ໜັງ​ສື​ພິມ ເຢຍ​ລະ​ມັນ ​ລົງ​ບົດ​ຂຽນ​ກ່ຽວ​ກັບ​ຄວາມ​ມາ​ນະ​ພະ​ຍາ​ຍາມ ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ຂອງ ຫວຽດ​ນາມ

17:25 | 31/07/2021

ຢູ່ເມືອງ ຮ່ວານກຽມ ເຊິ່ງເປັນສະຖານທີ່ຕ້ອນຮັບແຂກທ່ອງທ່ຽວ ຢ່າງຫຼວງຫຼາຍ ເປັນປະຈຳ ໃນເວລາກ່ອນເກີດໂລກລະບາດໂຄວິດ - 19, ແຕ່ລະວັນ ຈະສັກວັກຊິນກັນໂຄວິດ - 19 ປະມານ 4000 ໂດສ ໃຫ້ແກ່ປະຊາຊົນຢູ່ສູນສັກວັກຊິນ 7 ແຫ່ງ.

ມອບເຂົ້າ​ແຫ່ງ​ສາຍ​ຈິດ​ມິດ​ໃຈເກຶອບ 1 ລ້ານ​ຄາບໃຫ້​ປະ​ຊາ​ຊົນ​ຜູ້​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ ຍ້ອນ​ໂລກ​ລະ​ບາດ​ໂຄວິດ - 19 ມອບເຂົ້າ​ແຫ່ງ​ສາຍ​ຈິດ​ມິດ​ໃຈເກຶອບ 1 ລ້ານ​ຄາບໃຫ້​ປະ​ຊາ​ຊົນ​ຜູ້​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ ຍ້ອນ​ໂລກ​ລະ​ບາດ​ໂຄວິດ - 19
ເຊື່ອມ​ຊຶມ​ທິດ​ທຳ​ໃຫຍ່ “ຈະ​ແຈ້ງ, ເຂັ້ມ​ງວດ, ໜັກ​ແຟ້ນ, ປະ​ສິດ​ທິ​ຜົນ” ໃນ​ວຽກ​ງານ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ເຊື່ອມ​ຊຶມ​ທິດ​ທຳ​ໃຫຍ່ “ຈະ​ແຈ້ງ, ເຂັ້ມ​ງວດ, ໜັກ​ແຟ້ນ, ປະ​ສິດ​ທິ​ຜົນ” ໃນ​ວຽກ​ງານ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19
ສັກວັກຊິນໃຫ້ແກ່ປະຊາຊົນ (ພາບ: TTXVN)
ສັກວັກຊິນໃຫ້ແກ່ປະຊາຊົນ (ພາບ: TTXVN)

ໜັງສືພິມ Jungewelt ຂອງ ເຢຍລະມັນ (ໂລກຂອງໄວໜຸ່ມ) ຫາກໍ່ລົງບົດຂຽນກ່ຽວກັບເລື່ອງນະຄອນຫຼວງ ຮ່າໂນ້ຍ ເລີ່ມຜັນຂະຫຍາຍການສັກວິກຊິນ ໃຫ້ປະຊາຊົນ ໃນຄວາມມານະພະຍຍາມຍູ້ໂລກລະບາດໂຄວິດ - 19 ໃຫ້ຖອຍໄປໂດຍໄວ. ໃນບົດຂຽນ, ຜູ້ຂຽນ Stefan Kühner ໃຫ້ຮູ້ວ່າ: ອຳນາດການປົກຄອງນະຄອນ ຮ່າໂນ້ຍ ໄດ້ເລີ່ມສັກວັກຊິນກັນໂຄວິດ - 19 ໃຫ້ປະຊາຊົນນະຄອນຫຼວງ. ຢູ່ເມືອງ ຮ່ວານກຽມ ເຊິ່ງເປັນສະຖານທີ່ຕ້ອນຮັບແຂກທ່ອງທ່ຽວ ຢ່າງຫຼວງຫຼາຍ ເປັນປະຈຳ ໃນເວລາກ່ອນເກີດໂລກລະບາດໂຄວິດ - 19, ແຕ່ລະວັນ ຈະສັກວັກຊິນກັນໂຄວິດ - 19 ປະມານ 4000 ໂດສ ໃຫ້ແກ່ປະຊາຊົນຢູ່ສູນສັກວັກຊິນ 7 ແຫ່ງ. ການສັກວັກຊິນ ຈະແກ່ຍາວແຕ່ເດືອນກໍລະກົດ ປີ 2021 ຫາເດືອນເມສາ ປີ 2022 ແລະ ຄາດວ່າຈະມີຜູ້ໃນເກນອາຍຸແຕ່ 18 – 65 ປີ ປະມານ 5,1 ລ້ານຄົນ ໄດ້ຮັບການສັກວັກຊິນ. ປັດຈຸບັນ, ຫວຽດນາມ ໄດ້ນຳໃຊ້ສ່ວນຫຼາຍແມ່ນວັກຊິນຂອງບັນດາບໍລິສັດ AstraZeneca, Moderna ແລະ Sputnik V. ຕາມຜູ້ຂຽນແລ້ວ, ຫວຽດນາມ ໄດ້ຄວບຄຸມໂລກລະບາດໂຄວິດ - 19 ຢ່າງສຳເລັດຜົນໃນໄລຍະເວລາຍາວ. ຮອດຕົ້ນເດືອນພຶດສະພາທີ່ຜ່ານມາ, ຫວຽດນາມ ຢັ້ງຢືນ ມີຈຳນວນຜູ້ຕິດເຊື້ອພະຍາດໂຄສິດ - 19 ພຽງແຕ່ປະມານ 3000 ຄົນ. ເຖິງຢ່າງໃດກໍຕາມ ນັບແຕ່ເດືອນມິຖຸນາ, ຈຳນວນຜູ້ຕິດເຊື້ອພະຍາດໂຄວິດ - 19 ໃໝ່ເພີ່ມຂຶ້ນໂດຍໄວ ແລະ ປັດຈຸບັນ ແມ່ນມີຜູ້ຕິດເຊື້ອພະຍາດຫຼາຍກ່ວາ 100.000 ຄົນແລ້ວ. ອຳນາດການປົກຄອງນະຄອນ ຮ່າໂນ້ຍ ໄດ້ຜັນຂະຫຍາຍບັນດາມາດຕະການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຢ່າງຂ້ຽວຂາດ ເພື່ອສະກັດກັ້ນການແຜ່ລາມຂອງໂລກລະບາດໂຄວິດ - 19.

vovworld.vn

ເຫດການ
302 Found

Found

The document has moved here.