ທົ່ວປວງຊົນເຂົ້າຮ່ວມວຽກງານເບິ່ງແຍງດູແລບັນດາຄອບຄົວ ທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ, ຜູ້ທີມີຄຸນງາມຄວາມດີຕໍ່ການປະຕິວັດ

08:31 | 25/07/2021

ເນື່ອງໃນໂອກາດສະເຫຼີມສະຫຼອງ 74 ປີແຫ່ງວັນທະຫານເສຍອົງຄະ ນັກຮົບເສຍສະຫຼະຊີວິດເພື່ອຊາດຄືວັນທີ 27 ກໍລະກົດປີ 1947-ວັນທີ 27 ກໍລະກົດປີ 2021, ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ ໄດ້ມີຈົດໝາຍສົ່ງເຖິງບັນດາພະນັກງານ ນັກປະຕິວັດຜູ້ອາວຸໂສ, ບັນດາແມ່ຫວຽດນາມວິລະຊົນ, ນັກວິລະຊົນ ກຳລັງປະກອບອາວຸດປະຊາຊົນ, ວິລະຊົນແຮງງານ, ບັນດາ ທະຫານເສຍອົງຄະ , ທະຫານເຈັບປວຍ, ຍາດຕິພີນ້ອງຂອງນັກຮົບເສຍສະຫຼະຊີວິດເພື່ອຊາດ, ຜູ້ທີມີຄຸນງາມຄວາມດີຕໍ່ການປະຕິວັດ.

ຮັດ​ແໜ້ນ​ສາຍ​ພ​ົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ​​ແບບພິ​ເສດ ລະ​ຫວ່າງ ຫວຽດ​ນາມ - ກູ​ບາ ໃຫ້​ຍິ່ງກວ່າ​ອີກ ຮັດ​ແໜ້ນ​ສາຍ​ພ​ົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ​​ແບບພິ​ເສດ ລະ​ຫວ່າງ ຫວຽດ​ນາມ - ກູ​ບາ ໃຫ້​ຍິ່ງກວ່າ​ອີກ
ປະທານສະພາແຫ່ງຊາດລາວ ອວຍພອນປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ປະທານສະພາແຫ່ງຊາດລາວ ອວຍພອນປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ
undefined
ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ

ໃນຈົດໝາຍ, ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ ໄດ້ເນັ້ນໜັກວ່າ ພັກ, ລັດ ຍາມໃດກໍເອົາໃຈໃສ່ ຊີ້ນຳນຳພາການປະຕິບັດວຽກງານ ທະຫານເສຍອົງຄະ , ນັກຮົບເສຍສະຫຼະຊີວິດເພື່ອຊາດ, ຜູ້ທີມີຄຸນງາມຄວາມດີຕໍ່ການປະຕິວັດ ເປັນຢ່າງດີ. ຄະນະພັກ,ອຳນາດການປົກຄອງ, ແນວໂຮມປະເທດຊາດຂັ້ນຕ່າງໆ, ບັນດາອົງການຈັດຕັ້ງມະຫາຊົນ, ຫົວໜ່ວຍ, ສ່ວນບຸກຄົນ, ຜູ້ໃຈບຸນໃຈກຸສົນໄດ້ຕັ້ງໜ້າເຂົ້າຮ່ວມບັນດາຂະບວນການຕອບບຸນແທນຄຸນ, ທົ່ວປວງຊົນເບິ່ງແຍງດູແລບັນດາຄອບຄົວ ທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ, ຜູ້ທີມີຄຸນງາມຄວາມດີຕໍ່ການປະຕິວັດ ດ້ວຍບັນດາການເຄື່ອນໄຫວລະອຽດ, ແທດຈິງ, ປະຕິບັດວຽກງານທີ່ເຕັມໄປດ້ວຍຄວາມຮັບຜິດຊອບ ແລະ ສາຍຈິດມິດໃຈ. ບັນດາຂະບວນການໄດ້ຮັບການຕອບສະໜອງ ແລະ ເຂົ້າຮ່ວມຈາກທົ່ວສັງຄົມຢ່າງສຸດໃຈ ກາຍເປັນຈຸດຄວາມງາມໃນຊີວິດວັດທະນະທຳ ປະກອບສ່ວນສຳຄັນເຂົ້າໃນການປັບປຸງ ເພີ່ມທະວີກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ ຍົກສູງຈິດໃຈຮັກຊາດ, ຄວາມຮັບຜິດຊອບຂອງສັງຄົມ, ປຸກລຸກ ແລະ ເສີມສ້າງບັນດາຄຸນຄ່າ ຮັກແພງມະນຸດດ້ວຍກັນຂອງຊາວຫວຽດນາມແຕ່ລະຄົນ.

vovworld.vn

ເຫດການ
302 Found

Found

The document has moved here.