ການ​ແຂ່ງ​ຂັນ eSports ລັດ​ເຊຍ - ຫວຽດ​ນາມ 2021 ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ປັບ​ປຸງ​ການ​ຮ່ວມ​ມື​ມະ​ນຸດ​ສະ​ທຳ​ລະ​ຫວ່າງ ສອງ​ປະ​ເທດ

17:17 | 10/09/2021

ຍ​ສ​ໝ - ການ​ແຂ່ງ​ຂັນ eSports ລັດ​ເຊຍ - ຫວຽດ​ນາມ 2021 (WUG2021) ເພື່ອ​ເປົ້າ​ໝາຍ​ທຳ​ການ​ກຸ​ສົນ ໄດ້​ດຳ​ເນີນ​ຢູ່​ສູນ​ Yota Arena ຢູ່​ນະ​ຄອນຫຼວງ ມົດ​ສະ​ກູ ​ໃນ​ທ້າຍ​ອາ​ທິດ​ຜ່ານ​ມາ.

ຫວຽດ​ນາມ ໄດ້​ຮັບ​ການ​ເລືອກ​ຕັ້ງ​ເປັນ​ສະ​ມາ​ຊິກ​ສະ​ພາ​ຂຸດ​ຄົ້ນ​ໄປ​ສະ​ນີໂລກ ອາ​ຍຸ​ການ 2022 – 2025: ຮູບ​ການ​ໃນ​ການ​ສົມ​ທົບ​ຜັນ​ຂະ​ຫຍາຍ​ວຽກ​ງານ​ການ​ພົວພັນຕ່າງປະເທດ ຫວຽດ​ນາມ ໄດ້​ຮັບ​ການ​ເລືອກ​ຕັ້ງ​ເປັນ​ສະ​ມາ​ຊິກ​ສະ​ພາ​ຂຸດ​ຄົ້ນ​ໄປ​ສະ​ນີໂລກ ອາ​ຍຸ​ການ 2022 – 2025: ຮູບ​ການ​ໃນ​ການ​ສົມ​ທົບ​ຜັນ​ຂະ​ຫຍາຍ​ວຽກ​ງານ​ການ​ພົວພັນຕ່າງປະເທດ
ສະ​ເຫຼີ​ມ​ສະຫຼອງ 76 ປີ​ແຫ່ງວັນ​ຊາດ ​ທີ 2 ກັນ​ຍາ: ຊາວ ຫວຽດ​ນາມ ອາ​ໄສ​ຢູ່ ກາ​ນາ​ດາ ແລະ ມາ​ເລ​ເຊຍ ມຸ່ງ​ໄປ​ເຖິງ​ປະ​ເທດ​ຊາດ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ການຕ້ານ​ໂຄວິດ - 19. ສະ​ເຫຼີ​ມ​ສະຫຼອງ 76 ປີ​ແຫ່ງວັນ​ຊາດ ​ທີ 2 ກັນ​ຍາ: ຊາວ ຫວຽດ​ນາມ ອາ​ໄສ​ຢູ່ ກາ​ນາ​ດາ ແລະ ມາ​ເລ​ເຊຍ ມຸ່ງ​ໄປ​ເຖິງ​ປະ​ເທດ​ຊາດ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ການຕ້ານ​ໂຄວິດ - 19.
ການ​ແຂ່ງ​ຂັນ eSports ລັດ​ເຊຍ - ຫວຽດ​ນາມ 2021 ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ປັບ​ປຸງ​ການ​ຮ່ວມ​ມື​ມະ​ນຸດ​ສະ​ທຳ​ລະ​ຫວ່າງ ສອງ​ປະ​ເທດ
ທ່ານ ເຈິ່ງ​ແກງ​ຮຶງ, ເລ​ຂ​າ​​ເອກ​ຂອງສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ລັດ​ເຊຍກ່າວ​ຄຳ​ເຫັນ​ທີ່​ພິ​ທີ (ພາບ: TTXVN)

ການ​ແຂ່ງ​ຂັນ​ສາ​ກົນ​ນີ້​ໄດ້​ຈັດ​ຕັ້ງ​ເພື່ອ​ແນ​ໃສ່​ປະ​ກອບ​ສ່ວນ​ຊ່ວຍ​ເຫຼືອ​ບັນ​ດາ​ນ້ອງ​ນ້ອຍ, ຊາວ​ໜຸ່ມ​ຄົນ​ພິ​ການ, ປັນ​ຍາອ​ອ່ນ ອາດ​ຈ​ະ​ສາມາດເຊື່ອມ​ຕົວ​ເຂົ້າ​ກັບດຳລົງ​ຊີ​ວິດ​ໃນ​ປັດ​ຈຸ​ບັນ ແລະ ສະ​ແດງ​ໃຫ້​ເຫັນ​ທ່າ​ແຮງ​ຂອງ​ຕົນ.

ກ່າວ​ຄຳ​ເຫັນ​ທີ່​ພິ​ທີ, ທ່ານ ເຈິ່ງ​ແກງ​ຮຶງ, ເລ​ຂ​າ​​ເອກ​ຂອງສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ລັດ​ເຊຍ ຢັ້ງ​ຢືນ​ວ່າ ການ​ແຂ່ງ​ຂັນ​ນີ້ິ້​ຈະ​ປະ​ກອບ​ສ່ວນ​ປັບ​ປຸງ​ການ​ພົວ​ພັນ ແລະ ການ​ຮ່ວມ​ມື​ມະ​ນຸດ​ສະ​ທຳ​ລະ​ຫວ່າງ​ສອງ​ປະ​ເທດ ຫວຽດ​ນາມ - ລັດ​ເຊຍ, ພ້ອມ​ທັງ​ດຶງ​ດູດ​ຄວາມ​ສົນ​ໃຈ​ຈາກ​ສັງ​ຄົມ​ໃຫ້​ແກ່​ເດັກ​ນ້ອຍ, ຊາວ​ໜຸ່ມ​ຄົນ​ພິ​ການ ຫຼື ປັນ​ຍາ​ອ່ອນ​ໃຫ້ຫຼາຍ​ກ່​ວາ​ອີກ.

ທ່ານ Nhikolai Nechaev, ການ​ນຳ​ໂຄງ​ການ “World of Unique Gamers”, ຫົວ​ໜ້າ​ຄະ​ນະ​ຈັດ​ຕັ້ງ​ການ​ແຂ່ງ​ຂັນ​ໃຫ້​ຮູ້​ວ່າ ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ​ແມ່ນ​ກາ​ລະ​ໂອ​ກາດ​ທີ່​ດີ​ເພື່ອ​ໃຫ້​ບັນ​ດາ​ຊາວ​ໜຸ່ມ​ພົບ​ປະ, ພົວ​ພັນ​ແລກ​ປ່​ຽນ, ທຳ​ຄວາມ​ລຶ້ງ​ເຄີຍ, ຮ່ວມ​ດຳ​ລົງ​ຊີ​ວິດ ແລະ ແຂ່ງ​ຂັນ​ໃນ​ບັນ​ຍາ​ກາດ​ທີ່​ເປັນ​ມິດ ແລະ ມິດ​ຕະ​ພາບ.

ຕ​າມ​ທ່ານ Nhikolai Nechaev ແລ້ວ, ຄະ​ນະ​ຈັດ​ຕັ້ງ​ກໍ່​ມີ​ຄວາມ​ປາດຖະ​ໜາວ່າ ​ຜ່ານ​ເຫດ​ການຈະ​ໂຄ​ສະ​ນາ​ກ່ຽວ​ກັບ​ການ​ພົວ​ພັນ​ຮ່ວມ​ມື​ອັນ​ດີ​ງາມ​ລະ​ຫວ່າງ ຫວຽດ​ນາມ ແລະ ສະ​ຫະ​ພັນ​ລັດ​ເຊຍ, ກ່ຽວ​ກັບ​ວັດ​ທະ​ນະ​ທຳ​ຫວຽດ​ນາມ, ເພື່ອ​ໃຫ້​ເພື່ອນ​ໜຸ່ມ ລັດ​ເຊຍ ມີ​ຄວາມ​ເຂົ້າ​ໃຈ​ຢ່າງ​ຈະ​ແຈ້ງ​ກ່ຽວ​ກັບ​ມິດ​ຕະ​ພາບ​ລະ​ຫວ່າງ ປະ​ຊາ​ຊົນ​ສອງ​ປະ​ເທດກວ່າອີກ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.