ທົດລອງການຕ້ອນຮັບນັກທ່ອງທ່ຽວສາກົນ ມາຢ້ຽມຢາມ ຝູກ໋ວກ

12:11 | 23/07/2021

ຍສໝ - ກະຊວງການຄົມມະນາຄົມຂົນສົ່ງ ໄດ້ເຫັນດີເປັນເອກະພາບໂດຍພື້ນຖານຕໍ່ເນື້ອໃນຮ່າງການທົດລອງເພື່ອຕ້ອນຮັບນັກທ່ອງທ່ຽວສາກົນ ທີ່ມາທ່ອງທ່ຽວຢູ່ ຝູກ໋ວກ.

ໜ່ວຍຊາວໜຸ່ມສະຫະພັນບັນດາອົງການມິດຕະພາບນະຄອນໂຮ່ຈີມິນ ມາຢ້ຽມຢາມ ແລະມອບຂອງຂວັນໃຫ້ແກ່ບັນດາແມ່ຫວຽດນາມວິລະຊົນ ໜ່ວຍຊາວໜຸ່ມສະຫະພັນບັນດາອົງການມິດຕະພາບນະຄອນໂຮ່ຈີມິນ ມາຢ້ຽມຢາມ ແລະມອບຂອງຂວັນໃຫ້ແກ່ບັນດາແມ່ຫວຽດນາມວິລະຊົນ
ຜູ້ວ່າການລັດ Queensland - ອ໋ອດສະເຕເລຍ ມາຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ ຜູ້ວ່າການລັດ Queensland - ອ໋ອດສະເຕເລຍ ມາຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ

ຕາມການນຳຂອງກະຊວງການຄົມມະນາຄົມຂົນສົ່ງແລ້ວ, ໂຄງການທົດລອງຕ້ອນຮັບນັກທ່ອງທ່ຽວສາກົນມາຢ້ຽມຢາມ ຝູກ໋ວກ ຕ້ອງມີແບບວິທີການສັງລວມ ແລະ ລະອຽດຖີ່ຖ້ວນເພື່ອຮັບປະກັນຄວາມປອດໄພຂອງການປ້ອງກັນ ແລະ ຄວບຄຸມການລະບາດພະຍາດ ໃຫ້ແກ່ປະຊາຊົນທ້ອງຖິ່ນ, ແລະ ບໍ່ປະໃຫ້ເກີດມີການແຜ່ລະບາດຂອງພະຍາດຈາກນັກທ່ອງທ່ຽວສາກົນ ມາສູ່ຊຸມຊົນ.

ທົດລອງການຕ້ອນຮັບນັກທ່ອງທ່ຽວສາກົນ ມາຢ້ຽມຢາມ ຝູກ໋ວກ
ທົດລອງການຕ້ອນຮັບນັກທ່ອງທ່ຽວສາກົນ ມາຢ້ຽມຢາມ ຝູກ໋ວກ. (ພາບປະກອບ: vnexpress)

ຕ້ອງໃຫ້ບຸລິມະສິດສັກຢາວັກຊີນປ້ອງກັນພະຍາດ COVID-19 ສຳລັບປະຊາຊົນຝູກ໋ວກ; ແບ່ງແລວ ແລະ ຕິດຕາມນັກທ່ອງທ່ຽວສາກົນນັບແຕ່ເວລາເຂົ້າເມືອງ ແລະ ໃນໄລຍະພັກເຊົາ, ຢ້ຽມຢາມທ່ອງທ່ຽວ; ມີແບບວິທີການປ້ອງກັນການຕິດເຊື້ອ ສຳລັບກຳລັງຄົນງານ ທີ່ເຂົ້າຮ່ວມໃນການຕ້ອນຮັບນັກທ່ອງທ່ຽວສາກົນໂດຍກົງ.

ນັກທ່ອງທ່ຽວສາກົນເຂົ້າເມືອງໂດຍທາງການບິນ, ຜ່ານຖ້ຽວບິນເຊົ່າ ຫຼື ການບິນຕ່າງປະເທດຕາມປົກກະຕິ (ເມື່ອມີເງື່ອນໄຂ).

ກະຊວງການຄົມມະນາຄົມຂົນສົ່ງ ໄດ້ສະເໜີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວແລກປ່ຽນກັບກັບກະຊວງຕຳຫຼວດ ແລະ ຄະນະກຳມະການປະຊາຊົນແຂວງກຽນຢາງ ເພື່ອສຶກສາເນື້ອໃນຄວາມຮັບຜິດຊອບ ໃນການສ້າງ ແລະ ຈັດຕັ້ງຜັນຈະຫຍາຍແບບວິທີການແກ້ໄຂກໍລະນີນັກທ່ອງທ່ຽວຖືກປະຕິເສດການເຂົ້າເມືອງ, ລວມທັງຮັບປະກັນສະຖານທີ່ແຍກປ່ຽວ ສຳລັບແຂກທີ່ຖືກປະຕິເສດເຂົ້າເມືອງ ໃນເວລາທີ່ລໍຖ້າການອອກເມືອງ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.