ວັນ​ບຸນ Carnaval ລະ​ດູ​ໜາວ​ຮະ​ລອງ 2022 ໄດ້​ຮັບ​ການ​ຈັດ​ຕັ້ງ​ຢ່າງ​ຟົດ​ຟື້ນ

08:40 | 28/12/2022

ຍ​ສ​ໝ - ຫວ່າງແລ້ວນີ້, ຢູ່​ເຂດ​ທ່ອງ​ທ່ຽວ​ສາ​ກົນ ຕວນ​ເຈົາ (ກວາງ​ນິງ) ໄດ້​ດຳ​ເນີນ​ວັນ​ບຸນ Carnaval ລະ​ດູ​ໜາວ​ຮະ​ລອງ 2022 ດ້ວຍ​ຫົວ​ຂໍ້ “ສີ​ສັນມະຫັດສະຈັນ”. ນີ້​ແມ່ນ​ເຫດ​ການ​ພົ້ນ​ເດັ່ນ​ໃນ​ໂຄງ​ການ Carnaval ລະ​ດູ​ໜາວ​ຮະ​ລອງ 2022 ຂອງ​ແຂວງ ກ໋​ວາງ​ນິງ

ບັນ​ຍາ​ກາດ​ຄືກ​ຄື້ນ​ມ່ວນ​​ຂອງວັນ​ບຸນ​ຄຼິດ​ສະ​ມາດ​ຢູ່​ຖະ​ໜົນ​ຮ່າງມ໊າ ບັນ​ຍາ​ກາດ​ຄືກ​ຄື້ນ​ມ່ວນ​​ຂອງວັນ​ບຸນ​ຄຼິດ​ສະ​ມາດ​ຢູ່​ຖະ​ໜົນ​ຮ່າງມ໊າ
ການ​ນຳ​ພັກ, ລັດ ອວຍ​ພອນ​ພໍ່​ແມ່​ປະ​ຊາ​ຊົນ​ຊາວ​ຄຼິດ ເນື່ອງ​ໃນ​ໂອ​ກາດ​ວັນ​ບຸນ ຄຼິດ​ສະ​ມາດ ປີ 2022 ແລະ ປີ​ໃໝ່​ສາ​ກົນ 2023 ການ​ນຳ​ພັກ, ລັດ ອວຍ​ພອນ​ພໍ່​ແມ່​ປະ​ຊາ​ຊົນ​ຊາວ​ຄຼິດ ເນື່ອງ​ໃນ​ໂອ​ກາດ​ວັນ​ບຸນ ຄຼິດ​ສະ​ມາດ ປີ 2022 ແລະ ປີ​ໃໝ່​ສາ​ກົນ 2023
ວັນ​ບຸນ Carnaval ລະ​ດູ​ໜາວ​ຮະ​ລອງ 2022 ໄດ້​ຮັບ​ການ​ຈັດ​ຕັ້ງ​ຢ່າງ​ຟົດ​ຟື້ນ
ບັນ​ດາ​ຜູ້​ແທນ​ເຂົ້າ​ຮ່ວມ​ວັນ​ບຸນ

ດ້ວຍ​ຫົວ​ຂໍ້ ສີ​ສັນມະຫັດສະຈັນ, ວັນ​ບຸນ Carnaval ລະ​ດູ​ໜາວ​ຮະ​ລອງ 2022 ໄດ້​ນຳ​ມາ​ໃຫ້​ປະ​ຊາ​ຊົນ ແລະ ແຂກ​ທ່ອງ​ທ່ຽວ​ເຊິ່ງງານ​ມະ​ໂຫລານ​ດົນ​ຕີ, ແສງສີ ແລະ ການ​ລົງ​ພຶດ​ຕິ​ກຳ​ຕົວ​ຈິງ​ທີ່​ເປັນ​ໜ້າ​ຈັບ​ໃຈ. ບັນ​ດາ​ຂະ​ບວນ​ລົດ​ສະ​ແດງ​ສິ​ລະ​ປະ ຜ່ານ​ເວ​ທີ ແລະ ຖະ​ໜົນ​ແຫ່ງ​ຕ່າງໆ ດ້ວຍ​ຫົວ​ຂໍ້ “ນະ​ຄອນ​ແຫ່ງ​ມໍ​ລະ​ດົກ - ​ຈຸດ​ໝາຍ​ປາຍ​ທາງແຖວ​ໜ້າ​ອາ​ຊີ”, “ສີ່​ລະ​ດູທີ່​ພົ້ນ​ເດັ່ນ​ຂອງ​ສິ່ງມະຫັດສະຈັນ”, “ເກາະ​ມຸກ ຕວັນ​ເຈົາ ​ຄ່ຳຄືນບໍ່ຫຼັບ​ບໍ່​ນອນ” ໄດ້​ເລົ່າ​ບັນ​ດາ​ເລື່ອງ​ລາວ​ກ່ຽວ​ກັບ​ປະ​ຫວັດ​ສາດ​, ວັດ​ທະ​ນະ​ທຳ​ທີ່​ເປັນ​ມູນ​ເຊື້ອ ປົນກັບ​ບັ​ນດາ​ປັດ​ໄຈ​ທັນ​ສະ​ໄໝ, ເຊື່ອມ​ໂຍງ.

ວັນ​ບຸນ Carnaval ລະ​ດູ​ໜາວ​ຮະ​ລອງ 2022 ໄດ້​ຮັບ​ການ​ຈັດ​ຕັ້ງ​ຢ່າງ​ຟົດ​ຟື້ນ
​ລົດ​ແຫ່​ຂະ​ບວນ​ຢູ່​ວັນ​ບຸນ

ຜ່ານ​ນັ້ນ​ປະ​ກອບ​ສ່ວນ​ແຜ່​ຂະ​ຫຍາຍ​ສານ​ຂອງ​ເຂດ​ດິນ​ແດນ ແລະ ຊາວຮະ​ລອງ​ ໄປ​ສູ່​ແຂກ​ທ່ອງ​ທ່ຽວທົ່ວທຸກ​ສາ​ລະ​ທິດກ່ຽວ​ກັບ​ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ​ຂອງ​ປະ​ຊາ​ຊົນ​ຮະ​ລອງ, ໂຄ​ສະ​ນາ​ບັນ​ດາ​ຄວາມ​ຊົງ​ຈຳ​ອັນ​ດີ​ງາມ​ຂອງ​ຮະ​ລອງ​ມຸ່ງ​ໄປ​ເຖິງ​ບັນ​ດາ​ຜະ​ລິດ​ຕະ​ພັນ​ການ​ທ່ອງ​ທ່ຽວ 4 ລະ​ດູ.

ຢູ່​ວັນບຸນ​ Carnaval ລະ​ດູ​ໜາວ​ຮະ​ລອງ 2022, ເປັນ​ຄັ້ງ​ທຳ​ອິດທີ່​ມີ​ເວ​ທີ​ເຄື່ອນ​ທີ່, ພ້ອມ​ທັງ​ລະ​ບົບ​ດົນ​ຕີ​ແສງສີທີ່​ນຳ​ໃຊ້​ເຕັກ​ໂນ​ໂລ​ຢີ 4.0 ທີ່​ທັນ​ສະ​ໄໝ, ໄດ້​ນຳ​ໃຊ້​ເພື່ອສ້າງ​ເປັນ​ຈຸ​ດ​ພົ້ນ​ເດັ່ນ, ເພີ່ມ​ທະ​ວີ​ການ​ສຳ​ພັນ​ລະ​ຫວ່າງ​ນັກ​ສະ​ລິ​ປະ ກັບ​ປະ​ຊາ​ຊົນ, ແຂກ​ທ່​ອ​ງ​ທ່ຽວ​ໃນ​ບັນ​ຍາ​ກາດ​ທີ່​ພົ້ນ​ເດັ່ນ ແລະ ເຕັມ​ໄປ​ດ້ວຍ​ສີ​ສັນ. ຜ່ານ​ວັນ​ບຸນ Carnaval ລະ​ດູ​ໜາວ​ຮະ​ລອງ 2022, ນະ​ຄອນ​ຮະ​ລອງ​ມີ​ຄວາມ​ຫວັງ​ຢາກ​ສ້າງ​ບັນ​ດາ​ຜະ​ລິດ​ຕ​ະ​ພັນ​ການ​ທ່ອງ​ທ່ຽວ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ, ດຶງ​ດູດ​ໃຈ​ໃນ​ວັນ​ບຸນຄຼິດ​ສະ​ມາດ, ຕອນ​ຮັບ​ປີ​ໃໝ່ 2023. ຜ່ານ​ນັ້ນ, ກໍ່ດຶງ​ດູດ​ປະ​ຊາ​ຊົນ​, ແຂກ​ທ່ອງ​ທ່ຽວ​ພາຍ​ໃນ​ປະ​ເທດ ແລະ ສາ​ກົນເປັນ​ຈຳ​ນວນຫຼາຍ, ໂຄ​ສະ​ນາ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ, ທ່າ​ແຮງ​ທີ່​ພົ້ນ​ເດັ່ນ, ແນະ​ນຳ​ບັນ​ດາ​ສະ​ຖານ​ທີ່​ນັດ​ພົບ, ຜະ​ລິດ​ຕະ​ພັນ​ໃໝ່​ຂອງ​ຂະ​ແໜງ​ທ່ອງ​ທ່ຽວ​ຮະ​ລອງ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.