ກະຊວງ ຜທ ຍົກລະດັບຄວາມຮູ້ ວຽກງານສຳເນົາເອກະສານທາງການ

08:10 | 27/03/2021

ການຍົກລະດັບວຽກງານສຳເນົາເອກະສານທາງການ ຈັດຂຶ້ນເປັນຄັ້ງທຳອິດ ໂດຍໄດ້ຮັບກຽດບັນຍາຍ ຈາກນັກວິທະຍາກອນ ຜູ້ທີ່ມີຄວາມຊ່ຽວຊານ ດ້ານວຽກງານເກັບສຳເນົາເອກະສານ ຈາກກົມສຳເນົາເອກະສານແຫ່ງຊາດ ກະຊວງພາຍໃນ.

ກະຊວງ ຜທ ຍ ກລະດ ບຄວາມຮ ວຽກງານສຳເນ າເອກະສານທາງການ ກອງປະຊຸມທາງໄກສອງລັດຖະມົນຕີ ກະຊວງ ປ້ອງກັນປະເທດ ລາວ-ອົດສະຕຣາລີ
ກະຊວງ ຜທ ຍ ກລະດ ບຄວາມຮ ວຽກງານສຳເນ າເອກະສານທາງການ ຍົກລະດັບຄວາມຮູ້ ວຽກງານການວາງແຜນ ແລະ ສ້າງຍຸດທະສາດ ການພັດທະນາເສດຖະກິດແຫ່ງຊາດ
ກະຊວງ ຜທ ຍ ກລະດ ບຄວາມຮ ວຽກງານສຳເນ າເອກະສານທາງການ
ພິທີເປີດຊຸດຝຶກອົບຮົມ (ພາບ: kpl)

ຄະນະຮັບຜິດຊອບວຽກງານສຳເນົາເອກະສານຂອງ ກະຊວງແຜນການ ແລະ ການລົງທຶນ ລາວ ໄດ້ຮັບການຍົກລະດັບຄວາມຮູ້ຄວາມສາມາດ ທາງດ້ານວຽກງານສຳເນົາເອກະສານທາງການ ແນໃສ່ເພື່ອຮັບປະກັນການປົກປັກຮັກສາເອກະສານທາງການໄວ້ເປັນລະບົບ ແລະ ເປັນບ່ອນອີງທາງດ້ານນິຕິກຳໃນໄລຍະຍາວ. ພິທີເປີດຊຸດຝຶກອົບຮົມວຽກງານດັ່ງກ່າວ ຈັດຂຶ້ນໃນວັນທີ 22 ກຸມພາ 2021 ໂດຍການເປັນປະທານຂອງ ທ່ານ ນາງ ຄໍາຈັນ ວົງແສນບູນ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ (ຜທ) ເຊິ່ງການຝຶກອົບຮົມຈະໄດ້ດຳເນີນເປັນເວລາສອງວັນຈຶ່ງສຳເລັດ.

ການຍົກລະດັບວຽກງານສຳເນົາເອກະສານທາງການ ຈັດຂຶ້ນເປັນຄັ້ງທຳອິດ ໂດຍໄດ້ຮັບກຽດບັນຍາຍ ຈາກນັກວິທະຍາກອນ ຜູ້ທີ່ມີຄວາມຊ່ຽວຊານ ດ້ານວຽກງານເກັບສຳເນົາເອກະສານ ຈາກກົມສຳເນົາເອກະສານແຫ່ງຊາດ ກະຊວງພາຍໃນ. ຕະຫລອດໄລຍະຜ່ານມາ, ລັດຖະບານ ກໍຄື ກະຊວງພາຍໃນ ໄດ້ໃຫ້ຄວາມສຳຄັນຕໍ່ກັບວຽກງານສຳເນົາເອກະສານ ເພາະເປັນວຽກງານທີ່ມີຄວາມສຳຄັນຫລາຍ ໃນການຈັດຕັ້ງປະຕິບັດວຽກງານຕົວຈິງຂອງພະນັກງານ ໃນການເປັນເສນາທິການໃຫ້ແກ່ການນຳຂອງກະຊວງ, ທັງເປັນວຽກໜຶ່ງທີ່ມີຄວາມສຳຄັນ ແລະ ຈໍາເປັນຫລາຍ ໃນການປົກປັກຮັກສາເອກະສານທາງການໄວ້ເປັນລະບົບ ແລະ ເປັນບ່ອນອີງທາງດ້ານນິຕິກຳໃນໄລຍະຍາວ, ເຊິ່ງບັນດາເອກະສານສໍາຄັນຕ່າງໆ ນອກຈາກຕ້ອງເກັບສຳນວນເອກະສານໄວ້ນຳກົມກ່ຽວຂ້ອງແລ້ວ ຕ້ອງມີລະບົບສຳເນົາລວມສູນໄວ້ນຳກະຊວງ ເພື່ອສະດວກໃນການຄຸ້ມຄອງ ແລະ ນໍາໃຊ້ໃນໄລຍະຍາວ.

ກະຊວງ ຜທ ຍ ກລະດ ບຄວາມຮ ວຽກງານສຳເນ າເອກະສານທາງການ ສະຖານທູດ ລາວ ປະຈຳ ສສ ຫວຽດນາມ ປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ ຊຸດທີ IX

ສະຖານ​ເອກ​ອັກຄະ​ລັດຖະທູດແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ເປີດ​ພິທີປ່ອນ​ບັດ ​ເລືອກ​ຕັ້ງ​ສະມາ​ຊິກ ສະພາ​ແຫ່ງ​ຊາດ ຊຸດ​ທີ IX ​ຢ່າງ​ເປັນ​ທາງ​ການ ໃນວັນ​ທີ 14 ກຸມພາ ຜ່ານມາ ໂດຍມີ ທ່ານ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ ພ້ອມ​ດ້ວຍ ພະນັກງານສະຖານທູດ ​ແລະ ຄອບຄົວ​, ພະນັກງານ​ຜູ້​ຕາງໜ້າ ປ້ອງກັນຄວາມສະຫງົບ, ຫ້ອງການຜູ້ຕາງໜ້າ ການບິນລາວ ສາຂາຮ່າໂນ້ຍ ແລະ ພົນລະເມືອງລາວ ທີ່ດຳລົງຊີວິດຢູ່ຮ່າໂນ້ຍ ​ເຂົ້າ​ຮ່ວມ.

ກະຊວງ ຜທ ຍ ກລະດ ບຄວາມຮ ວຽກງານສຳເນ າເອກະສານທາງການ ກອງປະຊຸມທາງໄກສອງລັດຖະມົນຕີ ກະຊວງ ປ້ອງກັນປະເທດ ລາວ-ອົດສະຕຣາລີ

ຫ່​ວ​າງ​ແລ້ວນີ້, ທີ່ຫ້ອງປະຊຸມກະຊວງປ້ອງກັນປະເທດແຫ່ງ ສປປ ລາວ ໄດ້ຈັດກອງປະຊຸມທາງໄກ ລະຫວ່າງສອງກະຊວງປ້ອງກັນປະເທດ ລາວ-ອົດສະຕຣາລີ ຂຶ້ນ, ຝ່າຍລາວນໍາໂດຍ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ລັດຖະມົນຕີ ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ແລະ ທ່ານ ນາງ ລິນດາ ເຣນໍ ລັດຖະມົນຕີ ກະຊວງປ້ອງກັນປະເທດອົດສະຕຣາລີ, ພ້ອມດ້ວຍຄະນະທັງສອງຝ່າຍ ...

ກະຊວງ ຜທ ຍ ກລະດ ບຄວາມຮ ວຽກງານສຳເນ າເອກະສານທາງການ ຍົກລະດັບຄວາມຮູ້ ວຽກງານການວາງແຜນ ແລະ ສ້າງຍຸດທະສາດ ການພັດທະນາເສດຖະກິດແຫ່ງຊາດ

ສະຖາບັນຄົ້ນຄວ້າ ພະນັກງານການຄ້າສາກົນ ກະຊວງການຄ້າ ແຫ່ງ ສປ ຈີນ ໄດ້ຈັດຊຸດຝຶກອົບຮົມໄລຍະສັ້ນ ກ່ຽວກັບການວາງແຜນ ແລະ ສ້າງຍຸດທະສາດການພັດທະນາ ເສດຖະກິດແຫ່ງຊາດ ຂອງ ສປປ ລາວ ປະຈຳປີ 2019 ໃຫ້ບັນດາພະນັກງານ-ລັດຖະກອນ ພາຍໃນກະ ຊວງແຜນການ ແລະ ການລົງທຶນ ແລະ ພະແນກການທີ່ກ່ຽວຂ້ອງ ທັງສູນກາງ ແລະ ...

kpl.gov.la/

ເຫດການ
302 Found

Found

The document has moved here.