ປະຕິບັດການນໃຊ້ແຜນທີ່ຈຸດສັກຢາວັກຊີນ COVID-19 ທົ່ວປະເທດ

15:53 | 24/08/2021

ຍສໝ - ສະຫະພັນຊາວໜູ່ມສູນກາງ ໄດ້ພັດທະນາ ແລະ ເປີດຕົວແຜນທີ່ຂອງຈຸດສັກຢາກັນພະຍາດ COVID-19 ໃນທົ່ວປະເທດ ທີ່ເວັບໄຊ໌: bandotiemchung.doanthanhnien.vn. ນີ້ແມ່ນເຄື່ອງມືເພື່ອຊ່ວຍໃຫ້ປະຊາຊົນຊອກຫາ ແລະ ເລືອກບ່ອນສັກຢາທີ່ເໝາະສົມ.

ຈັດຕັ້ງປະຕິບັດການຊ່ວຍເຫຼືອສຸກເສີນໃຫ້ກັບປະຊາຊົນທີ່ປະສົບກັບຄວາມຫຍຸ້ງຍາກເນື່ອງຈາກການລະບາດຂອງພະຍາດ COVID-19 ຈັດຕັ້ງປະຕິບັດການຊ່ວຍເຫຼືອສຸກເສີນໃຫ້ກັບປະຊາຊົນທີ່ປະສົບກັບຄວາມຫຍຸ້ງຍາກເນື່ອງຈາກການລະບາດຂອງພະຍາດ COVID-19
ການສັກຢາປ້ອງກັນພະຍາດ COVID-19 ໃຫ້ສຳລັບຄົນຈີນ ຢູ່ແຂວງຮ່າຕິ້ງ ແລະ ກວາງບິ່ງ ການສັກຢາປ້ອງກັນພະຍາດ COVID-19 ໃຫ້ສຳລັບຄົນຈີນ ຢູ່ແຂວງຮ່າຕິ້ງ ແລະ ກວາງບິ່ງ

ຢູ່ໃນແຜນທີ່, ປະຊາຊົນສາມາດຊອກຫາບ່ອນສັກຢາວັກຊີນ​ທີ່ໃກ້ກັບບ່ອນທີ່ເຂົາເຈົ້າອາໄສຢູ່ ໄດ້ຢ່າງງ່າຍດາຍ. ແຜນທີ່ຍັງ​ອັບ​ເດ​ດລາຍຊື່ສະຖານທີ່​ທີ່ມີຫຼາຍຄົນ ແລະ ສະຖານທີ່​ທີ່​ມີຄົນໜ້ອຍ ເພື່ອຊ່ວຍໃຫ້ຜູ້ປະຊາຊົນເລືອກບ່ອນສັກຢາກັນພະຍາດທີ່ເໝາ​ະສົມ.

ເພື່ອໜູນຊ່ວຍບັ້ນການສັກຢາກັນພະຍາດ COVID-19 ແຫ່ງຊາດ, ຄະນະເລຂາ​ຄະ​ນະຊາວໜຸ່ມສູນກາງ ໄດ້​ປະ​ກາດແຜນການ “ຈັດຕັ້ງການໜູນຊ່ວຍບັ້ນການສັກຢາກັນພະຍາດ COVID-19 ໃນປີ 2021-2022”.

ປະຕິບັດການນໃຊ້ແຜນທີ່ຈຸດສັກຢາວັກຊີນ COVID-19 ທົ່ວປະເທດ
ປະຕິບັດການນໃຊ້ແຜນທີ່ຈຸດສັກຢາວັກຊີນ COVID-19 ທົ່ວປະເທດ.

ມາຮອດປັດຈຸບັນ, ຄະ​ນະຊາວໜຸ່ມທຸກ​ຂັ້ນໃນທົ່ວປະເທດ ໄດ້ສ້າງຕັ້ງຫຼາຍກວ່າ 4.700 ​ທິມເຜີຍແຜ່ ແລະ ປຸກລະດົມປະຊາຊົນຕິດຕັ້ງ ແລະ ນຳໃຊ້ “ປຶ້ມ​ຕິດ​ຕາມສຸຂະພາບເອເລັກໂຕຣນິກ” ເພື່ອຄຸ້ມຄອງກິດຈະກຳສັກຢາກັນພະຍາດສ່ວນຕົວ; ມີຫຼາຍກວ່າ 2,200 ​ທິມ ໄດ້ໜູນຊ່ວຍການສັກຢາປ້ອງກັນພະຍາດ COVID-19. ການລະດົມແຫຼ່ງກຳລັງ ເພື່ອໜູນຊ່ວຍໃຫ້ແກ່ບັ້ນຮົບໄດ້ຮັບການປະຕິບັດຢ່າງຕັ້ງໜ້າ ແລະ ມີປະສິດທິຜົນຈາກບັນດາຫົວໜ່ວຍດ້ວຍມູນຄ່າທັງໝົດຫຼາຍກວ່າ 23 ຕື້ດົ່ງ, ໃນ​ນັ້ນ ລວມທັງອຸປະກອນການແພດ.

ຄາດວ່າທີມງານອາສາສະໝັກ 10 ທີມຢູ່ໃນລະດັບສູນກາງ, ລວມທັງທ່ານໝໍໜຸ່ມ ແລະ ພະຍາບານ, ນັກສຶກສາຂອງຂະແໜງການແພດ ແລະ ການຢາ, ຈະເຂົ້າຮ່ວມໃນການບັ້ນຮົບ ເພື່ອສະໜັບສະໜູນພື້ນທີ່ຫຍຸ້ງຍາກ ທີ່ມີຄົນສັກຢາວັກຊີນຈຳນວນຫຼວງຫຼາຍ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.