ຮັກສາ ແລະ ເສີມຂະຫຍາຍສາຍພົວພັນແບບພິເສດລາວ - ຫວຽດນາມ

17:51 | 01/07/2021

ຍສໝ - ໃນວັນທີ 28 ມິຖຸນາ, ສື່ມວນຊົນປະເທດລາວ ໄດ້ມ​ີຫຼາຍ​ການ​ລາຍງານຂ່າວທີ່​ເຂັ້ມ​ຂົ້ນ ກ່ຽວກັບການຢ້ຽມຢາມ​ສັນ​ຖະ​ວ​ະ​ໄມ​ຕີຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ສປປ.ລາວ ທອງລຸນ ສີສຸລິດ, ໂດຍເນັ້ນໜັກວ່າ ການຢ້ຽມຢາມຄັ້ງນີ້ ໄດ້ຢັ້ງຢືນຫຼັກໝັ້ນຍາມໃດກໍ່ເປັນອັນໜຶ່ງອັນດຽວ ຂອງພັກ, ລັດ ແລະ ປະຊາຊົນລາວ ໃນການປົກປັກຮັກສາ ແລະ ເສີມຂະຫຍາຍສາຍພົວພັນ​ທີ່​ເປັນ​ມູນ​ເຊື້ອ​ອັນໝັ້ນ​ແກ່​ນລະຫວ່າງ ລາວ - ຫວຽດນາມ ແລະ ຫວຽດນາມ - ລາວ.

ທ່ານເລຂາທິການໃຫຍ່ຫງວຽນຟູຈ້ອງ ພົບປະເຈລະຈາກັບ ທ່ານເລຂາທິການໃຫຍ່, ປະທານປະເທດ ສປປ.ລາວ ທອງລຸນ ສີສຸລິດ ທ່ານເລຂາທິການໃຫຍ່ຫງວຽນຟູຈ້ອງ ພົບປະເຈລະຈາກັບ ທ່ານເລຂາທິການໃຫຍ່, ປະທານປະເທດ ສປປ.ລາວ ທອງລຸນ ສີສຸລິດ
ລາວ​ ຖື​ການ​ພົວ​ພັນ​ພິ​ເສດ​ກັບຫວຽດ​ນາມ​ເປັນ​ສຳ​ຄັນ​ທີ່​ສຸດ ລາວ​ ຖື​ການ​ພົວ​ພັນ​ພິ​ເສດ​ກັບຫວຽດ​ນາມ​ເປັນ​ສຳ​ຄັນ​ທີ່​ສຸດ

ໜັງສືພິມ PathetLao ໄດ້ເນັ້ນໜັກວ່າ: ການຢ້ຽມຢາມຫວຽດນາມ ຂອງທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ໄດ້ປະກອບສ່ວນເພີ່ມພູນຄູນສ້າງ ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ລັດ ແລະ ປະຊາຊົນສອງປະເທດຫວຽດນາມ - ລາວ ທີ່ໄດ້ຮັບການເພີ່ມພູນຄູນສ້າງ ໂດຍປະທານ ໂຮ່ຈີມິນ ຜູ້​ນຳ​ທີ່​ຍິ່ງ​ໃຫຍ່, ປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ເສີມ​ສ້າງ ແລະ ໄດ້ຮັບການເສີມຂະຫຍາຍໂດຍບັນດາຜູ້ນຳ, ນັກຮົບປະຕິວັດ ແລະ ປະຊາຊົນສອງປະເທດຢ່າງບໍ່​ຢຸດຢັ້ງ; ນຳມາ​ເຊິ່ງປະສິດທິ​ຜົນ​ທີ່​ນັບ​ມື້​ນັບ​ສູງ ແລະ ຖ່າຍທອດໃຫ້ຄົນລຸ້ນຕໍ່ໄປ​ໃນ​ອະ​ນ​າ​ຄົ​ດ…

ຮັກສາ ແລະ ເສີມຂະຫຍາຍສາຍພົວພັນແບບພິເສດລາວ - ຫວຽດນາມ
ຮັກສາ ແລະ ເສີມຂະຫຍາຍສາຍພົວພັນແບບພິເສດລາວ - ຫວຽດນາມ. (ພາບ: TTXVN)

ໜັງສືພິມ Pasaxon (ໜັງສືພິມປະຊາຊົນ) ກ່າວວ່າ ການຢ້ຽມຢາມແມ່ນເຫດການທີ່ສຳຄັນ ແລະ ເປັນໂອກາດທີ່ດີ ເພື່ອໃຫ້ສອງຝ່າຍປຶກສາຫາລືກ່ຽວກັບຍຸດທະສາດ ແລະ ທິດທາງໃນການຮ່ວມມືໃນໄລຍະຈະມາເຖິງ, ປະກອບສ່ວນສຳຄັນເຂົ້າໃນການເພີ່ມພູນຄູນສ້າງສາຍ​ພົວ​ພັນ​ມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການພົວພັນຮ່ວມມືຮອບດ້ານລະຫວ່າງສອງພັກ, ລັດ ແລະ ປະຊາຊົນຂອງສອງປະເທດ ​ໃຫ້ນັບມື້ນັບເຂົ້າສູ່ລວງເລິກ ແລະ ມີປະສິດທິຜົນ.

ບັນດາພາຫະນະສື່ມວນຊົນອື່ນໆ ເຊັ່ນ: ສະຖານີວິທະຍຸກະຈາຍສຽງ ແລະ ສະຖານີໂທລະພາບແຫ່ງຊາດລາວ ກໍ່ໄດ້ລົງພິມຫລາຍບົດຄວາມ ກ່ຽວກັບສາຍພົວພັນລະຫວ່າງສອງປະເທດໃນຊຸມມື້ທີ່ຜ່ານມາ ເນື່ອງໃນໂອກາດຢ້ຽມຢາມ​ສັນ​ຖະ​ວ​ະ​ໄມ​ຕີຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ, ປະທານປະເທດລາວ ທອງລຸນ ສີສຸລິດ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.