ແກ້ໄຂສິ່ງກີດຂວາງໃນດ້ານການຄ້າຜະລິດຕະພັນກະເສດລະຫວ່າງຫວຽດນາມ ແລະຈີນ

06:30 | 29/08/2021

ຍສໝ - ກະຊວງການຕ່າງປະເທດຈະເຮັດວຽກຮ່ວມກັບຝ່າຍຈີນ ເພື່ອແກ້ໄຂບັນຫາສິ່ງກີດຂວາງໃນການປ່ຽນແປງນະໂຍບາຍການຄ້າຊາຍແດນ, ສ້າງກົນໄກທີ່ສະດວກສໍາລັບຜະລິດຕະພັນກະເສດຂອງຫວຽດນາມ.

ຮ່າຢາງ ຈະພັດທະນາການທ່ອງທ່ຽວຜະຈົນໄພ ຢູ່ໃນຮ່ອມເຫວພູ Tu San, ແມ່ນ້ຳ Nho Que ຮ່າຢາງ ຈະພັດທະນາການທ່ອງທ່ຽວຜະຈົນໄພ ຢູ່ໃນຮ່ອມເຫວພູ Tu San, ແມ່ນ້ຳ Nho Que
ປີໃໝ່ Chöl Nam Thmay ມີຄວາມອົບອຸ່ນ, ປຸ້ມລຸມກັນຢູ່ສະຖານທູດລາຊະອານາຈັກກຳປູເຈຍ ປະຈຳຫວຽດນາມ ປີໃໝ່ Chöl Nam Thmay ມີຄວາມອົບອຸ່ນ, ປຸ້ມລຸມກັນຢູ່ສະຖານທູດລາຊະອານາຈັກກຳປູເຈຍ ປະຈຳຫວຽດນາມ

ຕອນບ່າຍວັນທີ 25 ສິງຫາ, ທ່ານຮອງລັດຖະມົນຕີກະຊວງກະສິກຳ ແລະພັດທະນາຊົນນະບົດ ເລກວກແຢວງ ໄດ້ມີການພົບປະກັບທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຫງວຽນມີງຫວູ ກ່ຽວກັບສະພາບການຮ່ວມມືດ້ານກະສິກຳ ລະຫວ່າງຫວຽດນາມ - ຈີນ, ຊີ້ແຈ້ງຄວາມຫຍຸ້ງຍາກ, ສິ່ງກີດຂວາງ ແລະບັນຫາບຸລິມະສິດໃນຂົງເຂດນີ້. ເນື້ອໃນເຫຼົ່ານີ້ຈະຖືກຮວບຮວມເພື່ອກະກຽມໃຫ້ແກ່ກອງປະຊຸມຄະນະກໍາມະການຊີ້ນໍາການຮ່ວມມືສອງຝ່າຍຫວຽດນາມ - ຈີນທີ່ໃກ້ຈະດຳເນີນ.

ແກ້ໄຂສິ່ງກີດຂວາງໃນດ້ານການຄ້າຜະລິດຕະພັນກະເສດລະຫວ່າງຫວຽດນາມ ແລະຈີນ
ທ່ານຮອງລັດຖະມົນຕີກະຊວງກະສິກຳ ແລະພັດທະນາຊົນນະບົດ ເລກວກແຢວງ ໄດ້ມີການພົບປະກັບທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຫງວຽນມີງຫວູ ກ່ຽວກັບສະພາບການຮ່ວມມືດ້ານກະສິກຳ ລະຫວ່າງຫວຽດນາມ - ຈີນ. ພາບ: nongnghiep.vn

ຕາມທ່ານຮອງລັດຖະມົນຕີກະຊວງກະສິກຳ ແລະພັດທະນາຊົນນະບົດ ເລກວກແຢວງ ແລ້ວ, ບັນຫາສິ່ງກີດຂວາງໃຫຍ່ສຸດໃນປະຈຸບັນໃນການສົ່ງອອກຜະລິດຕະພັນກະເສດໄປຍັງຈີນ ແມ່ນນະໂຍບາຍການຄ້າຊາຍແດນຂອງຈີນມີການປ່ຽນແປງເລື້ອຍໆ. ທ່ານຮອງລັດຖະມົນຕີ ເລກວກແຢວງ ຢາກໃຫ້ສອງກະຊວງມີການປະສານງານ ແລະແລກປ່ຽນນຳກັນ ເພື່ອແກ້ໄຂບັນຫານີ້ໃນບັນດາການເຮັດວຽກກັບຈີນໃນໄລຍະຈະມາເຖິງນີ້.

ສ່ວນກະຊວງການຕ່າງປະເທດ, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຫງວຽນມີງຫວູ ຢືນຢັນວ່າ ກະຊວງການຕ່າງປະເທດຈະສົມທົບກັບກະຊວງກະສິກຳ ແລະພັດທະນາຊົນນະບົດ ເພື່ອແກ້ໄຂ, ຊຸກຍູ້ການພັດທະນາຂົງເຂດນີ້. ທ່ານ ຫງວຽນມີງຫວູ ຢາກໃຫ້ສອງກະຊວງ ຍູ້ແຮງກົນໄກແລກປ່ຽນຂໍ້ມູນຂ່າວສານໂດຍຜ່ານການລາຍງານສັງລວມ ແລະຍົກອອກບັນດາຂໍ້ສະເໜີລະອຽດ.

ກະຊວງການຕ່າງປະເທດຈະຊີ້ນຳ ເພື່ອເພີມທະວີການເຊື່ອມຕໍ່ລະຫວ່າງບັນດາຫົວໜ່ວຍ ຂອງສອງກະຊວງໃນໄລຍະຈະມາເຖິງ ເພື່ອເພີ່ມປະສິດທິຜົນໃນການແກ້ໄຂບັນຫາສິ່ງກີດຂວາງໃນດ້ານການຄ້າ. ກະຊວງການຕ່າງປະເທດຈະຄົ້ນຄວ້າການສ້າງແຜນຮ່າງສັງລວມການຮ່ວມມືດ້ານເສດຖະກິດກັບຈີນ.

ກະຊວງການຕ່າງປະເທດຈະເຮັດວຽກຮ່ວມກັບຝ່າຍຈີນ ເພື່ອແກ້ໄຂບັນຫາສິ່ງກີດຂວາງໃນການປ່ຽນແປງນະໂຍບາຍການຄ້າຊາຍແດນ, ສ້າງກົນໄກທີ່ສະດວກສໍາລັບຜະລິດຕະພັນກະເສດຂອງຫວຽດນາມ.

ກວ່າ 41 ຕື້ ໂດລາສະຫະລັດ ແມ່ນຕົວເລກທີ່ເຕັມໄປດ້ວຍຫນ້າປະທັບໃຈກ່ຽວກັບວົງເງິນສົ່ງອອກຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ, ສິນໃນນ້ຳ ຂອງຫວຽດນາມ ໃນປີ 2020. ເປັນຫນ້າສົນໃຈ ນັ້ນແມ່ນມູນຄ່າການສົ່ງອອກເຂົ້າສານເຕີບໂຕຢ່າງແຮງ, ຄາດວ່າ ບັນລຸກວ່າ 3 ຕື້ ໂດລາສະຫະລັດ. ພິເສດ ລາຄາເຂົ້າສານເພີ່ມຂຶ້ນຢ່າງຕໍ່ເນື່ອງ ສ້າງຂີດໝາຍການເຕີບໂຕຢ່າງແຮງໃນປະຫວັດສາດປະມານ 1 ທົດສະຫວັດຂອງສິນຄ້າປະເພດນີ້. ໝາກລີ້ນຈີ່ສົດ ສົ່ງອອກໄປຍັງ ຍີ່ປຸ່ນ ຢ່າງເປັນທາງການຄັ້ງທຳອິດ; ໝາກເງາະ ກໍ່ໄດ້ສົ່ງໄປຂາຍຢູ່ ໄຕ້ຫວັນ (ຈີນ); ກຸ້ງ ແລະ ປາຈາສົ່ງອອກໄປຍັງ ບຣາຊີນ... ອຸດສາຫະກຳປຸງແຕ່ງຜະລິດຕະພັນກະເສດດຶງດູດວິສາຫະກິດຫລາຍແຫ່ງລົງທຶນເຂົ້າກະສິກຳ ໂດຍມີໂຮງຈັກໂຮງງານ 18 ແຫ່ງ ດ້ວຍມູນຄ່ານັບຕື້ ໂດລາສະຫະລັດ ເຊິ່ງໄດ້ລົງທຶນຢູ່ທຸກແຖບຖິ່ນຂອງປະເທດຊາດ.

ໄຊພອນ

ເຫດການ
302 Found

Found

The document has moved here.