ກອງທຶນວັກຊີນກັນ COVID-19 ໄດ້ຮັບເງິນຈຳນວນ 8,185 ຕື້ດົງ

12:09 | 23/07/2021

ຍສໝ - ຮອດເວລາ 17:00 ໂມງຂອງວັນທີ 20 ກໍລະກົດ, ກອງທຶນວັກຊີນກັນ COVID-19 ໄດ້ຮັບເງິນຈຳນວນ 8,185 ຕື້ດົ່ງ (ລວມທັງເງິນຕາຕ່າງປະເທດ), ເຊິ່ງປະກອບສ່ວນໂດຍ 464,639 ອົງກອນ ແລະ ສ່ວນບຸກຄົນ.

ກອງ​ທຶນ​ວັກ​ຊິນ​ກັນ​ໂຄວິດ - 19 ໄດ້​ຮັບ​ເງິນ​ເປັນ​ຈຳ​ນວນ 8.080 ຕື້ດົ່ງ  ໂດຍມີກ່ວາ 425.600 ອົງການ, ສ່ວນບຸກຄົນປະກອບສ່ວນ ກອງ​ທຶນ​ວັກ​ຊິນ​ກັນ​ໂຄວິດ - 19 ໄດ້​ຮັບ​ເງິນ​ເປັນ​ຈຳ​ນວນ 8.080 ຕື້ດົ່ງ ໂດຍມີກ່ວາ 425.600 ອົງການ, ສ່ວນບຸກຄົນປະກອບສ່ວນ
ວັກຊີນ Pfizer ຫລາຍກວ່າ 90.000 ໂດສ ມາຮອດຫວຽດນາມໃນວັນທີ 7 ກໍລະກົດ ວັກຊີນ Pfizer ຫລາຍກວ່າ 90.000 ໂດສ ມາຮອດຫວຽດນາມໃນວັນທີ 7 ກໍລະກົດ

ທ່ານລັດຖະມົນຕີກະຊວງການເງິນ ໂຮ່ດຶກເຟືອກ ໄດ້ຢືນຢັນວ່າ ກະຊວງຈະນຳໃຊ້ກອງທຶນດັ່ງກ່າວ ເພື່ອຈຸດປະສົງທີ່ຖືກຕ້ອງ, ໃນນັ້ນມີງົບປະມານສູນກາງ ຈຳນວນ 14,500 ຕື້ດົ່ງ ແລະ ແຫຼ່ງສະໜັບສະໜູນກອງທຶນວັກຊີນກັນ COVID-19 ຂອງປະຊາຊົນ ແລະ ວິສາຫະກິດ.

ກອງທຶນວັກຊີນກັນ COVID-19 ໄດ້ຮັບເງິນຈຳນວນ 8,185 ຕື້ດົງ
ກອງທຶນວັກຊີນກັນ COVID-19 ໄດ້ຮັບເງິນຈຳນວນ 8,185 ຕື້ດົງ. (ພາບປະກອບ: TTXVN)

ກະຊວງການເງິນໄດ້ອອກແຈ້ງການເລກທີ 41/2021/TT-BTC ແນະນຳການຈັດຕັ້ງ, ການເຄື່ອນໄຫວ, ການຄຸ້ມຄອງ, ການນຳໃຊ້ ແລະ ການຄິດໄລ່ບັນຊີ, ການຊຳລະບັນຊີ ແລະ ການເປີດເຜີຍທາງການເງິນຂອງກອງທຶນວັກຊິນກັນ COVID-19, ຮັບປະກັນຄວາມໂປ່ງໃສ ແລະ ມີປະສິດທິຜົນ.

ຄັງເງິນແຫ່ງລັດ ຈະປະມູນເພື່ອຝາກປະຢັດ ເງິນກອງທຶນວັກຊິນກັນ COVID-19 ທີ່ບັນດາທະນາຄານການຄ້າ, ເລືອກເອົາທະນາຄານທີ່ມີອັດຕາດອກເບ້ຍແກ່ງແຍ້ງ ເພື່ອເຮັດໃຫ້ແຫຼ່ງກອງທຶນເຕີບໂຕ.

ກະຊວງການເງິນໃຫ້ຮູ້ວ່າ ເພື່ອສັກຢາວັກຊິນ ໃຫ້ແກ່ປະຊາຊົນ 75 ລ້ານຄົນ ແມ່ນຕ້ອງການມູນຄ່າປະມານ 25,200 ຕື້ດົ່ງ; ໃນນັ້ນງົບປະມານໄດ້ຈ່າຍຫຼາຍກ່ວາ 14.000 ຕື້ດົ່ງແລ້ວ ແລະ ຕ້ອງການຕື່ມອີກປະມານ 11.000 ຕື້ດົ່ງ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.