ຫວຽດ​ນາມ ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ​ໂລກ ຢູ່ Dubai

11:28 | 02/10/2021

ຍ​ສ​ໝ - ວັນ​ທີ 1 ຕຸ​ລາ, ພິ​ທີ​ເປີດ​ນຳ​ໃຊ້​ຫໍ​ວາງ​ສະ​ແດງ ຫວຽດ​ນາມ ​ດຳ​ເນີນ​ຢູ່ ໝູ່​ບ້ານ EXPO 2020 Dubai ພາຍຫຼັງ​ພິ​ທີ​ໄຂ​ງານ​ວາງ​ສະ​ແດງ​ໂລກ World EXPO 2020 Dubai ທີ່​ໄດ້​ດຳ​ເນີນ​ຢູ່​ນະ​ຄອນ Dubai (ສະ​ຫະ​ລັດ ອາລັບ​ບິຊາອຸ​ດິ - UAE).

ບັນ​ດາປ່າ​ສະ​ຫງວນ​ແຫ່ງ​ຊາດ ຢູ່ ຫວຽດ​ນາມ ບັນ​ດາປ່າ​ສະ​ຫງວນ​ແຫ່ງ​ຊາດ ຢູ່ ຫວຽດ​ນາມ
ມີ​ເງິນ​ລົງ​ທຶນ​ນັບຕື້ USD ເຂົ້າ​ມາ​ຫວຽດ​ນາມ​ໂດຍ​ບໍ່​ຫົວ​ຊາ​ຕໍ່​ໂລກ​ລະ​ບາດ​ໂຄວິດ - 19 ມີ​ເງິນ​ລົງ​ທຶນ​ນັບຕື້ USD ເຂົ້າ​ມາ​ຫວຽດ​ນາມ​ໂດຍ​ບໍ່​ຫົວ​ຊາ​ຕໍ່​ໂລກ​ລະ​ບາດ​ໂຄວິດ - 19
ຫວຽດ​ນາມ ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ​ໂລກ ຢູ່ Dubai
ງານ​ວາງ​ສະ​ແດງ​ໂລກ ຂອງ ຫວຽດ​ນາມ (ພາບ: baochinhphu.vn)

ໃນ​ຄັ້ງ​ທີ 7 ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ​ໂລກ​ດ້ວຍ​ຫົວ​ຂໍ້​ວ່າ “ເຕົ້າ​ໂຮມ​ອະ​ດີດ​ຕະ​ການ, ແຜ່​ຂະ​ຫຍາຍ​ອະ​ນາ​ຄົດ”, ຫໍ​ວາງ​ສະ​ແດງ ຫວຽດ​ນາມ ຜ່ານພາ​ສາການ​ວາງ​ສະ​ແດງ ສົມ​ທົບ​ກັບ​ການ​ນຳ​ໃຊ້​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີທີ່​ທັນ​ສະ​ໄໝ ຈະ​ແນະ​ນຳ​ກັບ​ເພື່ອນ​ມິດ​ສາ​ກົນ ບັນ​ດາ​ຄຸນຄ່າ​ຍອດ​ຍິ່ງ​ທີ່​ເປັນ​ມູ​ນ​ເຊື້ອ, ຜົນ​ງານ​ປ່ຽນ​ແປງ​ໃໝ່​ປະ​ດິດ​ຄິດ​ສ້າງ​ແຫ່ງ​ຊາດ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ໂຄ​ສະ​ນາ​ພາບ​ພົດ​ຂອງ​ປະ​ເທດ​ຊາດ, ສ້າງ​ກາ​ລະ​ໂອ​ກາດ ໃນ​ການ​ເພີ່ມ​ທະ​ວີ​ກາ​ນ​ຮ່ວມ​ມື, ການ​ລົງ​ທຶນລະ​ຫວ່າງ ຫວຽດ​ນາມ ກັ​ບ​ພາກ​ພື້ນ​ຕາ​ເວັນ​ອອກ​ກາງ ແລະ ໂລກ.

ໃນ​ໄລ​ຍະ​ດຳ​ເນີນ EXPO, ແຕ່​ລະ​ປະ​ເທດ​ຈະ​ມີ​ວັນ​ໜຶ່ງ ແມ່ນ​ວັນ​ຊາດ (​ບຸ​ລິ​ມະ​ສິ​ດ​ວັນ​ຊາດ​ຂອງ​ແຕ່​ລະ​ປະ​ເທດທີ່ເຂົ້າ​ຮ່ວມ). ໂດຍ EXPO 2020 Dubai ເລີ່ມ​ແຕ່​ເດືອນ​ຕຸ​ລາ 2021, ໄດ້ກາຍ​ວັນ​ຊາດ​ຂອງ ຫວຽດ​ນາມ ແລ້ວ ດັ່ງ​ນັ້ນ​ຄະ​ນະ​ຈັດ​ຕັ້ງ​ຕັ້ງ​ວັນ​ຊາດ​ຂອງ ຫວຽດ​ນາມ ແມ່ນ​ວັນ​ທີ 30 ທັນ​ວາ ປີ 2021.

EXPO 2020 Dubai ດ້ວຍ​ຫົວ​ຂໍ້ “ເຊື່ອມ​ຕໍ່ພູ​ມ​ປັນ​ຍາ, ສ້າງ​ອະ​ນາ​ຄົດ“ ທີ່​ໄດ້​ດຳ​ເນີນ​ໃນ​ 6 ເດືອນ, ນັບ​ແຕ່​ວັນ​ທີ 1 ຕຸ​ລາ 2021 – 31 ມີ​ນາ ປີ 2022, ເຊິ່ງ​ດຶງ​ດູດ​ການ​ເຂົ້າ​ຮ່​ວມ​ຂອງ 190 ປະ​ເທດ ແລະ ບັນ​ດາ​ອົງ​ກາ​ນ​ຈັດ​ຕັ້ງ​ສາ​ກົນ.

ພິ​ທີ​ໄຂ EXPO 2020 Dubai ຈະ​ໄດ້​ຖ່າຍທອດສົດ​ໃນ​ເວັບ​ໄຊ​ທາງ​ການ​ຂອງ ຫໍ​ວາງ​ສະ​ແດງ ຫວຽດ​ນາມ www.vietnamexpo2020dubai.com.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.