ຮ່ວມແຮງຮ່ວມໃຈກັບນັກສຶກສາລາວ ແລະກໍາປູເຈຍເພື່ອຜ່ານ​ຜ່າການແຜ່ລະບາດຂອງພະຍາດ COVID-19

16:34 | 14/08/2021

ຍສໝ - ນີ້ແມ່ນໜຶ່ງໃນກິດຈະກໍາທີ່ມີຄວາມໝາຍເພື່ອສະແດງຄວາມເອົາໃຈໃສ່ຂອງສະຫະພັນບັນດາອົງການຈັດຕັ້ງມິດຕະພາບດົງຖາບຕໍ່ກັບນັກສຶກສາຕ່າງປະເທດທີ່ພວມຮໍ່າຮຽນຢູ່ບໍລິເວນແຂວງ.

ສາທາລະນະລັດເຊັກ ໂອນວັກຊີນ​ກັນ COVID -19  500,000 ໂດສ ໃຫ້ແກ່ຫວຽດນາມ ສາທາລະນະລັດເຊັກ ໂອນວັກຊີນ​ກັນ COVID -19 500,000 ໂດສ ໃຫ້ແກ່ຫວຽດນາມ
ປະເທດລາວ ໄດ້ເລີ່ມຕົ້ົ້ນທົດລອງການສັກວັກຊິນ ຕ້ານພະຍາດ COVID – 19 ປະເທດລາວ ໄດ້ເລີ່ມຕົ້ົ້ນທົດລອງການສັກວັກຊິນ ຕ້ານພະຍາດ COVID – 19
ຮ່ວມແຮງຮ່ວມໃຈກັບນັກສຶກສາລາວ ແລະກໍາປູເຈຍເພື່ອຜ່ານ​ຜ່າການແຜ່ລະບາດຂອງພະຍາດ COVID-19
ຮ່ວມແຮງຮ່ວມໃຈກັບນັກສຶກສາລາວ ແລະກໍາປູເຈຍເພື່ອຜ່ານ​ຜ່າການແຜ່ລະບາດຂອງພະຍາດ COVID-19 . ພາບ: doanthanhnien.vn

ວັນທີ 11 ສິງຫາ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບແຂວງດົ່ງທາບ ໄດ້ໄປຢ້ຽມຢາມ, ໃຫ້ກໍາລັງໃຈນັກສຶກສາລາວ ແລະກຳປູເຈຍ 54 ຄົນທີ່ພວມຮໍ່າຮຽນຢູ່ມະຫາວິທະຍາໄລ ແລະວິທະຍາໄລຕ່າງໆ ໃນບໍລິເວນແຂວງ ເຊິ່ງແມ່ນນັກສຶກສາຕ່າງປະເທດທີ່ຢູ່ໃນໄລຍະພັກ​ແລ້ງ ແລະບໍ່ສາມາດກັບຄືນບ້ານໄດ້ ເນື່ອງຈາກຜົນກະທົບຂອງການລະບາດຂອງພະຍາດ COVID-19.

ຄະນະໄດ້ໄປຢ້ຽມຢາມ, ແບ່ງປັນຄວາມຫຍຸ້ງຍາກ, ໃຫ້ກໍລັງໃຈບັນດານ້ອງນັກສຶກສາແກ້​ໄຂຄວາມຫຍຸ້ງຍາກ, ອຸ່ນອຽນໃຈໃນຮໍ່າຮຽນ, ປະຕິບັດຕາມບັນດາຂໍ້ກໍານົດກ່ຽວກັບການຮັກສາໄລຍະຫ່າງໃນສັງຄົມຢ່າງເຂັ້ມງວດ, ປະກອບສ່ວນຮ່ວມກັບລະບົບການເມືອງພາຍໃນແຂວງເພື່ອ​ຍູ​້ຖອຍການລະບາດຂອງພະຍາດ COVID-19 ໂດຍໄວ.

ເນື່ອງໃນໂອກາດນີ້, ຄະນະຜູ້ແທນໄດ້ມອບຂອງຂວັນໃຫ້ນັກສຶກສາແຕ່ລະຄົນ ລວມມີ: ໝີ່, ໄຂ່, ນ​້ຳນົມ, ເຂົ້າສານ ແລະອວຍພອນໃຫ້ບັນດານ້ອງນັກສຶກສາຈົ່ງປະສົບຜົນສໍາເລັດໃນການຮໍ່າຮຽນ. ລວມມູນຄ່າຂອງຂວັນທັງໝົດແມ່ນຫຼາຍກວ່າ 15 ລ້ານດົ່ງ.

ນີ້ແມ່ນໜຶ່ງໃນກິດຈະກໍາທີ່ມີຄວາມໝາຍເພື່ອສະແດງຄວາມເອົາໃຈໃສ່ຂອງສະຫະພັນບັນດາອົງການຈັດຕັ້ງມິດຕະພາບດົງຖາບຕໍ່ກັບນັກສຶກສາຕ່າງປະເທດທີ່ພວມຮໍ່າຮຽນຢູ່ບໍລິເວນແຂວງ. ກິດຈະກໍາຂ້າງເທິງ ໄດ້ປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດໂຄງການຮ່ວມມືພັດທະນາເສດຖະກິດ, ວັດທະນະທໍາ ແລະສັງຄົມລະຫວ່າງແຂວງດົງທາບກັບແຂວງຕ່າງໆຂອງລາຊະອານາຈັກກໍາປູເຈຍ ແລະສາທາລະນະລັດປະຊາທິປະໄຕປະຊາຊົນລາວ ໃຫ້ເປັນຢ່າງດີ.

ໃນເຫດການທີ່ກ່ຽວຂ້ອງ, ຫ່າງແລ້ວນີ້, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບແຂວງດົ່ງນາຍ ໄດ້ປະສານສົມທົບກັບສະມາຄົມມິດຕະພາບຫວຽດນາມ - ລາວ ແຂວງດົ່ງນາຍເພື່​ອໄປຢ້ຽມຢາມ, ມອບຂອງຂວັນໃຫ້ແກ່ນັກສຶກສາລາວ ແລະກໍາປູເຈຍ ທີ່ພວມຮໍ່າຮຽນຢູ່ບັນດາມະຫາວິທະຍາໄລ, ວິທະຍາໄລໃນບໍລິເວນແຂວງ. ເພື່ອໃຫ້ກໍາລັງໃຈນັກສຶກສາລາວ ແລະກໍາປູເຈຍຜ່ານຜ່າຄວາມຫຍຸ້ງຍາກ, ສະຫະພັນບັນດາອົງການຈັດຕັ້ງມິດຕະພາບແຂວງດົ່ງນາຍ ໄດ້ປະສານສົມທົບກັບສະມາຄົມມິດຕະພາບຫວຽດນາມ - ລາວແຂວງດົ່ງນາຍ ມອບຂອງຂວັນ 31 ພູດລວມທັງເຄື່ອງໃຊ້ທີ່ຈໍາເປັນ ແລະເງິນສົດ, ເຊິ່ງແຕ່ລະພູດມີມູນຄ່າ 500.000 ດົ່ງ.

ໄຊພອນ

ເຫດການ
302 Found

Found

The document has moved here.