ຫວຽດນາມ - ຈີນ: ແລກປ່ຽນປະສົບການໃນການຄຸ້ມຄອງສິ່ງແວດລ້ອມ ແລະ ໝູ່ເກາະ ໃນອ່າວພາກເໜືອ

18:30 | 19/09/2021

ຍສໝ - ຕອນເຊົ້າວັນທີ 14 ກັນຍາ, ຢູ່ຮ່າໂນ້ຍ, ກົມໃຫຍ່ທະເລ ແລະ ໝູ່ເກາະຫວຽດນາມ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແລະ ສະຖາບັນມະຫາສະໝຸດ ເລກທີ 3, ກະຊວງຊັບພະຍາກອນທຳມະຊາດ, ສາທາລະນະລັດປະຊາຊົນຈີນ ໄດ້ຮ່ວມກັນຈັດຕັ້ງກອງປະຊຸມ ສຳມະນາ "ແລກປ່ຽນປະສົບການໃນການຄຸ້ມຄອງສິ່ງແວດລ້ອມ ແລະ ນິເວດວິທະຍາຂອງທະເລ ແລະ ໝູ່ເກາະ ໃນອ່າວພາກເໜືອ ລະຫວ່າງຫວຽດນາມ ແລະ ຈີນ" ດ້ວຍຮູບການອອນໄລ.

Army Games 2021: ທີມກອງທັບເຮືອຫວຽດນາມ ຄວ້າໄດ້ຫຼຽນເງິນໃນການແຂ່ງຂັນຊິງ  Army Games 2021: ທີມກອງທັບເຮືອຫວຽດນາມ ຄວ້າໄດ້ຫຼຽນເງິນໃນການແຂ່ງຂັນຊິງ "ຂັນທະເລ”
ທ່ານ​ນາງ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Kamala Harris ເລີ່ມ​ຕົ້ນ​ການ​ເດີນ​ທາງມາ​ຢ້​ຽມ​ຢາມ ຫວຽດ​ນາມ ທ່ານ​ນາງ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Kamala Harris ເລີ່ມ​ຕົ້ນ​ການ​ເດີນ​ທາງມາ​ຢ້​ຽມ​ຢາມ ຫວຽດ​ນາມ

ນີ້ແມ່ນກິດຈະກໍາພາຍໃນຂອບໂຄງການ “ການຮ່ວມມືຄົ້ນຄ້ວາແລກປ່ຽນປະສົບການ ໃນການຄຸ້ມຄອງສິ່ງແວດລ້ອມ ແລະ ໝູ່ເກາະ ໃນອ່າວພາກເໜືອ ລະຫວ່າງ ຫວຽດນາມ ແລະ ຈີນ” ທີ່ຈັດຕັ້ງປະຕິບັດພາຍໃຕ້ສັນຍາວ່າດ້ວຍການຮ່ວມມືຄົ້ນຄວ້າ ແລະ ຄຸ້ມຄອງສິ່ງແວດລ້ອມທະເລ ແລະ ໝູ່ເກາະໃນອ່າວພາກເໜືອ (ຂໍ້ຕົກລົງ) ລົງວັນທີ 13 ຕຸລາ 2013 ລະຫວ່າງກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຫວຽດນາມ ແລະ ກົມຄຸ້ມຄອງມະຫາສະໝຸດແຫ່ງຊາດຈີນ.

ຫວຽດນາມ - ຈີນ: ແລກປ່ຽນປະສົບການໃນການຄຸ້ມຄອງສິ່ງແວດລ້ອມ ແລະ ໝູ່ເກາະ ໃນອ່າວພາກເໜືອ
ທ່ານ ຫງວຽນເກວເລີມ, ຮອງຫົວໜ້າກົມໃຫຍ່ກົມທະເລ ແລະ ໝູ່ເກາະຫວຽດນາມ ກ່າວຄຳເຫັນທີ່ກອງປະຊຸມ. (ພາບ: baotainguyenvamoitruong)

ໃນກອງປະຊຸມນີ້, ທັງສອງຝ່າຍໄດ້ແລກປ່ຽນໝາກຜົນທີ່ບັນລຸໄດ້ຂອງໂຄງການ ກ່ຽວກັບສະພາບຕົວຈິງສິ່ງແວດລ້ອມ ແລະ ນິເວດວິທະຍາຂອງອ່າວພາກເໜືອ ໃນປະຈຸບັນ, ແລະ ຈາກນັ້ນ ກໍ່ໄດ້ສະເໜີວິທີແກ້ໄຂການຄຸ້ມຄອງທີ່ເໝາະສົມ. ທັງສອງຝ່າຍໄດ້ຕົກລົງເປັນເອກະພາບ ແລະ ລາຍງານຕໍ່ການນຳຂັ້ນເທິງຂອງຕົນ ຕາມການສະເໜີຂອງແຕ່ລະຝ່າຍ ກ່ຽວກັບທິດທາງການຮ່ວມມື ແລະ ການຄົ້ນຄວ້າໃນຕໍ່ໜ້າ.

ປະເທດຫວຽດນາມ ໄດ້ສະເໜີ 03 ເນື້ອໃນ: ຄົ້ນຄວ້າສະພາບປັດຈຸບັນ ຂອງສະພາບແວດລ້ອມທາດກຳມັນຕະພາບລັງສີຢູ່ໃນທະເລ ແລະ ຕະກອນຢູ່ພື້ນທະເລໃນອ່າວພາກເໜືອ, ການຮ່ວມມືຄົ້ນຄ້ວາກ່ຽວກັບມົນລະພິດຂີ້ເຫຍື້ອທະເລ ແລະ ມົນລະພິດຢາງໃນເຂດອ່າວພາກເໜືອ; ການຮ່ວມມືດ້ານເຕັກໂນໂລຢິ ເພື່ອຄາດຄະເນນ້ຳຍຶ່ງຂຶ້ນຍ້ອນພະຍຸໃນທະເລ.

ປະເທດຈີນ ໄດ້ສະເໜີ 03 ເນື້ອໃນ: ສ້າງກົນໄກການຮ່ວມມື ໃນການຄຸ້ມຄອງສິ່ງແວດລ້ອມ ແລະ ນິເວດວິທະຍາຂອງອ່າວພາກເໜືອ; ການຮ່ວມມືໃນການອະນຸລັກສິ່ງແວດລ້ອມ ແລະ ລະບົບນິເວດທະເລ ຢູ່ເຂດປ່າຊາຍເລນ ປາກນໍ້າ ບາກລານ; ການຮ່ວມມືໃນການລ້ຽງສິນໃນນ້ຳ.

ໃນໄລຍະຈະມາເຖິງ, ກົມໃຫຍ່ທະເລ ແລະ ໝູ່ເກາະຫວຽດນາມ ປາດຖະໜາຢາກສືບຕໍ່ຮ່ວມມືກັບສະຖາບັນມະຫາສະໝຸດເລກທີ 3 ແລະ ບັນດາອົງການທີ່ກ່ຽວຂ້ອງທີ່ຂຶ້ນກັບກະຊວງຊັບພະຍາກອນທຳມະຊາດ ຈີນ ເພື່ອສືບຕໍ່ແລກປ່ຽນໃນການສ້າງຖານຂໍ້ມູນລວມກ່ຽວກັບການຄຸ້ມຄອງສິ່ງແວດລ້ອມນິເວດວິທະຍາທາງທະເລຢູ່ອ່າວພາກເໜືອໃຫ້ສຳເລັດໂດຍໄວເທົ່າທີ່ຈະໄວໄດ້; ຊຸກຍູ້ການແລກປ່ຽນຄວາມຕ້ອງການ ແລະ ແນວຄວາມຄິດການຮ່ວມມື ແລະ ການຄົ້ນຄ້ວາຢູ່ໃນເຂດອ່າວພາກເໜືອ ສໍາລັບໄລຍະຕໍ່ໄປ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.