ຈັດຕັ້ງປະຕິບັດການຊ່ວຍເຫຼືອສຸກເສີນໃຫ້ກັບປະຊາຊົນທີ່ປະສົບກັບຄວາມຫຍຸ້ງຍາກເນື່ອງຈາກການລະບາດຂອງພະຍາດ COVID-19

15:51 | 18/08/2021

ຍສໝ - ກະຊວງແຮງງານ-ທະຫານເສຍອົງຄະ ແລະສັງຄົມຫາກໍ່ສົ່ງເອກະສານໄປຍັງບັນດາແຂວງ ແລະເມືອງທີ່ຂຶ້ນກັບສູນກາງ ທີ່ພວມປະຕິບັດການແຍກຫ່າງໃນສັງຄົມກ່ຽວກັບການຈັດຕັ້ງປະຕິບັດມາດຕະການຊ່ວຍເຫຼືອສຸກເສີນໃຫ້ກັບປະຊາຊົນທີ່ປະສົບກັບຄວາມຫຍຸ້ງຍາກເນື່ອງຈາກການລະບາດຂອງພະຍາດ COVID-19...

ສາທາລະນະລັດເຊັກ ໂອນວັກຊີນ​ກັນ COVID -19  500,000 ໂດສ ໃຫ້ແກ່ຫວຽດນາມ ສາທາລະນະລັດເຊັກ ໂອນວັກຊີນ​ກັນ COVID -19 500,000 ໂດສ ໃຫ້ແກ່ຫວຽດນາມ
ປະເທດລາວ ໄດ້ເລີ່ມຕົ້ົ້ນທົດລອງການສັກວັກຊິນ ຕ້ານພະຍາດ COVID – 19 ປະເທດລາວ ໄດ້ເລີ່ມຕົ້ົ້ນທົດລອງການສັກວັກຊິນ ຕ້ານພະຍາດ COVID – 19
ພາບປະກອບ
ພາບປະກອບ

ປະຈຸບັນ, ມີ 23/63 ແຂວງ, ນະຄອນໃນທົ່ວປະເທດພວມປະຕິບັດແຍກຫ່າງໃນສັງຄົມຕາມຄຳສັ່ງ 16/CT-TTg. ເພື່ອຮັບປະກັນຄວາມປອດໄພທາງສັງຄົມໃຫ້ກັບປະຊາຊົນ ແລະຜູ້ອອກແຮງງານ, ໂດຍສະເພາະແມ່ນຜູ້ອອກແຮງງານທີ່ມາຈາກຕ່າງແຂວງ, ກະຊວງແຮງງານ, ທະຫານເສຍອົງຄະ ແລະສັງຄົມ ສະເໜີ ໃຫ້ປະທານຄະນະກໍາມະການປະຊາຊົນບັນດາແຂວງ, ນະຄອນທີ່ພວມປະຕິບັດການແຍກຫ່າງໃນສັງຄົມຕາມຄຳສັ່ງ 16/CT-TTg ຊີ້ນຳ ແລະຈັດຕັ້ງປະຕິບັດດ້ວຍວິທີ​ການແກ້ໄຂ​ຈ​ຳ​ນວນ​ໜຶ່ງດັ່ງນີ້:

ບັນດາທ້ອງຖິ່ນກວດກາຄືນ ແລະກຳແໜ້ນສະພາບການດຳລົງຊີວິດຂອງປະຊາຊົນ ແລະຜູ້ອອກແຮງງານ ທີ່ປະສົບຄວາມຫຍຸ້ງຍາກຢູ່ທ້ອງຖິ່ນຂອງຕົນ; ຈັດຕັ້ງປະຕິບັດນະໂຍບາຍໜູນຊ່ວຍສໍາລັບບັນດາ​ເປົ້າໝາຍຕາມທີ່ໄດ້ກໍານົດໄວ້ໃນມະຕິເລກທີ 68/NQ-CP ແລະຂໍ້ຕົກລົງເລກທີ 23/2021/QD-TTg ຂອງນາຍົກລັດຖະມົນຕີ; ມອບໝາຍໃຫ້ຜູ້ນ​ຳ​ໜ້າຄະນະພັກ, ອຳນາດການປົກຄອງທ້ອງຖິ່ນໃນການຮັບປະກັນຊີ​ວິດ​ການ​ເປັນ​ຢູ່ທາງສັງຄົມ; ບໍ່​ປະໃຫ້ປະຊາຊົນຂາດອາຫານ, ເຄື່ອງນຸ່ງຫົ່ມ, ຫຼື ເຄື່ອງໃຊ້ທີ່ຈຳເປັນ.

ລະດົມແນວໂຮມປະເທດຊາດ, ບັນດາອົງການຈັດຕັ້ງການເມືອງ-ສັງຄົມ ແລະປະຊາຊົນຈັດ​ຕັ້ງ​ບັນ​ດາຊ່ອງທາງໃນການສະ ໜອງອາຫານການກິນ ແລະເຄື່ອງໃຊ້ທີ່ຈຳເປັນໃຫ້ກັບປະຊາຊົນໃນເຂດທີ່ພວມປະຕິບັດການແຍ​ກ​ຫ່າງໃນສັງຄົມ.

ບັນດາທ້ອງຖິ່ນ ໄດ້ຮັບການຍົກເວັ້ນ, ຫຼຸດຄ່າໄຟຟ້າ, ຄ່ານ້ຳ​ປະ​ປ​າ ແລະ ຂົນຂວາຍໃຫ້ເຈົ້າຂອງເຮືອນໃຫ້ການຍົກເວັ້ນຫຼືຫຼຸດຜ່ອນຄ່າເຊົ່າເຮືອນ; ໃຫ້ການຊ່ວຍເຫຼືອສຸກເສີນຢ່າງທັນການ ແລະຄົບຖ້ວນຕາມທີ່ໄດ້ກໍານົດໄວ້ໃນມະຕິ ເລກທີ 20/2021/ND-CP ວັນທີ 15 ມີນາ 2021 ຂອງລັດຖະບານວ່າ​ດ້ວຍ​ການກໍານົດນະໂຍບາຍ​ໜູນຊ່ວຍສັງຄົມສໍາລັບເປົ້າ​ໝ​າຍ​ທີ່ໄດ້ຮັບການໝູນ​ຊ່ວຍ​ຈາກສັງຄົມ.

ບັນດາທ້ອງຖິ່ນ ອີງຕາມການຄາດຄະເນການຜັນແປຂອງການລະບາດພະຍາດ, ເປັນເຈົ້າການໃນການວາງແຜນນະໂຍບາຍ​ໜຸນ​ຊ່ວຍເງິນຊື້ອາຫານ (ລະດັບຕໍ່າສຸດ 50,000 ດົ່ງ/ຄົນ/ມື້) ອີງຕາມມະຕິເລກທີ 68/NQ-CP ຂອງລັດຖະບານ ແລະໜູນຊ່ວຍການສະໜອງເຄື່ອງ​ໃຊ້ທີ່ຈໍາເປັນຕາມຂໍ້ກໍານົດຂອງຂໍ້ກໍານົດໃນ​ຂໍ້ 2 ມາດຕາ 12 ຂອງດໍາລັດສະບັບເລກທີ 20/2021/ND-CP ລົງວັນທີ 15 ມີນາ 2021 ຂອງລັດຖະບານ​ວ່າ​ດ້ວຍ​ການກໍານົດນະໂຍບາຍ​ໜູນຊ່ວຍສັງຄົມສໍາລັບເປົ້າໝ​າຍ​ທີ່ໄດ້ຮັບການໝູນ​ຊ່ວຍ​ຈາກສັງຄົມ.

ສໍາລັບບັນດາເຫດສຸດວິໄສ, ປະຊາຊົນຕ້ອງໄດ້ຍ້າຍກັບຄືນບ້ານເກີດເມືອງນອນ, ກະຊວງແຮງງານ, ທະຫານເສຍອົງຄະ ແລະສັງຄົມ ສະເໜີໃຫ້ອົງການ, ໝູ່ຄະນະ ເຊິ່ງເປັນບ່ອນທີ່ເຂົາເຈົ້າພັກພາອາໄສ ປະສານສົມທົບກັບອຳນາດການປົກຄອງທ້ອງຖິ່ນໃນບ້ານເກີດເມືອງນອນເພື່ອຊ່ວຍເຫຼືອດ້ານສະບຽງອາຫານ, ນໍ້າດື່ມ ແລະ ການຈັດພາຫະນະເພື່ອສົ່ງກັບຄືນບ້ານເກີດເມືອງນອນ; ຈັດຕັ້ງການແຍ​ກ​ປ່ຽວ, ຮັບປະກັນການປະຕິບັດ​ຕາມ​ຂໍ້​ກຳ​ນົດ​ໃນການປ້ອງກັນ ແລະຄວບຄຸມການລະບາດຂອງພະຍາດ COVID-19.

ໄຊພອນ

ເຫດການ
302 Found

Found

The document has moved here.