ການຮ່ວມມືລະຫວ່າງ ຫວຽດນາມ ແລະ ມາກາວ (ຈີນ), ບັນຫາວີຊາ ຈະໄດ້ຮັບການແກ້ໄຂໂດຍໄວ

15:25 | 15/03/2024

ຍສໝ - ການຫັນຂັ້ນຕອນວີຊາໃຫ້ເປັນງ່າຍດາຍ, ເປີດ​ວີ​ຊາ​ອອນ​ໄລ ​ແລະ​ ວີ​ຊາ​ເມື່ອເຂົ້າເມືອງ (visa on arrival) ​ໃຫ້​ພົນ​ລະ​ເມືອງ ​ຫວຽດ​ນາມ ໃນເວລາໄວທີ່ສຸດ; ສະແດງຄວາມຊົມເຊີຍການເປີດກ້ວາງໃຫ້ແຮງງານ ຫວຽດນາມ ໄປ​ເຮັດ​ວຽກ​ຢູ່ ມາ​ກາວ.

ເພີ່ມທະວີການແລກປ່ຽນ ແລະ ການຮ່ວມມືລະຫວ່າງ ຫວຽດນາມ ແລະ ໂປໂລຍ ໃນຂົງເຂດການເງິນ ເພີ່ມທະວີການແລກປ່ຽນ ແລະ ການຮ່ວມມືລະຫວ່າງ ຫວຽດນາມ ແລະ ໂປໂລຍ ໃນຂົງເຂດການເງິນ
ຄວາມ​ມຸ່ງ​ຫວັງ​​ທີ່​ຕັ້ງ​ໃໝ່, ລະດັບ​ໃໝ່​ຂອງ​ການ​ພົວພັນ​ສອງ​ປະ​ເທດ ​ແລະ ບັນດາ​ໝາກຜົນ​ ​ໃນ​ທຸກ​ຂົງ​ເຂດ​ລະຫວ່າງ ຫວຽດນາມ ​ແລະ ຈີນ. ຄວາມ​ມຸ່ງ​ຫວັງ​​ທີ່​ຕັ້ງ​ໃໝ່, ລະດັບ​ໃໝ່​ຂອງ​ການ​ພົວພັນ​ສອງ​ປະ​ເທດ ​ແລະ ບັນດາ​ໝາກຜົນ​ ​ໃນ​ທຸກ​ຂົງ​ເຂດ​ລະຫວ່າງ ຫວຽດນາມ ​ແລະ ຈີນ.

ນັ້ນ​ແມ່ນ​ຄຳ​ຢືນຢັນ​ຂອງ​ທ່ານ​ຫົວໜ້າ​ເຂດປົກຄອງພິເສດ ມາ​ກາວ Ho lat Seng ທີ່​ການ​ພົບ​ປະ​ເຮັດວຽກກັບທ່ານກົງສຸນໃຫຍ່ ຫວຽດນາມ ປະຈຳ​ ຮົ່ງ​ກົງ ​ແລະ ມາ​ກາວ (ຈີນ) ຟ້າ​ມບິງ​ດ່າມ ​ໃນ​ວັນ​ທີ 12 ມີນາ​ນີ້, ​ເນື່ອງ​ໃນ​ໂອກາດໄປ​ຢ້ຽມຢາມ​ ມາ​ກາວ ເຂົ້າຢ້ຽມອຳລາກ່ອນ​ເມື່ອ​ການສິ້ນສຸດອາຍຸການກັບ​ຄືນ​ບປະເທດ.

ທີ່​ສຳນັກງານອຳນາດການປົກຄອງ ມາ​ກາວ, ທ່ານ​ຫົວໜ້າປົກຄອງເຂດພິເສດ Ho lat Seng ໄດ້ມີການ​ຕ້ອນຮັບ ​ແລະ ປຶກສາ​ຫາລື​ກັບທ່ານ​ກົງ​ສຸນ​ໃຫຍ່ ຫວຽດນາມ ປະຈຳ​ ຮົ່ງ​ກົງ ຟ້າ​ມບິງ​ດ່າມ ກ່ຽວ​ກັບ​ການ​ພົວພັນ​ລະຫວ່າງ​ ມາ​ກາວ (ຈີນ) ​ແລະ ຫວຽດນາມ. ທ່ານ Ho lat Seng ກໍໄດ້ຕີ​ລາຄາ​ສູງ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ ຫວຽດນາມ ​ແລະ ມາ​ກາວ ​ໃນ​ຫຼາຍ​ຂົງ​ເຂດ, ພິ​ເສດ​ແມ່ນ​ດ້ານແຮງ​ງານ ​ແລະ ການ​ລົງທຶນ.

ການຮ່ວມມືລະຫວ່າງ ຫວຽດນາມ ແລະ ມາກາວ (ຈີນ), ບັນຫາວີຊາ ຈະໄດ້ຮັບການແກ້ໄຂໂດຍໄວ

ເປີດກວ້າງ​ກາ​ລະ​ໂອ​ກາດໃຫ້ແຮງ​ງານ ​ຫວຽດ​ນາມ ຢູ່ ມາ​ກາວ (ຈີນ)

ທ່ານ ເນັ້ນໜັກວ່າ ຄົນງານ ຫວຽດນາມ ມີຄວາມຊຳນິຊຳນານ, ດຸໝັ່ນ, ມີຄວາມສາມາດໃນການປັບຕົວທີ່ດີ, ການຮຽນພາສາຕ່າງປະເທດໄວ ໄດ້ມີບັນດາການປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ເສດຖະກິດປະຈຳຖິ່ນ.

ນອກຈາກນັ້ນ, ທ່ານ​ກໍສະແດງຄວາມະ​ທັບ​ໃຈ​ຕໍ່​ລະດັບຄວາມໄວການ​ເຕີບ​ໂຕ​ຢ່າງ​ວ່ອງ​ໄວ​ຂອງ​ພື້ນຖານເສດຖະກິດ ​ຫວຽດນາມ, ພິເສດ ແມ່ນ​ການຟື້ນຟູ​ທີ່​ໜ້າ​ປະ​ທັບ​ໃຈ​ພາຍຫຼັງ​ໂລກ​ລະບາດ. ສິ່ງ​ດັ່ງ​ກ່າວ​ໄດ້​ດຶງ​ດູດ​ຄວາມ​ສົນ​ໃຈ​ຂອງ​ວິ​ສາ​ຫະ​ກິດ ແລະ ນັກ​ລົງ​ທຶນ ​ມາ​ກາວ ​ເປັນ​ຈຳ​ນວນ​ຫລວງ​ຫລາຍ.

ການຮ່ວມມືລະຫວ່າງ ຫວຽດນາມ ແລະ ມາກາວ (ຈີນ), ບັນຫາວີຊາ ຈະໄດ້ຮັບການແກ້ໄຂໂດຍໄວ

ທ່ານ​ຫົວໜ້າ​ເຂດປົກຄອງພິເສດ ມາ​ກາວ (ຂວາ) ​ເຮັດ​ວຽກ​ກັບທ່ານກົງສຸນໃຫຍ່ ຫວຽດນາມ ປະຈຳ​ ຮົ່ງ​ກົງ ​ແລະ ມາ​ກາວ (ຈີນ) ພາບ: TTXVN

ທ່ານ​ກົງສຸນໃຫຍ່ ຫວຽດນາມ ປະຈຳ​ ຮົ່ງ​ກົງ ຟ້າ​ມບິ່ງ​ດ່າມ ​ແບ່ງປັນ​ວ່າ ພ້ອມກັບການ​ພັດທະນາທີ່ນັບມື້ນັບດີງາມ​ຂອງ​ການ​ພົວພັນ ​ຫວຽດນາມ - ຈີນ, ການ​ພົວພັນ​ຮ່ວມ​ມື​ລະຫວ່າງ ຫວຽດນາມ ​ແລະ ມາ​ກາວ ​ໄດ້ມີບາດກ້າວທີ່​ຕັ້ງໜ້າ.

ທ່ານ ໄດ້ສະແດງຄວາມຂອບ​ອົກຂອບ​ໃຈບັນດາໍນ້ຳໃຈ​ທີ່ດີງາມຂອງຫົວໜ້າ​ເຂດປົກຄອງພິເສດ ທີ່ມີຕໍ່ ຫວຽດນາມ, ພິ​ເສດ​ແມ່ນ​ຄວາມ​ເອົາ​ໃຈ​ໃສ່, ສ້າງ​ເງື່ອນ​ໄຂ​ໃຫ້​ຊາວ ຫວຽດນາມ ​ທີ່ໄປ​ເຮັດ​ວຽກ ​ແລະ ດຳລົງ​ຊີວິດ​ຢູ່ ມາ​ກາວ; ສະເໜີໃຫ້ຝ່າຍ ມາ​ກາວ ເປີດກ້ວາງການ​ຕ້ອນຮັບ​ແຮງ​ງານ​ ຫວຽດນາມ, ສົມທົບ​ກັນ​ແກ້​ໄຂ​ບັນຫາ​ທີ່​ເກີດ​ຂຶ້ນ​ກ່ຽວ​ກັບ​ໍ​ແຮງ​ງານ ແລະ ລົບ​ລ້າງ​ຂໍ້​ຈຳກັດດ້ານ​ວີ​ຊາ​ໃຫ້​ຄົນ​ງານ ​ແລະ ນັກ​ທ່ອງ​ທ່ຽວ ​ຫວຽດນາມ.

ທ່ານ​ກົງສຸນໃຫຍ່ ຫວຽດນາມ ປະຈຳ​ ຮົ່ງ​ກົງ ແບ່ງປັນ​ວ່າ ພ້ອມກັບ​ການ​ເພີ່ມ​ຂຶ້ນ​ຂອງ​ຄົນ​ຊັ້ນ​ກາງ​ໃນ​ໂຄງ​ປະກອບ​ປະຊາກອນ, ຈຳນວນ​ຊາວ ຫວຽດນາມ ​ໄປ​ທ່ອງທຽວຕ່າງປະ​ເທດ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້ ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ໜ້າ​ປະ​ທັບ​ໃຈ. ໃນປີ 2023, ນັກທ່ອງທ່ຽວ ໄປຍັງປະເທດໄທ ປະມານ 1 ລ້ານກວ່າເທື່ອຄົນ; ໄປຢ້ຽມ​ຢາມ​ ຍີ່​ປຸ່ນ ກວ່າ 500.000 ​ເທື່ອ​ຄົນ, ນອນໃນ top 10 ທ້ອງຕະຫຼາດທ່ອງ​ທ່ຽວ​ໃຫຍ່ທີ່ສຸດຂອງ ​ຍີ່​ປຸ່ນ; ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມ​ຢາມ ສ.​ເກົາຫຼີ ກວ່າ 400.000 ​ເທື່ອ​ຄົນ, ເປັນ​ອັນ​ດັບ​ທີ 1 ​ໃນ​ພາກ​ພື້ນ​ ອາ​ຊຽນ ​ແລະ ອັນ​ດັບ​ທີ 5 ຂອງ​ ອາຊີ.

ທ່ານ ​ຢືນຢັນ​ວ່າ ດ້ວຍຄວາມຄ້າຍຄືກັນດ້ານ​ວັດທະນະທຳ, ການ​ເຊື່ອມຕໍ່ກ່ຽວກັບຄົມມະນາຄົມ, ຄວາມ​ສາມາດ​ບົ່ມ​ຊ້ອນ​ພັດທະນາ​ການທ່ອງທ່ຽວ​ລະຫວ່າງ ຫວຽດນາມ ​ແລະ ມາ​ກາວ ຍັງ​ມີ​ຫຼາຍ​ຢ່າງ; ພ້ອມ​ກັນ​ນັ້ນ ກໍໄດ້​ສະ​ເໜີ​ບັນດາ​ມາດຕະການ ເພື່ອ​ຟື້ນ​ຟູ ​ແລະ ​ເປີດ​ກວ້າງທ້ອງ​ຕະຫຼາດ​ທ່ອງ​ທ່ຽວສອງສົ້ນ, ​ໃນ​ນັ້ນ​ມີ​ການຜ່ອນຜັນນະ​ໂຍບາຍວີຊາ.

ທີ່​ການ​ພົບ​ປະ, ທ່ານກົງສຸນໃຫຍ່ ຫວຽດນາມ ປະຈຳ​ ຮົ່ງ​ກົງ ຟ້າ​ມບິ່ງ​ດ່າມ ​ໃຫ້​ຮູ້​ວ່າ ນີ້​ກໍ່​ແມ່ນການເຂົ້າຢ້ຽມອຳລາຂອງທ່ານ ກັບທ່ານຫົວໜ້າເຂດປົກຄອງພິເສດກ່ອນການສິ້ນສຸດອາຍຸການ, ທ່ານກໍ່​ຂອບ​ໃຈ​ບັນດາຄວາມຮັກແພງທີ່ດີງາມຂອງທ່ານຫົວໜ້າເຂດປົກຄອງພິເສດທີ່ມອບໃຫ້ສ່ວນຕົວທ່ານ. ທ່ານ​ເຊື່ອ​ໝັ້ນ​ວ່າ ດ້ວຍ​ຄວາມ​ຕັດສິນ​ໃຈ ​ແລະ ຄວາມ​ພ້ອມ​ທີ່ຈະ​ປະຕິບັດ​ຂອງ​ສອງ​ອຳນາດການປົກຄອງ, ການ​ພົວພັນ​ຮ່ວມ​ມື​ລະຫວ່າງ ຫວຽດນາມ ​ແລະ ມາ​ກາວ ຈະ​ສືບ​ຕໍ່​ມີ​ບາດກ້າວ​ພັດທະນາ​ໃໝ່​ຫຼາຍ​ຢ່າງ.

ທ່ານ​ຫົວໜ້າ​ເຂດປົກຄອງ​ພິ​ເສດ ​ໄດ້​ແບ່ງປັນ ​ແລະ ສະໜັບສະໜູນ​ບັນດາ​ຂໍ້​ສະ​ເໜີ​ຂອງ​ທ່ານກົງສຸນໃຫຍ່, ຢືນຢັນຈະຫັນຂັ້ນຕອນວີຊາໃຫ້ເປັນງ່າຍດາຍ, ເປີດ​ວີ​ຊາ​ອອນ​ໄລ ​ແລະ​ ວີ​ຊາ​ເມື່ອເຂົ້າເມືອງ (visa on arrival) ​ໃຫ້​ພົນ​ລະ​ເມືອງ ​ຫວຽດ​ນາມ ໃນເວລາໄວທີ່ສຸດ; ໂດຍສະແດງຄວາມຊົມເຊີຍການເປີດກ້ວາງໃຫ້ແຮງງານ ຫວຽດນາມ ໄປ​ເຮັດ​ວຽກ​ຢູ່ ມາ​ກາວ.

ທ່ານ​ກໍ​ສະໜັບສະໜູນ ​ແລະ ຮັບ​ເອົາ​ຄຳ​ເຊີນ​ຂອງ​ຄະນະ​ຜູ້​ແທນ​ວິ​ສາ​ຫະກິດ ມາ​ກາວ ມາ​ຢ້ຽມຢາມ ຫວຽດນາມ ​ໂດຍ​ໄວ ​ໃນ​ເວລາ​ທີ່​ເໝາະ​ສົມ. ພ້ອມ​ກັນ​ນັ້ນ, ກໍໄດ້ສະແດງຄວາມຊົມເຊີຍອົງການ​ອຳນາດການປົກຄອງ​ທຸກ​ຂັ້ນ ​ແລະ ​ວິ​ສາ​ຫະກິດ ຫວຽດນາມ ທີ່ໄປ ມາ​ກາວ ​ເພື່ອ​ແລກປ່ຽນ ​ແລະ ຊອກ​ຮູ້​ກາລະ​ໂອກາດ​ຮ່ວມ​ມື, ​ລົງທຶນ.

ທີ່​ການ​ພົບ​ປະ, ທ່ານຫົວໜ້າເຂດປົກຄອງພິເສດ ໄດ້​ສະແດງຄວາມຊົມ​ເຊີຍ​ທ່ານ​ກົງສຸນໃຫຍ່ ຫວຽດນາມ ປະຈຳ​ ຮົ່ງ​ກົງ ທີ່ມີອາຍຸການທີ່ປະສົບ​ຜົນສຳ​ເລັດ ໂດຍ​ມີ​ການ​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ຊຸກຍູ້​ການ​ພົວພັນ ຫວຽດນາມ - ມາ​ກາວ ​ໃນ​ຫຼາຍ​ດ້ານ, ພິ​ເສດ ​ແມ່ນ​ການ​ສົມທົບ​ກັນເປັນ​ຢ່າງ​ດີ​ກັບ​ມາ​ກາວ ​ແກ້​ໄຂ​ຫຼາຍ​ບັນຫາ​ກ່ຽວ​ກັບ​ແຮງ​ງານ​ທີ່​ພວມ​ເກີດ​ຂຶ້ນ​ໃນສະຖານະການໂລກ​ລະບາດ. ທ່ານ​ຫວັງ​ວ່າ​ ​ບົນ​ຕຳ​ແໜ່ງວຽກງານ​ໃໝ່ ທ່ານກົງ​ສຸນ​ໃຫຍ່​ຈະ​ສືບ​ຕໍ່​ປະກອບສ່ວນ​ຊຸກຍູ້​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ.

​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ, ທ່ານ​ກົງສຸນໃຫຍ່ ຫວຽດນາມ ປະຈຳ​ ຮົ່ງ​ກົງ ຟ້າ​ມບິ່ງ​ດ່າມ ​ໄດ້ເຂົ້າພົບປະຢ້ຽມຢາມຫົວໜ້າຫ້ອງການທູດພິເສດການ​ຕ່າງປະ​ເທດ​ ຈີນ,​ ໄດ້​ພົບ​ປະ​ກັບ​ຄະນະ​ບໍລິຫານ​ງານ​ສະມາຄົມ ຊາວຫວຽດນາມ ຢູ່ ມາ​ກາວ ​ແລະ ​ເຮັດ​ວຽກ​ກັບ​ມະຫາວິທະຍາ​ໄລ​ ມາ​ກາວ.

ມິງດຶກ

ເຫດການ
302 Found

Found

The document has moved here.