ພົນລະເມືອງຫວຽດນາມ ໄດ້ຮັບລາງວັນ Saint Petersburg ທີ່ມີຊື່ສຽງ

09:50 | 30/03/2021

ຍສໝ - ປີນີ້, ລາງວັນໄດ້ມອບໃຫ້ 10 ບຸກຄົນໃນບັນດາຂົງເຂດ, ຄື: ການພັດທະນາ ແລະ ເຜີຍແຜ່ພາສາ ແລະ ວັດທະນະທຳລັດເຊຍຢູ່ຕ່າງປະເທດ, ການອະນຸລັກຮັກສາຄວາມຊົງຈຳປະຫວັດສາດ…

ພ ນລະເມ ອງຫວຽດນາມ ໄດ ຮ ບລາງວ ນ saint petersburg ທ ມ ຊ ສຽງ ຜູ້ວ່າການລັດ Saint Petersburg (ລັດເຊຍ) ໄດ້ສົ່ງຈົດໝາຍອວຍພອນສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງປະເພນີ VUFO
ພ ນລະເມ ອງຫວຽດນາມ ໄດ ຮ ບລາງວ ນ saint petersburg ທ ມ ຊ ສຽງ ພົນລະເມືອງຫວຽດນາມ ຈຳນວນກວ່າ 350 ຄົນຈາກຍີ່ປຸ່ນ ໄດ້ມາຮອດສະໜາມບິນກາມແຣງ

ຫວ່າງແລ້ວນີ້, ທີ່ສູນສິລະປະ ແລະ ດົນຕີຂອງຕົວເມືອງ Saint Petersburg, ສະຫະພັນລັດເຊຍ, ຄະນະກຳມະການພົວພັນການຕ່າງປະເທດຂອງຕົວເມືອງ ໄດ້ຈັດພິທີມອບລາງວັນ "ສິງຄໍາ" ຄັ້ງທີ 4 ໃນຂົງເຂດການຮ່ວມມືສາກົນ ແລະ ພາກພື້ນ.

ຕາມສຳນັກຂ່າວສານຫວຽດນາມປະຈຳສະຫະພັນລັດເຊຍ, ໃນປີນີ້, ລາງວັນ “ສິງຄໍາ" ໄດ້ມອບໃຫ້ 10 ບຸກຄົນໃນບັນດາຂົງເຂດ, ຄື: ການພັດທະນາ ແລະ ເຜີຍແຜ່ພາສາ ແລະ ວັດທະນະທຳ ລັດເຊຍຢູ່ຕ່າງປະເທດ, ການອະນຸລັກຮັກສາຄວາມຊົງຈຳປະຫວັດສາດ, ໂຄງການລົງທຶນໃນປະຈຸບັນ, ສົ່ງເສີມຄວາມສາມາດສົ່ງອອກ…

ພ ນລະເມ ອງຫວຽດນາມ ໄດ ຮ ບລາງວ ນ saint petersburg ທ ມ ຊ ສຽງ
ພົນລະເມືອງຫວຽດນາມ ໄດ້ຮັບລາງວັນ Saint Petersburg ທີ່ມີຊື່ສຽງ. (ພາບ: TTXVN)

ທ່ານ ເຢື່ອງຈິກ່ຽນ, ປະທານສະພາບໍລິຫານກຸ່ມບໍລິສັດ Age Golden ໄດ້ເປັນກຽດທີ່ໄດ້ຮັບລາງວັນ "ສິງຄໍາ" ໂດຍຄະນະກຳມະການພົວພັນຕ່າງປະເທດເມືອງ Saint Petersburg ໃນປີ 2020 "ສຳລັບການປະກອບສ່ວນຢ່າງມີປະສິດທິຜົນ ໃນການພັດທະນາຕ່າງປະເທດຂອງຕົວເມືອງ ກັບຄູ່ຮ່ວມມືຕ່າງປະເທດ ແລະ ບັນດາຄູ່ຮ່ວມມືໃນພາກພື້ນ, ດຶງດູດການລົງທຶນຈາກຕ່າງປະເທດ, ແລະ ຊ່ວຍເຫຼືອໃນການສ້າງຄູ່ຮ່ວມມືມີຜົນປະໂຫຍດລວມກັບຄູ່ຮ່ວມມືຕ່າງປະເທດໃນອາຊີ.”

ກ່າວຄຳເຫັນທີ່ພິທີມອບລາງວັນ, ປະທານກຳມະການການຕ່າງປະເທດ Saint Petersburg, ທ່ານ Evgheny Grigoriev ໄດ້ເນັ້ນໜັກວ່າ: “ລາງວັນນີ້ຮັບຮູ້ການປະກອບສ່ວນເຂົ້າໃນການພັດທະນາ ແລະ ເພີ່ມທະວີການພົວພັນລະຫວ່າງປະເທດ ແລະ ພາກພື້ນ, ຊ່ວຍເພີ່ມທະວີການສົນທະນາລະຫວ່າງລັດຖະບານ ແລະ ປະຊາຊົນ. ບັນດາຜູ້ໄດ້ຮັບລາງວັນແມ່ນຄູ່ຮ່ວມມືທີ່ດີທີ່ສຸດທີ່ນະຄອນ ທີ່ມີຄວາມພາກພູມໃຈຈາກຕົວເມືອງ Saint Petersburg ແລະ ຈະສືບຕໍ່ປະຕິບັດໂຄງການຮ່ວມກັນ.”

ລາງວັນດັ່ງກ່າວນີ້ແມ່ນກຳລັງໜູນ ເພື່ອໃຫ້ບັນດາວິສາຫະກິດຫວຽດນາມ ສືບຕໍ່ປະຕິບັດບັນດາໂຄງການທີ່ມີຄວາມໝາຍຫຼາຍກ່ວາອີກ, ປະກອບສ່ວນເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດເວົ້າລວມ ແລະ ການຮ່ວມມືລະຫວ່າງບັນດາທ້ອງຖິ່ນຂອງສອງປະເທດເວົ້າສະເພາະ.

ພ ນລະເມ ອງຫວຽດນາມ ໄດ ຮ ບລາງວ ນ saint petersburg ທ ມ ຊ ສຽງ ພົນລະເມືອງຫວຽດນາມ ທີ່ເຂົ້າເມືອງອັງກິດ ເຊິ່ງບໍ່ຕ້ອງປະຕິບັດການແຍກຫ່າງ

ຍສໝ - ທ່ານ Dominic Raab - ລັດຖະມົນຕີການຕ່າງປະເທດອັງກິດ ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ອຳນາດການປົກຄອງ ແລະ ບັນດາທ່ານໝໍປະເທດຫວຽດນາມ ໃນການສະໜັບສະໜູນ ແລະ ປິ່ນປົວພະຍາດໃຫ້ແກ່ພົນລະເມືອງອັງກິດທີ່ຕິດເຊື້ອ COVID-19.

ພ ນລະເມ ອງຫວຽດນາມ ໄດ ຮ ບລາງວ ນ saint petersburg ທ ມ ຊ ສຽງ ນະຄອນໂຮ່ຈີມິນ ແລະ St. Petersburg ເປັນແບບຢ່າງ ສຳລັບການພົວພັນລະຫວ່າງບັນດາທ້ອງຖິ່ນຂອງຫວຽດນາມ - ລັດເຊຍ

ຍສໝ - ການພົວພັນລະຫວ່າງຫວຽດນາມ ແລະ ລັດເຊຍ ພວມນັບມື້ນັບພັດທະນາ, ນະຄອນໂຮ່ຈີມິນແລະ St. Petersburg ເປັນແບບຢ່າງ ສຳລັບການພົວພັນລະຫວ່າງບັນດາທ້ອງຖິ່ນຂອງສອງປະເທດ.

ພ ນລະເມ ອງຫວຽດນາມ ໄດ ຮ ບລາງວ ນ saint petersburg ທ ມ ຊ ສຽງ ພະຍາດ Covid-19: ພົນລະເມືອງຫວຽດນາມ ຈຳນວນເກືອບ 200 ຄົນ ຈາກຟີລິບປິນ ໄດ້ນຳສົ່ງກັບຄືນປະເທດຢ່າງປອດໄພ

ຍສໝ - ວັນທີ 14 ພຶດສະພາ, ໂດຍປະຕິບັດຕາມການຊີ້ນຳ ຂອງທ່ານນາຍົກລັດຖະມົນຕີ, ບັນດາອົງການທີ່ມີໜ້າທີ່ຫວຽດນາມ, ສະຖານທູດຫວຽດນາມ ປະຈຳຟີລິບປິນ, ບໍລິສັດ Bamboo Airways ໄດ້ປະສານສົມທົບ ກັບອົງການທີ່ມີໜ້າທີ່ ປະເທດຟີລິບປິນ ໄດ້ຈັດຕັ້ງຖ້ຽວບິນ ເພື່ອນຳສົ່ງພົນລະເມືອງຫວຽດນາມ ຈຳນວນເກືອບ 200 ຄົນ ຈາກຟີລິບປິນ ກັບຄືນປະເທດຢ່າງປອດໄພ.

ພ ນລະເມ ອງຫວຽດນາມ ໄດ ຮ ບລາງວ ນ saint petersburg ທ ມ ຊ ສຽງ

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.