ເປີດຕົວປຶ້ມຄູ່ມືອີເລັກໂທຣນິກ ກ່ຽວກັບການປ້ອງກັນຕ້ານ COVID-19

18:00 | 05/09/2021

ຍສໝ - ປື້ມຄູ່ມືເອເລັກໂທຣນິກສະບັບທໍາອິດ ກ່ຽວກັບການປ້ອງກັນຕ້ານ COVID-19 ໂດຍກະຊວງຖະແຫຼງຂ່າວ ແລະ ການສື່ສານ ພ້ອມກັບກະຊວງສາທາລະນະສຸກ ໄດ້ເປີດຕົວສູ່ມວນຊົນຢູ່ທີ່ເວັບໄຊ covid19.mic.gov.vn

ປະເທດລາວ ໄດ້ເລີ່ມຕົ້ົ້ນທົດລອງການສັກວັກຊິນ ຕ້ານພະຍາດ COVID – 19 ປະເທດລາວ ໄດ້ເລີ່ມຕົ້ົ້ນທົດລອງການສັກວັກຊິນ ຕ້ານພະຍາດ COVID – 19
63 ມື້ແລ້ວທີ່ ຫວຽດນາມບໍ່ພົບຜູ້ຕິດເຊື້ອພະຍາດ Covid – 19 ໃໝ່ໃນຊຸມຊົນ 63 ມື້ແລ້ວທີ່ ຫວຽດນາມບໍ່ພົບຜູ້ຕິດເຊື້ອພະຍາດ Covid – 19 ໃໝ່ໃນຊຸມຊົນ

ປື້ມຄູ່ມືເອເລັກໂທຣນິກກ່ຽວກັບການປ້ອງກັນ ແລະ ຄວບຄຸມ COVID-19 ມີ 4 ພາກສ່ວນໃຫຍ່ ຄື: ຂໍ້ມູນ, ເອກະສານ, ການໂຄສະນາເຜີຍແຜ່ ແລະ ເຕັກໂນໂລຢີ; ສັງລວມຂໍ້ມູນ, ຮູບພາບ, ເອກະສານ ແລະ ເຕັກໂນໂລຢີ ກ່ຽວກັບການປ້ອງກັນ ແລະ ຄວບຄຸມ COVID-19.

ກະຊວງຖະແຫຼງຂ່າວ ແລະ ການສື່ສານ ພ້ອມກັບກະຊວງສາທາລະນະສຸກຫວັງວ່າ ປຶ້ມຄູ່ມືດັ່ງກ່າວ ຈະຊ່ວຍໃຫ້ສຳນັກງານ, ອົງການຈັດຕັ້ງ, ວິສາຫະກິດ ແລະ ບຸກຄົນ ຈະສາມາດຊອກຄົ້ນຫາມາດຕະການປ້ອງກັນການລະບາດຂອງພະຍາດທາງອອນໄລໄດ້ຢ່າງງ່າຍດາຍ.

ເປີດຕົວປຶ້ມຄູ່ມືອີເລັກໂທຣນິກ ກ່ຽວກັບການປ້ອງກັນຕ້ານ COVID-19
ເປີດຕົວປຶ້ມຄູ່ມືອີເລັກໂທຣນິກ ກ່ຽວກັບການປ້ອງກັນຕ້ານ COVID-19.

ປື້ມຄູ່ມືສະໜອງຄໍາແນະນໍາໂດຍກົງ, ເຂົ້າໃຈງ່າຍໃນຮູບແບບ infographics, ວິດີໂອກ່ຽວກັບຫຼັກການ 5K, ຄໍາແນະນໍາສໍາລັບການລ້າງມື ແລະໃສ່ໜ້າກາກຢ່າງຖືກຕ້ອງ, 10 ຂໍ້ຄວນໃສ່ໃຈສໍາລັບ F1 ໃນເວລາແຍກປ່ຽວທາງການແພດຢູ່ເຮືອນ, 9 ມາດຕະການ ເພື່ອປ້ອງກັນການລະບາດຂອງພະຍາດໃນຊຸມຊົນ, ມາດຖານການຄຸ້ມຄອງຢູ່ບ້ານ ສໍາລັບຄົນທີ່ຕິດເຊື້ອ COVID-19, ແນະນໍາຄົນທີ່ຕິດເຊື້ອ COVID-19 ໃຫ້ຕິດຕາມສຸຂະພາບຂອງເຂົາເຈົ້າຢູ່ເຮືອນ... ;

ສະເໜີ ແລະ ຄໍາແນະນໍາກ່ຽວກັບການແຈ້ງອາການສຸຂະພາບທາງການແພດ, ການຄວບຄຸມການເຂົ້າ-ອອກ ໂດຍການສະແກນ QR Code, ໜູນຊ່ວຍການຊົ້ນຫາຜູ້ຕິດເຊື້ອ, ຄຸ້ມຄອງການແຍກປ່ຽວ, ຄຸ້ມຄອງການກວດວິເຄາະຫາເຊື້ອ ແລະ ຄຸ້ມຄອງການສັກຢາກັນພະຍາດ COVID-19 ...

ປະຊາຊົນທຸກຄົນສາມາດປະກອບເນື້ອໃນເຂົ້າໃນປື້ມຄູ່ມືອີເລັກໂຕຣນິກ ໂດຍການສົ່ງຄໍາຄິດເຫັນ ແລະ ເນື້ອໃນປະກອບສ່ວນທາງອອນໄລ ແລ້ວສົ່ງຫາທີ່ຢູ່ເວັບໄຊ covid19.mic.gov.vn.

ປື້ມຄູ່ມືເອເລັກໂຕຣນິກ ກ່ຽວກັບການປ້ອງກັນ ແລະ ຄວບຄຸມພະຍາດ COVID-19 ຈະສືບຕໍ່ເພີ່ມເຕີມ ແລະ ເຮັດໃຫ້ສຳເລັດສົມບູນ ເພື່ອກາຍເປັນເວັບໄຊທີ່ບໍ່ອາດຂາດໄດ້ຂອງປະຊາຊົນ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.