ຜູ້ວ່າການລັດ Saint Petersburg (ລັດເຊຍ) ໄດ້ສົ່ງຈົດໝາຍອວຍພອນສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງປະເພນີ VUFO

08:56 | 19/11/2020

ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີແຫ່ງວັນມູນເຊື້ອຂອງສະຫະພັນບັນດາອົງການມິດຕະພາບຫວຽດນາມ (VUFO), ທ່ານຜູ້ວ່າການລັດ Saint Petersburg (ສະຫະພັນລັດເຊຍ) ໄດ້ສົ່ງຈົດ ໝາຍອວຍພອນ ມາເຖິງທ່ານນາງ ຫງວຽນເຟືອງງາ - ປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ.

ຄະນະຜູ້ແທນສະຫະພັນບັນດາອົງການມິດຕະພາບຫວຽດນາມ ໄດ້ຈັດຕັ້ງພິທີຖະຫວາຍທູບທຽນ ຢູ່ ສຸສານປະທານໂຮ່ຈີມິນ
ນະຄອນໂຮ່ຈີມິນ ແລະ St. Petersburg ເປັນແບບຢ່າງ ສຳລັບການພົວພັນລະຫວ່າງບັນດາທ້ອງຖິ່ນຂອງຫວຽດນາມ - ລັດເຊຍ

ຕາງໜ້າລັດຖະບານ Saint-Petersburg, ທ່ານ Beglov A.D - ຜູ້ວ່າການລັດ Saint Petersburg (ລັດເຊຍ) ໄດ້ສະແດງຄວາມອວຍພອນຕໍ່ທ່ານນາງ ຫງວຽນເຟືອງງາ - ປະທານສະຫະພັນ ແລະ ພະນັກງານ VUFO ທຸກຄົນ ເນື່ອງໃນວັນຄົບຮອບ 70 ປີຂອງວັນປະເພນີ VUFO. ພາຍໃຕ້ການນຳພາຂອງພັກກອມມູນິດຫວຽດນາມ ແລະ ປະທານໂຮ່ຈີມິນ, VUFO ໄດ້ປະກອບສ່ວນຢ່າງໃຫຍ່ຫຼວງ ເຂົ້າໃນການສ້າງພາບພົດອັນດີງາມ ແລະ ຕັ້ງໜ້າຂອງຫວຽດນາມ ໃນເວທີສາກົນ.

ຜູ້ວ່າການລັດ Saint Petersburg (ລັດເຊຍ) ໄດ້ສົ່ງຈົດໝາຍອວຍພອນສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງປະເພນີ VUFO
ທ່ານ Beglov A.D - ຜູ້ວ່າການລັດ Saint Petersburg (ລັດເຊຍ). (ພາບ: thoidai.com.vn)

ທ່ານ Beglov A.D ໃຫ້ຫູ້ວ່າ Saint-Petersburg ໄດ້ຕີລາຄາສູງ ຕໍ່ຄວາມມານະພະຍາຍາມຂອງ VUFO ໃນການຮັດແໜ້ນການພົວພັນ ແລະ ການແລກປ່ຽນມິດຕະພາບ ຂອງ VUFO. ທ່ານ Beglov A.D ໄດ້ສະແດງຄວາມຍິນດີທີ່ຈະແຈ້ງວ່າ ການຮ່ວມມືກັບສາທາລະນະລັດສັງຄົມນິຍົມຫວຽດນາມ ແມ່ນໜຶ່ງໃນບັນດາບຸລິມະສິດດ້ານນະໂຍບາຍການຕ່າງປະເທດ ຂອງລັດຖະບານ Saint-Petersburg.

ທ່ານ Beglov A.D ໄດ້ສະແດງຄວາມຂອບໃຈຕໍ່ທ່ານນາງ ຫງວຽນເຟືອງງາ ທີ່ໄດ້ຮັບເອົາການເຊື້ອເຊີນໃຫ້ເຂົ້າຮ່ວມ ແລະ ກ່າວຄຳປາໄສໃນກອງປະຊຸມສິ້ນສຸດລົງຂອງປີ ລັດເຊຍ - ຫວຽດນາມ ດ້ວຍຫົວຂໍ້ “ໂຮ່ຈີມິນ, ລັດທິຮັກຊາດ ແລະ ລັດທິສາກົນ, 100 ປີຮ່ວມກັນ”. ຄາດວ່າ, ກອງປະຊຸມນີ້ຈະໄດ້ຈັດຂື້ນໃນວັນທີ 11 ທັນວາ 2020 ໃນຮູບແບບຖ່າຍທອດສົດ.

ສິ້ນສຸດຈົດໝາຍອວຍພອນ, ທ່ານ Beglov A.D ກໍ່ໄດ້ອວຍພອນທ່ານນາງ ຫງວຽນເຟືອງງາ ແລະ ບັນດາພະນັກງານ VUFO ທຸກຄົນ ສືບຕໍ່ປະສົບຜົນສຳເລັດຫຼາຍຢ່າງ ໃນວຽກງານ, ໄດ້ຮັບຄວາມຈະເລີນຮຸ່ງເຮືອງ, ເພື່ອຜົນປະໂຫຍດຂອງປະຊາຊົນຫວຽດນາມ.

ສະຫະພັນມິດຕະພາບ ແຂວງດົງທາບ ໄດ້ປະຕິບັດວຽກງານການທູດຂອງປະຊາຊົນ ຢ່າງຫົວຄິດປະດິດສ້າງ

ຍສໝ - ໃນວັນທີ 4 ພະຈິກ, ທ່ານນາງ ຫງວຽນເຟືອງງາ - ປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ (VUFO) ພ້ອມດ້ວຍຄະນະ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກກັບແຂວງດົງທາບ ກ່ຽວກັບກ່ຽວກັບວຽກງານການທູດຂອງປະຊາຊົນ.

ຄະນະກຳມະການການຕ່າງປະເທດ ນະຄອນ Saint Petersburg ຫວັງວ່າໄດ້ເປີດກວ້າງການຮ່ວມມືກັບ VUFO

ຍສໝ - ເມື່ອບໍ່ດົນມານີ້, ທ່ານນາງ ຫງວຽນເຟືອງຫງ່າ - ປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ ໄດ້ມີການພົບປະທາງອອນລາຍ ກັບທ່ານ Vyacheslav Gennadevitch Kalganov, ຜູ້ຕາງໜ້າຄະນະກຳມະການການຕ່າງປະເທດ ນະຄອນ Saint Petersburg.

ຊາວຫວຽດນາມຢູ່ Saint Petersburg (ລັດເຊຍ) ໄດ້ສ້າງຕັ້ງ 5 ອະນຸກຳມະການເພື່ອຕໍ່ຕ້ານ COVID-19

ຍສໝ - ຈັດກອງປະຊຸມປົກກະຕິໃນວັນຈັນ, ການລະດົມທຶນ, ການຈັດຕັ້ງ 5 ອະນຸກຳມະການເພື່ອມອບໝາຍວຽກງານ... ຄະນະຊີ້ນຳການປ້ອງກັນ ແລະ ຄວບຄຸມ COVID-19 ໄດ້ເຮັດວຽກທີ່ດີ, ມີກິດຈະກຳຕົວຈິງຫຼາຍຢ່າງແກ່ຊຸມຊົນ.

ຄຳຮຸ່ງ

302 Found

Found

The document has moved here.