ບັນ​ດາປ່າ​ສະ​ຫງວນ​ແຫ່ງ​ຊາດ ຢູ່ ຫວຽດ​ນາມ

17:23 | 30/09/2021

ປັດຈຸບັນ ຫວຽດນາມ ມີປ່າສະຫງວນແຫ່ງຊາດ 34 ແຫ່ງ, ໃນນັ້ນມີປ່າສະຫງວນແຫ່ງຊາດ ກຸກເຟືອງ ແມ່ນປ່າສະຫງວນແຫ່ງທຳອິດ ໄດ້ສ້າງຂຶ້ນເມື່ອປີ 1966 ຂຶ້ນກັບ ບໍລິເວນ 3 ແຂວງ: ນິງບິ່ງ, ແທັງຮວ໊າ, ຮ່ວາບິ່ງ ແລະ ປ່າສະຫງວນແຫ່ງຊາດແຫ່ງຫຼ້າສຸດແມ່ນ ຊົງແທັງ ເຊິ່ງໄດ້ສ້າງຂຶ້ນເມື່ອວັນທີ 18 ເດືອນທັນວາ ປີ 2020 ຢູ່ບໍລິເວນແຂວງກ໋ວາງນາມ.

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫ້ວ​ ເປັນ​ປະ​ທານ​ການ​ໂອ້​ລົມ​ສົນ​ທະ​ນາ​ປຶກ​ສາ​ຫ​າ​ລື ນັກ​ຊ່ຽວ​ຊານດ້ານ​ເສດ​ຖະ​ກິດ - ສັງ​ຄົມ ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫ້ວ​ ເປັນ​ປະ​ທານ​ການ​ໂອ້​ລົມ​ສົນ​ທະ​ນາ​ປຶກ​ສາ​ຫ​າ​ລື ນັກ​ຊ່ຽວ​ຊານດ້ານ​ເສດ​ຖະ​ກິດ - ສັງ​ຄົມ
ນ້ຳ​ໃຈ​ຂອງ​ປະ​ຊາ​ຊົນ​ແຄ໊ງ​ຮ່​ວາ ສະ​ຫງວນ​ໃຫ້​ຊາວ​ຕ່າງ​ປະ​ເທດ ນ້ຳ​ໃຈ​ຂອງ​ປະ​ຊາ​ຊົນ​ແຄ໊ງ​ຮ່​ວາ ສະ​ຫງວນ​ໃຫ້​ຊາວ​ຕ່າງ​ປະ​ເທດ
ພາບປະກອບ
ພາບປະກອບ

ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາສາຕ່າງປະເທດ,ວິທະຍຸກະຈາຍສຽງຫວຽດນາມສືບຕໍ່ໄດ້ຮັບຈົດໝາຍ, ອີແມວ 338 ສະບັບແລະໂທລະສັບຫລາຍສາຍຈາກທ່ານຜູ້ຟັງຢູ່ 35 ປະເທດແລະເຂດແຄ້ວນຄື: ແອັດສະປາຍ, ອັງກິດ, ຝຣັ່ງ, ຍີ່ປຸ່ນ, ລາວ…ໃນນັ້ນ, ພາກພາສາລາວ ມີ 13 ສະບັບ. ໃນລາຍການ “ໂອ້ລົມກັບເພື່ອນລາວ” ມື້ນີ້, ພວກຂ້າພະເຈົ້າຂໍຄັດສະເໜີບາງຄຳເຫັນ, ເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການໃນອາທິດຜ່ານມາ.

ເພື່ອນ Wiliam Blanco Mojena, ຢູ່ກູບາ ຂຽນວ່າ: ພວກຂ້າພະເຈົ້າຂໍສະແດງຄວາມຊົມເຊີຍທ່ານປະທານປະເທດ ຫງວຽນຊວັນຟຸກ ແລະ ຄະນະຜູ້ແທນຫວຽດນາມ ທີ່ມາຢ້ຽມຢາມບ້ານເກີດເມືອງນອນຂອງພວກຂ້າພະເຈົ້າ. ພວກຂ້າພະເຈົ້າເຊື່ອໝັ້ນວ່າ ການຢ້ຽມຢາມຄັ້ງນີ້ ຈະປະກອບສ່ວນເພີ່ມທະວີການພົວພັນມິດຕະພາບ, ການຮ່ວມມື, ການພົວພັນແລກປ່ຽນວັດທະນະທຳ ແລະ ສ້າງຄວາມສະໜິດຕິດພັນລະຫວ່າງສອງປະເທດຫຼາຍກ່ວາອີກ ໂດຍບໍ່ສົນວ່າຈະຢູ່ຫ່າງໄກກັນ.

ເພື່ອນMuhammad Aqeel Bashir ຢູ່ປາກິດສະຖານ, ໄດ້ສົ່ງຈົດໝາຍມາຍັງ VOV5 ດ້ວຍເນື້ອໃນທີ່ວ່າ: ກ່ອນອື່ນໝົດ ພວກຂ້າພະເຈົ້າຂໍສະແດງຄວາມຂອບອົກຂອບໃຈຕໍ່ລາຍການ ທີ່ໄດ້ອັບເດັດສະພາບການຫຼ້າສຸດກ່ຽວກັບໂລກລະບາດໂຄວິດ - 19 ໃນທົ່ວໂລກ. ເຖິງວ່າ, ຂ້າພະເຈົ້າອ່ານພາສາລາວ ບໍ່ເປັນ, ແຕ່ດ້ວຍການນຳໃຊ້ Google Translator, ຂ້າພະເຈົ້າ ກໍ່ສາມາດເຂົ້າໃຈເນື້ອໃນຂອງ ລາຍການ. ຍາມໃດລາຍການກໍ່ນຳມາເຊິ່ງຂໍ້ມູນຂ່າວສານທີ່ດີໃຫ້ແກ່ທ່ານຜູ້ຟັງພາສາລາວໃນທົ່ວໂລກ. ຂໍຂອບໃຈຖັນແຖວບັນນາທິການພາກພາສາລາວເວົ້າສະເພາະ ແລະ VOV ເວົ້າລວມ.

ທ່ານຜູ້ຟັງທີ່ເຄົາລົບ! ລາຍການພາກພາສາລາວ ເວົ້າສະເພາະ ແລະ ພະແນກກະຈາຍສຽງບັນດາລາຍການພາສາຕ່າງປະເທດ, ວິທະຍຸກະຈາຍສຽງຫວຽດນາມ ເວົ້າລວມ ຮູ້ສຶກດີໃຈຫຼາຍ ເມື່ອໄດ້ຮັບຄຳອວຍພອນ, ຄຳຄິດຄຳເຫັນ ກໍ່ຄືຄຳຖາມ ເຊິ່ງພວກເພື່ອນໄດ້ຝາກມາລາຍການ, ນີ້ເປັນແຫຼ່ງກຳລັງອັນໃຫຍ່ຫຼວງໃຫ້ແກ່ບັນນາທິການເພື່ອສືບຕໍ່ມີຂ່າວ, ບົດ, ຄໍລຳໃຫ້ມ່ວນກວ່າ, ມີປະໂຫຍດກວ່າ ເພື່ອຮັບໃຊ້ທ່ານຜູ້ຟັງຜູ້ອ່ານ. ໃນໂອກາດນີ້, ຂ້າພະເຈົ້າຂໍອວຍພອນໃຫ້ທ່ານຜູ້ຟັງທຸກໆຄົນ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ, ປະສົບຜົນສຳເລັດຫຼາຍຢ່າງໃນການດຳລົງຊີວິດ ແລະ ສືບຕໍ່ສະໜັບສະໜູນບັນດາລາຍການຂອງພະແນກກະຈາຍສຽງບັນດາລາຍການພາສາຕ່າງປະເທດ, ວິທະຍຸກະຈາຍສຽງຫວຽດນາມ.

ເພື່ອນ ບຸນທອງ ປັດຈຸບັນພວມດຳລົງຊີວິດ ຢູ່ນະຄອນຫຼວງ ວຽງຈັນ ໄດ້ສົ່ງຂໍ້ຄວາມມາຍັງລາຍການດ້ວຍເນື້ອໃນຢາກຖາມວ່າ ຢູ່ ຫວຽດນາມ ມີປ່າສະຫງວນແຫ່ງຊາດຈັກແຫ່ງ ແລະ ຫວັງວ່າອ້າຍເອື້ອຍນ້ອງບັນນາທິການພາກພາສາລາວ ຈະສະໜອງຂໍ້ມູນໃຫ້ຂ້າພະເຈົ້າ ແລະທ່ານຜູ້ຟັງຄົນອື່ນໆຮັບຮູ້ກ່ຽວກັບປ່າສະຫງວນແຫ່ງຊາດ ?

ເພື່ອນ ບຸນທອງ ທີ່ຮັກແພງ! ປັດຈຸບັນ ຫວຽດນາມ ມີປ່າສະຫງວນແຫ່ງຊາດ 34 ແຫ່ງ, ໃນນັ້ນມີປ່າສະຫງວນແຫ່ງຊາດ ກຸກເຟືອງ ແມ່ນປ່າສະຫງວນແຫ່ງທຳອິດ ໄດ້ສ້າງຂຶ້ນເມື່ອປີ 1966 ຂຶ້ນກັບ ບໍລິເວນ 3 ແຂວງ: ນິງບິ່ງ, ແທັງຮວ໊າ, ຮ່ວາບິ່ງ ແລະ ປ່າສະຫງວນແຫ່ງຊາດແຫ່ງຫຼ້າສຸດແມ່ນ ຊົງແທັງ ເຊິ່ງໄດ້ສ້າງຂຶ້ນເມື່ອວັນທີ 18 ເດືອນທັນວາ ປີ 2020 ຢູ່ບໍລິເວນແຂວງກ໋ວາງນາມ. ຟອງຍາ - ແກ໋ບ່າງ ແມ່ນປ່າສະຫງວນແຫ່ງຊາດທີ່ມີເນື້ອທີ່ກວ້າງທີ່ສຸດແລະປ່າສະຫງວນແຫ່ງຊາດທີ່ມີເນື້ອທີ່ໜ້ອຍທີ່ສຸດ ແມ່ນຊວັນຖູຍ.

ນອກຈາກນັ້ນ, ຟອງຍາ - ແກ໋ບ່າງ ຍັງແມ່ນປ່າສະຫງວນແຫ່ງຊາດໜຶ່ງດຽວຢູ່ ຫວຽດນາມ ໂດຍ UNESCO ຮັບຮອງເອົາເປັນມໍລະດົກໂລກນັບແຕ່ປີ 2003. ນອກຈາກນັ້ນ, ມີສ່ວນໜຶ່ງຂອງປ່າສະຫງວນແຫ່ງຊາດ ບ໊າຍຕື໋ລອງ ກໍ່ນອນໃນ ມໍລະດົກໂລກ ອ່າວຮະລອງ. ມີປ່າສະຫງວນບາງແຫ່ງກໍ່ຢູ່ໃນບັນຊີລາຍຊື່ມໍລະດົກໂລກຄາດວ່າ UNESCO ຈະຮັບຮອງເອົາ ຄື: ປ່າສະຫງວນແຫ່ງຊາດ ກາດຕຽນ ແລະ ປ່າສະຫງວນແຫ່ງຊາດ ບາເບ໋.

ເພື່ອນຄຳນ້ອຍ ຢູ່ແຂວງຫົວພັນໄດ້ສົ່ງຄຳຖາມມາຍັງລາຍການດ້ວຍເນື້ອໃນຢາກຊອກຮູ້ກ່ຽວກັບການເຄື່ອນໄຫວວັນບຸນໄຫວ້ພະຈັນ ຢູ່ ຫວຽດນາມ ທີ່ໄດ້ຈັດຂຶ້ນໃນໄລຍະເກີດໂລກລະບາດໂຄວິດ - 19?

ເພື່ອນຄຳນ້ອຍທີ່ຮັກແພງ, ເຖິງວ່າໂລກລະບາດໂຄວິດ - 19 ຍັງມີການຜັນແປຢ່າງສັບສົນທີ່ສຸດ ກໍ່ຕາມ ແຕ່ໃນອາທິດຜ່ານມາ, ຢູ່ ຫວຽດນາມ ຍັງຈັດຕັ້ງຫຼາຍການເຄື່ອນໄຫວຕ້ອນຮັບວັນບຸນໄຫວ້ພະຈັນໃຫ້ແກ່ພວກນ້ອງນ້ອຍ ທັງຮັບປະກັນການປະຕິບັດມາດຕະການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19. ຕໍ່ໄປນີ້, ພວກຂ້າພະເຈົ້າຈະແນະນຳໃຫ້ເພື່ອນຮູ້ບາງການເຄື່ອນໄຫວທີ່ພົ້ນເດັ່ນຄືດັ່ງນີ້:

ທຳອິດແມ່ນລາຍການສະແດງສິລະປະ “ແບ່ງປັນເພື່ອຢູ່ໃກ້ກັນກ່ວາ” ໂດຍສະຖານີໂທລະພາບ ຫວຽດນາມ ຈັດຂຶ້ນ, ເຊິ່ງແມ່ນລາຍການເປີດສາກໃຫ້ແກ່ການເຄື່ອນໄຫວທີ່ມີຄວາມໝາຍ ເພື່ອຮັບໃຊ້ວັນບຸນໄຫວ້ພະຈັນ ໃນຊຸມວັນປະຕິບັດການແຍກຫ່າງໃນສັງຄົມ. ລາຍການມີການເຂົ້າຮ່ວມຂອງນັກສິລະປິນ, ນັກຮ້ອງຫຼາຍຄົນ, ດ້ວຍບັນດາລາຍການສະແດງສິລະປະທີ່ໄດ້ຮັບການຈັດຕັ້ງຢ່າງພິຖີພິຖັນ, ມີແບບມີແຜນ, ນຳພວກນ້ອງນ້ອຍມາຍັງຫ້ອງຮຽນມະຫັດສະຈັນ ແລະ ຮັບຊົມລາຍການສະແດງສິລະປະທີ່ມີຊີວິດຊີວາ ແລະ ມ່ວນຊືນ. ລາຍການ “ແບ່ງປັນເພື່ອຢູ່ໃກ້ກັນກ່ວາ” ໄດ້ເຊື່ອມຕໍ່ນ້ອງນ້ອຍເຍົາວະຊົນ,ອະນຸຊົນ ຫວຽດນາມ ກັບເພື່ອນມິດຊາວຫວຽດນາມ ອາໄສຢູ່ຕ່າງປະເທດ (ເຊັກໂກ) ແລະ ພວກນ້ອງນ້ອຍທີ່ຢູ່ປະເທດ ສ.ເກົາຫຼີ, ເພື່ອແບ່ງປັນກ່ຽວກັບຄວາມໝາຍຂອງວັນບຸນໄຫວ້ພະຈັນຂອງແຕ່ລະປະເທດ, ການດຳລົງຊີວິດໃນປັດຈຸບັນ ແລະ ລາຍການສະແດງສິລະປະທີ່ພົ້ນເດັ່ນ ຂອງແຕ່ລະປະເທດ.

ໄປຄຽງຄູ່ກັນນັ້ນ, ງານວາງສະແດງລາງວັນ ວິຈິດສິນເຍົາວະຊົນ,ອະນຸຊົນ ຫວຽດນາມ ປີ 2021 ແລະ “ວັນບຸນໄຫວ້ພະຈັນໃນສາຍຕາຂອງເດັກນ້ອຍ” ໂດຍກົມວິຈິດສິນ, ນັກຖ່າຍຮູບ ແລະ ວາງສະແດງ (ກະຊວງວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ) ໄດ້ຈັດຕັ້ງແບບທາງໄກ ໃນລະຫວ່າງວັນທີ 20 ກັນຍາ ຫາວັນທີ 31 ທັນວາ ປີ 2021, ຢູ່ເວັບໄຊ http://ape.gov.vn. ງານວາງສະແດງແນະນຳໂດຍຫຍໍ້ກ່ຽວກັບຕົ້ນກຳເນີດ, ຄວາມໝາຍຂອງວັນບຸນໄຫວ້ພະຈັນ, ຄວາມຊົງຈຳກ່ຽວກັບວັນບຸນໄຫວ້ພະຈັນຜ່ານພາບຖ່າຍເອກະສານ, ເຄື່ອງຫຼິ້ນພື້ນເມືອງຕ່າງໆ...

ສ່ວນຢູ່ນະຄອນໂຮ່ຈີມິນ, ສູນວຽກງານສັງຄົມຊາວໜຸ່ມເຍົາວະຊົນ ຫວຽດນາມ ກໍ່ໄດ້ສົມທົບກັບສະມາຄົມທ່ານໝໍໜຸ່ມ ຫວຽດນາມ ແລະ ບັນດາໜ່ວຍງານຜັນຂະຫຍາຍໂຄງການ “ວັນບຸນໄຫວ້ພະຈັນ ໃຫ້ນ້ອງນ້ອຍປີ 2021” ຢູ່ນະຄອນໂຮ່ຈີມິນ. ຕາມນັ້ນແລ້ວ, ລາຍການໄດ້ດຳເນີນການມອບຂອງຂວັນບຸນໄຫວ້ພະຈັນ 5000 ພູດ ໃຫ້ເດັກນ້ອຍທີ່ຕິດພະຍາດໂຄວິດ - 19 ທີ່ພວມປິ່ນປົວຢູ່ໂຮງໝໍແຫ່ງຕ່າງໆ, ເດັກນ້ອຍມີພໍ່ຫຼືແມ່ ຫຼືທັງພໍ່ ແລະ ແມ່ພວມຕິດພະຍາດໂຄວິດ - 19 ທີ່ພວມປິ່ນປົວຢູ່, ເດັກນ້ອຍມີແມ່ ຫຼື ພໍ່, ຫຼັງຈາກພໍ່ແລະແມ່ເສຍຊີວິດຍ້ອນໂລກລະບາດໂຄວິດ - 19, ເດັກນ້ອຍຕ້ອງແຍກອອກຈາກພໍ່ແມ່ຍ້ອນໂລກລະບາດໂຄວິດ - 19...

ເພື່ອນຄຳນ້ອຍທີ່ຮັກແພງ! ດັ່ງທີ່ກ່າວມາຂ້າງເທິງແມ່ນບັນດາຂ່າວຄາວທີ່ພວກຂ້າພະເຈົ້າຢາກແນະນຳໃຫ້ເພື່ອນ ແລະ ທ່ານຜູ້ຟັງຮູ້ຈັກເຖິງການເຄື່ອນໄຫວຕ້ອນຮັບວັນບຸນໄຫວ້ພະຈັນໃຫ້ແກ່ພວກນ້ອງນ້ອຍຫວ່າງແລ້ວນີ້ ຢູ່ ຫວຽດນາມ. ຫວັງວ່າຈະເຮັດໃຫ້ເພື່ອນພໍໃຈ.

ທ່ານຜູ້ຟັງທີ່ເຄົາລົບ. ທີ່ທ່ານຫາກໍ່ຮັບຟັງຜ່ານໄປແລ້ວນັ້ນ ແມ່ນເນື້ອໃນຄຳເຫັນ ແລະຄຳຖາມຂອງຜູ້ຟັງບາງທ່ານທີ່ໄດ້ຝາກມາລາຍການໃນອາທິດຜ່ານມາ. ຖ້າຫາກຜູ້ຟັງ, ຜູ້ອ່ານທ່ານໃດມີຄວາມສົນໃຈຕໍ່ບັນຫາໃດໜຶ່ງ, ກໍ່ສາມາດຝາກຈົດໝາຍມາຍັງລາຍການຂອງພວກເຮົາໄດ້ເລີຍໂດຍຈ່າໜ້າຊອງວ່າ:ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼືໂທລະສັບມາໂດຍກົງກໍ່ໄດ້ຕາມເບີໂທ 0084.243.825.6631 ຫຼືອີແມວ[email protected].

vovworld.vn

ເຫດການ
302 Found

Found

The document has moved here.