ແຄ໊ງ​ຮ່​ວາ ສະ​ເໜີ​ເປີດ​ຖ້ຽວ​ບິນ​ໄປ​ຍັງ Saint Petersburg ໂດຍ​ກົງ

15:00 | 04/10/2021

ຍ​ສ​ໝ - ຂະ​ແໜງ​ການ​ທ່ອງ​ທ່ຽວ​ແຄ໊ງ​ຮ່​ວາ ສະ​ເໜີ​ເປີດ​ຖ້ຽວ​ບິນ​ສອງ​ສົ້ນ​ໂດຍ​ໄວ ແຕ່ Saint Petersburg ໄປ​ຍັງ​ແຄ໊ງ​ຮ່​ວາ ເພື່ອ​ສ້າງ​ຄວາມ​ສະ​ດວກ​ໃຫ້​ແກ່​ການ​ເດີນ​ທາງ​ໄປ​ມາຂອງ​ປະ​ຊາ​ຊົນ, ແຂກ​ທ່ອງ​ທ່ຽວ…

ພົນລະເມືອງຫວຽດນາມ ໄດ້ຮັບລາງວັນ Saint Petersburg ທີ່ມີຊື່ສຽງ ພົນລະເມືອງຫວຽດນາມ ໄດ້ຮັບລາງວັນ Saint Petersburg ທີ່ມີຊື່ສຽງ
ຜູ້ວ່າການລັດ Saint Petersburg (ລັດເຊຍ) ໄດ້ສົ່ງຈົດໝາຍອວຍພອນສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງປະເພນີ VUFO ຜູ້ວ່າການລັດ Saint Petersburg (ລັດເຊຍ) ໄດ້ສົ່ງຈົດໝາຍອວຍພອນສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງປະເພນີ VUFO
ແຄ໊ງ​ຮ່​ວາ ສະ​ເໜີ​ເປີດ​ຖ້ຽວ​ບິນ​ໄປ​ຍັງ Saint Petersburg ໂດຍ​ກົງ
ແຂກ​ທ່ອງ​ທ່ຽວ​ລັດ​ເຊຍ (ພາບ: dulich.tuoitre.vn)

ນັ້ນ​ແມ່ນ​ຄຳ​ກ່າວ​ປະ​ໄສ​ຂອງ ​ທ່ານ​ນາງ ຫງວຽນ​ທິ​ເລ​ແທັງ - ຮອງ​ຜູ້​ອຳ​ນວຍ​ການ​ພະ​ແນ​ກ​ທ່ອງ​ທ່ຽວ​ແຄ໊ງ​ຮ່​ວາ ຢູ່ກອງ​ປະ​ຊຸມ​ສຳ​ມະ​ນາ​ສົ່ງ​ເສີມ​ການ​ຮ່ວມ​ມື​ລະ​ຫວ່າງ ແຄ໊ງ​ຮ່​ວາ - Saint Petersburg ກ່ຽວ​ກັບ​ບັນ​ດາ​ຂົງ​ເຂດ​ສາ​ທາ​ລະ​ນະ​ສຸກ, ການ​ທ່ອງ​ທ່ຽວ ໂດຍ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂ​ວງ ແຄ໊ງ​ຮ່​ວາ ພ້ອມ​ກັບ​ນະ​ຄອນ Saint Petersburg (ປະ​ເທດ​ລັດ​ເຊຍ) ຈັດ​ຕັ້ງ ໃນ​ຕອນ​ບ່າຍ​ວັນ​ທີ 29 ກັນ​ຍາ.

ທ່ານ​ນາງ ​ແທັງ​ ໃຫ້​ຮູ້​ວ່າ ປີ 2019 ແຄ໊ງ​ຮ່​ວາ ໄດ້​ຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ ລັດ​ເຊຍ ກ່​ວາ 460.000 ເທື່ອ​ຄົນ, ກ​ວມ​ເອົາ​ກ່​ວາ 70% ຍອດ​ຈຳ​ນວນ​ແຂກ​ທ່ອ​ງ​ທ່ຽວ ລັດ​ເຊຍ ມາ​ຫວຽດ​ນາມ. ແຕ່​ລະ​ວັນ​ມີ 4 – 6 ຖ້ຽວ​ບິນ (ບັນ​ດາ​ບໍ​ລິ​ສັດ​ທ່ອງ​ທ່ຽວ Pegas, Anex, Focus, Coral Travel, Summar Travel) ແຕ່ 20 ນະ​ຄອນ​ຂອງ ລັດ​ເຊຍ ມາຍັງ​ສະ​ໜາມ​ບິນ ກາມ​ແຣງ.

“ເຖິງ​ຢ່າງ​ໃດ​ກໍ່​ຕາມ, ພາຍຫຼັງ​ໂລກ​ລະ​ບາດ​ໂຄວິດ - 19 ເກີດ​ຂຶ້ນ, ຈຳ​ນວນ​ແຂກ​ທ່ອງ​ທ່ຽວ​ສາ​ກົນ, ໃນ​ນັ້ນ ​ມີ​ແຂກ​ທ່ອງ​ທ່ຽວ​ລັດ​ເຊຍ ມາ​ຍັງ ແຄ໊ງ​ຮ່​ວາ ​ຖືກຢຸດ.

“ມາ​ຮອດ​ປັດ​ຈຸ​ບັນ, ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ຄ່ອຍໆ​ໄດ້​ຮັບ​ການ​ຄວບ​ຄຸມ​ແລ້ວ, ພະ​ແນກ​ ທ່ອງ​ທ່ຽວ ຈະ​ຍື່ນ​ສະ​ເໜີແຜນ​ການ​ຕ້ອນ​ຮັບ​ແຂກ​ສາ​ກົນ ໃນ​ເດືອນ ພະ​ຈິກ ຜ່ານ “ປັດສະ​ປໍ​ວັກ​ຊິນ” ​​ຕໍ່​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ, ຫຼັກ​​ຈາກ​ນັ້ນ ຈະຍື່ນ​ສະ​ເໜີ​ຕໍ່​ນາ​ຍົກ​ລັດ​ຖະ​ມົນ​ຕີ​ເພື່ອ​ພິ​ຈາ​ລະ​ນາ, ຮັບ​ຮອງ​ເອົາ. ເພາະ​ສະ​ນັ້ນ, ຂະ​ແໜງ​ການ​ທ່ອງ​ທ່ຽວ​ ແຄ໊ງ​ຮ່​ວາ ສະ​ເໜີ​ເປີດ​ຖ້ຽວ​ບິນ​ໂດຍ​ກົງ ຈາກ Saint Petersburg ໄປ​ຍັງ​ ແຄ໊ງ​ຮ່​ວາ ເພື່ອ​ສ້າງ​ຄວາມ​ສະ​ດວກ​ໃຫ້​ແກ່​ການ​ເດີນ​ທາງ​ໄປ​ມາຂອງ​ປະ​ຊາ​ຊົນ, ແຂກ​ທ່ອງ​ທ່ຽວ ແລະ ພັດ​ທະ​ນາ​ບັນ​ດາ​ໂຄງ​ການ, tour ທ່ອງ​ທ່ຽວ” - ທ່ານ​ນາງ​ກ່າວ.

ທ່ານ​ນາງ ເລ​ທິ​ຮົ່ງ​ມິງ - ຜູ້​ອຳ​ນວຍ​ການ​ໃຫຍ່ ບໍ​ລິ​ສັດ​ຫຸ້ນ​ສ່ວນ​ສະ​ຖານີ​ລົດ​ໄຟສາ​ກົນ ກາມ​ແຣງ - ແບ່ງ​ປັນ​ວ່າ “ກ່ອນເກີດໂລກ​ລະ​ບາດ, ແຂກ​ທ່ອງ​ທ່ຽວ ລັດ​ເຊຍ ມາຍັງ ​ແຄ໊ງ​ຮ່​ວາ ໂດຍຜ່ານ 5 ບໍ​ລິ​ສັດ​ການ​ບິນ, ຜ່ານ 28 ສະ​ຖານ​ທີ່​ຢູ່ ​ກາມ​ແຣງ ໄປ​ຍັງ ສະ​ຫະ​ພັນ​ລັດ​ເຊຍ​ໂດຍ​ກົງ, ໃນ​ນັ້ນ​ ມີ Saint Petersburg. ຍ້ອນ​ແນວ​ນັ້ນ ພວກ​ຂ້າ​ພະ​ເຈົ້າ​ມີ​ຄວາມ​ປາດຖະໜາຢາກ​ມີ​ຖ້ຽວ​ບິນ​ການ​ຄ້າ​ລະ​ຫວ່າງ​ສອງ​ຝ່າຍ​ໂດຍ​ໄວ, ບໍ່​ພຽງ​ແຕ່​ ນຳ​ແຂກ​ທ່ອງ​ທ່ຽວ​ມາ​ຍັງ ແຄ໊ງ​ຮ່​ວາ​ໂດຍ​ກົງ​ເທົ່ານັ້ນ ຫາກ​ຍັງ​ນຳ​ແຂກ​ທ່ອງ​ທ່ຽວ ຈາກ​ຫວຽດ​ນາມ ໄປຍັງ Saint Petersburg ຢ່າງ​ສະ​ດວກ​ກ່​ວາ​ອີກ”.

ທ່ານ ​ເລ​ວັນ​ເຫງ້ຍ ຜູ້​ອຳ​ນວຍ​ການ​ບໍ​ລິ​ສັດຫຸ້ນ​ສ່ວນ ​ເຍິດ​ມິງ ຖື​ວ່າ ການ​ເປີດ​ບັນ​ດາ​ຖ້ຽວ​ບິນ​ສາ​ກົນ ພາຍຫຼັງ​ໂລກ​ລະ​ບາດແມ່ນມີ​ແງ່​ຫວັງ​ທີ່​ສຸດ. ຄາດ​ວ່​າ​ບັນ​ດາ​ຖ້ຽວ​ບິນ ຈະ​ໄດ້​ຮັບ​ການ​ປະ​ຕິ​ບັດ​ນັບ​ແຕ່​ເດືອນ ທັນ​ວາ ປີ 2021 ເມື່ອ​ໄດ້​ຮັບ​ການ​ອະ​ນຸ​ຍາດ​ຈາກ​ນາຍົກ​ລັດ​ຖະ​ມົນ​ຕີ. ບໍ​ລິ​ສັດ​ຫຸ້ນ​ສ່ວນ​ ເຍິດ​ມິງ ໄດ້​ສົມ​ທົບ​ກັບ​ບໍ​ລິ​ສັດ​ການ​ບິນ Siberia Airlines (S7) ຈັດ​ຕັ້ງ​ບັນ​ດາ​ຖ້ຽວ​ບິນ ຈາກ Saint Petersburg ມາຍັງ Novosibirsk ແລະ ຈາກ Novosibirsk ມາຍັງ ​ກາມ​ແຣງ, ຄາດ​ວ່າ ຈະ​ມີ 4 ຖ້ຽວ/ອາ​ທິດ. ຖ້າ​ສະ​ດວກ, ບໍ​ລິ​ສັດ​ຈະ​ເປີດກວ້າງ​ໄປ​ຍັ​ງ 10 ນະ​ຄອນ​ຂອງ​ເຂດ​ຕາເວັນ​ອອກ​​ໄກ (ລັດ​ເຊຍ) ດ້ວຍຈຳ​ນວນ 20 ຖ້ຽວ/ອາ​ທິດ.

ທ່ານ Kalganov Vyacheslav Gennadievich - ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ພົວ​ພັນ​ຕ່າງ​ປະ​ເທດ ນະ​ຄອນ Saint Petersburg ໄດ້​ຢັ້ງ​ຢືນ​ວ່າ Saint Petersburg ຈະ​ແກ້​ໄຂ​ບັນ​ດາ​ຄວາມ​ຫຍຸ້ງ​ຍາກ ຍ້ອນ​ໂລກ​ລະ​ບາດ​ໂຄວິດ - 19 ເພື່ອ​ສືບ​ຕໍ່​ການ​ຮ່ວມ​ມື​ຢ່​າງ​ເລິກ​ເຊິ່ງ, ກວ້າງ​ຂວາງ, ແບບ​ຍືນ​ຍົງກ່​ວາ​ອີກ​ກັບ ຫວຽດ​ນາມ, ພິ​ເສດ​ແມ່ນ​ການ​ກາ​ນ​ຮ່ວມ​ມື​ກັບ ​ແຄ໊ງ​ຮ່​ວາ ກ່ຽວ​ກັບ​ການ​ຄົ້ນ​ຄ້​ວາ, ປິ່ນ​ປົວ​ບັນ​ດາ​ພະ​ຍາດ​ຄື: ພະຍາດມະ​ເຮັງ​, ຄໍໜຽງ, ແບ່ງ​ປັນ​ບົດ​ຮຽນ​ປະ​ສົບ​ການ​ໃນ​ການ​ປິ່ນ​ປົວ​ໂຄວິດ - 19…

ປີ 2020 ວົງ​ເງິນ​ການ​ຄ້າ ຫວຽດ​ນາມ - ສະ​ຫະ​ພັນ​ລັດ​ເຊຍ ບັນ​ລຸ​ໄດ້ 5,7 ຕື້ USD ເພີ່ມ​ຂຶ້ນ 15% ເມື່ອ​ທຽບ​ໃສ່​ກັບ​ປີ 2019 ແລະ ເພີ່ມ​ຂຶ້ນ 50% ເມື່ອ​ທຽບ​ໃສ່​ກັບ ປີ 2016, 7 ເດືອນ​ຕົ້ນ​ປີ 2021, ວົງ​ເງິນນີ້​ບັນ​ລຸ 3,6 ຕື້ USD, ເພີ່ມ​ຂຶ້ນ 24% ເມື່ອ​ທຽບ​ໃສ່​ກັບ​ໄລ​ຍະ​ດຽວ​ກັນ​ໃນ​ປີ 2020. ປີ 2019 ຈຳ​ນວນ​ແຂກ​ທ່ອງ​ທ່ຽວ​ຈາກ​ສະ​ຫະ​ພັນ​ລັດ​ເຊຍ ມາ​ຍັງ ຫວຽດ​ນາມ ບັນ​ລຸ​ລະ​ດັບ​ສະ​ຖິ​ຕິ ກ່​ວາ 646.000 ເທື່ອ​ຄົນ, ຢຶນ​ຢູ່​ອັນ​ດັບ​ທີ​ໜຶ່ງຂອງ ເອີ​ລົບ ແລະ ຢືນ​ຢູ່​ອັນ​ດັບ​ທີ 6 ໃນ​ຕະຫຼາດ​ແຂກ​ທ່ອງ​ທ່ຽວ​ສາ​ກົນຂອງ ຫວຽດ​ນາມ. ຈຳ​ນວນ​ແຂກ​ທ່ອງ​ທ່ຽວ​ຈາກ ຫວຽດ​ນາມ ໄປຍັງ ​ສະ​ຫະ​ພັນ​ລັດ​ເຊຍ ໃນ​ຊຸມ​ປີມໍ່ໆ​ມານີ້ ກໍ່​ມີ​ການ​ເຕີບ​ໂຕ​ໂດຍ​ໄວ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.