ນະຄອນໂຮ່ຈິມິນ ສັກຢາວັກຊິນກັນພະຍາດ ໂດສທີ 3 ແຕ່ວັນທີ 10 ທັນວາ

11:42 | 15/12/2021

ຍສໝ - ສຳລັບວັກ​ຊິນກັນພະຍາດໂດສເສີມນັ້ນ, ນະຄອນ ໂຮ່ຈີມິນ ວາງແຜນຈະໃຫ້ຄົນອາຍຸ 18 ປີຂຶ້ນໄປ ທີ່ມີພູມຄຸ້ມກັນຕ້ານເຊື້ອຕຳ່ລົງ ແລະ ໄດ້ສັກຢາໂດສສຸດທ້າຍ ຢ່າງໜ້ອຍ 28 ມື້.

ຫວຽດນາມ ໄດ້ຮັບຢາວັກຊີນ ປະມານ 90 ລ້ານໂດສ ຫວຽດນາມ ໄດ້ຮັບຢາວັກຊີນ ປະມານ 90 ລ້ານໂດສ
ຢາວັກຊີນກັນ ໂຄວິດ - 19 AstraZeneca ຫຼາຍກວ່າ 1.3 ລ້ານໂດສ ໄດ້ມອບໃຫ້ກະຊວງສາທາລະນະສຸກ ຢາວັກຊີນກັນ ໂຄວິດ - 19 AstraZeneca ຫຼາຍກວ່າ 1.3 ລ້ານໂດສ ໄດ້ມອບໃຫ້ກະຊວງສາທາລະນະສຸກ

ພະແນກສາທາລະນະສຸກນະຄອນ ໂຮ່ຈີມິນ ຫາກໍ່ຍື່ນສະເໜີຕໍ່ຄະນະກຳມະການປະຊາຊົນນະຄອນ ເພື່ອຈັດວາງແຜນການສັກຢາວັກ​ຊິນກັນພະຍາດໂຄວິດ-19 ເພີ່ມເຕີມ (ໂດສທີ 3) ຢູ່ໃນບໍລິເວນ.

ສຳລັບວັກ​ຊິນກັນພະຍາດ ໂດສເສີມນັ້ນ, ນະຄອນ ໂຮ່ຈີມິນ ວາງແຜນຈະໃຫ້ຄົນອາຍຸ 18 ປີຂຶ້ນໄປ ທີ່ມີພູມຄຸ້ມກັນຕ້ານເຊື້ອຕຳ່ລົງ ແລະ ໄດ້ສັກຢາໂດສສຸດທ້າຍຢ່າງໜ້ອຍ 28 ມື້. ຄົນອາຍຸ 50 ປີຂຶ້ນໄປ ແມ່ນໃຫ້ບຸລິມະສິດໃນການສັກວັກຊີນ.

ນະຄອນໂຮ່ຈິມິນ ສັກຢາວັກຊິນກັນພະຍາດ ໂດສທີ 3 ແຕ່ວັນທີ 10 ທັນວາ
ນະຄອນໂຮ່ຈິມິນ ສັກຢາວັກຊິນກັນພະຍາດ ໂດສທີ 3 ແຕ່ວັນທີ 10 ທັນວາ. (ພາບ: vnexpress)

ສຳລັບວັກ​ຊິນກັນພະຍາດ ໂດສທີ 3, ນະຄອນ ໂຮ່ຈີມິນ ຈະສັກຢາໃຫ້ຄົນອາຍຸ 18 ປີຂື້ນໄປ ທີ່ໄດ້ສັກຢາໂດສພື້ນຖານຄັ້ງສຸດທ້າຍ ຫຼື ສັກຢາວັກ​ຊິນກັນພະຍາດ ໂດສເສີມ ຢ່າງໜ້ອຍ 6 ເດືອນກ່ອນ.

ກຸ່ມບຸລິມະສິດ ແມ່ນຜູ້ທີ່ມີພະຍາດປະຈຳຕົວ, ຕ້ອງການການດູແລໄລຍະຍາວ ຢູ່ຮາກຖານການແພດ, ຜູ້ທີ່ມີອາຍຸ 50 ປີຂຶ້ນໄປ, ຜູ້ທີ່ກວດພະຍາດ, ເບິ່ງແຍງ ແລະ ປິ່ນປົວຄົນເຈັບ ໂຄວິດ-19 ໂດຍກົງ, ພະນັກງານການແພດ, ກໍາລັງແຖວຫນ້າເພື່ອຕ້ານການລະບາດ.

ໄລຍະສັກຢາເລີ່ມແຕ່ວັນທີ 10 ທັນວາ. ຄາດວ່າ ຕາຕະລາງການຈັດຕັ້ງປະຕິບັດສັກຢາວັກ​ຊິນກັນພະຍາດ ແມ່ນຂຶ້ນກັບແຫຼ່ງສະໜອງວັກຊີນ. ໃນເດືອນທັນວາ, ນະຄອນ ໄດ້ສຸມໃສ່ການສັກຢາຄົນເຈັບທີ່ມີພູມຄຸ້ມກັນຕ້ານເຊື້ອຕຳ່ລົງ ແລະ ໄດ້ສັກຢາໂດສສຸດທ້າຍຢ່າງໜ້ອຍ 28 ມື້, ແລະ ໃນເວລາດຽວກັນ ກໍສັກຢາໃຫ້ຜູ້ທີ່ໄດ້ຮັບການສັກຢາໂດຍພື້ນຖານ ຢ່າງຫນ້ອຍ 6 ເດືອນ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.