ເບິ່ງແຍງດູແລຜູ້ມີຄຸນງາມຄວາມດີແມ່ນແຜນນະໂຍບາຍສໍາຄັນຂອງພັກເຮົາ

12:32 | 23/07/2021

ເນື່ອງໃນໂອກາດສະເຫຼີມສະຫຼອງ 74 ປີແຫ່ງວັນທະຫານເສຍອົງຄະ-ນັກຮົບເສຍສະຫຼະຊີວິດເພື່ອຊາດ (27-7), 60 ປີແຫ່ງວັນໄພພິບັດທາດພິດສີສົ້ມຫວຽດນາມ, ຕອນບ່າຍວັນທີ 21 ກໍລະກົດ, ທີ່ທໍານຽບປະທານປະເທດ, ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ເຮັດວຽກກັບສະມາຄົມໜູນຊ່ວຍຄອບຄົວນັກຮົບເສຍສະຫຼະຊີວິດເພື່ອຊາດຫວຽດນາມ ແລະສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນຫວຽດນາມ.

ນຳການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ- ອັງກິດ ໃຫ້ນັບມື້ນັບພັດທະນາ ນຳການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ- ອັງກິດ ໃຫ້ນັບມື້ນັບພັດທະນາ
ADB ໜູນຊ່ວຍຂະແໜງສາທາລະນະສຸກ ລາວ, ກໍາປູເຈຍ, ຫວຽດນາມ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ADB ໜູນຊ່ວຍຂະແໜງສາທາລະນະສຸກ ລາວ, ກໍາປູເຈຍ, ຫວຽດນາມ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ
undefined
ທ່ານປະທານປະເທດ ຫງວຽນຊວນຟຸກ ມອບຂອງຂວັນທີ່ລະນຶກໃຫ້ສະມາຄົມໜູນຊ່ວຍຄອບຄົວນັກຮົບເສຍສະຫຼະຊີວິດເພື່ອຊາດຫວຽດນາມ ແລະສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນຫວຽດນາມ. ພາບ: ສໍານັກຂ່າວສານຫວຽດນາມ.

ທີ່ການເຮັດວຽກ, ທ່ານປະທານປະເທດ ຫງວຽນຊວນຟຸກ ເນັ້ນໜັກວ່າ ໃນການຕໍ່ສູ້ ແລະສົງຄາມອັນເປັນທໍາເພື່ອປົກປັກຮັກສາປະເທດຊາດນັ້ນ, ໄດ້ມີຫຼາຍຄົນເສຍສະຫຼະຊີວິດເພື່ອເອກະລາດ, ອິດສະຫຼະພາບຂອງປະເທດຊາດ. ສະນັ້ນ, ການ “ຕອບບຸນແທນຄຸນ”, ອາໄລຫາຄຸນງາມຄວາມດີ, ການເສຍສະຫຼະນັ້ນແມ່ນຫຼັກສິນທໍາ “ກິນເຂົ້າຄິດເຖິງຄຸນນາ, ກິນປາຄິດເຖິງຄຸນນໍ້າ” ຂອງຊາດເຮົາ, ແມ່ນແຜນນະໂຍບາຍສໍາຄັນຂອງພັກເຮົາ. ມາຮອດປັດຈຸບັນ, ລັດ ໄດ້ປະກາດໃຊ້ຫຼາຍນະໂຍບາຍກົດໝາຍເພື່ອໜູນຊ່ວຍຄອບຄົວທີ່ມີຄຸນງາມຄວາມດີຕໍ່ການປະຕິວັດ, ຄອບຄົວທະຫານເສຍອົງຄະ-ນັກຮົບເສຍສະຫຼະຊີວິດເພື່ອຊາດ, ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ.

ທ່ານປະທານປະເທດ ຕີລາຄາສູງຕໍ່ສອງສະມາຄົມທີ່ໄດ້ມີຫຼາຍກິດຈະກຳປະກອບສ່ວນຢ່າງແທດຈິງເຂົ້າໃນການປະຕິບັດແຜນນະໂຍບາຍ, ນະໂຍບາຍຂອງພັກ, ລັດ ໃນການໜູນຊ່ວຍຄອບຄົວທະຫານເສຍອົງຄະ-ນັກຮົບເສຍສະຫຼະຊີວິດເພື່ອຊາດ ກໍຄືໜູນຊ່ວຍຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ...

ເນື່ອງໃນໂອກາດນີ້, ທ່ານປະທານປະເທດ ຕີລາຄາສູງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ຜູ້ໃຈບຸນໃຈກຸສົນ, ນັກວິທະຍາສາດ, ສະມາຊິກສະມາຄົມ ແລະປະຊາຊົນທົ່ວປະເທດ ທີ່ໄດ້ປະກອບສ່ວນອັນໃຫຍ່ຫຼວງໃຫ້ແກ່ການເຄື່ອນໄຫວຂອງບັນດາສະມາຄົມ. ສິ່ງດັ່ງກ່າວໄດ້ປະກອບສ່ວນເບິ່ງແຍງດູແລຄອບຄົວທະຫານເສຍອົງຄະ-ນັກຮົບເສຍສະຫຼະຊີວິດເພື່ອຊາດ, ຄອບຄົວຜູ້ມີຄຸນຄວາມງາມດີ, ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ. ທ່ານປະທານປະເທດ ສະເໜີບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ຕ້ອງສືບຕໍ່ໜູນຊ່ວຍສະມາຄົມຕ່າງໆຈັດຕັ້ງບັນດາກິດຈະກຳໜູນຊ່ວຍ, ຕອບບຸນແທນຄຸນ, ໂດຍສະເພາະແມ່ນໃນຂະນະທີ່ທົ່ວປະເທດຍັງມີຄອບຄົວນັກຮົບເສຍສະຫຼະຊີວິດເພື່ອຊາດ 560.000 ກວ່າຄອບຄົວ...

ໃນສະພາບພະຍາດໂຄວິດ-19 ກໍາລັງຜັນແປຢ່າງສັບສົນ, ທ່ານປະທານປະເທດ ຫວັງວ່າ ສອງສະມາຄົມຈະສືບຕໍ່ສົມທົບກັບບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ, ບໍ່ປະໃຫ້ຄອບຄົວນະໂຍບາຍໃດ, ໃນນັ້ນມີຄອບຄົວນັກຮົບເສຍສະຫຼະຊີວິດເພື່ອຊາດ, ຜູ້ມີຄຸນງາມຄວາມດີ, ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊິນ ຂາດຂອງກິນ.

la.qdnd.vn

ເຫດການ
302 Found

Found

The document has moved here.