະຫວັດສາດ ປະກອບສ່ວນຮັກສາຄວາມງາມທາງດ້ານວັດທະນະທຳຂອງຊາດ. ນາງເຈິ່ນທິຖຸ໋ຍລິງ ນັກອອກແບບແຟຊັນຢູ່ ຮ່າໂນ້ຍໃຫ້ຮູ້ວ່າ:

“ບັນດາຊຸດອາພອນທີ່ເຮົານຳມານີ້ ແມ່ນບັນດາຊຸດອາພອນໃນລາດຊະວົງຫງວຽນ. ມີບາງຊຸດຂອງເຈົ້າຊີວິດບາງຊຸດຂອງເຈົ້າເສນາອາມາດ. ຢູ່ທີ່ນີ້ກໍ່ຍັງມີຊຸດອາພອນໃນສະໄໝສັກດີນາຕ່າງໆ ເຊິ່ງໄວໜຸ່ມຍຸກປັດຈຸບັນມີຄວາມສົນໃຈທີ່ສຸດ”.

ບໍ່ພຽງແຕ່ຊອກຮູ້ຜ່ານປຶ້ມອ່ານໜັງສືພິມເອກະສານເກົ່າ ເພື່ອອອກແບບຊຸດອາພອນຖືກຕາມແບບໃນລາດຊະວົງຫງວຽນເທົ່ານັ້ນບັນດານັກອອກແບບໜຸ່ມຄື ນາງເຈິ່ນທິຖຸ໋ຍລິງຍັງສະແດງບັນດາພິທີກຳພື້ນເມືອງໃນໂອກາດວັນບຸນເຕັດ ຢູ່ພະລາດຊະວັງທັງລອງ ຮ່າໂນ້ຍແນໃສ່ຟື້ນຟູບັນດາພິທີກຳເມື່ອກ່ອນນີ້ ເພື່ອແນະນຳໃຫ້ຜູ້ຊົມຮັບຊາບຢ່າງກວ້າງຂວາງ. ນາງຫງວຽນທູຮ່ຽນໃຫ້ຮູ້ວ່າ:

“ດຽວນີ້ເຮົາພວມນຸ່ງເສື້ອຫ້າປ່ຽງ. ເສື້ອຫ້າປ່ຽງເຄີຍນຸ່ງໃນໂອກາດວັນບຸນທີ່ສຳຄັນຫຼຶໃນພິທີກຳໃນລາດຊະວັງ. ເຮົາເຫັນວ່າໃນປັດຈຸບັນບັນດາເພື່ອນໜຸ່ມກໍ່ມີຄວາມສົນໃຈເຖິງຊຸດອາພອນບູຮານທີ່ສຸດ, ເມື່ອເຮົານຸ່ງຊຸດອາພອນນີ້ ກໍ່ເຫັນມີຫຼາຍຄົນໄດ້ມາຖາມເຮົາກໍ່ພາກພູມໃຈເພາະວ່າໄດ້ຊ່ວຍໃຫ້ບັນດາເພື່ອນສຳຜັດກັບວັດທະນະທຳຫວຽດນາມໄດ້ຫຼາຍກວ່າ”.

ບໍ່ພຽງແຕ່ນຳມາເຊິ່ງ ຄວາມສະດວກສະບາຍໃຫ້ແກ່ຜູ້ນຸ່ງຖືເທົ່ານັ້ນ ບັນດາຊຸດອາພອນປະຈຳຊາດຍາມໃດກໍ່ເຮັດໃຫ້ບັນດາຜູ້ນຸ່ງຖືມີຄວາມເອກອ້າງທະນົງໃຈອີກດ້ວຍ. ຊຸດອາພອນປະຈຳຊາດເຫຼົ່ານັ້ນມີຄວາມໝາຍຢ່າງເລິກເຊິ່ງນັບແຕ່ໃດໆມາເຊິ່ງປູ່ຍ່າຕາຍາຍໄດ້ຝາກຝັງຜ່ານແຕ່ລະສັນຍາລັກ, ການຫຍິບປັກທັກແສ່ວ... ນັກອອກແບບແຟຊັນຄາງຮຸຍ ຢືນຢັນວ່າ:

“ຊຸດອາພອນເມື່ອກ່ອນນີ້ ກໍ່ຖືກຕັດຫຍິບດ້ວຍຫຼາຍຊັ້ນຍ້ອນທັດສະນະການດຳລົງຊີວິດແລະວິຖີຊີວິດເມື່ອກ່ອນນີ້ພ້ອມກັບຮີດຄອງປະເພນີຂອງສະໄໝກ່ອນ. ຊຸດອາພອນໄດ້ເວົ້າເຖິງປະເພນີເວົ້າເຖິງວິຖີຊີວິດແລະຈິນຕະນາການ, ປູ່ຍ່າຕາຍາຍຍາມໃດກໍ່ມີວິທີແກ້ໄຂຢ່າງລະອຽດອ່ອນຄ່ອງແຄ້ວເພື່ອເປັນການສຶກສາອົບຮົມລູກຫຼານກ່ຽວກັບການນຸ່ງຖືຂອງຕົນ”.

ໂດຍກຳແໜ້ນໄດ້ທ່າອ່ຽງດັ່ງກ່າວ,ມີນັກອອກແບບ, ເຈົ້າຂອງເຄື່ອງໝາຍແຟຊັນຫຼາຍຄົນໄດ້ໃຫ້ສະເໜີຕົວບັນດາຊຸດອາພອນພິເສດທັງເຂັ້ມຂົ້ນໄປດ້ວຍສີສັນຊາດທັງຮັກສາໄດ້ຄວາມສະດວກສະບາຍ. ນອກຈາກບັນດາຊຸດອາພອນປະຈຳຊາດຄືໄດ້ທັກແສ່ວຮູບມັງກອນຮູບນົກອິນຊີ, ຊຸດອາພອນທີ່ສະຫງວນສະເພາະໃຫ້ແກ່ເຈົ້າຊີວິດເສນາອາມາດ ໃນສະໄໝລາດຊະວົງຫງວຽນ, ນາງຫງວຽນທິເຮືອງເຈົ້າຂອງເຄື່ອງໝາຍການຄ້າ ແຟຊັນເຮືອງບຣາຍດານຍັງສະເໜີຕົວຫຼາຍຊຸດອາພອນທີ່ສະຫງວນໃຫ້ແກ່ເຈົ້າເສນາອາມາດ,ຄົນຊັ້ນຂຸນນາງບັນດາຊຸດອາພອນທີ່ຖືກທັກແສ່ວຢ່າງລະອຽດອ່ອນດ້ວຍແພໄໝທີ່ດີແລະງາມ. ນາງຫງວຽນທິເຮືອງເວົ້າວ່າ:

“ເຄື່ອງໝາຍແຟຊັນຂອງຂ້າພະເຈົ້າໄດ້ຂະຫຍາຍຕົວຢ່າງແຂງແຮງທີ່ສຸດ ພິເສດແມ່ນປະເພດເສື້ອຍາວທີ່ສະຫງວນໃຫ້ແກ່ພວກບ່າວສາວນຸ່ງ ໃນພິທີສູ່ຂໍງານດອງ. ທ່າອ່ຽງນິຍົມໃນປີນີ້, ບັນດາຄູ່ບ່າວສາວມັກເລືອກເອົາຊຸດເສື້ອຍາວຂອງເຈົ້າບ່າວເຈົ້າສາວຕາມວິທີພື້ນເມືອງໃນເສື້ອບາວກໍ່ທັກແສ່ວຮູບໂຕນົກຍາງແລະ ຮູບດອກບົວໝາຍເຖິງໂຊກດີຫຼາຍ”.

ການນຳຊຸດອາພອນປະຈຳຊາດຫວຽດນາມເຂົ້າໃນການດຳລົງຊີວິດຍຸກປັດຈຸບັນໄດ້ຮັບການຕອບສະໜອງຈາກບັນດາເພື່ອນໜຸ່ມໃນທົ່ວປະເທດ. ຂະບວນການນຸ່ງຊຸດອາພອນປະຈຳຊາດໃນໄລຍະມໍ່ໆມານີ້ ໄດ້ປະກອບສ່ວນແຜ່ກະຈາຍນຳຈຸດວັດທະນະທຳພື້ນເມືອງຍັບເຂົ້າໃກ້ກັບການດຳລົງໍວິດຍຸກທັນສະໄໝ, ຂະບວນການນີ້ ບໍ່ພຽງແຕ່ມີການເຂົ້າຮ່ວມຂອງບັນດານັກອອກແບບແຟຊັນນັກຄົ້ນຄວ້າວັດທະນະທຳເທົ່ານັ້ນຫາກຍັງມີການຮ່ວມແຮງຮ່ວມໃຈຂອງທັງວົງຄະນາຍາດອີກດ້ວຍ.

vovworld.vn

ເຫດການ
302 Found

Found

The document has moved here.