ກອງປະຊຸມລັດຖະມົນຕີ ອາຊຽນ ກ່ຽວກັບການປ້ອງກັນ, ຕ້ານອາດຊະຍາກຳຂ້າມຊາດຄັ້ງທີ 14 (AMMTC 14)

10:39 | 27/11/2020

ຍ​ສ​ໝ - ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວັນ​ຟຸກ ​ຢັ້ງ​ຢືນ​ຄຳ​ໝັ້ນ​ສັນ​ຍ​າ​ຂອງ ຫວຽດ​ນາມ ມາ​ນະ​ພະ​ຍາ​ຍາມ​ຈົດ​ສຸດ​ຄວາມ​ສາ​ມາດ ພ້ອມ​ກັບ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ສ້າງ​ປະ​ຊາ​ຄົມ​ອາ​ຊຽນ ແຫ່ງ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ ແລະ ພັດ​ທະ​ນາ.

ກອງປະຊ ມລ ດຖະມ ນຕ ອາຊຽນ ກ ຽວກ ບການປ ອງກ ນ ຕ ານອາດຊະຍາກຳຂ າມຊາດຄ ງທ 14 ammtc 14 ເນື່ອງຈາກວ່າ COVID-19, ເປັນຄັ້ງທຳອິດໃນປະຫວັດສາດ ກອງປະຊຸມ AMMTC ໄດ້ຈັດຕັ້ງຂຶ້ນດ້ວຍຮູບແບບອອນລາຍ
ກອງປະຊ ມລ ດຖະມ ນຕ ອາຊຽນ ກ ຽວກ ບການປ ອງກ ນ ຕ ານອາດຊະຍາກຳຂ າມຊາດຄ ງທ 14 ammtc 14 ອາຊຽນ +3 ໃຫ້ຄຳໝັ້ນສັນຍາວ່າ ຈະສືບຕໍ່ການຟື້ນຕົວເສດຖະກິດແບບຍືນຍົງ ຫຼັງຈາກການລະບາດຂອງ COVID-19
ກອງປະຊ ມລ ດຖະມ ນຕ ອາຊຽນ ກ ຽວກ ບການປ ອງກ ນ ຕ ານອາດຊະຍາກຳຂ າມຊາດຄ ງທ 14 ammtc 14
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວັນ​ຟຸກ ກ່າວ​ຄຳ​ເຫັນ​ໄຂ​ກອງ​ປະ​ຊຸມ (ພາບ: baoquocte.vn)

ຕອນເຊົ້າວັນທີ 26 ພະຈິກ, ທີ່ຮ່າໂນ້ຍ, ກອງປະຊຸມລັດຖະມົນຕີ ອາຊຽນ ກ່ຽວກັບການປ້ອງກັນ, ຕ້ານອາດຊະຍາກຳຂ້າມຊາດຄັ້ງທີ 14 (AMMTC 14) ດ້ວຍຫົວຂໍ້ວ່າ “ອາຊຽນ ສະໜິດຕິດພັນ ແລະ ເປັນເຈົ້າການຮັບມືປ້ອງກັນ, ຕ້ານອາດຊະຍາກຳຂ້າມຊາດ” ໄດ້ໄຂຂຶ້ນຢ່າງເປັນທາງການດ້ວຍຮູບການທາງອອນລາຍ. ກອງປະຊຸມນີ້ ໄດ້ຮັບການຕີລາຄາວ່າ ແມ່ນໜຶ່ງໃນບັນດາກົນໄກຮ່ວມມືຫຼັກແຫຼ່ງ ແລະ ກວມລວມທີ່ສຸດກ່ຽວກັບການປ້ອງກັນ, ຕ້ານອາດຊະຍາກຳຂ້າມຊາດ, ຂຶ້ນກັບເສົາຄ້ຳການເມືອງ - ຄວາມໝັ້ນຄົງຂອງປະຊາຄົມ ອາຊຽນ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວັນ​ຟຸກ ໃຫ້​ຮູ້​ວ່າ ດ້ວຍ​ບົດ​ບາດ​ແມ່ນ​ປະ​ທານ​ອາ​ຊຽນ 2020, ຫວຽດ​ນາມ ໄດ້​ຮ່ວມ​ເດີນ​ທາງ​ກັບ​ບັນ​ດາ​ປະ​ເທດ​ອາ​ຊຽນ, ເປັນ​ເຈົ້າ​ການ​ຮັບ​ມື, ປະ​ຕິ​ບັດ “ເປົ້າ​ໝາຍ​ຄວບ​ຄູ່” ທັງ​ຍູ້​ແຮງ​ການ​ພັດ​ທະ​ນາ, ທັງ​ຄວບ​ຄຸມ​ໂລກ​ລະ​ບາດ​ໂຄວິດ - 19 ຢ່າງ​ມີ​ປະ​ສິດ​ທິ​ຜົນ.

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ຕີລາຄາສູງຕໍ່ຫົວຂໍ້ຂອງກອງປະຊຸມ AMMTC 14 ໂດຍກະຊວງຕຳຫລວດ ຫວຽດນາມ ສະເໜີ ແລະ ຖື​ວ່າ, ສິ່ງນີ້​ໄດ້​ສະ​ແດງ​ໃຫ້​ເຫັນ​ຄຳ​ໝັ້ນ​ສັນ​ຍາ ແລະ ຄວາມ​ຕັດ​ສິນ​ໃຈ​ຢ່າງ​ແຮງ​ຂອງ ລັດ​ຖະ​ມົນ​ຕີ​ບັນ​ດາ​ປະ​ເທດ ອາ​ຊຽນ​ໃນ​ການ​ຮັບ​ຜິດ​ຊອບ​ຂົງ​ເຂດ​ປ້ອງ​ກັນ, ຕ້ານ​ອາດ​ຊະ​ຍາ​ກຳ​ຂ້າ​ມ​ຊາດ ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ຮັກ​ສາ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ສັນ​ຕິ​ພາບ, ຄວາມ​ໝັ້ນ​ຄົງ ແລະ ສະ​ຖຽ​ນ​ລະ​ພາບ​ໃນ​ພາກ​ພື້ນ. ເພື່ອສ້າງອາຊຽນ ໃຫ້ມີຄວາມສະໜິດຕິດພັນ ແລະ ເປັນເຈົ້າການຮັບມືກັບການປ້ອງກັນ, ຕ້ານອາດຊະຍາກຳຂ້າມຊາດ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ສະເໜີໃຫ້ບັນດາປະເທດ ອາຊຽນ ສືບຕໍ່ຕິດພັນກັບການປະຕິບັດວິໄສທັດປະຊາຄົມອາຊຽນ 2020 ແລະ ຖະແຫຼງການຮ່າໂນ້ຍ ກ່ຽວກັບວິໄສທັດປະຊາຄົມອາຊຽນ ຫລັງປີ 2025 ໃຫ້ຄົບຖ້ວນ ແລະ ມີປະສິດທິຜົນ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ກ່າວວ່າ: “ເອົາໃຈໃສ່ເປັນພິເສດເຖິງການສ້າງປະຊາຄົມດ້ານການເມືອງ - ຄວາມໝັ້ນຄົງໃຫ້ເຂັ້ມແຂງ, ຜ່ານນັ້ນ ຢັ້ງຢືນບົດບາດຂອງກົນໄກກອງປະຊຸມ AMMTC ໃນການແກ້ໄຂບັນດາບັນຫາອາດຊະຍາກຳ, ປະກອບສ່ວນຮັກສາສັນຕິພາບ, ຄວາມໝັ້ນຄົງ ແລະ ສະຖຽນລະພາບຂອງພາກພື້ນ; ເພີ່ມ​ທະ​ວີ​ການ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ແລ​ກ່​ປຽນ​ຂໍ້​ມູນ​ຂ່າວ​ສານ​ຂັ້ນ​ສູງ​ລະ​ຫວ່າງ​ບັນ​ດາ​ອົງ​ການ​ປະ​ຕິ​ບັດ​ກົດ​ໝາຍ ບັນ​ດາ​ປະ​ເທດ​ອາ​ຊ​ຽນ, ບໍ່​ປະ​ໃຫ້​ບັນ​ດາ​ອົງ​ການ, ສ່ວນ​ບຸກ​ຄົນ​ສວຍ​ໃຊ້​ຜືນ​ແຜ່ນ​ດິນ​ຂອງ​ປະ​ເທດນີ້​ຕ້ານ​ປະ​ເທດ​ອື່ນ, ສືບຕໍ່ປັບປຸງການພົວພັນຮ່ວມມື, ເພີ່ມທະວີການແບ່ງປັນຂໍ້ມູນຂ່າວສານ, ບົດຮຽນລະຫວ່າງບັນດາປະເທດອາຊຽນ ໃນການຕໍ່ສູ້ປ້ອງກັນ, ຕ້ານອາດຊະຍາກຳຂ້າມຊາດ, ແນໃສ່ຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພໃຫ້ພົນລະເມືອງ ອາຊຽນ ແລະ ສະກັດກັ້ນບັນດາບັນຫາຂາດສະຖຽນລະພາບທາງສັງຄົມທີ່ເກີດຂຶ້ນຈາກຜົນກະທົບຂອງໂລກລະບາດໂຄວິດ-19.”

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວັນ​ຟຸກ ​ຢັ້ງ​ຢືນ​ຄຳ​ໝັ້ນ​ສັນ​ຍ​າ​ຂອງ ຫວຽດ​ນາມ ມາ​ນະ​ພະ​ຍາ​ຍາມ​ຈົດ​ສຸດ​ຄວາມ​ສາ​ມາດ ພ້ອມ​ກັບ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ສ້າງ​ປະ​ຊາ​ຄົມ​ອາ​ຊຽນ ແຫ່ງ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ ແລະ ພັດ​ທະ​ນາ. ພາຍຫລັງພິທີໄຂ, ໄດ້ດຳເນີນວາລະປະຊຸມຄົບຄະນະກອງປະຊຸມລັດຖະມົນຕີ ອາຊຽນ ກ່ຽວກັບການປ້ອງກັນ, ຕ້ານອາດຊະຍາກຳຂ້າມຊາດຄັ້ງທີ 14, ໂດຍທ່ານພົນເອກ ໂຕເລິມ, ລັດຖະມົນຕີກະຊວງຕຳຫລວດ ຫວຽດນາມ ເປັນປະທານ. ເຂົ້າ​ຮ່ວມກອງ​ປະ​ຊຸມ ມີ​ລັດ​ຖະ​ມົນ​ຕີ​ຮັບ​ຜິດ​ຊອບ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ອາດ​ຊະ​ຍາ​ກຳ​ຂ້າມ​ຊາດຂອງ​ບັນ​ດາ​ປະ​ເທດ​ອາຊຽນ, ເລ​ຂາ​ທິ​ການ​ໃຫຍ່​ອາຊຽນ, ປະ​ທານ​ສະ​ພາ​ບັນ​ດາ​ຜູ້​ນຳ​ໜ້າ​ອາ​ຊຽນ​ກ່ຽວ​ກັບ​ການ​ນຳ​ພາ ແລະ ເຂົ້າ​ອອກ​ເມືອງ.

ກອງປະຊ ມລ ດຖະມ ນຕ ອາຊຽນ ກ ຽວກ ບການປ ອງກ ນ ຕ ານອາດຊະຍາກຳຂ າມຊາດຄ ງທ 14 ammtc 14 ເນື່ອງຈາກວ່າ COVID-19, ເປັນຄັ້ງທຳອິດໃນປະຫວັດສາດ ກອງປະຊຸມ AMMTC ໄດ້ຈັດຕັ້ງຂຶ້ນດ້ວຍຮູບແບບອອນລາຍ

ຍສໝ - ກອງປະຊຸມ AMMTC 14 ຈະເປັນໂອກາດເພື່ອບັນດາລັດຖະມົນຕີຂອງບັນດາປະເທດອາຊຽນທີ່ຮັບຜິດຊອບວຽກງານປ້ອງກັນ, ຕ້ານອາດຊະຍາ ກຳຂ້າມຊາດເພື່ອຢັ້ງຢືນຄຳໝັ້ນສັນຍາ ແລະຄວາມຕັດສິນໃຈທີ່ເຂັ້ມແຂງໃນການຈັດຕັ້ງປະຕິບັດບັນດາເອກະສານທີ່ໄດ້ຮັບການອະນຸມັດຈາກຜູ້ນຳຂັ້ນສູງໃນກອງປະຊຸມສຸດຍອດອາຊຽນຄັ້ງທີ 37, ປະກອບສ່ວນເຂົ້າໃນການປະຕິບັດ "ເປົ້າ ໝາຍຄວບຄູ່" ທັງການຍູ້ແຮງການພັດທະນາ ທັງຄວບຄຸມໂລກລະບາດ ໂຄ​ວິດ 19 ຢ່າງມີປະສິດທິຜົນ.

ກອງປະຊ ມລ ດຖະມ ນຕ ອາຊຽນ ກ ຽວກ ບການປ ອງກ ນ ຕ ານອາດຊະຍາກຳຂ າມຊາດຄ ງທ 14 ammtc 14 ກອງປະຊຸມ ອອນລາຍ ກອງບັນຊາການກອງທັບເຮືອ ບັນດາປະເທດສະມາຊິກ ອາຊຽນ ຄັ້ງທີ 14

ຍ​ສ​ໝ - ກອງປະຊຸມໄດ້ສຸມໃສ່ເຂົ້າການແລກປ່ຽນກ່ຽວກັບບັນດາຂໍ້ລິເລີ່ມ, ການເຄື່ອນໄຫວໃນອະນາຄົດ, ປຶກສາຫາລືກ່ຽວກັບໂຄງການແລກປ່ຽນບົດຮຽນ, ປະສົບການໃນການຝຶກຊ້ອມກອງທັບເຮືອ ຂອງບັນດາປະເທດສະມາຊິກ ອາຊຽນ, ເຊື່ອມຕໍ່ບັນດາສູນການເດີນເຮືອ ແລະ ສ້າງກຳລັງການເດີນເຮືອ ອາຊຽນ.

ກອງປະຊ ມລ ດຖະມ ນຕ ອາຊຽນ ກ ຽວກ ບການປ ອງກ ນ ຕ ານອາດຊະຍາກຳຂ າມຊາດຄ ງທ 14 ammtc 14 14.590 ຄົນ ຢູ່ເມືອງເຊໂປນ ແຂວງສະຫວັນນະເຂດ ໄດ້ຮັບຜົນກະທົບຢ່າງໜັກ ຈາກໄພພິບັດນໍ້າຖ້ວມ

ເມືອງເຊໂປນ ແມ່ນໜຶ່ງໃນ 8 ເມືອງ ຂອງແຂວງສະຫວັນນະເຂດ ທີ່ໄດ້ຮັບຜົນກະທົບຢ່າງໜັກຈາກໄພພິບັດນໍ້າຖ້ວມ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.