ບັນດາແຂວງທາງພາກໃຕ້ ຕໍ່ເວລາແຍກຫ່າງສັງຄົມຕື່ມອີກ 14 ວັນ

06:07 | 02/08/2021

ຄະນະກຳມະການປະຊາຊົນແຂວງ ເຮົ້າຢາງ ໄດ້ປະກາດຈົດໝາຍທາງການກ່ຽວກັບການດັດປັບເວລາແຍກຫ່າງສັງຄົມຕາມຄຳສັ່ງເລກທີ 16 ຕື່ມອີກ 14 ວັນ.

ຖະ​ຫວາຍ​ທູບ​ທຽນ ແລະ ລະ​​​ນຶກ​ເຖິງອາ​ໄລ​ຫາ ວັນ​ຄ​້າຍ​ວັນ​ເກີດ​ຂອງ​ປ​ະ​ທານ​ໄກ​ສອນ​ ພົມ​ວິ​ຫານ ຄົບ​ຮອບ 100 ປີ ຖະ​ຫວາຍ​ທູບ​ທຽນ ແລະ ລະ​​​ນຶກ​ເຖິງອາ​ໄລ​ຫາ ວັນ​ຄ​້າຍ​ວັນ​ເກີດ​ຂອງ​ປ​ະ​ທານ​ໄກ​ສອນ​ ພົມ​ວິ​ຫານ ຄົບ​ຮອບ 100 ປີ
ກອງປະຊຸມລັດຖະມົນຕີ ອາຊຽນ ກ່ຽວກັບການປ້ອງກັນ, ຕ້ານອາດຊະຍາກຳຂ້າມຊາດຄັ້ງທີ 14 (AMMTC 14) ກອງປະຊຸມລັດຖະມົນຕີ ອາຊຽນ ກ່ຽວກັບການປ້ອງກັນ, ຕ້ານອາດຊະຍາກຳຂ້າມຊາດຄັ້ງທີ 14 (AMMTC 14)
ພາບປະກອບ
ພາບປະກອບ

ຕອນເຊົ້າວັນທີ 01 ສິງຫາ, ຄະນະກຳມະການປະຊາຊົນແຂວງ ເຮົ້າຢາງ ໄດ້ປະກາດຈົດໝາຍທາງການກ່ຽວກັບການດັດປັບເວລາແຍກຫ່າງສັງຄົມຕາມຄຳສັ່ງເລກທີ 16 ຕື່ມອີກ 14 ວັນ. ກ່ອນໜ້ານັ້ນ, ຕອນຄ່ຳວັນທີ 31 ກໍລະກົດ, ບັນດາແຂວງຄື: ເບັນແຈ, ໄຕນິງ, ວິງລອງ, ຕ່ຽນຢາງ… ກໍໄດ້ປະກາດຂໍ້ຕົກລົງຕໍ່ເວລາແຍກຫ່າງສັງຄົມນັບແຕ່ວັນທີ 02 – 15 ສິງຫາ 2021.

ຕອນທ່ຽງວັນທີ 01 ສິງຫາ, ທ່ານປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ຫງວຽນແທັງຟອງ ໄດ້ປະກາດເອກະສານທາງການ ກ່ຽວກັບເລື່ອງສືບຕໍ່ນຳໃຊ້ມາດຕະການແຍກຫ່າງສັງຄົມ ຕາມຕິດໃຈຄຳສັ່ງເລກທີ 16 ຕື່ມອີກ 14 ວັນ, ນັບແຕ່ເວລາ 0 ໂມງ ວັນທີ 02 ສິງຫາ.

ກ່ຽວຂ້ອງເຖິງສະພາບຜູ້ຕິດເຊື້ອພະຍາດໂຄວິດ-19 ຢູ່ຫວຽດນາມ, ຕາມແຫຼ່ງຂ່າວຈາກກະຊວງສາທາລະນະສຸກ ຫວຽດນາມ ແລ້ວ, ໄລ່ຮອດຕອນເຊົ້າວັນທີ 01 ສິງຫາ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ສະສົມທັງໝົດ 150.060 ຄົນ, ໃນນັ້ນມີ 38.734 ຄົນໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ. ມີ 4 ໃນຈຳນວນ 62 ແຂວງ, ນະຄອນບໍ່ກວດພົບກໍລະນີຕິດເຊື້ອພະຍາດໃນຮອບເວລາ 14 ວັນແມ່ນ: ອຽນບາຍ, ດ້ຽນບຽນ, ກວາງນິງ ແລະ ບັກກ້ານ.

ໃນວັນທີ 31 ກໍລະກົດ, ໄດ້ສັກວັກຊິນກັນໂຄວິດ-19 ກວ່າ 276.000 ໂດສ ໃຫ້ແກ່ປະຊາຊົນ ອັນໄດ້ຍົກຈຳນວນວັກຊິນສັກໃຫ້ປະຊາຊົນແມ່ນຂຶ້ນກວ່າ 6.200.000 ໂດສ.

vovworld.vn

ເຫດການ
302 Found

Found

The document has moved here.