ໂທລະເລກທາງການ ກ່ຽວກັບການສັກຢາກັນພະຍາດໃຫ້ຄົນຕ່າງປະເທດ

15:10 | 14/09/2021

ຍສໝ - ທ່ານນາຍົກລັດຖະມົນຕີຫວຽດນາມ ຝ້າມມີງຈິງ ໄດ້ສົ່ງໂທລະເລກທາງການ ກ່ຽວກັບການສ້າງຕັ້ງສູນຕິດຕໍ່ ແລະ ປະຕິບັດນະໂຍບາຍການສັກຢາກັນພະຍາດໂຄວິດ -19 ໃຫ້ຄົນຕ່າງປະເທດ ທີ່ອາໄສຢູ່ຫວຽດນາມ. ພວກເຮົາຂໍນຳສະເໜີໂທລະເລກທາງການສະບັບເຕັມ.

ການສັກຢາປ້ອງກັນພະຍາດ COVID-19 ໃຫ້ສຳລັບຄົນຈີນ ຢູ່ແຂວງຮ່າຕິ້ງ ແລະ ກວາງບິ່ງ ການສັກຢາປ້ອງກັນພະຍາດ COVID-19 ໃຫ້ສຳລັບຄົນຈີນ ຢູ່ແຂວງຮ່າຕິ້ງ ແລະ ກວາງບິ່ງ
ກະຊວງການຕ່າງປະເທດ ໃຫ້ຖະແຫຼງຂ່າວກ່ຽວກັບແຜນການສັກຢາວັກຊີນປ້ອງກັນ COVID-19 ຂອງຫວຽດນາມ ກະຊວງການຕ່າງປະເທດ ໃຫ້ຖະແຫຼງຂ່າວກ່ຽວກັບແຜນການສັກຢາວັກຊີນປ້ອງກັນ COVID-19 ຂອງຫວຽດນາມ

ປະຈຸບັນ, ການລະບາດຂອງພະຍາດໂຄວິດ -19 ຍັງສືບຕໍ່ຜັນແປຢ່າງສັບສົນ ແລະ ບໍ່ສາມາດຄາດຄະເນໄດ້, ໂດຍສະເພາະ ຢູ່ນະຄອນໂຮ່ຈີມິນ ແລະ ບັນດາແຂວງ, ນະຄອນທາງພາກໃຕ້, ສົ່ງຜົນກະທົບຢ່າງຮ້າຍແຮງບໍ່ພຽງແຕ່ກັບພົນລະເມືອງຫວຽດນາມເທົ່ານັ້ນ, ແຕ່ຍັງສົ່ງຜົນກະທົບກັບພົນລະເມືອງຄົນຕ່າງປະເທດທີ່ອາໄສ ແລະ ເຮັດວຽກຢູ່ຫວຽດນາມອີກດ້ວຍ.

ໂດຍປະຕິບັດຕາມການຊີ້ນຳຂອງພັກ ແລະ ລັດ, ອຳນາດການປົກຄອງທຸກຂັ້ນ ໄດ້ມານະພະຍາຍາມຈັດທຸກແຫຼ່ງກຳລັງ ເພື່ອເບິ່ງແຍງດູແລສຸຂະພາບ ແລະ ຊີວິດການເປັນຢູ່ຂອງປະຊາຊົນ ກໍ່ຄືຄົນຕ່າງປະເທດດ້ວຍຈິດໃຈ “ບໍ່ໃຫ້ໃຜຖືກປະໄວ້ຢູ່ເບື້ອງຫຼັງ”.

ໂທລະເລກທາງການ ກ່ຽວກັບການສັກຢາກັນພະຍາດໃຫ້ຄົນຕ່າງປະເທດ
ໂທລະເລກທາງການ ກ່ຽວກັບການສັກຢາກັນພະຍາດໃຫ້ຄົນຕ່າງປະເທດ. (ພາບປະກອບ)

ເພື່ອສືບຕໍ່ເອົາໃຈໃສ່ ແລະ ຊ່ວຍເຫຼືອຄົນຕ່າງປະເທດ ພ້ອມກັບປະຊາຊົນຫວຽດນາມໃນການຜ່ານຜ່າໂລກລະບາດຢ່າງທັນການ, ນາຍົກລັດຖະມົນຕີ ໄດ້ຮຽກຮ້ອງບັນດາສະຫາຍເລຂາຄະນະພັກແຂວງ, ຄະນະພັກເມືອງ, ປະທານຄະນະກໍາມະການປະຊາຊົນບັນດາແຂວງ, ເມືອງ ທີ່ຂຶ້ນກັບສູນກາງ ສຸມໃສ່ຊີ້ນຳ, ນຳພາການປະຕິບັດວຽກງານປ້ອງກັນ ແລະ ຄວບຄຸມພະຍາດໂຄວິດ -19 ຢ່າງເຂັ້ມງວດ ແລະ ມີປະສິດທິຜົນ, ໃນນັ້ນຕ້ອງເອົາໃຈໃສ່ເຖິງມາດຕະການສະເພາະສຳລັບຄົນຕ່າງປະເທດທີ່ດຳລົງຊີວິດ ແລະ ເຮັດວຽກຢູ່ຫວຽດນາມ ດັ່ງນີ້:

  1. ສະໜອງ ແລະ ເຜີຍແຜ່ສູນຕິດຕໍ່ພົວພັນ 24 ຊົ່ວໂມງຢູ່ໃນເວັບໄຊຂໍ້ມູນຂ່າວສານ, ສື່ສານມວນຊົນ ແລະ ໄປຫາບັນດາສະມາຄົມຄົນຕ່າງປະເທດ ແລະ ອົງການຈັດຕັ້ງຕ່າງປະເທດອື່ນໆ ຢູ່ໃນທ້ອງຖິ່ນໂດຍກົງ (ມີຂໍ້ມູນດ້ວຍພາສາຕ່າງປະເທດທີ່ເໝາະສົມ) ເພື່ອຮັບເອົາຂໍ້ມູນ ແລະ ການສ່ອງແສງຂອງຄົນຕ່າງປະເທດທີ່ອາໄສຢູ່ໃນທ້ອງຖິ່ນ; ເປັນເຈົ້າການໃນການແກ້ໄຂ, ກຽມພ້ອມໜູນຊ່ວຍກໍລະນີສຸກເສີນໃນທັນທີ; ປະສານສົມທົບກັບກະຊວງການຕ່າງປະເທດ, ບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ ແລະ ອົງການຜູ້ຕາງໜ້າຕ່າງປະເທດຂອງບັນດາປະເທດຢູ່ຫວຽດນາມ ເພື່ອແກ້ໄຂບັນຫາສັບສົນທີ່ເກີດຂຶ້ນ; ໃນກໍລະນີທີ່ນອກເໜືອອຳນາດຕັດສິນ ຕ້ອງລາຍງານຕໍ່ນາຍົກລັດຖະມົນຕີ.
  2. ແນະນຳການລົງທະບຽນ ແລະ ການຈັດຕັ້ງການສັກຢາວັກຊີນປ້ອງກັນໂຄວິດ -19 ໃຫ້ຄົນຕ່າງປະເທດຢູ່ໃນທ້ອງຖິ່ນ ໂດຍບໍ່ເສຍຄ່າ ຄືກັບພົນລະເມືອງຫວຽດນາມ, ຮັບປະກັນການເຂົ້າເຖິງທີ່ຍຸຕິທຳ, ບໍ່ຈຳແນກສັນຊາດ, ຮູບແບບການຢູ່ອາໄສ, ວຽກເຮັດງານທຳ... ກະຊວງສາທາລະນະສຸກ ແລະ ຄະນະກຳມະການປະຊາຊົນບັນດາແຂວງ ແລະ ນະຄອນທີ່ຂຶ້ນກັບສູນກາງ ເປັນເຈົ້າການອີງໃສ່ຕົວເລກຂອງວັກຊີນ ແລະ ຈໍານວນຄົນຕ່າງປະເທດຢູ່ໃນທ້ອງຖິ່ນ ເພື່ອນໍາໃຊ້ຂໍ້ກຳນົດຢູ່ໃນຂໍ້ (q) ພາກທີ III.3 ຂອງແຜນການຜັນຂະຫຍາຍບັ້ນສັກຢາວັກຊິນປ້ອງກັນ ໂຄວິດ-19 ປີ 2021 - 2022, ປະກາດຕິດຄັດຕາມຂໍ້ຕົກລົງຂອງລັດຖະມົນຕີກະຊວງສາທາລະນະສຸກ ເລກທີ 3355/QD-BYT ລົງວັນທີ 8 ກໍລະກົດ 2021.

  3. ກະຊວງການຕ່າງປະເທດເປັນເປັນປະທານ, ປະສານສົມທົບກັບຫ້ອງວ່າການລັດຖະບານ ຕິດຕາມຊຸກຍູ້ການຈັດຕັ້ງປະຕິບັດໂທລະເລກທາງການສະບັບນີ້ ແລະ ລາຍງານໃຫ້ນາຍົກລັດຖະມົນຕີຊາບທັນທີກ່ຽວກັບບັນຫາທີ່ເກີດຂຶ້ນ .

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.