ແຂວງຢາ​ລາຍ​ ຈັດ​ຕັ້ງ​ວັນ​ບຸນ​ບໍ​ລິ​ຈາກ​ເລືອດ “ຢາດ​ເລືອດເຂດ​ພູ​ພຽງ”

14:54 | 07/07/2021

ວັນທີ 3 ກໍລະກົດ, ຢູ່ນະຄອນ Pleiku, ຄະນະຊີ້ນຳການຂົນຂວາຍບໍລິຈາກເລືອດດ້ວຍຄວາມສະໝັກໃຈ ແຂວງຢາລາຍໄດ້ຈັດວັນບຸນບໍລິຈາກເລືອດ “ຢາດເລືອດເຂດພູພຽງ”.

ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝຸ​ຈ້ອງ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ທາງ​ອອນ​ລາຍ ລະ​ຫວ່າງ ພັກ​ກອມ​ມູ​ນິດ ຈີນ ກັບ​ບັນ​ດາ​ພັກ​ການ​ເມືອງ​ໃນ​ທົ່ວ​ໂລກ ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝຸ​ຈ້ອງ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ທາງ​ອອນ​ລາຍ ລະ​ຫວ່າງ ພັກ​ກອມ​ມູ​ນິດ ຈີນ ກັບ​ບັນ​ດາ​ພັກ​ການ​ເມືອງ​ໃນ​ທົ່ວ​ໂລກ
ຫວຽດນາມ - ອາເມລິກາ ຊຸກຍູ້ການປະຕິບັດບັນດາເນື້ອໃນຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ - ອາເມລິກາ ຊຸກຍູ້ການປະຕິບັດບັນດາເນື້ອໃນຮ່ວມມືດ້ານປ້ອງກັນຊາດ
ແຂວງຢາ​ລາຍ​ ຈັດ​ຕັ້ງ​ວັນ​ບຸນ​ບໍ​ລິ​ຈາກ​ເລືອດ “ຢາດ​ເລືອດເຂດ​ພູ​ພຽງ”
ຄະນະຊີ້ນຳຂົນຂວາຍການບໍລິຈາກເລືອດດ້ວຍຄວາມສະໝັກໃຈແຂວງ ຢາລາຍມອບໃບຍ້ອງຍໍໃຫ້ ໝູ່ຄະນະ, ຄອບຄົວ ແລະ ສ່ວນບຸກຄົນ ທີ່ມີຜົນງານດີເດັ່ນໃນການບໍລິຈາກເລືອດດ້ວຍຄວາມສະໝັກໃຈ

ວັນບຸນບໍລິຈາກເລືອດ “ຢາດເລືອດເຂດພູພຽງ” ແມ່ນການເຄື່ອນໄຫວຕອບສະໜອງໂຄງການບໍລິຈາກເລືອດ “ຂະບວນການແດງ - ເຊື່ອມຕໍ່ສາຍເລືອດຫວຽດ” ຄັ້ງທີ IX ປີ 2021 ຂອງຄະນະຊີ້ນຳແຫ່ງຊາດກ່ຽວກັບການຂົນຂວາຍບໍລິຈາກເລືອດດ້ວຍຄວາມສະໝັກໃຈ. ໂຄງການໄດ້ດຳເນີນໃນລະຫວ່າງວັນທີ 9 ມິຖຸນາ ຫາ ວັນທີ 8 ສິງຫາຢູ່ 44 ແຂວງ, ນະຄອນໃນທົ່ວປະເທດ, ຄາດວ່າ ໂຄງການຈະຮັບໄດ້ເລືອດ 100.000 ຖົງ. ນີ້ແມ່ນຄັ້ງທີ 6 ທີ່ແຂວງ ຢາລາຍໄດ້ເຂົ້າຮ່ວມໂຄງການນີ້.

ປີນີ້, ຄະນະຊີ້ນຳຂົນຂວາຍການບໍລິຈາກເລືອດດ້ວຍຄວາມສະໝັກໃຈແຂວງ ຢາລາຍໄດ້ຕັ້ງເປົ້າໝາຍຈະຂົນຂວາຍ ແລະ ຮັບເລືອດຢ່າງໜ້ອຍສຸດ 600 ຖົງ. ເນື່ອງໃນໂອກາດນີ້, ຄະນະຊີ້ນຳຂົນຂວາຍການບໍລິຈາກເລືອດດ້ວຍຄວາມສະໝັກໃຈ ແຂວງຢາລາຍ ໄດ້ມອບໃບຍ້ອງຍໍໃຫ້ 27 ໝູ່ຄະນະ, 4 ຄອບຄົວ ແລະ ສ່ວນບຸກຄົນ 41 ຄົນທີ່ມີຜົນງານດີເດັ່ນໃນວຽກງານບໍລິຈາກເລືອດດ້ວຍຄວາມສະໝັກໃຈ.

vovworld.vn

ເຫດການ
302 Found

Found

The document has moved here.