ຮັບສະໝັກຄູອາຈານ 22 ຄົນຕື່ມອີກເພື່ອໄປສິດສອນຢູ່ປະເທດລາວ

16:05 | 07/07/2021

ກະຊວງສຶກສາ ແລະກໍ່ສ້າງຫວຽດນາມ ປະກາດຮັບສະໝັກຄູອາຈານ 22 ຄົນຕື່ມອີກເພື່ອໄປສອນພາສາຫວຽດນາມ ຂັ້ນປະຖົມ, ມັດທະຍົມ, ມະຫາວິທະຍາໄລ/ສະຖາບັນ, ວິທະຍາໄລ, ອົງການກະຊວງ, ຂະແໜງການໃນສົກຮຽນ 2021-2022 ແລະ 2022-2023.

ການບິນລາວ ກຽມຄວາມພ້ອມເປີດຖ້ຽວບິນພາຍໃນ ເລີ່ມ 22 ພຶດສະພານີ້ ການບິນລາວ ກຽມຄວາມພ້ອມເປີດຖ້ຽວບິນພາຍໃນ ເລີ່ມ 22 ພຶດສະພານີ້
ຫວຽດນາມ ເຂົ້າຮ່ວມກອງປະຊຸມການທະນາຄານ ອາຊຽນ ຄັ້ງທີ 22 ຫວຽດນາມ ເຂົ້າຮ່ວມກອງປະຊຸມການທະນາຄານ ອາຊຽນ ຄັ້ງທີ 22
ພາບປະກອບຄັດຈາກ: giaoduc.net.vn.
ພາບປະກອບຄັດຈາກ: giaoduc.net.vn.

ການສົ່ງຄູອາຈານໄປສອນພາສາຫວຽດນາມ ຢູ່ປະເທດລາວແມ່ນອີງຕາມໂຄງການ “ຍົກສູງຄຸນນະພາບ ແລະປະສິດທິຜົນຂອງການຮ່ວມມືຫວຽດນາມ-ລາວ ໃນຂົງເຂດການສຶກສາ ແລະພັດທະນາແຫຼ່ງຊັບພະຍາກອນມະນຸດໃນປີ 2021-2030”; ແຜນການຮ່ວມມືປີ 2021 ລະຫວ່າງກະຊວງສຶກສາ ແລະກໍ່ສ້າງຫວຽດນາມ ແລະກະຊວງສຶກສາທິການ ແລະກິລາລາວ.

ເພື່ອເຂົ້າຮ່ວມສະໝັກ, ຜູ້ສະໝັກຕ້ອງແມ່ນຄູອາຈານຫວຽດນາມ ທີ່ພວມສິດສອນຢູ່ຮາກຖານການສຶກສາຂັ້ນມະຫາວິທະຍາໄລ; ມັດທະຍົມ; ຄູອາຈານທີ່ເຄີຍສິດສອນພາສາຫວຽດຢູ່ລາວ. ຄູອາຈານທີ່ໄດ້ຮັບການຄັດເລືອກຈາກກະຊວງສຶກສາ ແລະກໍ່ສ້າງ ຈະໄດ້ຮັບເງິນເດືອນ 720 ໂດລາສະຫະລັດ/ເດືອນ, ປະກັນສຸຂະພາບ, ຄ່າປີ້ຍົນໄປ-ກັບຕໍ່ໜຶ່ງອາຍຸການປະຕິບັດງານ. ໃນອາຍຸການປະຕິບັດງານຈະໄດ້ພັກແລ້ງ, ພັກວັນບຸນເຕັດຕາມຂໍ້ກໍານົດຂອງຝ່າຍລາວ.

ຜູ້ສະໝັກແມ່ນໃຫ້ສົ່ງສໍາເນົາເອກະສານໂດຍທາງໄປສະນີເຖິງກົມຮ່ວມມືສາກົນ, ກະຊວງສຶກສາ ແລະກໍ່ສ້າງ ກ່ອນວັນທີ 22 ກໍລະກົດ. ຜູ້ໄດ້ຮັບສະໝັກທາງກະຊວງສຶກສາ ແລະກໍ່ສ້າງຈະແຈ້ງຕອບ, ແນະນໍາວິທີເຮັດລະບຽບການຕໍ່ໄປເພື່ອຈັດສົ່ງໄປສິດສອນຢູ່ລາວ.

la.qdnd.vn

ເຫດການ
302 Found

Found

The document has moved here.