ເຮັດ​ໃຫ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດ​ນາມ - ເຢຍ​ລະ​ມັນ ເລິກ​ເຊິ່ງ​ຂຶ້ນ​ຕື່ມ

14:02 | 23/06/2021

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີ ລັດຖະບານ ເຢຍລະມັນສ້າງເງື່ອນໄຂສະດວກໃຫ້ແກ່ການສົ່ງອອກຜະລິດຕະພັນກະເສດ, ສິນໃນນ້ຳ, ຊຸກຍູ້ຄະນະກຳມະການເອີລົບຍົກເລີກ ບັດເຫຼືອງ ສຳລັບສິນໃນນ້ຳຂອງ ຫວຽດນາມ, ພ້ອມທັງສຳເລັດການໃຫ້ສັດຕະຍາບັນສັນຍາປົກປ້ອງການລົງທຶນ ຫວຽດນາມ - EU.

ມອ​ບຫຼຽນ​ກາມິດ​ຕະ​ພາບ​ຂອງຫວຽດ​ນາມ​ໃຫ້​ແກ່​ຊາວ​ເຢຍ​ລະ​ມັນ​ສອງ​ຄົນ ມອ​ບຫຼຽນ​ກາມິດ​ຕະ​ພາບ​ຂອງຫວຽດ​ນາມ​ໃຫ້​ແກ່​ຊາວ​ເຢຍ​ລະ​ມັນ​ສອງ​ຄົນ
ຫວຽດ​ນາມ ຍາມ​ໃດ​ກໍ່​ການ​ຊຸກ​ຍູ້ ແລະ ເຮັດ​ໃຫ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ກັບ ເຢຍ​ລະ​ມັນ​ເປັນ​ສຳ​ຄັນ ຫວຽດ​ນາມ ຍາມ​ໃດ​ກໍ່​ການ​ຊຸກ​ຍູ້ ແລະ ເຮັດ​ໃຫ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ກັບ ເຢຍ​ລະ​ມັນ​ເປັນ​ສຳ​ຄັນ
ເຮັດ​ໃຫ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ຫວຽດ​ນາມ - ເຢຍ​ລະ​ມັນ ເລິກ​ເຊິ່ງ​ຂຶ້ນ​ຕື່ມ
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ມີການເຈລະຈາທາງໂທລະສັບກັບທ່ານນາງ ນາຍົກລັດຖະມົນຕີ ເຢຍລະມັນ Angela Merkel (ພາບ: VGP)

ຕອນບ່າຍວັນທີ 22 ມິຖຸນາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ມີການເຈລະຈາທາງໂທລະສັບກັບທ່ານນາງ ນາຍົກລັດຖະມົນຕີ ເຢຍລະມັນ Angela Merkel. ທີ່ການເຈລະຈາທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຢັ້ງຢືນວ່າ ຫວຽດນາມ ຖືເປັນສຳຄັນການພົວພັນຄູ່ຮ່ວມມືກັບ ເຢຍລະມັນ ແລະ ມີຄວາມຫວັງຢາກມີການພົວພັນກັບ ເຢຍລະມັນທີ່ໃກ້ຊິດຕິດແທດທີ່ມີຄວາມໄວ້ເນື້ອເຊື່ອໃຈລະຫວ່າງສອງປະເທດ ໃນທຸກຂົງເຂດ ເລິກເຊິ່ງຂຶ້ນຕື່ມ. ທ່ານນາງ ນາຍົກລັດຖະມົນຕີ Angela Merkel ຖືວ່າ: ຫວຽດນາມ ແມ່ນຄູ່ຮ່ວມມືທີ່ສຳຄັນໃນນະໂຍບາຍມຸ່ງໄປສູ່ພາກພື້ນຂອງ ເຢຍລະມັນ ແລະ ເຊີດຊູການພົວພັນຮ່ວມມືລະຫວ່າງສອງປະເທດ. ທ່ານນາງເນັ້ນໜັ້ກວ່າ ສອງປະເທດ ພວມຢືນຢູ່ຕໍ່ໜ້າບັນດາກາລະໂອກາດ ແລະ ແງ່ຫວັງອັນໃຫຍ່ຫຼວງ ເຊິ່ງຄວນພັດທະນາຢ່າງແຂງແຮງ.

ທາງດ້ານເສດຖະກິດ ທັງສອງຝ່າຍໄດ້ຢືນຢັນຈະພ້ອມກັນສົມທົບ, ນຳໃຊ້ບັນດາກາລະໂອກາດ ຢ່າງມີປະສິດທິຜົນ ໂດຍສັນຍາການຄ້າເສລີ ຫວຽດນາມ - EU ນຳມາໃຫ້. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີລັດຖະບານ ເຢຍລະມັນສ້າງເງື່ອນໄຂສະດວກໃຫ້ແກ່ການສົ່ງອອກຜະລິດຕະພັນກະເສດ, ສິນໃນນ້ຳ, ຊຸກຍູ້ຄະນະກຳມະການເອີລົບຍົກເລີກ ບັດເຫຼືອງ ສຳລັບສິນໃນນ້ຳຂອງ ຫວຽດນາມ, ພ້ອມທັງສຳເລັດການໃຫ້ສັດຕະຍາບັນສັນຍາປົກປ້ອງການລົງທຶນ ຫວຽດນາມ - EU. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີ ເຢຍລະມັນ ສ້າງເງື່ອນໄຂສະດວກເພື່ອໃຫ້ຫວຽດນາມ ສຳຜັດກັບແຫຼ່ງວັກຊິນໂດຍໄວ ແລະ ຮ່ວມມືມອບໂອນເຕັກໂນໂລຢີຜະລິດວັກຊິນກັບບັນດາບໍລິສັດການຢາຂອງ ເຢຍລະມັນ.

ນາຍົກລັດຖະມົນຕີ ທັງສອງໄດ້ຕີລາຄາສູງ ແລະ ຢັ້ງຢືນຈະສົມທົບກັນຢ່າງແໜ້ນແຟ້ນ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນ ລະຫວ່າງ ສອງປະເທດໃນບັນດາເວທີປາໄສແລະອົງການຈັດຕັ້ງສາກົນ, ເປັນຕົ້ນແມ່ນການພົວພັນລະຫວ່າງ ອາຊຽນ ແລະ EU, ແລກປ່ຽນກ່ຽວກັບບັນຫາທະເລຕາເວັນອອກ, ສອງຝ່າຍ ໄດ້ເນັ້ນໜັກເຖິງການຮັບປະກັນສິດເສລີໃນການເດີນເຮືອ, ການບິນ ຄວາມໝັ້ນຄົງ ແລະ ສັນຕິພາບຢູ່ທະເລຕາເວັນອອກ ແລະ ເນັ້ນໜັກເຖິງການເຄົາລົບກົດໝາຍສາກົນໃນນັ້ນມີ ສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982.

ມອ​ບຫຼຽນ​ກາມິດ​ຕະ​ພາບ​ຂອງຫວຽດ​ນາມ​ໃຫ້​ແກ່​ຊາວ​ເຢຍ​ລະ​ມັນ​ສອງ​ຄົນ ມອ​ບຫຼຽນ​ກາມິດ​ຕະ​ພາບ​ຂອງຫວຽດ​ນາມ​ໃຫ້​ແກ່​ຊາວ​ເຢຍ​ລະ​ມັນ​ສອງ​ຄົນ

ຍສໝ - ​ທີ່​ພິ​ທີ, ທ່ານເອກ​ອັກ​ຄະ​ລັດ​ຖະ​ທູດ ຫງວ​ຽນ​ມິງວູ ໄດ້​ຢັ້ງ​ຢືນ​ວ່າ ​ທ່ານ Siegfried Sommer ແລະທ່ານ Paul Hoffmann ແມ່ນເພື່ອນ​ມິດ​ສະ​ໜິດ​ສະ​ໜົມ, ແທດ​ຈິງ, ສະ​ໜິດ​ຕິດ​ພັນ​ກັບຫວຽດ​ນາມ.

ຫວຽດ​ນາມ ຍາມ​ໃດ​ກໍ່​ການ​ຊຸກ​ຍູ້ ແລະ ເຮັດ​ໃຫ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ກັບ ເຢຍ​ລະ​ມັນ​ເປັນ​ສຳ​ຄັນ ຫວຽດ​ນາມ ຍາມ​ໃດ​ກໍ່​ການ​ຊຸກ​ຍູ້ ແລະ ເຮັດ​ໃຫ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ກັບ ເຢຍ​ລະ​ມັນ​ເປັນ​ສຳ​ຄັນ

ຍ​ສໝ - ທີ່​ການ​ໂອ້​ລົມ​ທາງ​ໂທ​ລະ​ສັບ, ທ່ານ ລັດ​ຖະ​ມົ​ນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ Heiko Maas ໄດ້​ອວຍ​ພອນ ທ່ານ​ລັດ​ຖະ​ມົ​ນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ບຸຍ​ແທັງ​ເຊີນ ເມື່ອ​ດຳ​ລົງ​ຕຳ​ແໜ່ງ​ໃໝ່ ແລະ ທ່ານ​ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ ຂະ​ແໜງ​ການ​ທູດ ຫວຽດ​ນາມ ຈະ​ສືບ​ຕໍ່​ບັນ​ລຸ​ໄດ້​ຜົນ​ສຳ​ເລັດຫຼາຍ​ຢ່າງ​ກ່​ວາ​ອີກ.

ຊາວ​ຫວຽດ​ນາມ ອາ​ໄສ​ຢູ່ ເຢຍ​ລະ​ມັນ​ຕັ້ງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຕໍ່​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XV ຊາວ​ຫວຽດ​ນາມ ອາ​ໄສ​ຢູ່ ເຢຍ​ລະ​ມັນ​ຕັ້ງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຕໍ່​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XV

ຍ​ສ​ໝ - ເມື່ອ​ເຕື້ອງ​ເຖິງ​ບົດ​ບາດ ແລະ ການ​ປະ​ກອບ​ສ່ວນ​ອັນ​ຍິ່ງ​ໃຫຍ່​ຂອງ​ສະ​ພາ​ແຫ່ງ​ຊາດ​ຕໍ່​ການ​ພັດ​ທະ​ນາ​ປະ​ເທດ​ຊາດ, ທ່ານ ສາດ​ສະ​ດາ​ຈານ, ປ.ອ ວິ​ທະ​ຍາ​ສາດ ຫງວຽນ​ຊວັນ​ທິ໊ງ - ປະ​ທານ ເຄືອ​ຂ່າຍ​ປ່ຽນ​ແປງ​ໃໝ່​ຫົວ​ຄິດ​ປະ​ດິດ​ຄິດ​ສ້າງ ຫວຽດ​ນາມ - ເຢຍ​ລະ​ມັນ ຕີ​ລາ​ຄາ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XIV ບັນ​ລຸ​ໄດ້ຫຼາຍ​ຜົນ​ສຳ​ເລ​ັດ​ທີ່​ສຳ​ຄັນ.

vovworld.vn

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.