ຊຸມຊົນຊາວຫວຽດນາມຢູ່ຕ່າງປະເທດ ຮ່ວມມືສະໜັບສະໜູນກອງທຶນວັກຊີນພະຍາດ COVID-19

12:51 | 16/06/2021

ຍສໝ - ສະຖານທູດຫວຽດນາມ ປະຈຳບັນດາປະເທດປະຈຳຖິ່ນ ໄດ້ເປີດການປຸກລະດົມບໍລິຈາກ; ຜູ້ຕາງໜ້າບັນດາສະມາຄົມຊາວຫວຽດນາມຢູ່ຕ່າງປະເທດ ແລະ ບຸກຄົນທີ່ມຸ່ງໜ້າ ສູ່ບ້ານເກີດເມືອງນອນຂອງຕົນ, ໄດ້ມາເຖິງສະຖານທູດ ເພື່ອປະກອບສ່ວນ ແລະ ສະໜັບສະໜູນກອງທຶນການສັກຢາປ້ອງກັນພະຍາດ COVID-19 ຢູ່ຫວຽດນາມ ...

ປະຊາຄົມຊາວຫວຽດນາມ ຢູ່ສາທາລະນະລັດເຊັກ ໄດ້ສະໜັບສະໜູນກອງທຶນສັກຢາວັກຊີນ COVID-19 ປະຊາຄົມຊາວຫວຽດນາມ ຢູ່ສາທາລະນະລັດເຊັກ ໄດ້ສະໜັບສະໜູນກອງທຶນສັກຢາວັກຊີນ COVID-19
ອາ​ຊຽນ​ຮ່ວມ​ແຮງ​ຮ່ວມ​ໃຈ​ປ້ອງ​ກັນ​ຕ້ານ​ໂລກ​ລະ​ບາດ Covid – 19 ອາ​ຊຽນ​ຮ່ວມ​ແຮງ​ຮ່ວມ​ໃຈ​ປ້ອງ​ກັນ​ຕ້ານ​ໂລກ​ລະ​ບາດ Covid – 19

ຫວ່າງແລ້ວນີ້, ສະຖານທູດຫວຽດນາມ ປະຈຳອີຢີບ ໄດ້ຈັດຕັ້ງການບໍລິຈາກ ເພື່ອສະໜັບສະໜູນກອງທຶນສັກຢາວັກຊີນ COVID-19 ຢູ່ຫວຽດນາມ ດ້ວຍການເຂົ້າຮ່ວມຂອງພະນັກງານ, ລັດຖະກອນທັງໝົດ ຂອງສະຖານທູດ ແລະ ບັນດາອົງການໃກ້ຄຽງຂອງສະຖານທູດ.

ທີ່ພິທີເປີດການປຸກລະດົມ, ທ່ານເອກອັກຄະລັດຖະທູດ ເຈີນແທັງກົງ ໄດ້ສະເໜີໃຫ້ພະນັກງານ, ລັດຖະກອນທຸກຄົນຂອງອົງການຜູ້ຕາງໜ້າ ແລະ ປະຊາຄົມຊາວຫວຽດນາມ ສືບຕໍ່ເປັນເອກະພາບ, ຮັກສາຈິດໃຈຂອງການປ້ອງກັນຕ້ານພະຍາດລະບາດ ແລະ ຮັກສາສຸຂະພາບ, ພ້ອມກັນນັ້ນຮ່ວມມືກັບທົວປະເທດເຂົ້າຮ່ວມໃນການຕໍ່ສູ້ພະຍາດ COVID-19.

ຊຸມຊົນຊາວຫວຽດນາມຢູ່ຕ່າງປະເທດ ຮ່ວມມືສະໜັບສະໜູນກອງທຶນວັກຊີນພະຍາດ COVID-19
ສະຖານທູດຫວຽດນາມ ປະຈຳອີຢີບ ໄດ້ຈັດຕັ້ງການບໍລິຈາກ ເພື່ອສະໜັບສະໜູນກອງທຶນສັກຢາວັກຊີນ COVID-19.

ຢູ່ປະເທດເຢຍລະມັນ, ຫຼາຍສະມາຄົມ ແລະ ບຸກຄົນຫວຽດນາມ ພ້ອມດ້ວຍໝູ່ເພື່ອນເຢຍລະມັນ ໄດ້ບໍລິຈາກ ແລະ ສະໜັບສະໜູນ, ເພື່ອຮ່ວມແຮງຮ່ວມໃຈກັນ ໃນການປ້ອງກັນ ແລະ ຄວບຄຸມການລະບາດຂອງພະຍາດ COVID-19 ຢູ່ຫວຽດນາມ. ໃນວັນທີ 8 ມິຖຸນາ, ຜູ້ຕາງໜ້າ ສະໂມສອນສິລະປະ ແລະ ວັດທະນະທຳເດືອນຕຸລາ ໄດ້ໄປມາສະຖານທູດຫວຽດນາມ ປະຈຳເຢຍລະມັນ ເພື່ອມອບເງິນບໍລິຈາກຈຳນວນ 2.150 ເອີໂຣ ໃຫ້ແກ່ກອງທຶນສັກຢາວັກຊີນ COVID-19 ຂອງຫວຽດນາມ.

ສະມາຄົມບາງແຫ່ງເຊັ່ນ: ສະມາຄົມການກຸສົນຄວາມຮັກຫອມຫວຽດ-ເຢຍລະມັນ ແລະ ສະມາຄົມ ໄທບ້ານດຽວກັນ ກີງບັກ ຢູ່ປະເທດເຢຍລະມັນ… ກໍ່ໄດ້ຈັດຕັ້ງການບໍລິຈາກ ແລະ ຮຽກຮ້ອງໃຫ້ບຸກຄົນ ແລະ ສະມາຄົມສະໜັບສະໜູນສອງແຂວງ ບັກຢາງ ແລະ ບັກນີງ ໃນການຕອບໂຕ້ຕໍ່ການລະບາດຂອງພະຍາດ COVID-19. ຈຳນວນເງິນທີ່ລະດົມໄດ້ ຈະນຳໃຊ້ ເພື່ອຊື້ຜ້າບັງປາກ, ເຄື່ອງໃຊ້ທາງການແພດ ແລະ ວິຕາມິນ C ເພື່ອໃຫ້ຂ້າລາຊະກອນ, ພະນັກງານແພດ ໝໍແຖວໜ້າ, ກຳມະກອນທຸກຍາກ ແລະ ເດັກນ້ອຍຢູ່ໃນເຂດແຍກອອກຫ່າງ, ພ້ອມກັນນັ້ນ ຄົນເຈັບ COVID-19 ໃນສະພາບການທີ່ຫຍຸ້ງຍາກ.

VUFO ບໍລິຈາກເງິນເພື່ອສະໜັບສະໜູນ ກອງທຶນວັກຊີນຕ້ານ COVID-19 VUFO ບໍລິຈາກເງິນເພື່ອສະໜັບສະໜູນ ກອງທຶນວັກຊີນຕ້ານ COVID-19

ຍສໝ - ຫວ່າງມໍ່ໆມານີ້, ຢູ່ຮ່າໂນ້ຍ, ທ່ານນາງເອກອັກຄະລັດຖະທູດ ຫງວຽນເຟື່ອງງາ - ປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ (VUFO) ໄດ້ມອບຂອງຂວັນທີ່ເປັນສັນຍາລັກເກືອບ 500 ລ້ານດົ່ງ ຜ່ານສູນກາງແນວໂຮມປະເທດຊາດຫວຽດນາມ ເພື່ອສະໜັບສະໜູນກອງທຶນການສັກຢາວັກຊີນຕ້ານ COVID-19.

ຊຸມຊົນຊາວຫວຽດນາມຢູ່ໂມຊຳບິກ ບໍລິຈາກໃຫ້ແກ່ກອງທຶນວັກຊີນປ້ອງກັນ ແລະ ຄວບຄຸມ COVID-19 ຊຸມຊົນຊາວຫວຽດນາມຢູ່ໂມຊຳບິກ ບໍລິຈາກໃຫ້ແກ່ກອງທຶນວັກຊີນປ້ອງກັນ ແລະ ຄວບຄຸມ COVID-19

ຍສໝ - ຫວ່າງແລ້ວນີ້, ຢູ່ນະຄອນຫຼວງ Maputo, ສະຖານທູດຫວຽດນາມປະຈຳໂມຊຳບິກ ໄດ້ຈັດຕັ້ງພິທີບໍລິຈາກ ເພື່ອສະໜັບສະໜູນກອງທຶນວັກຊີນປ້ອງກັນ ແລະ ຄວບຄຸມ COVID-19. ການລະດົມທຶນດັ່ງກ່າວນີ້ ໄດ້ດຳເນີນແຕ່ວັນທີ 9 - 19 ມິຖຸນາ 2021.

ການທົດລອງວັກຊີນ COVID-19 ໃນເບື້ອງຕົ້ນຂອງຫວຽດນາມ ໄດ້ສະແດງໃຫ້ເຫັນໝາກຜົນທີ່ດີ ການທົດລອງວັກຊີນ COVID-19 ໃນເບື້ອງຕົ້ນຂອງຫວຽດນາມ ໄດ້ສະແດງໃຫ້ເຫັນໝາກຜົນທີ່ດີ

ວັກຊິນ COVIVAC ແມ່ນວັນຊິນກັນ ໂຄວິດ - 19 ຊະນິດທີ 2 ຂອງ ຫວຽດນາມ ໄດ້ຮັບການທົດລອງຕໍ່ຄົນໃນເດືອນມີນາຈະມາເຖິງ ແລະ ຄາດວ່າ ຈະສຳເລັດໃນເດືອນຕຸລາ 2021.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.