ກິດຈະກຳຫຼາຍຢ່າງ ເພື່ອສະເຫຼີມສະຫຼອງ 60 ປີແຫ່ງໄພພິບັດທາດພິດສີສົ້ມຢູ່ຫວຽດນາມ

12:18 | 28/06/2021

ຍສໝ - ຫວ່າງແລ້ວນີ້, ທີ່ຮ່າໂນ້ຍ, ຄະນະກຳມະການສູນກາງສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ-ດີໂອຊີນ ຢູ່ຫວຽດນາມ ໄດ້ພົບປະກັບສື່ມວນຊົນ, ແຈ້ງຂໍ້ມູນຂ່າວສານ, ແນະນຳບັນດາການເຄື່ອນໄຫວສະເຫຼີມສະຫຼອງ 60 ປີແຫ່ງໄພພິບັດທາດພິດສີສົ້ມຢູ່ຫວຽດນາມ (10 ສິງຫາ 1961 - 10 ສິງຫາ 2021).

ຂ້າພະເຈົ້າຍັງເຊື່ອວ່າ ຄວາມຍຸຕິທຳ ຈະມາເຖິງຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ ຢູ່ ຫວຽດນາມ ຂ້າພະເຈົ້າຍັງເຊື່ອວ່າ ຄວາມຍຸຕິທຳ ຈະມາເຖິງຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ ຢູ່ ຫວຽດນາມ
ການໂທດກຳສົງຄາມທີ່ເຮັດຜິດກັບທຳມະຄະຕິຄື ທາດພິດສີສົ້ມ ຈະບໍ່ໄດ້ປິດບັງໄວ້ ການໂທດກຳສົງຄາມທີ່ເຮັດຜິດກັບທຳມະຄະຕິຄື ທາດພິດສີສົ້ມ ຈະບໍ່ໄດ້ປິດບັງໄວ້

ຕາມນັ້ນແລ້ວ, ສູນກາງສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດີໂອຊີນ ຢູ່ຫວຽດນາມ ຈະເປັນປະທານຫຼາຍເຫດການສຳຄັນຢູ່ຮ່າໂນ້ຍ ເຊັ່ນ: ກອງປະຊຸມໃຫຍ່ ແບບຢ່າງກ້າວໜ້າ "ເພື່ອຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ” ຄັ້ງທີ 4; ກອງປະຊຸມວິທະຍາສາດສາກົນ "ພະຍາດ ແລະ ຈຸດຈຸດບົກຜ່ອງທີ່ກ່ຽວຂ້ອງກັບທາດພິດສີສົ້ມ - ຕົວຈິງ ແລະ ວິທີແກ້ໄຂໃນປະຈຸບັນ ເພື່ອຍົກສູງປະສິດທິຜົນຂອງການປ້ອງກັນ ແລະ ປິ່ນປົວພະຍາດ"; ກອງປະຊຸມເພື່ອສະເຫລີມສະຫລອງ 60 ປີແຫ່ງໄພພິບັດທາດພິດສີສົ້ມຢູ່ຫວຽດນາມ...;

ກິດຈະກຳຫຼາຍຢ່າງ ເພື່ອສະເຫຼີມສະຫຼອງ 60 ປີແຫ່ງໄພພິບັດທາດພິດສີສົ້ມຢູ່ຫວຽດນາມ
ຄະນະກຳມະການສູນກາງສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ-ດີໂອຊີນ ຢູ່ຫວຽດນາມ ໄດ້ພົບປະກັບສື່ມວນຊົນ, ແຈ້ງຂໍ້ມູນຂ່າວສານ, ແນະນຳບັນດາການເຄື່ອນໄຫວສະເຫຼີມສະຫຼອງ 60 ປີແຫ່ງໄພພິບັດທາດພິດສີສົ້ມຢູ່ຫວຽດນາມ.

ງານວາງສະແດງ “ໄພພິບັດສີສົ້ມ/ດີໂອຊີນ - ຫວນຄືນ 60 ປີ”; ສະຫຼຸບ ແລະ ມອບລາງວັນການແຂ່ງຂັນຂຽນ ໂດຍຄະນະກຳມະການສູນກາງສະມາຄົມຈັດໃນຫົວຂໍ້ “ໄພພິບັດທາດພິດສີສົ້ມ ແລະ ວຽກງານການແກ້ໄຂຜົນຮ້າຍຈາກທາດພິດເຄມີ ໂດຍສະຫະລັດອາເມລິກາ ກະທຳໃນປາງສົງຄາມຢູ່ຫວຽດນາມ” ຄັ້ງທຳອິດ ປີ 2020 - 2021; ສົມທົບກັບປະຕູຖານຂໍ້ມູນມະນຸດສະທຳແຫ່ງຊາດ ໃນການປຸກລະດົມໂຄງການຝາກຂ່າວການກຸສົນ “ຮ່ວມມືເພື່ອເຮັດໃຫ້ຄວາມເຈັບປວດຈາກທາດພິດສີສົ້ມໄດ້ຜ່ອນຄາຍ - ປີ 2021”;

ແຜນງານ “ກອງປະຊຸມໃຫຍ່ແບບຢ່າງກ້າວໜ້າເພື່ອຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ ຄັ້ງທີ 4” ແມ່ນແນໃສ່ສະຫຼຸບຂະບວນການແຂ່ງຂັນໃນໄລຍະປີ 2016 - 2021, ເຊີດຊູ, ຍ້ອງຍໍ ແລະ ທະວີຄູນແບບຢ່າງທີ່ກ້າວໜ້າ ໃນຂະບວນການແຂ່ງຂັນ "ເພື່ອຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ".

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.