ປຶ້ມຄົ້ນຄ້ວາກ່ຽວກັບຫວຽດນາມ ເປັນພາສາຕວກກີຫົວທຳອິດ

07:07 | 26/08/2021

ຍສໝ - ສູນຄົ້ນຄວ້າ ອາຊີ-ປາຊີຟິກ (APAM) ຂອງມະຫາວິທະຍາໄລ Ankara ຫາກໍ່ຄົ້ນຄວ້າສຳເລັດປຶ້ມ “ຄົ້ນຄ້ວາກ່ຽວກັບຫວຽດນາມຢູ່ຕວກກີ” ເປັນພາສາຕວກກີ.

ກູບາ ຈະສະໜອງວັກຊີນ ແລະຖ່າຍທອດເຕັກໂນໂລຢີການຜະລິດວັກຊີນໃຫ້ຫວຽດນາມ ກູບາ ຈະສະໜອງວັກຊີນ ແລະຖ່າຍທອດເຕັກໂນໂລຢີການຜະລິດວັກຊີນໃຫ້ຫວຽດນາມ
ມີແຂກກວ່າ 1.000 ຄົນມາຢ້ຽມຊົມເຮືອນມິດຕະພາບກອງທັບປະຊາຊົນຫວຽດນາມ ມີແຂກກວ່າ 1.000 ຄົນມາຢ້ຽມຊົມເຮືອນມິດຕະພາບກອງທັບປະຊາຊົນຫວຽດນາມ
ປຶ້ມຄົ້ນຄ້ວາກ່ຽວກັບຫວຽດນາມ ເປັນພາສາຕວກກີຫົວທຳອິດ
ປຶ້ມຄົ້ນຄ້ວາກ່ຽວກັບຫວຽດນາມ ເປັນພາສາຕວກກີຫົວທຳອິດ. ພາບ:aseanvietnam.vn

ວັນທີ 10 ສິງຫາ, ທ່ານ ສຈ. ປອ. A. Merthan Dundar, ຜູ້ອຳນວຍການ APAM ໄດ້ໄປສະຖານທູດຫວຽດ ນາມ ປະຈຳຕວກກີ ເພື່ອມອບປຶ້ມ (ພິມຈຳໜ່າຍ ໃນເດືອນສິງຫາ 2021) ໃຫ້ແກ່ທ່ານ ເອກອັກຄະລັດຖະທູດ ເຈີ່ນກວາງຕວຽນ.

ນີ້ແມ່ນສິ່ງພິມທຳອິດກ່ຽວກັບຫວຽດນາມເປັນພາສາຕວກກີຂອງສູນ APAM. ປຶ້ມດັ່ງກ່າວລວມມີ 360 ໜ້າ, ປະກອບມີ 20 ບົດໂດຍບັນດານັກຮຽນຮູ້ຕວກກີ (ເຊິ່ງແມ່ນສາດສະດາຈານ, ປະລິນຍາເອກທີ່ກຳ ລັງສອນ ແລະ ຄົ້ນຄ້ວາຢູ່ບັນດາມະຫາວິທະຍາໄລຕ່າງໆຢູ່ຕວກກີ ແລະ ບັນດາຜູ້ທີ່ມີປະສົບການເຮັດວຽກຢູ່ຫວຽດນາມໃນໄລຍະຍາວ ເຊິ່ງເປັນນັກການທູດ, ນັກທຸລະກິດ). ນັກສຶກສາຫວຽດນາມ ແລະ ພະນັກງານສະຖານທູດຫວຽດນາມ... ຂຽນກ່ຽວກັບການເມືອງ, ເສດຖະກິດ, ວັດທະນະທຳ, ການທ່ອງທ່ຽວ, ສັງຄົມ, ປະຫວັດສາດຫວຽດນາມ ແລະ ການພົວພັນຫວຽດນາມ-ຕວກກີ.

ຜ່ານປຶ້ມຫົວນີ້, ສູນ APAM ແລະ ສະຖານທູດຫວຽດນາມ ປະຈຳຕວກກີ ປາດຖະໜາຢາກແນະນຳ, ໂຄສະນາການກ່ຽວກັບຫວຽດນາມ ແລະ ການພົວພັນຫວຽດນາມ-ຕວກກີ ເຖິງຜູ້ອ່ານ, ນັກສຶກສາ, ນັກຄົ້ນຄ້ວາ ແລະ ປະຊາຊົນຕວກກີ.

ທ່ານ ເອກອັກຄະລັດຖະທູດ ເຈີ່ນກວາງຕວຽນ ຫວັງວ່າ ທັງສອງຝ່າຍຈະສືບຕໍ່ຮ່ວມມືກັນ, ມີຜະລິດຕະພັນທີ່ໄດ້ພິມເປັນພາສາຕວກກີແລະພາສາອັງກິດຕື່ມອີກ, ປະກອບສ່ວນໃນການຍົກສູງຄວາມເຂົ້າໃຈຂອງປະຊາຊົນສອງປະເທດ ແລະ ປະຊາຄົມສາກົນກ່ຽວກັບການພົວພັນຫວຽດນາມ-ຕວກກີ.

ທີ່ການມອບຮັບປື້ມ, ທ່ານເອກອັກຄະລັດຖະທູດ ເຈີ່ນກວາງຕວຽນ ໄດ້ສະແດງຄວາມຂອບໃຈ ແລະ ຕີລາຄາສູງຕໍ່ ຄວາມມານະພະຍາຍາມໃນການເຮັດສໍາເລັດປຶ້ມຂອງ ສາດສະດາຈານ Dundar ແລະສູນ APAM.

ໄຊພອນ

ເຫດການ