ເພື່ອນ​ມິດ​ສາ​ກົນ​ສົ່ງ​ຄວາມ​ຊົມ​ເຊີຍ​ຢ່າງ​ອົບ​ອຸ່ນ​ມາ​ຍັງ​ຫວຽດ​ນາມ ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະ​ຫຼອງ 80 ປີ​ແຫ່ງ​ຊາດ

09:53 | 28/08/2025

ຍສໝ - ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 80 ປີ​ແຫ່ງ​ວັນ​ປະຕິວັດ​ເດືອນ​ສິງຫາ ຢ່າງປະສົມຜົນສຳເລັດ ແລະ ວັນ​ຊາດ 2 ກັນຍາ, ຫຼາຍ​ອົງການປະຊາຊົນ, ບຸກຄົນ​ທີ່​ເປັນ​ເພື່ອນ​ມິດ​, ຄູ່ຮ່ວມມືຂອງ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ ​ໄດ້​ສົ່ງ​ຈົດໝາຍ​ອວຍພອນ​ເຖິງ​ການ​ນຳ​ພັກ, ລັດ ​ແລະ ປະຊາຊົນ ຫວຽດນາມ.

ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ Uzbekistan - ຫວຽດ​ນາມ: ພູມ​ໃຈ​ກ່ຽວກັບປະ​ຫວັດ​ສາດ, ເຄົາລົບ​ຄວາມ​ສຳ​ເລັດ​ໃນວັນ​ນີ້
Viktor Petrov: ເພື່ອນ​ມິດ​ໂຊ​ວຽດ ແລະ ຂະບວນການ​ສາ​ມັກ​ຄີ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ​ກັບ​ຫວຽດ​ນາມ

ຢືນຢັນ​ຄວາມ​ໝາຍ​ປະຫວັດສາດ​ຂອງ​ການ​ປະຕິວັດ​ເດືອນ​ສິງຫາ

ໃນ​ຈົດໝາຍ​ໄດ້​ສົ່ງ​ເຖິງ​ທ່ານ​ເລຂາທິການ​ໃຫຍ່ ໂຕເລີມ, ທ່ານ​ປະທານ​ປະ​ເທດ ​ເລືອງ​ເກື່ອງ, ທ່ານ​ນາຍົກລັດຖະມົນຕີ ຟ້າມມິງຈິງ, ທ່ານປະທານ​ສະພາ​ແຫ່ງ​ຊາດ ​ເຈີ່ນແທງເໝີນ, ທ່ານປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ ຟານແອງເຊີນ ແລະ ທ່ານປະທານ​ສະມາຄົມ​ມິດຕະພາບ ຫວຽດນາມ - ສະຫະພັນ​ລັດ​ເຊຍ ຟານຈິ໋ຫຽວ, ທ່ານ ສາດສະດາຈານ, ປະລິນຍາ​ເອກ​ເສດຖະກິດ V.P. Buyanov - ປະທານ​ສະມາຄົມ​ມິດຕະພາບສ.​ລັດ​ເຊຍ - ຫວຽດນາມ ​ເນັ້ນ​ໜັກ​ວ່າ:

“ໃນບັນດາເຫດການໃນສະຕະວັດທີ 20, ການປະຕິວັດເດືອນສິງຫາຂອງຫວຽດນາມ ແມ່ນໜຶ່ງໃນບັນດາເຫດການໃຫຍ່ທີ່ສຸດ. ນີ້ແມ່ນໜຶ່ງໃນບັນດາເຫດການລຸກຮື້ຂຶ້ນຕ້ານອານານິຄົມຄັ້ງທຳອິດທີ່ຜູ້ຖືກກົດຂີ່ຂົ່ມເຫັງໄດ້ຮັບໄຊຊະນະ. ປະເທດ ຫວຽດນາມ ປະຊາທິປະໄຕ ສາທາລະນະລັດ ເອກະລາດ ໄດ້ກຳເນີດຂຶ້ນ, ສິ້ນສຸດການຄອບຄອງຂອງລະບອບສັກດີນາຂອງລາຊະວົງ ຫງວຽນ. ຜ່ານ​ການ​ປະ​ຕິ​ວັດ​ເດືອນ​ສິງ​ຫາ​ສຳ​ເລັດ​ຜົນ, ປະ​ຊາ​ຊົນ​ຫວຽດ​ນາມ ໄດ້​ປະ​ກອບ​ສ່ວນ​ເຂົ້າ​ໃນ​ບັນ​ດາ​ການ​ຕໍ່​ສູ້​ຕ້ານ​ລັດ​ທິ​ຟາ​ຊິດ. ໄຊຊະນະ​ຂອງ​ການ​ປະຕິວັດ​ເດືອນ​ສິງຫາ​ໄດ້​ສົ່ງ​ຜົນ​ກະທົບ​ຢ່າງ​ໃຫຍ່​ຫຼວງ​ຕໍ່​ການ​ຕໍ່ຕ້ານ​ລັດທິ​ອານາ​ນິຄົມ ​ແລະ ການ​ເຄື່ອນ​ໄຫວ​ຕ້ານ​ຈັກກະພັດ​ລັດທິ​ຈັກກະພັດ​ໃນ​ທົ່ວ​ໂລກ, ​ໂດຍ​ສະ​ເພາະ​ແມ່ນ​ເຂດ​ອານາ​ນິຄົມ​ຂອງ​ຝຣັ່ງ”.

ເພື່ອນ​ມິດ​ສາ​ກົນ​ສົ່ງ​ຄວາມ​ຊົມ​ເຊີຍ​ຢ່າງ​ອົບ​ອຸ່ນ​ມາ​ຍັງ​ຫວຽດ​ນາມ ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະ​ຫຼອງ 80 ປີ​ແຫ່ງ​ຊາດ
ທະຫານສ.ລັດເຊຍ ເຂົ້າຮ່ວມການຊ້ອມສວນສະໜາມຄັ້ງທີ 2 (24 ສິງຫາ 2025) ເພື່ອກະກຽມໃຫ້ແກ່ພິທີສະເຫຼີມສະຫຼອງ 80 ປີແຫ່ງວັນການປະຕິວັດເດືອນສິງຫາ ແລະ ວັນຊາດ ວັນທີ 2 ກັນຍາ. (ພາບ: VnExpress)

ບັນດາຈົດໝາຍລ້ວນແຕ່ຢັ້ງຢືນວ່າ ປັດໄຈຕັດສິນໄຊຊະນະແມ່ນການນຳພາຂອງພັກກອມມູນິດຫວຽດນາມ ໂດຍປະທານ ໂຮ່ຈີມິນ ນຳໜ້າ ດ້ວຍ “ວິໄສທັດອັນສະຫຼາດ” ຂອງຕົນໃນການເລືອກເຟັ້ນກາລະໂອກາດຍຶດອຳນາດໂດຍໄວ, ເກືອບບໍ່ມີການນອງເລືອດ.

ຈາກປະເທດຊາດອານານິຄົມໄປສູ່ເສດຖະກິດແບບເຄື່ອນໄຫວ

ສານຂອງສະມາຄົມມິດຕະພາບສ.ລັດເຊຍ - ຫວຽດນາມ ໃຫ້ຮູ້ວ່າ ພາຍຫຼັງ 80 ປີ, ຫວຽດນາມ ໄດ້ຫັນປ່ຽນຈາກປະເທດທຸກຍາກ, ຖອຍຫຼັງ ກາຍເປັນປະເທດທີ່ມີລະດັບເສດຖະກິດພັດທະນາສະເລ່ຍ. ະຈຸ​ບັນ ຫວຽດນາມ ຖື​ເປັນ​ອັນ​ດັບແຖວໜ້າຂອງ​ໂລກ ບໍ່​ພຽງ​ແຕ່​ແມ່ນ​ເຂົ້າສານ, ກາ​ເຟ, ຊາ ​ແລະ ຜະລິດ​ຕະພັນ​ກະ​ເສດ​ອື່ນໆ​ອີກ​ຫຼາຍ​ຢ່າງ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ຜະລິດ​ຕະພັນ​ເອ​ເລັກ​ໂຕ​ນິກ, ເກີບ​ໜັງ, ​ແຜ່ນ​ແພ ​ແລະ ຜະລິດ​ຕະພັນ​ອຸດສາຫະກຳ​ຫຼາຍ​ຢ່າງ. ຫວຽດນາມ ​ໄດ້​ຮັບ​ການ​ຮັບ​ຮູ້​ວ່າ​ແມ່ນ​ສະມາຊິກ​ທີ່​ຕັ້ງໜ້າ​ຂອງ 70 ອົງການ​ຈັດ​ຕັ້ງ​ສາກົນ ​ແລະ ​ໄດ້​ຮັບ​ການ​ເລືອກ​ຕັ້ງ​ເປັນ​ສະມາຊິກ​ບໍ່​ປະຈຳ​ການ​ຂອງ​ສະພາ​ຄວາມ​ໝັ້ນຄົງ ສປຊ.

ຕາງໜ້າໃຫ້ສະມາຊິກທັງໝົດ, ທ່ານສາດສະດາຈານ V.P Buyanov ຢືນຢັນວ່າ “ປະຊາຊົນ ສ.ລັດເຊຍ ມີຄວາມປິຕິຍິນດີທີ່ເຫັນວ່າ ຕະຫຼອດໄລຍະປະຫວັດສາດຂອງ ຫວຽດນາມ ເອກະລາດ, ພວກຂາ້ພະເຈົ້າຍາມໃດກໍສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຄຽງ​ຄູ່​ກັບ​ຊາວ​ຫວຽດນາມ ​ໃນ​ໄລຍະ​ສົງຄາມ​ຕ້ານ​ຜູ້​ຮຸກ​ຮານແລະ ​ໃນ​ຊຸມ​ປີ​ແຫ່ງ​ການ​ກໍ່ສ້າງ​ສັງຄົມ​ໃໝ່ (...) ຂໍອວຍພອນໃຫ້ສາຍພົວພັນມິດຕະພາບສ.​ລັດ​ເຊຍ - ຫວຽດນາມ ​ໄດ້​ຮັບ​ການ​ພັດທະນາ​ແບບ​ຍືນ​ຍົງ, ຮັດ​ແໜ້ນ ​ແລະ ພັດທະນາ; ຂໍອວຍພອນໃຫ້ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ລະ​ຫວ່າງ ສ.ລັດ​ເຊຍ ແລະ ຫວຽດ​ນາມ ນັບມື້ນັບເປີດກວ້າງ ແລະ ກ້າວເຂົ້າສູ່ລວງເລິກ”.

​ໃນ​ຈົດໝາຍ​ຝາກ​ເຖິງ​ປະທານ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ ຫວຽດນາມ ຟານ​ແອງ​ເຊີນ ​ແລະ ປະທານ​ສະມາຄົມ​ມິດຕະພາບ ຫວຽດນາມ - ສ.ລັດ​ເຊຍ ຟານຈິ໋ຫຽວ, ທ່ານສາດສະດາຈານ V.P Buyanov ​ໄດ້​ເນັ້ນ​ໜັກ​ເຖິງ​ບົດບາດ​ສຳຄັນ​ຂອງ​ການ​ທູດ​ປະຊາຊົນ​ໃນ​ການເພີ່ມພູນຄູນສ້າງຄວາມ​ສາມັກຄີ. ທ່ານຢືນຢັນ​ວ່າ ສະມາຄົມ​ມິດຕະພາບ​ຫວຽດນາມ - ສ.ລັດ​ເຊຍ ​ແມ່ນ “​ເພື່ອນ​ມິດ​ທີ່​ໄວ້​ເນື້ອ​ເຊື່ອ​ໃຈ” ຂອງ​ເພື່ອນ​ມິດ​ລັດ​ເຊຍ.

ຄວາມຊົງຈຳຂອງສົງຄາມ, ນ້ຳໃຈມິດຕະພາບຕະຫຼອດໄປ

​ໃນ​ຈົດໝາຍ​ຝາກ​ເຖິງ​ທ່ານ​ພົນ​ເອກ ຟານວັນ​ຢາງ, ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ຫວຽດນາມ, ທ່ານ Nikolai Kolesnik, ປະທານ​ສະມາຄົມ​ນັກຮົບ​ເກົ່າ ລັດ​ເຊຍ ທີ່​ເຄີຍປະຕິບັດງານຢູ່ ຫວຽດນາມ ​ໄດ້​ສະ​ແດງ​ຄວາມ​ຮູ້ສຶກ​ວ່າ “​ໃນ​ໂອກາດ​ບຸນງານອັນສະຫງ່າລາສີນີ້, ບັນດາອະດີດນັກຊ່ຽວຊານການທະຫານໂຊວຽດ ທີ່​ເຄີຍປະຕິບັດງານຢູ່ ຫວຽດນາມ ລ້ວນແຕ່ມີຄວາມຫວັ່ນໄຫວເມື່ອລະນຶກເຖິງເພື່ອນມິດຫວຽດນາມ ທີ່ຮ່ວມຕໍ່ສູ້, ກໍ່ສ້າງກຳລັງປ້ອງກັນລູກສອນໄຟ-ອາກາດ, ຕໍ່ສູ້ຕ້ານຄືນການບຸກໂຈມຕີຂອງກອງທັບອາກາດອາເມລິກາ, ຮ່ວມ​ກັນ​ແບ່ງ​ປັນ​ຄວາມ​ສຸກ​ຂອງ​ໄຊ​ຊະ​ນະ ແລະ ​ຄວາມ​ເຈັບ​ປວດ​ຂອງ​ການ​ສູນ​ເສຍ​ໃນ​ໄລ​ຍະ​ຫຼາຍ​ປີ​ຂອງ​ສົງ​ຄາມ​. ພວກຂາ້ພະເຈົ້າຂໍກົ້ມ​ຫົວ​ໄວ້​ໃນ​ຄວາມ​ຊົງ​ຈຳ​ຂອງ​ສະ​ຫາຍ ແລະ ເພື່ອນ​ຮ່ວມ​ທີມ​ທີ່​ເສຍ​ສະ​ລະ (...) ຄວາມ​ເປັນ​ອ້າຍ​ນ້ອງ​ຂອງ​ພວກ​ເຮົາ​ໃນ​ການ​ສູ້​ຮົບ​ແມ່ນ​ສັກ​ສິດ​ທີ່​ສຸດ ແລະ ​ຈະ​ຖືກ​ຮັກ​ສາ​ໄວ້​ໃນ​ໃຈ​ຂອງ​ພວກຂາ້ພະເຈົ້າຕະຫຼອດ​ໄປ”.

ສືບ​ຕໍ່​ນ້ຳໃຈມິດ​ຕະ​ພາບ​ທີ່​ເຂັ້ມ​ແຂງ

ບັນດາ​ເພື່ອນ​ມິດສາ​ກົນ ປາດ​ຖະໜາ​ວ່າ ຫວຽດນາມ ຈະ​ສືບ​ຕໍ່​ຕັ້ງໜ້າ​ໃນ​ເສັ້ນທາງ​ແຫ່ງ​ການ​ເຊື່ອມ​ໂຍງ, ກໍ່ສ້າງ​ປະ​ເທດ​ທີ່​ເຂັ້ມ​ແຂງ ​ແລະ ວັດທະນາ​ຖາວອນ, ປະກອບສ່ວນ​ເພີ່ມ​ທະວີ​ສັນຕິພາບ, ການ​ຮ່ວມ​ມື ​ແລະ ພັດທະນາ​ຂອງ​ມວນ​ມະນຸດ.

ເພື່ອນ​ມິດ​ສາ​ກົນ​ສົ່ງ​ຄວາມ​ຊົມ​ເຊີຍ​ຢ່າງ​ອົບ​ອຸ່ນ​ມາ​ຍັງ​ຫວຽດ​ນາມ ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະ​ຫຼອງ 80 ປີ​ແຫ່ງ​ຊາດ
ຮ່າ​ໂນ້ຍ ພວມ​ຟົດ​ຟື້ນ​ດ້ວຍ​ທຸງ, ດອກ​ໄມ້ ເພື່ອ​ສະ​ເຫຼີມ​ສະ​ຫຼອງ 80 ປີ​ແຫ່ງ​ວັນ​ຊາດ. (ພາບ: ໜັງສືພິມເສດຖະກິດ-ຕົວເມືອງ)

ທ່ານ Mauri Raveala, ປະທານ​ສະມາຄົມ​ມິດຕະພາບ ແຟງລັງ - ຫວຽດນາມ ​ໄດ້​ຂຽນ​ວ່າ “ຂ້າພະ​ເຈົ້າ​ຂໍ​ສົ່ງ​ຄຳ​ຊົມ​ເຊີຍ​ອັນ​ອົບ​ອຸ່ນ​ຂອງ​ສະມາຄົມ​ມິດຕະພາບ​ແຟງລັງ - ຫວຽດນາມ ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 80 ປີ​ແຫ່ງ​ວັນ​ປະກາດ​ເອກະລາດ​ຂອງ​ພັກ ​ແລະ ລັດ ຫວຽດນາມ (...) ຂໍ​ໃຫ້​ວັນ​ພິ​ເສດ​ນີ້​ເຕັມ​ໄປ​ດ້ວຍ​ຄວາມ​ເບີກບານ​ມ່ວນ​ຊື່ນ, ​ແລະ ພາກ​ພູມ​ໃຈ. ຂໍໃຫ້ຫວຽດນາມ ສືບ​ຕໍ່​ມີ​ສັນຕິພາບ, ວັດທະນາ​ຖາວອນ ແລະ ພັດທະນາ”.

ທ່ານ Nils Bull, ປະທານສະມາຄົມມິດຕະພາບ ແດນມາກ - ຫວຽດນາມ, ໃນຈົດໝາຍສະບັບວັນທີ 19 ສິງຫາ, ໄດ້ຕີລາຄາວ່າ “ວັນສຳຄັນນີ້ແມ່ນໂອກາດເພື່ອຫວນຄືນເສັ້ນທາງແຫ່ງການພັດທະນາທີ່ໜ້າປະທັບໃຈຂອງ ຫວຽດນາມ ແລະ ບັນດາຜົນງານອັນໃຫຍ່ຫຼວງນັບແຕ່ປີ 1945 ເປັນຕົ້ນມາ, ໂດຍສະເພາະນັບຕັ້ງແຕ່ການປະຕິຮູບປ່ຽນໃໝ່. ພວກ​ຂ້າ​ພະ​ເຈົ້າ​ຊົມ​ເຊີຍ​ຄວາມ​ຢືດ​ຢຸ່ນ, ຄວາມ​ເຂັ້ມ​ແຂງ ແລະ ວິ​ໄສ​ທັດ​ທີ່​ໄດ້​ເຮັດ​ໃຫ້​ຫວຽດ​ນາມ ກາຍ​ເປັນ​ປະ​ເທດ​ທີ່​ຂະ​ຫຍັນ​ຂັນ​ເຄື່ອນ ແລະ ມຸ່ງ​ໄປອະນາຄົດໃນ​ທຸກ​ວັນ​ນີ້”.

ທ່ານກໍສະແດງຄວາມປາດ​ຖະໜາ​ຢາກ​ສືບ​ຕໍ່​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ວັດທະນະທຳ​ລະຫວ່າງ 2 ປະ​ເທດ, ພ້ອມ​ທັງ​ຮັກສາ​ການ​ເຄື່ອນ​ໄຫວ​ໜູນ​ຊ່ວຍ​ໃຫ້​ແກ່​ເດັກນ້ອຍ ​ແລະ ຊາວ​ໜຸ່ມ​ໃນ​ສະພາບ​ຫຍຸ້ງຍາກ; ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 55 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ ຫວຽດນາມ - ​ແດນ​ມາກ (2026) ​ແລະ 50 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສະມາຄົມ​ມິດຕະພາບ​ແດນ​ມາກ - ຫວຽດນາມ.

ບັນດາຈົດໝາຍຊົມເຊີຍ, ໂທລະເລກໄດ້ສົ່ງໃນຫຼາຍຮູບຫຼາຍແບບຄື: ຈົດໝາຍທາງເປັນທາງການ, ໂທລະເລກທາງການ, email... ພິເສດແມ່ນໄດ້ສົ່ງຂອງທີ່ລະນຶກສ່ວນຕົວຫຼາຍຢ່າງເຖິງການນຳຫວຽດນາມ, ສະແດງໃຫ້ເຫັນຄວາມຈິງໃຈ ແລະ ໃກ້ຊິດຂອງເພື່ອນມິດສາກົນ.

ທ່ານ​ ປອ. Keijo Varis, ກຳມະການ​ຄະນະ​ບໍລິຫານ​ງານ​ສະມາຄົມ​ມິດຕະພາບ​ແຟງ​ລັງ - ຫວຽດນາມ ​ໄດ້​ມອບ​ຫຼຽນ​ໄຊ​ທະຫານ​ຂະໜາດ​ນ້ອຍ ​ແລະ ຮູບ​ພາບ​ລຸງ Jaakko Kettunen ​ໃຫ້​ທ່ານ​ເລຂາທິການ​ໃຫຍ່ ໂຕເລີມ.

ຈົດໝາຍຂຽນວ່າ: "(...) ຂາ້ພະເຈົ້າໄດ້ຕັດສິນໃຈມອບຫຼຽນກາທະຫານຂະໜາດນ້ອຍຂອງລຸງ Jaakko Kettunen ພ້ອມກັບຮູບຖ່າຍສອງຮູບຂອງລາວ ໃຫ້ທ່ານ. ລຸງ Jaakko Kettunen ບໍ່ພຽງແຕ່ເປັນອ້າຍຂອງແມ່ຂອງຂາ້ພະເຈົ້າ ເທົ່ານັ້ນ, ແຕ່ຍັງເປັນ "ທະຫານເດັກ" ແລະ "ຮູບພາບສັນຍາລັກ" - ໃບຫນ້າຂອງການໂຄສະນາເຜີຍແຜ່ຂອງກອງທັບແຟງລັງ. ລາວໄດ້ປະຖິ້ມຄອບຄົວທີ່ທຸກຍາກຂອງລາວໄປເປັນນັກດົນຕີໃນກອງທັບຟິນແລນໃນອາຍຸ 13 ປີ ແລະ ຫຼັງຈາກນັ້ນເຂົ້າຮ່ວມກອງທັບ ​ແຟງ​ລັງ ເຂົ້າແຖວຫນ້າຂອງໂຊວຽດທີ່ Petrozavodsk ໃນປີ 1941-1942. ຢູ່ທີ່ນັ້ນ, ໃນອາຍຸ 14 ປີ, ລາວໄດ້ຮັບຫຼຽນກຽດຕິຍົດສົງຄາມຄັ້ງທໍາອິດ. ຮູບ​ພາບ​ທີ່​ຕິດ​ກັບ (ຮູບ​ພາບ 1), ຖ່າຍລາວ​ກັບ​ເດັກ​ຍິງ​ນ້ອຍ (pikkulotta), ໄດ້​ຈັດ​ພີມ​ມາ​ໃນວາ​ລະ​ສານ Suomen Kuvalhti (ວາ​ລະ​ສານ​ຮູບ​ພາບ​ທີ່​ສໍາ​ຄັນ​ທີ່​ສຸດ​ຂອງ​ ແຟງ​ລັງ) ໃນ​ວັນ​ທີ 30 ເດືອນ​ສິງ​ຫາ 1941, ກ່ອນ​ທີ່ລາວ​ຈະ​ອອກ​ໄປ​ທາງ​ຫນ້າ.

ໂດຍຫວັງວ່າ ບັນດາຫຼຽນກາຂອງລຸງ Jaakko ນີ້ຈະເປັນເຄື່ອງໝາຍເຕືອນໃຈໃຫ້ທ່ານ ແລະ ຫວຽດນາມ ກ່ຽວກັບສິ່ງທີ່ຊາວໜຸ່ມສາມາດເຮັດໄດ້, ຖ້າພວກເຮົາເຊື່ອໝັ້ນ ແລະ ຊຸກຍູ້ໃຫ້ເຂົາເຈົ້າເສີມຂະຫຍາຍຄວາມສາມາດບົ່ມຊ້ອນ”.

ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ​ສະ​ວິດ - ຫວຽດ​ນາມ: ຄວາມ​ພາກ​ພູມ​ໃຈ​ທີ່​ໄດ້​ເຫັນ​ການ​ເຕີບ​ໂຕ​ຂອງ​ຫວຽດ​ນາມ ພາຍຫຼັງ 80 ປີ​ແຫ່ງ​ວັນ​ຊາດ ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ​ສະ​ວິດ - ຫວຽດ​ນາມ: ຄວາມ​ພາກ​ພູມ​ໃຈ​ທີ່​ໄດ້​ເຫັນ​ການ​ເຕີບ​ໂຕ​ຂອງ​ຫວຽດ​ນາມ ພາຍຫຼັງ 80 ປີ​ແຫ່ງ​ວັນ​ຊາດ

ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນຊາດ (2 ກັນຍາ 1945 – 2 ກັນຍາ 2025), ທ່ານນາງ Anjuska Marija Weil, ປະທານສະມາຄົມມິດຕະພາບສະວິດ - ຫວຽດນາມ ໄດ້ແບ່ງປັນຄວາມຕື້ນຕັນໃຈ​ເມື່ອໄດ້ເຫັນປະເທດ ເຊິ່ງນາງເຄີຍຕໍ່ສູ້ເພື່ອສັນຕິພາບ ແລະ ເອກະລາດກັບເພື່ອນມິດສາກົນ, ປະຈຸບັນໄດ້ພັດທະນາຢ່າງເຂັ້ມແຂງ ແລະ ...

4 ແຂວງ​ພາກ​ໃຕ້​ຂອງ​ລາວ ​ເຂົ້າ​ຮ່ວມ​ບັນ​ຍາ​ກາດ​ສະ​ເຫຼີມ​ສະ​ຫຼອງ 80 ປີ​ແຫ່ງ​ວັນ​ຊາດ​ຫວຽດ​ນາມ 4 ແຂວງ​ພາກ​ໃຕ້​ຂອງ​ລາວ ​ເຂົ້າ​ຮ່ວມ​ບັນ​ຍາ​ກາດ​ສະ​ເຫຼີມ​ສະ​ຫຼອງ 80 ປີ​ແຫ່ງ​ວັນ​ຊາດ​ຫວຽດ​ນາມ

ຍສໝ - ຕອນຄ່ຳວັນທີ 12 ສິງຫາ, ຢູ່ແຂວງຈໍາປາສັກ, ສະຖານກົງສຸນໃຫຍ່ ສສ ຫວຽດນາມ ປະຈໍາ ປາກເຊ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 80 ປີແຫ່ງວັນຊາດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ໂດຍການເຂົ້າຮ່ວມຂອງບັນດາການນຳ 4 ແຂວງພາກໃຕ້ຂອງລາວ, ຜູ້ຕາງໜ້າບັນດາອົງການການທູດ, ປະຊາຄົມຊາວຫວຽດນາມ ແລະ ເພື່ອນມິດສາກົນ. ນີ້​ແມ່ນ​ໂອກາດ​ເພື່ອ​ກວດກາ​ຄືນ​ການ​ເດີນທາງ​ອັນ​ສະຫງ່າ​ລາສີ​ຂອງ​ປະຊາຊົນ​ຫວຽດນາມ, ...

ເບິ່ງເພີ່ມເຕີມໃນ: ຂົວເຊື່ອມຕໍ່ມິດຕະພາບ

ເບິ່ງເພີ່ມເຕີມ