ຮູບ​ພາບ​ເຮັດ​ຈາກກະດຸມເພື່ອ​ໂຄ​ສະ​ນາ​ການ​ປ້ອງ​ກັນ​, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19

14:56 | 12/08/2021

ຍ​ສ​ໝ -ອ້າຍ ​ຫງວຽນ​ເຟືອກ​ກຸ໊ຍ​ແທັງ ໄດ້​ສະ​ແດງ​ຄວາມ​ຕັດ​ສິນ​ໃຈ​ໃນ​ການ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ດ້ວຍ​​ພາບ​ແຕ້ມລະ​ດົມ​ກຳ​ລັງ​ໃຈ​​ບົນ​ຜ້າ​ອັດ​ປາກ ຫຼື ໄດ້​ເຮັດ​ດ້ວຍກະດຸມ

ລັດ​ຖະ​ບານ​ຫວຽດ​ນາມ ໜູນ​ຊ່ວຍ​ຊາວ​ຫວຽດ​ນາມ ອ​າ​ໄສ​ຢູ່​ລາວ ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ລັດ​ຖະ​ບານ​ຫວຽດ​ນາມ ໜູນ​ຊ່ວຍ​ຊາວ​ຫວຽດ​ນາມ ອ​າ​ໄສ​ຢູ່​ລາວ ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19
ໜູນ​ຊ່ວຍ​ປະ​ຊາ​ຊົ​ນ​ກັບ​ຄືນ​ຈາກ​ເຂດ​ເກີດ​ໂລກ​ລະ​ບາດ​ໂຄວິດ - 19 ໜູນ​ຊ່ວຍ​ປະ​ຊາ​ຊົ​ນ​ກັບ​ຄືນ​ຈາກ​ເຂດ​ເກີດ​ໂລກ​ລະ​ບາດ​ໂຄວິດ - 19
ຮູບ​ພາບ​ເຮັດ​ຈາກກະດຸມເພື່ອ​ໂຄ​ສະ​ນາ​ການ​ປ້ອງ​ກັນ​, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19
ຮູບ​ພາບ​ເຮັດ​ດ້ວຍ​ກະ​ດຸມ (ພາບ: tuoitre)

​ໂດຍ​ຮຽນ​ພະ​ແນກ​ເຕັກ​ນິກ​ເຄ​ມີ ແລະ ຮັບ​ຮູ້​ໄດ້​ຄວາມ​ສ່ຽງ​ຈາກ​ຂີ້​ເຫຍື້ອ​ປ​ຼາດ​ຕິກ, ອ້າຍ ຫງວຽນ​ເຟຶອກ​ກຸ໊ຍ​ແທັງ (ອາ​ຍຸ 28ປີ, ຢູ່​ເມືອງ ເຕິນ​ຝູ - ນະ​ຄອນ​ໂຮ່​ຈີ​ມິນ) ໄດ້​ຊອກ​ຮູ້ ແລະ ໃຫ້ກຳ​ເນີດ​ຮູບ​ພາບ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະດ້ວຍ​ກະ​ດຸມ, ເມັດ​ປ​ຼາດ​ຕິກ ທີ່​ໄດ້​ນຳ​ໃຊ້​ຈາກ​ໂສ້ງ​ເສື້ອ​ເກົ່າ.

ເພື່ອ​​ເຮັດສຳ​ເລັດ​ຮູບ​ພາບ​ດັ່ງ​ກ່າວ, ອ້າຍ​ແທັງ​ ໄດ້ມີ​ແນ​ວ​ຄວາມ​ຄິດ, ສານ; ແຕ້ມ​ເບື້ອງ​ຕ​ົ້ນ​ໃນ​ເຈ້ຍ ແລ້ວ​ຈຶ່ງ​ເລືອກ​ກະ​ດຸມ ແລະ ເມັດ​ປ​ຼາກ​ຕິກ​ທີ່​ເໝາະ​ສົມ, ດັດ​ປັບ​ສີ​ສັນ​ໃຫ້​ກົມ​ກຽມ ກັບ​ພື້ນ ແລະ ​ເອົາຮູບໃສ່ຂອບ.

ອ້າຍແທັງ​ ໃຫ້​ຮູ້​ວ່າ ໃນ​ເວ​ລາ​ເຮັດ​ສຳ​ເລັດ​ບັນ​ດາ​ຮູບ​ພາບ​ອີງ​ຕາມ​ຂອບ​ຂະ​ໜາດ​ຂອງ​ຮູບ​ພາບ, ຂະ​ໜາດ​ນ້ອຍ​ຈະ​ເສຍ​ເວ​ລາ​ແຕ່ 2 – 3 ຊົ່ວ​ໂມງ, ຂະ​ໜາດ​ໃຫຍ່​ຈະ​ເສຍ​ເວ​ລາປະ​ມານ 1 ວັນ, ຮູບ​ພາບ​ທີ່​ສັບ​ສົນຕ້ອງ​ເຮັດ​ຢ່າງ​ລະ​ອຽດ​ລະ​ອໍຕ້ອງ​ເສຍ​ເວ​ລາ​ປະ​ມານ 4 – 5 ມື້. ບັນ​ດາ​ຂັ້ນ​ຕອນ​ລ້ວນ​ແຕ່​ມີ​ລະ​ດັບ​ຄວາມ​ຍາກ​ທີ່​ຄ້າຍ​ຄື​ກັນ, ​ເຊິ່ງ​ມັນຮຽກ​ຮ້ອງ​ຕ້ອງ​ເຮັດ​ຢ່າງ​ລະ​ອຽດ​ລະ​ອໍ, ຕ້ອງ​ເລືອກ​ສີ​ສັນ​ທີ່​ເໝາ​ະ​ສົມ, ປະ​ດັ​ບ​ປະ​ດາ​ພື້ນ​ເພື່ອ​ເຮັດ​ໃຫ້​ບັນ​ດາ​ລວດ​ລາຍ​ ແລະ ຫົວ​ຂໍ້​ຂອງ​ຮູບ​ພາບພົ້ນ​ດັ່ນ​ຂຶ້ນ.

“ຂ້າ​ພະ​ເຈົ້າ​ຢາກ​ໂຄ​ສະ​ນາ​ສານ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ໄປ​ຍັງ​ທຸກ​ຄົນ, ອອກ​ຈາກ​ເຮືອນ​ຕ້ອງ​ປະ​ຕິ​ບັດ​ 5 ປະ​ການ ຢ່າງ​ລະ​ມັດ​ລະ​ວັງ. ຂໍ​ມອບ​ບັນ​ດາ​ຮູບ​ພາບ​ດັ່ງ​ກ່າວ​ໄປ​ຍັງ​ບັນ​ດາ​ຖັນ​ແຖວ​ແພດ​ໝໍ​ຄື​ດັ່ງຄຳ​ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນ. ແລະ ສຸດ​ທ້າຍ​ແມ່ນ​ຢາກ​ຮຽກ​ຮ້​ອງ​ປະ​ຊາ​ຊົນ​ສາ​ມັກ​ຄີ​ກັນ, ຫວັງ​ວ່າ​ໂລກ​ລະ​ບາດ​ໂຄວິດ - 19 ຈະ​ໄດ້​ຮັບ​ການ​​ດັບ​ມອດ​ ເພື່ອ​ນຳ​ຊີ​ວິດ​ການ​ເປັນ​ຢູ່​ກັບ​ຄືນ​ສະ​ພາບ​ການ​ທີ່​ເປັນ​ປົກ​ກະ​ຕິ”. ອ້າຍ​ແທັງ​ ແບ່ງ​ປັນ.

ເຫດການ
302 Found

Found

The document has moved here.