ພາບແຕ້ມໂດຍນັກແຕ້ມຫວຽດນາມ ໄດ້ປະກົດຕົວຢູ່ສະຖານີລົດໄຟ Lyon

12:15 | 28/06/2021

ຍສໝ - ຫໍພິພິທະພັນ Ursulines ຂອງນະຄອນ Macon ໄດ້ເລີ່ມເປີດສະຖານທີ່ວາງສະແດງຜົນງານຂອງນັກແຕ້ມ ມ່າຍຈູງທື້ ໃນຫ້ອງໂຖງຂອງສະຖານີລົດໄຟ Lyon (ປາຣີ - ຝຣັ່ງ).

ວົງຄະນະຍາດຊົນເຜົ່າຢ້າວໂລກາງກໍໄດ້ ແລະ ພວມຮັກສາສີສັນວັດທະນະທຳທີ່ເປັນເອກະລັກສະເພາະໃນການດຳລົງຊີວິດໄວ້ເປັນຢ່າງດີ ວົງຄະນະຍາດຊົນເຜົ່າຢ້າວໂລກາງກໍໄດ້ ແລະ ພວມຮັກສາສີສັນວັດທະນະທຳທີ່ເປັນເອກະລັກສະເພາະໃນການດຳລົງຊີວິດໄວ້ເປັນຢ່າງດີ
ຮ່ອງຮອຍວັດທະນະທຳຈຳປາຢູ່ແຂວງ ບິ່ງດິ້ງ ຮ່ອງຮອຍວັດທະນະທຳຈຳປາຢູ່ແຂວງ ບິ່ງດິ້ງ

ສະຖານີລົດໄຟ Lyon ແມ່ນສູນກາງການຂົນສົ່ງທີ່ສຳຄັນຂອງປາຣີ ແລະ ທັງເປັນປະຕູຫຼັກຂອງນະຄອນ Macon ແລະ ເຂດ Bourgogne-France-Comté, ເຊິ່ງເປັນທ້ອງຖິ່ນທີ່ມີຊື່ສຽງສຳລັບເຫຼົ້າແວງປະເພດດີທີ່ສຸດຂອງຝຣັ່ງ.

ງານວາງສະແດງພາບແຕ້ມຢູ່ປາຣີຄັ້ງນີ້ ແມ່ນກິດຈະກຳຢູ່ນອກງານວາງສະແດງຂະໜາດໃຫຍ່ທີ່ມີຊື່ວ່າ Mai Thu - ສຽງກ້ອງກັງວານຈາກຫວຽດນາມໃນຝັນ (Mai Thu - Echo d'un Vietnam rêvé) ຈັດໂດຍຫໍພິພິທະພັນ Ursulines ຢູ່ Macon, ດ້ວຍພາບແຕ້ມຕົ້ນສະບັບ ປະມານ 140 ພາບ ແລະ ບັນດາຮ່າງການວາດພາບຕົ້ນສະບັຂອລນັກແຕ້ມ ມ່າຍຈູງທື້ ກໍ່ໄດ້ຮັບການວາງສະແດງ.

ພາບແຕ້ມໂດຍນັກແຕ້ມຫວຽດນາມ ໄດ້ປະກົດຕົວຢູ່ສະຖານີລົດໄຟ Lyon
ພາບແຕ້ມໂດຍນັກແຕ້ມ ມ່າຍຈູງທື້ ໄດ້ປະກົດຕົວຢູ່ສະຖານີລົດໄຟ Lyon. (ພາບ: baoquocte)

ນີ້ແມ່ນຄັ້ງທຳອິດທີ່ຫໍພິພິທະພັນຝະລັ່ງ ໄດ້ເຕົ້າໂຮມພາບແຕ້ມເປັນຈຳນວນຫຼວງຫຼາຍໂດຍໜຶ່ງໃນບັນດາຂັ້ນອາຈານຂອງພື້ນຖານການແຕ້ມພາບຫວຽດນາມສະໄໝໃໝ່. ງານວາງສະແດງຄາດວ່າຈະແກ່ຍາວຮອດທ້າຍເດືອນຕຸລາ ປີ 2021.

ງານວາງສະແດງພາບແຕ້ມ ມ່າຍຈູງທື້ ໄດ້ເລີ່ມຈາກຄວາມຄິດຂອງທ່ານນາງ Michèle Moyne-Charlet, ຜູ້ຊ່ຽວຊານດ້ານການອະນຸລັກ ແລະ ຜູ້ອຳນວຍການຫໍພິພິທະພັນ Macon ໃນປີ 2017 ເມື່ອນາງໄດ້ຄົ້ນພົບພາບແຕ້ມຂອງ ມ່າຍຈູງທື້ ທີ່ລະລຶກເຖິງຜູ້ທີ່ເສຍສະຫຼະເພື່ອປະເທດຝຣັ່ງທີ່ໂບດ Saint Pierre, Macon.

ຍ້ອນການແນະນຳຂອງຫໍພິພິທະພັນ Cernuschi ຢູ່ປາຣີ (ປີ 2014, ລູກສາວ ມາຍລານ ຂອງນັກແຕ້ມ ມ່າຍຈູງທື້ ໄດ້ມອບໃຫ້ຫໍພິພິທະພັນແຫ່ງນີ້ ເພື່ອວາງສະແດງ), ນາງໄດ້ເຊື່ອມຕໍ່ກັບບັນດານັກສະສົມຂອງທ້ອງຖິ່ນຈຳນວນໜຶ່ງ ແລະ ຄົນຫວຽດນາມຄົນໜຶ່ງທີ່ສະສົມພາບແຕ້ມຂອງ ມ່າຍຈູງທື້. ນາງມ່າຍລານ ປະຈຸບັນອາໄສຢູ່ໃນເມືອງ Grenoble, ພາກໃຕ້ຂອງປະເທດຝຣັ່ງ.

ຜູ້ອຳນວຍການຫໍພິພິດຕະພັນ Ursulines Michèle Moyne-Charletv ໃຫ້ຄຳເຫັນວ່າ: ສິລະປະແຕ້ມພາບເທິງແພໄໝຂອງ ມ່າຍຈູງທື້ ແມ່ນມີເອກະລັກສະເພາະທີ່ສຸດ, ລາວປະສົມປະສານແບບພື້ນເມືອງ ແລະ ຄວາມຮູ້ທີ່ໄດ້ຮຽນມາໃນຂະນະທີ່ສຶກສາຢູ່ ວິທະຍາໄລວິຈິດສິນອິນດູຈີນ, ແຕ່ສຸດທ້າຍ ກໍ່ໄດ້ສ້າງເປັນເອກະລັກສ່ວນຕົວ ແລະ ບໍ່ໄດ້ຮັບອິດທິພົນ ຈາກນັກແຕ້ມຝຣັ່ງໃດໆ".

ທ່ານນາງ Moyne-Charlet ກ່າວວ່າ: ງານວາງສະແດງຢູ່ Macon ໄດ້ເປີດພຽງສອງສາມມື້ເທົ່ານັ້ນ, ແຕ່ຈຳນວນຜູເຂົ້າຢ້ຽມຊົມຂ້ອນຂ້າງຫຼາຍ. ຢູ່ Macon ບໍ່ມີຫຼາຍຄົນທີ່ຮູ້ຈັກ ມ່າຍຈູງທື້, ແຕ່ມະຫາຊົນຈະຄ່ອຍໆຄົ້ນພົບບັນດາຜົນງານຂອງລາວເທື່ອລະກ້າວ."

ນອກຈາກງານວາງສະແດງພາບແຕ້ມໃຫຍ່ 2 ຄັ້ງແລ້ວ, ຍັງມີຫລາຍເຫດການໃຫຍ່ສຳຄັນ ໃນນະຄອນນີ້້ ນັບແຕ່ນີ້ເຖິງ ເດືອນກັນຍາ 2021 ເພື່ອແນະນຳວັດທະນະທຳ ຫວຽດນາມ, ຈາກງານສະແດງດົນຕີ ໂດຍກຸ່ມສິນລະປິນທີ່ເອີ້ນວ່າ Tieng To dong ໃນປະເທດຝຣັ່ງ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.