ຄ​ະ​ນະ​ປະ​ຕິ​ບັດ​ງານ​ຂອງ ລັດ​ຖະ​ບານ, ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ລົງ​ຢ້ຽມ​ຢາມ ຢູ່​ໂຮງ​ໝໍເສ​ນາ​ຮັກ 175

16:38 | 26/08/2021

ຍ​ສ​ໝ - ​ຕອນ​ເຊົ້າ​ວັນ​ທີ 24 ສິງ​ຫາ, ທ່ານຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ວັນ​ແທັງ ແລະ ທ່ານ​ພົນ​ເອກ ຟານ​ວັນ​ຢາງ, ລັດ​ຖະ​ມົນ​ຕີ​ກະ​ຊ​ວງ​ປ້ອງ​ກັນ​ປະ​ເທດ ໄດ້​ໄປ​ຢ້​ຽມ​ຢາມ, ເປັນ​ກຳ​ລັງໃຈ​ໃຫ້​ແກ່​ກຳ​ລັງ​ແພດ​ໝໍ, ພະ​ນັກ​ງານ, ນັກ​ຮົບ​ຢູ່​ແນວ​ໜ້າ​ໃນ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ຢູ່​ໂຮງ​ໝໍ​ເສ​ນາ​ຮັກ 175 (ເມືອງ ງໍ​ເວິບ, ນະ​ຄອນ​ໂຮ່​ຈີ​ມິນ).

ຮັບ​ວັກ​ຊິນ​ກັນ​ໂຄວິດ - 19 200.000 ໂດ​ສ ໂດຍ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຈີ​ນ ມອບ​ໃຫ້ ຮັບ​ວັກ​ຊິນ​ກັນ​ໂຄວິດ - 19 200.000 ໂດ​ສ ໂດຍ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຈີ​ນ ມອບ​ໃຫ້
ນັບ​ແຕ່​ວັນ​ທີ 23 ສິງ​ຫາ, ນະ​ຄອນ​ໂຮ່​ຈີ​ມິນ​ຈະ​ປະ​ຕິ​ບັດ “ຜູ້​ໃດ​ຢູ່​ໃສ​ກໍ່​ຢູ່ບ່ອນ​ນັ້້ນ” ຢ່າງ​ເຂັ້ມ​ງວດ ນັບ​ແຕ່​ວັນ​ທີ 23 ສິງ​ຫາ, ນະ​ຄອນ​ໂຮ່​ຈີ​ມິນ​ຈະ​ປະ​ຕິ​ບັດ “ຜູ້​ໃດ​ຢູ່​ໃສ​ກໍ່​ຢູ່ບ່ອນ​ນັ້້ນ” ຢ່າງ​ເຂັ້ມ​ງວດ
ຄ​ະ​ນະ​ປະ​ຕິ​ບັດ​ງານ​ຂອງ ລັດ​ຖະ​ບານ, ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ລົງ​ຢ້ຽມ​ຢາມ ຢູ່​ໂຮງ​ໝໍເສ​ນາ​ຮັກ 175
ຄະ​ນະ​ປະ​ຕິ​ບັດ​ງານ​ຂອງ​ລັດ​ຖະ​ບານ​ລົງ​ຢ້ຽມ​ຢາມ ຢູ່​ໂຮງ​ໝໍເສ​ນາ​ຮັກ 175 (ພາບ: nhandan.vn)

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ວັນ​ແທັງ ໄດ້​ຍ້ອງ​ຍໍ​ຊົມ​ເຊີຍ​ກຳ​ລັງ​ທະ​ຫານ​ເວົ້າ​ລວມ, ເສ​ນາ​ຮັກ​ເວົ້າ​ສະ​ເພາະ ໃນ​ນັ້ນ​ມີ​ໂຮງ​ໝໍ​ເສ​ນາ​ຮັກ 175 ທີ່ໄດ້​ເປັນ​ກຳ​ລັງ​ຕະ​ລຸມບອນ​ນຳ​ໜ້າ​ໃນ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ, ຕີ​ລາ​ຄາ​ສູງ​ການ​ເປັນ​ເຈົ້າ​ການ, ຜັນ​ຂະ​ຫຍາຍ​ຢ່າງ​ຄົບ​ຊຸດ, ຈັດສົ່ງ​ບັນ​ດາ​ກຳ​ລັງ​ໄປຍັງ​ນະ​ຄອນ​ໂຮ່​ຈີ​ມິນ ເຂົ້າ​ຮ່ວມ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ.

ທ່ານ​ ເລ​ວັນ​ແທັງ ໄດ້​ຮຽກ​ຮ້ອງ​ໃຫ້​ບັນ​ດາ​ພະ​ນັກ​ງາ​ໜ, ນັກຮົບ​ປະ​ຕິ​ບັດ​ໜ້າ​ທີ່​ຮັກ​ສາ​ຄວາມ​ໝັ້ນ​ຄົງ​, ຄວາມ​ປອດ​ໄພ ແລະ ຮັບ​ປະ​ກັນ​ທັນ​ຍະ​ຫານ, ສະ​ບ​ຽງ​ອາ​ຫານ​ໃຫ້​ແກ່​ປະ​ຊາ​ຊົນ​ຢູ່​ເຂດ​ເກີດ​ໂລກ​ລະ​ບາດ​ໂຄວິດ - 19 ໃຫ້​ເປັນ​ຢ່າງ​ດີ, ຈຳ​ກັດຄວາມ​ສ່ຽງ​ຕິດ​ເຊື້ອ​ຢູ່​ລະ​ດັບ​ຕ່ຳ​ສຸດ ​ເພື່ອ​ຮັກ​ສາ​ກຳ​ລັງ​ເຂົ້າ​ຮ່ວມ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ.

ແລະ​ກໍ່​ໃນ​ວັນ​ດ​ຽວ​ກັນ, ຄ​ະ​ນະ​ປະ​ຕິ​ບັດ​ງານ​ຂອງ​ລັດ​ຖະ​ບານ, ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ໄດ້​ລົງ​ຢ້ຽມ​ຢາມ, ກວດ​ກາ ແລະ ລະ​ດົມ​ພະ​ນັກ​ງານ, ນັກ​ຮົບ​ທີ່​ພວມ​ປະ​ຕິ​ບັດ​ໜ້າ​ທີ່​ຢູ່​ປ້ອມ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ ແລະ ບັນ​ດາ​ຈຸດໜູນ​ຊ່ວຍ​ສັງ​ຄົມໂດຍ​ດ່ວນ​ໃນ​ບໍ​ລິ​ເວນ​ເມືອງ ບິ່ງ​ເຕີນ, ນະ​ຄອນ​ໂຮ່​ຈີ​ມິນ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.