ດາວທຽມ NanoDragon ຂອງຫວຽດນາມ ຈະໄດ້ຍິງຂຶ້ນສູ່ວົງໂຄຈອນ

14:07 | 05/10/2021

ຍສໝ - ເມື່ອບໍ່ດົນມານີ້, ດາວທຽມ NanoDragon ບິນເຂົ້າສູ່ວົງໂຄຈອນ ທີ່ມີຄວາມສູງ 560 ກິໂລແມັດ ຢູ່ເດີ່ນຍິງສູນຈັກກະວານ Uchinoura, ແຂວງ Kagoshima, ພາກໃຕ້ຂອງປະເທດຍີ່ປຸ່ນ.

Internet Expo 2021:  ສ້າງ​ບາ​ດ​ກ້າວ​ບຸກ​ທະ​ລຸໃນ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຢ່າງ​ຮອບ​ດ້ານຫວຽດ​ນາມ - ສະ​ຫະ​ພັນ ລັດ​ເຊຍ Internet Expo 2021: ສ້າງ​ບາ​ດ​ກ້າວ​ບຸກ​ທະ​ລຸໃນ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຢ່າງ​ຮອບ​ດ້ານຫວຽດ​ນາມ - ສະ​ຫະ​ພັນ ລັດ​ເຊຍ
ມີ​ຊາ​ວ​ໜຸ່ມກ່າວ 90.600 ຄົນ​ມີ​ວຽກ​ເຮັດ​ງານ​ທຳ​ຈາກ​ຍຸດ​ທະ​ສາດ​ຂອງ​ຄະ​ນະ​ຊາວ​ໜຸ່ມ​ຮ່າ​ໂນ້ຍ ມີ​ຊາ​ວ​ໜຸ່ມກ່າວ 90.600 ຄົນ​ມີ​ວຽກ​ເຮັດ​ງານ​ທຳ​ຈາກ​ຍຸດ​ທະ​ສາດ​ຂອງ​ຄະ​ນະ​ຊາວ​ໜຸ່ມ​ຮ່າ​ໂນ້ຍ

ສູນຈັກກະວານ ຫວຽດນາມ (ສະຖາບັນບັນດິດວິທະຍາສາດ ແລະ ເຕັກໂນໂລຢີ ຫວຽດນາມ) ໄດ້ປະສົບຜົນສຳເລັດໃນໂຄງການ “ຄົ້ນຄ້ວາ, ອອກແບບ, ຜະລິດ, ຍິງ ແລະ ນຳດາວທຽມຂະໜາດນ້ອຍນາໂນເຂົ້າເຄື່ອນໄຫວ”. ດາວທຽມ NanoDragon ໃນຮູບແບບ cubesat ມີນ້ຳໜັກ 3.8 ກິໂລກຼາມ, ມີຂະໜາດ 3U. (100 x 100 x 340.5 ມມ). ດາວທຽມໜ່ວຍນີ້ ໄດ້ຮັບການອອກແບບ ແລະ ຜະລິດຢູ່ຫວຽດນາມ 100%. ໃນວັນທີ 1 ຕຸລາ 2021, ດາວທຽມ NanoDragon ຖືກຍິງຂຶ້ນສູ່ວົງໂຄຈອນທີ່ມີຄວາມສູງ 560 ກິໂລແມັດ ຢູ່ເດີ່ນຍິງຂອງສູນຈັກກະວານ Uchinoura, ແຂວງ Kagoshima, ພາກໃຕ້ຂອງປະເທດຍີ່ປຸ່ນ.

ດາວທຽມ NanoDragon ຂອງຫວຽດນາມ ຈະໄດ້ຍິງຂຶ້ນສູ່ວົງໂຄຈອນ

ເດີ່ນຍິງຂອງສູນຈັກກະວານ Uchinoura, ແຂວງ Kagoshima, ພາກໃຕ້ຂອງປະເທດຍີ່ປຸ່ນ. (ພາບ: TTXVN)

ທ່ານ ດຣ ເລຊວນຮູຍ, ຮອງຜູ້ອໍານວຍການສູນຈັກກະວານ ຫວຽດນາມ ກ່າວວ່າ ດາວທຽມ NanoDragon ໄດ້ຖືກພັດທະນາໂດຍມີຈຸດປະສົງເພື່ອສະແດງໃຫ້ເຫັນວ່າ ມັນເປັນໄປໄດ້ທີ່ຈະນໍາໃຊ້ເຕັກໂນໂລຢີ ດາວທຽມຂະໜາດນ້ອຍ ເພື່ອຮັບສັນຍານການລະບຸອັດຕະໂນມັດຂອງກ່ຳປັ່ນ, ການສື່ສານໄດ້ດີ ແລະ ສະໜອງໃຫ້ຂໍ້ມູນນີ້ໃສ່ສະຖານີພາກພື້ນດິນ, ໃຊ້ເພື່ອຈຸດປະສົງຕິດຕາມ ແລະ ກວດກາພາຫະນະຢູ່ທະເລ.

ດາວທຽມ NanoDragon ຍັງຖືກອອກແບບເພື່ອທົດສອບເຕັກໂນໂລຢີ, ຄຸນນະພາບຂອງລະບົບຄວບຄຸມ ແລະ ກໍານົດທີ່ຕັ້ງຂອງດາວທຽມ. ໂຄງການດັ່ງກ່າວ ໄດ້ຈັດຕັ້ງປະຕິບັດ 17 ຮູບແບບວິທະຍາສາດ ແລະ ເຕັກໂນໂລຢີຈັກກະວານ ເພື່ອພັດທະນາເສດຖະກິດ-ສັງຄົມ, ໃນນັ້ນ ມີການນໍາໃຊ້ດາວທຽມຂອງຫວຽດນາມ, ຕິດຕາມ ແລະ ຄາດຄະເນໄພພິບັດທໍາມະຊາດ; ສ້າງ ລະບົບ WebGIS 13 ລະບົບທີ່ນໍາໃຊ້ເຂົ້າໃນການຄຸ້ມຄອງ ແລະ ຕິດຕາມກວດກາຊັບພະຍາກອນທຳມະຊາດ, ສິ່ງແວດລ້ອມ, ໄພພິບັດທຳມະຊາດ, ຄຸນນະພາບນ້ຳ, ຊັ້ນປົກຄຸມຂອງປ່າໄມ້, ມົນລະພິດທາງອາກາດ... ບົນພື້ນຖານການນຳໃຊ້ຂໍ້ມູນຮູບພາບດາວທຽມ ແລະ ເຕັກໂນໂລຢີການສຳຫຼວດທາງໄກ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.