ຜູ້ວ່າການລັດ Queensland - ອ໋ອດສະເຕເລຍ ມາຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ

10:36 | 30/05/2019

ຍສໝ - ໃນວັນທີ 29 ພຶດສະພາ, ຢູ່ສຳນັກງານປະທານປະເທດ, ທ່ານນາງ ດັ້ງ ຖິ ຫງັອກ ທິ້ງ ຮອງປະທານປະເທດຫວຽດນາມ ໄດ້ໃຫ້ການຕ້ອນຮັບ ຜູ້ວ່າການລັດ Queensland, ອ໋ອດສເຕເລຍ Paul De Jersey ມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ຫວຽດນາມ ຢ່າງເປັນທາງການ.

ທ່ານ​ນາງ ດັ້ງ​ ຖິ ຫງັອກ​ ທິ້ງ ​ຮ​ອງ​ປະ​ທານ​ປະ​ເທດຫວຽດນາມ ​ໄດ້​ຕີ​ລ​າ​ຄາ​ສູງ​ການ​ພົວ​ພັນ​ມິດ​ຕ​ະ​ພາບ ແລະ ການ​ຮ່ວມ​ມື​ ລະ​ຫວ່າງ ຫວຽດ​ນາມ ກັບ ອ໋ອດສະເຕເລຍ ​ເວົ້າ​ລ​ວມ, ​ລັດ Queensland ​ເວົ້າສະ​ເພາ​ະ, ທີ່ກຳລັງ​ພັດ​ທະ​ນາຢ່າງເຂົ້ມ​ແຂງ, ເປັນ​ຕົ້ນ​ແມ່ນ​ພາຍຫຼັງ​ສອງ​ປະ​ເທດ​ສ້າງ​ຕັ້ງ​ການ​ພົວ​ພັນ​ຄູ່​ຮ​່ວມ​ມື​ຮອບ​ດ້ານ​ໃນ​ປີ 2009 ແລະ ຍົກ​ລະ​ດັບ​ຂຶ້ນ​ເປັນ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸ​ດ​ທະ​ສາດ​ໃນ​ເດ​ືອນ​ມີ​ນາ ປີ 2018.

ກ່ຽວ​ກັບ​ການ​ພົວ​ພັນ​ແລກ​ປ່ຽນ, ການ​ຮ່ວມ​ມື​ດ້ານເສດ​ຖະ​ກິດ, ທ່ານ​ນາງ​ຮອງ​ປະ​ທານ​ປະ​ເທດ​ ໄດ້ກ່າວ​ວ່າ: ຫວ​ຽດ​ນາມ ແລະ ອ໋ອດສະເຕເລຍ ​ຍັງ​ມີຄວາມ​ສາ​ມາດ​ບົ່ມ​ຊ້ອນຫຼາຍຢ່າງເພື່ອ​ ດ​ຂຸດ​ຄົ້ນຊຶ່ງ​ຈະ, ນຳ​ມາ​ເຊິ່ງ​ຜົນ​ປະ​ໂຫຍດ​ອັນ​ແທ້​ຈິງ​ໃຫ​້​ແກ່​ປະ​ຊາ​ຊົນ​ສອງ​ປະ​ເທດ. ທ່ານ​ຮອງ​ປະ​ທານ​ປະ​ເທດຫວຽດນາມ ​ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ ລັດ Queensland ຈະ​ສືບ​ຕໍ່​ປະ​ກອບ​ສ່ວນຫຼາຍ​ກ່​ວາ​ອີກ, ກາຍ​ເປັນ​ທ້ອງ​ຖິ່ນ​ນຳ​ໜ​້າ​ໃນ​ການ​ຊຸກ​ຍູ້​ການ​ຮ່ວມ​ມື​​ດ້ານເສດ​ຖະ​ກິດ​ ກັບ ຫວຽດ​ນາມ. ພ​ອ້ມ​ທັງ​ປ​າດ​ຖະ​ໜາ​ວ່າ ລັດ Queensland ຈະ​ມ​ີ​ບັນ​ດາໂຄງ​ການ​ຮ່ວມ​ມື​​ທີ່​ດີ​ກ່​ວາ​ອີກ ກັບ ຫວ​ຽດ​ນາມ ​ໃນ​ຂົງ​ເຂດ​ການ​ສຶກ​ສາ, ບຳ​ລ​ຸງ​ສ້າ​ງ​ນັກ​ສຶກ​ສາ, ບຳ​ລຸງ​ສ້າງຍ​ົກ​ສູງ​ກຳ​ລັງຄວາ​ມ​ສາ​ມາດໃຫ້​ແກ່​ພະ​ນັກ​ງານ​ບັນ​ດາ​ຂະ​ແໜງ​ການ ແລະ ທ້ອງ​ຖິ່ນ​ຕ່າງໆ ຂອງ ຫວຽດ​ນາມ.

ຜູ້ວ່າການລັດ Queensland - ອ໋ອດສະເຕເລຍ ມາຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ

ທ່ານນາງຮອງປະທານປະເທດ ຫວຽດນາມ ດັ້ງທິງອກທິ້ງ ໄດ້ໃຫ້ການຕ້ອນຮັບ ຜູ້ວ່າການລັດ Queensland, ອົດສະຕາລີ Paul De Jersey (ພາບ: baoquocte.vn)

ສ່​ວນ​ທ່ານ Paul De Jersey ໄດ້​ຕີ​ລາ​ຄາ​ສູງກ​ານ​ພົວ​ພັນ ​ລະ​ຫວ່າງ​ ສອງ​ປະ​ເທດ​ໃນ​ໄລ​ຍະ​ຜ່ານ​ມາ ແລະ ໃຫ້​ຮູ້​ວ່າ ສອງ​ປະ​ເທດ​ຍັງ​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ຫຼາຍ​ຢ່າງໃນ​ການ​ຮ່ວມມ​ື​ ຄື​ການ​ທ່ອງ​ທ່ຽວ, ກະ​ສິ​ກຳ, ວັດ​ທະ​ນະ​ທຳ ແລະ ການ​​ພົວ​ພັນ​ແລ​ກ​ປ່​ຽນ​ປະ​ຊາ​ຊົນ. ທ່ານ Paul De Jersey ຫັວງເປັນຢ່າງຍິ່ງວ່າ: ລັດ Queensland ແລະ ນະ​ຄອນ ໂຮ່​ຈີ​ມິ​ນ​ ເວົ້າ​ສະ​ເພ​າ​ະ, ຫ​ວຽດ​ນາມ​ເວົ້າ​ລວມ ​​ຈະເພີ່ມ​ທະ​ວີ​ການ​ຮ່ວມມ​ື​​ໃນບັນ​ດາ​ຂົງ​ເຂດ​ທີ່​ສອງ​ຝ່າຍມີ​ທ່າ​ແຮງ​ຄ​ື: ການ​ຄ້າ, ວັດ​ທະ​ນະ​ທຳ ແລະ ການ​ທ່ອງ​ທ່ຽວ.

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.