ກະຊວງການຕ່າງປະເທດ ໃຫ້ຖະແຫຼງຂ່າວກ່ຽວກັບແຜນການສັກຢາວັກຊີນປ້ອງກັນ COVID-19 ຂອງຫວຽດນາມ

15:08 | 27/03/2021

ຍສໝ - ໂຄສົກກະຊວງການຕ່າງປະເທດ, ທ່ານນາງ ເລຖິທູຮັງ ໄດ້ແບ່ງປັນບາງຂໍ້ມູນທີ່ກ່ຽວຂ້ອງກ່ຽວກັບໂຄງການສັກວັກຊີນປ້ອງກັນ COVID-19 ຂອງຫວຽດນາມ ທີ່ຈະມາເຖິງນີ້.

ປະເທດລາວ ໄດ້ເລີ່ມຕົ້ົ້ນທົດລອງການສັກວັກຊິນ ຕ້ານພະຍາດ COVID – 19
ອາ​ຊຽນ​ຮ່ວມ​ແຮງ​ຮ່ວມ​ໃຈ​ປ້ອງ​ກັນ​ຕ້ານ​ໂລກ​ລະ​ບາດ Covid – 19

ໃນວັນທີ່ 26 ມີນາ, ຕອບຄຳຖາມຈາກນັກຂ່າວ Sputnik ກ່ຽວກັບແຜນການສັກຢາວັກຊີນປ້ອງກັນ COVID-19 ຂອງຫວຽດນາມທີ່ຈະມາເຖິງ, ທ່ານນາງ ໂຄສົກກະຊວງການຕ່າງປະເທດຫວຽດນາມ ເລຖິທູຮັງ ໄດ້ກ່າວວ່າ:

ກ່ອນອື່ນໝົດ, ຂໍສະແດງຄວາມຍິນດີ ກັບສະຫະພັນຣັດເຊຍ ສຳລັບການຜະລິດວັກຊີນປ້ອງກັນ ແລະ ຕ້ານພະຍາດ COVID-19 ທີ່ປະສົບຜົນສຳເລັດ ແລະ ການເຜີຍແຜ່ໃຫ້ປະຊາຊົນທົ່ວໄປ.

ກະຊວງການຕ່າງປະເທດ ໃຫ້ຖະແຫຼງຂ່າວກ່ຽວກັບແຜນການສັກຢາວັກຊີນປ້ອງກັນ COVID-19 ຂອງຫວຽດນາມ
ໂຄສົກກະຊວງການຕ່າງປະເທດ, ທ່ານນາງ ເລຖິທູຮັງ. (ພາບ: baoquocte)

ເພື່ອຮັບປະກັນການຄຸ້ມຄອງສູງ, ການສັກຢາປ້ອງກັນທີ່ປອດໄພ ແລະ ການປະຊິດເຂົ້າເຖິງປະຊາຊົນຢ່າງເທົ່າທຽມກັນ, ລັດຖະບານຫວຽດນາມ ໄດ້ອອກມະຕິເລກທີ 21 ໃນວັນທີ 26 ກຸມພາ 2021 ວ່າດ້ວຍ ການຊື້ ແລະ ນຳໃຊ້ວັກຊີນປ້ອງກັນແລະ ຕ້ານພະຍາດ COVID-19, ໃນນັ້ນ ມີ 9 ກຸ່ມເປົ້າໝາຍຍັງໄດ້ຮັບບຸລິມະສິດ ສຳລັບການສັກວັກຊີນໂດຍການຊີ້ນຳຂອງກະຊວງສາທາລະນະສຸກ.

ອີງຕາມມະຕິສະບັບນີ້, ຜູ້ທີ່ໄດ້ຮັບຜົນປະໂຫຍດບຸລິມະສິດ ໃນການສັກຢາວັກຊີນປ້ອງກັນແລະ ຕ້ານພະຍາດ COVID-19 ກ່ອນ ແມ່ນຜູ້ທີ່ຢູ່ດ້ານໜ້າໃນການປ້ອງກັນພະຍາດ: ພະນັກງານການທູດຫວຽດນາມສົ່ງໄປຕ່າງປະເທດ, ພະນັກງານຂະແໜງການພາສີ, ພະນັກງານຂະແໜງການທີ່ກວດຄົນເຂົ້າເມືອງ; ຄູອາຈານ, ປະຊາຊົນທີ່ເຮັດວຽກຢູ່ໃນສະຖາບັນການສຶກສາ ແລະ ການຝຶກອົບຮົມ; ຄົນທີ່ເຮັດວຽກຢູ່ໃນໜ່ວຍງານຕ່າງໆ ຈະສຳຜັດກັບຫຼາຍຄົນ; ຄົນທີ່ເປັນພະຍາດຊຳເຮື້ອ, ຜູ້ສູງອາຍຸຫຼາຍກວ່າ 65 ປີ; ປະຊາຊົນທີ່ອາໃສຢູ່ໃນເຂດໂລກລະບາດ; ຜູ້ທຸກຍາກ, ຜູ້ທີ່ໄດ້ຮັບຜົນປະໂຫຍດດ້ານນະໂຍບາຍສັງຄົມ; ຜູ້ທີ່ໄດ້ສົ່ງໄປເຮັດວຽກ ຫຼື ໄປຮຽນຕ່າງປະເທດ ໂດຍອົງການທີ່ມີອຳນາດຕັດສິນ, ແລະ ບັນດາເປົ້າໝາຍທີ່ແນະນຳ ແລະ ກຳນົດໂດຍກະຊວງສາທາລະນະສຸກ ໂດຍອີງໃສ່ຄວາມຕ້ອງການ ແລະ ການຕັດສິນໃຈຂອງເຂົາເຈົ້າ.

ກະຊວງການຕ່າງປະເທດ ໃຫ້ຖະແຫຼງຂ່າວກ່ຽວກັບແຜນການສັກຢາວັກຊີນປ້ອງກັນ COVID-19 ຂອງຫວຽດນາມ
(ພາບປະກອບ: VOV)

“ພວກເຮົາ ຍັງໄດ້ຮັບຂໍ້ມູນຈາກໂຄງການສັກຢາກັນພະຍາດທົ່ວປະເທດ ທີ່ໄດ້ເລີ່ມປະຕິບັດຈັດຕັ້ງແຕ່ວັນທີ 21 ມີນານີ້, ປະຊາຊົນໄດ້ຮັບການສັກຢາປ້ອງກັນມີຈຳນວນຫຼາຍກວ່າ 35,000 ຄົນ.” - ທ່ານນາງ ໂຄສົກກະຊວງການຕ່າງປະເທດຫວຽດນາມ ເລຖິທູຮັງ ໄດ້ໃຫ້ຮູ້.

ອາ​ຊຽນ​ຮ່ວມ​ແຮງ​ຮ່ວມ​ໃຈ​ປ້ອງ​ກັນ​ຕ້ານ​ໂລກ​ລະ​ບາດ Covid – 19

ຍ​ສ​ໝ - ບັນ​ດາ​ຜູ້​ແທນ​ໄດ້​ກວດ​ກາ​ຄວາມ​ຄືບ​ໜ້າ​ການ​ປະ​ຕິ​ບັດ​ບັນ​ດາ​ຂໍ້​ລິ​ເລີ່ມ​ຂອງ ອາ​ຊຽນ​ໃນ​ການ​ຮັບ​ມື ກັບ​ໂລກ​ລະ​ບາດ ໂຄວິດ - 19. ຕາມ​ນັ້ນ​ແລ້ວ, ກອງ​ທຶນ ອາ​ຊຽນ​ຮັບ​ມື​ກັບ​ໂລກ​ລະ​ບາ​ດ - 19 ໄດ້​ສ້າງ​ຕັ້ງ​ຂຶ້ນ​ທີ່ກອງ​ປະ​ຊຸມ​ສຸດ​ຍອດ ອາ​ຊຽນ 36 ໄດ້​ຮັບ​ຄຳ​ໝັ້ນ​ສັນ​ຍາ​ປະ​ກອບ​ເງິນ​ເປັນ​ຈຳ​ນວນ​ກ່​ວາ 10 ລ້ານ USD ຈາກ​ບັນ​ດາ​ປະ​ເທດ​ອາ​ຊຽນ ແລະ ຄູ່​ຮ່ວມ​ມື

ໂລກໄດ້ຢັ້ງຢຶນມີຜູ້ຕິດເຊື້ອພະຍາດ Covid – 19 ສະສົມທັງໝົດ ກ່ວາ 48.411.300 ຄົນ, ໃນນັ້ນມີ ຜູ້ເສຍຊີວິດ 1.230.099 ຄົນ

ອາເມລິກາ ຍັງຄົງແມ່ນປະເທດທີ່ໄດ້ຮັບຜົນສະທ້ອນຢ່າງໜັກໜ່ວງທີ່ສຸດດ້ວຍຈຳນວນຜູ້ຕິດເຊື້ອພະຍາດ Covid – 19 ແມ່ນ 9.798.764 ຄົນ, ໃນນັ້ນມີຜູ້ເສຍຊີວິດ 239.810 ຄົນ.

ຜ່ານ​ຜ່າ​ຜົນ​ກະ​ທົບ​ຈາກ​ໂລກ​ລະ​ບາດ Covid – 19 ເພື່ອ​ຟື້​ນ​ຟູ​ ແລະ ພັດ​ທະ​ນາ​ເສດ​ຖະ​ກິດ

ຍ​ສ​ໝ - ​ທີ່ກອງ​ປະ​ຊຸມ​ສຳ​ມະ​ນາ, ບັນ​ດາ​ຜູ້​ແທນ​ໄດ້​ຕີ​ລາ​ຄ​າ​ວ່າ ໂລກ​ລະ​ບາດ Covid – 19 ພວມ​ມີ​ການ​ຜັນ​ແປ​ຢ່າງ​ສັບ​ສົນ​ຢູ່​ລະ​ດັບ​ທີ່​ແຕກ​ຕ່າງ​ກັນ​ລະ​ຫວ່າງ ບັນ​ດາ​ປະ​ເທດ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.