ຮັບປະກັນການຮຽນ-ການສອນທີ່ເອື້ອອຳນວຍໃນສະພາບການລະບາດຂອງພະຍາດ COVID-19

06:26 | 11/09/2021

ຍສໝ - ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ໃຫ້ຂໍ້ສັງເກດວ່າ ກະຊວງສຶກສາ ແລະ ບຳລຸງສ້າງຕ້ອງຫຼຸດເວລາຂອງຫຼັກສູດລົງໃນເວລາຈັດຕັ້ງປະຕິບັດການຮຽນ - ການສອນຜ່ານທາງໂທລະພາບ.

ສາທາລະນະລັດເຊັກ ໂອນວັກຊີນ​ກັນ COVID -19  500,000 ໂດສ ໃຫ້ແກ່ຫວຽດນາມ ສາທາລະນະລັດເຊັກ ໂອນວັກຊີນ​ກັນ COVID -19 500,000 ໂດສ ໃຫ້ແກ່ຫວຽດນາມ
ປະເທດລາວ ໄດ້ເລີ່ມຕົ້ົ້ນທົດລອງການສັກວັກຊິນ ຕ້ານພະຍາດ COVID – 19 ປະເທດລາວ ໄດ້ເລີ່ມຕົ້ົ້ນທົດລອງການສັກວັກຊິນ ຕ້ານພະຍາດ COVID – 19
ຮັບປະກັນການຮຽນ-ການສອນທີ່ເອື້ອອຳນວຍໃນສະພາບການລະບາດຂອງພະຍາດ COVID-19
ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ. ພາບ: TTXVN

ຕອນບ່າຍວັນທີ 8 ກັນຍາ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ເປັນປະທານກອງປະຊຸມກັບກະຊວງສຶກສາ ແລະບຳລຸງສ້າງ, ສະມາຄົມສົ່ງເສີມການສຶກສາຫວຽດນາມ, ຜູ້ຕາງໜ້າວິທະຍຸ, ໂທລະພາບ, ຊ່ອງໂທລະພາບສູນກາງ… ປຶກສາຫາລືວິທີແກ້ໄຂເພື່ອຍູ້ແຮງການສອນດ້ວຍທາງໂທລະພາບສໍາລັບກຸ່ມນັກຮຽນທີ່ມີຄວາມຫຍຸ້ງຍາກ ແລະບໍ່ມີເງື່ອນໄຂສໍາລັບການຮຽນອອນລາຍ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ເນັ້ນໜັກວ່າ: ຕ້ອງຍູ້ແຮງການປ່ຽນແປງໃໝ່ດ້ານການສຶກສາຕື່ມອີກ, ໃນນັ້ນມີການຫັນເປັນດີຈີຕອນ. ສຳລັບທ້ອງຖິ່ນທີ່ບໍ່ສາມາດຈັດການຮຽນໂດຍກົງແມ່ນຕ້ອງນຳໃຊ້ວິທີການສອນທັງທາງອອນລາຍແລະໂທລະພາບ. ການໜູນຊ່ວຍທີ່ດີທີ່ສຸດສໍາລັບການຮຽນອອນລາຍແມ່ນໂທລະພາບ, ພວກເຮົາຕ້ອງຍູ້ແຮງການສຶກສາຜ່ານທາງໂທລະພາບ. ການສຶກສາຕ້ອງກະຈາຍຄື້ນໄປເຖິງທຸກໆເປົ້າໝາຍ.

ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ໃຫ້ຂໍ້ສັງເກດວ່າ ກະຊວງສຶກສາ ແລະ ບຳລຸງສ້າງຕ້ອງຫຼຸດເວລາຂອງຫຼັກສູດລົງໃນເວລາຈັດຕັ້ງປະຕິບັດການຮຽນ - ການສອນຜ່ານທາງໂທລະພາບ. ບັນດາກະຊວງ ແລະຂະແໜງການຕ້ອງມີບັນດາລາຍການລະດົມແຫຼ່ງຊັບພະນາກອນລວມ, ບໍລິຈາກອຸປະກອນການຮຽນໃຫ້ ນັກຮຽນ ໃນໄລຍະທີ່ມີການລະບາດ.

ໄຊພອນ

ເຫດການ
302 Found

Found

The document has moved here.