ຮ່ອງຮອຍວັດທະນະທຳຈຳປາຢູ່ແຂວງ ບິ່ງດິ້ງ

16:21 | 12/06/2021

ບິ່ງດິ້ງ ເຊິ່ງແມ່ນດິນແດນໄດ້ຖືກຂະໜານນາມວ່າ ແມ່ນດິນແດນທີ່ມີຊື່ສຽງທາງດ້ານວັດທະນະທຳ ແລະ ໃຫ້ກຳເນີດມວຍພື້ນເມືອງຂອງຫວຽດນາມ. ນີ້ກໍ່ແມ່ນແຫ່ງປະສົມປະສານ ລະຫວ່າງພູຜາປ່າໄມ້ ທະເລທີ່ກວ້າງໃຫຍ່ ເຊິ່ງໃນໄລຍະເກືອບຫ້າສະຕະວັດ ໄດ້ມີບົດບາດເປັນສູນກາງຂອງລັດຈຳປາ. ຂີດໝາຍຈຳປາໄດ້ປາກົດຂຶ້ນຢ່າງອຸດົມສົມບູນ ຜ່ານລະບົບທາດ ຫໍໂຮງທີ່ມີຫຼາຍຮູບຫຼາຍສີ ອັນໄດ້ສ້າງຄວາມດູດດື່ມສຳລັບແຂກທ່ອງທ່ຽວທັງຫຼາຍ

ຄວາມຫຼາກຫຼາຍສີສັນວັດທະນະທຳ ເພື່ອການສົນທະນາແລະ ພັດທະນາ ຄວາມຫຼາກຫຼາຍສີສັນວັດທະນະທຳ ເພື່ອການສົນທະນາແລະ ພັດທະນາ
ທ່ອງທ່ຽວຫວຽດນາມ - ປ່ຽນໃໝ່ເພື່ອພັດທະນາ ທ່ອງທ່ຽວຫວຽດນາມ - ປ່ຽນໃໝ່ເພື່ອພັດທະນາ
ທາດໂດຍ(ໝາຍເຖິງທາດຄູ່) ໃນແຂວງບີງດີ້ງ
ທາດໂດຍ(ໝາຍເຖິງທາດຄູ່) ໃນແຂວງບີງດີ້ງ

ບັນດາແຂວງແຄມທະເລພາກກາງ ຫວຽດນາມ ຢູ່ແຫ່ງໃດກໍ່ມີຮ່ອງຮອຍວັດທະນະທຳຈຳປາ, ແຕ່ແຂວງ ບິ່ງດິ້ງແມ່ນເມືອງຫຼວງຂອງລາຊະອານາຈັກຈຳປາ (1000 - 1471) ດັ່ງນັ້ນວັດທະນະທຳ ໃນໄລຍະໜຶ່ງທີີ່ຈະເລີນຮຸ່ງເຮືອງ ກໍ່ຍັງປາກົດຕົວຢ່າງເຫັນໄດ້ຊັດ, ເປັນຕົ້ນແມ່ນລະບົບທາດເກົ່າແກ່ ດ້ວຍ 8 ກຸ່ມທາດລວມມີ 14 ທາດທີ່ເປັນເອກະລັກ ແລະ ລຶກລັບມະຫັດສະຈັນ. ໂດຍມີຄວາມແຕກຕ່າງກັບລະບົບທາດ, ຫໍໂຮງຈຳປາໃນແຂວງ ກວ໋າງນາມ, ບັນດາຮ່ອງຮອຍທາດຈຳປາໃນແຂວງ ບິ່ງດິ້ງ ກໍ່ຖືກປາກົດມີຢ່າງກະແຈກກະຈາຍຢູ່ຫຼາຍແຫ່ງ. 8 ກຸ່ມທາດລວມມີ: ທາດແບັ໊ງອິດ, ເຢືອງລອງ, ທາດໂດຍ, ທາດແກັ໊ງຕຽນ, ທາດຝູລົກ, ທາດຖູຖ້ຽນ… ກໍ່ມີຫຼາຍຮູບຫຼາຍສີ ຂະນະທີ່ໄດ້ຊ້ອນຕົວຢູ່ຕາມຮ່ອມພູ, ຂະນະທີ່ຕັ້ງຢູ່ກາງເນີນພູ, ຫຼື ຕັ້ງຢູ່ແຄມທາງຫຼວງ… ໃນກຸ່ມທາດຈຳປາໃນແຂວງ ບິ່ງດິ້ງ, ທາດໂດຍ ຢູ່ນະຄອນ ກຸຍເຢີນ ໄດ້ຮັບການຕີລາຄາວ່າ ແມ່ນກິດຈະກຳສະຖາປັດຕະຍະກຳມີພຽງແຕ່ໜຶ່ງບໍ່ມີສອງ ຂອງພື້ນຖານສິລະປະຂອງສະຖາປັດຕະຍະກຳຈຳປາ. ທາດໂດຍໝາຍເຖິງທາດຄູ່, ທາດໃຫຍ່ສູງ 20 ແມັດ, ສ່ວນທາດນ້ອຍສູງ 18 ແມັດ. ທາດນີ້ໄດ້ຮັບການກໍ່ສ້າງໃນທ້າຍສະຕະວັດທີ XII ແລະ ໄດ້ຮັບການຢັ້ງຢືນແມ່ນປູຊະນີຍະສະຖານ ປະຫວັດສາດ ວັດທະນະທຳລະດັບຊາດ ເມື່ອປີ 1980. ທັງສອງທາດກໍ່ລ້ວນແຕ່ບໍ່ແມ່ນທາດສີ່ຫຼ່ຽມມີຫຼາຍຊັ້ນຕາມປະເພນີ ຂອງທາດຈຳປາ. ໂຄງສ້າງຂອງທາດ ລວມມີສອງສ່ວນຕົ້ນຕໍ່ ນັ້ນແມ່ນຮ່າງທາດມີຮູບສີ່ຫຼ່ຽມ ແລະ ຍອດທາດມີຮູບໂຄ້ງ. ຢູ່ທາດໃຫຍ່ມີຮູບແກະຄວັດສະຫຼັກ ຫຼາຍຮູບທີ່ມີຮູບລີງ ມາຣູມານ ພວມເຕັ້ນລຳ. ສ່ວນທາດນ້ອຍກໍ່ມີຮູບແກະຄວັດສະຫຼັກຫຼາຍຮູບກ່ຽວກັບໂຕຟານ ໂຕກວາງ. ສ່ວນຢູ່ທາງໃນຂອງທາດກໍ່ມີຮູບຄົນພວມນັ່ງຕັ້ງສະມາທິ ແລະ ຢູ່ຄຽງຂ້າງແມ່ນບັນດາສິງໂຕຫົວຊ້າງ ພວມຢືນເຝົ້າຢູ່ສອງເບື້ອງ. ນີ້ກໍ່ແມ່ນສະຖານທີ່ດຶງດູດແຂກທ່ອງທ່ຽວມາຢ້ຽມຊົມຢ່າງຫຼວງຫຼາຍ. ອ້າຍ ໂດ໊ຈຸງກຽນ ມາຈາກ ຮ່າໂນ້ຍ ໃຫ້ຮູ້ວ່າ:

“ຂ້າພະເຈົ້າເຫັນວ່າສະຖາປັດຕະຍະກຳທາດຢູ່ທີ່ນີ້ ແມ່ນແປກປະຫຼາດ ແລະ ປະທັບໃຈທີ່ສຸດ. ເມື່ອໄດ້ຍິນຫຼາຍຄົນເວົ້າວ່າ ທາດໂດຍນີ້ ຖືກປຸກສ້າງໂດຍບໍ່ໃຊ້ປູນ, ຊີມັງ ແລະ ຊາຍ. ຂ້າພະເຈົ້າຮູ້ສຶກວ່າ ມີຫຍັງຢູ່ໃນນີ້ແມ່ນລຶກລັບມະຫັດສະຈັນ ແລະ ເຮົາເອງກໍ່ຢາກຊອກຮູ້ ກ່ຽວກັບທາດນີ້ຢ່າງເລິກເຊິ່ງ. ແຕ່ເປັນໜ້າເສຍດາຍເມື່ອມານີ້ບໍ່ມີຄົນແນະນຳ ດັ່ງນັ້ນກໍ່ບໍ່ຮູ້ວ່າຕົ້ນກຳເນີດຂອງມັນຄືແນວໃດ. ມີຫຼາຍສິ່ງເຮົາບໍ່ເຂົ້າໃຈ ແຕ່ເຮົາບໍ່ຮູ້ຖາມໃຜ”.

ພ້ອມກັບທາດໂດຍ, ທາດແບັ໊ງອິດ ໄດ້ຮັບການກໍ່ສ້າງໃນທ້າຍສະຕະວັດທີ XI ແລະ ຕົ້ນສະຕະວັດທີ XII ບົນໂນນໜ່ວຍໜຶ່ງ ຢູ່ໃກ້ກັບສີ່ແຍກທາງຫຼວງ 1A - ທາງຫຼວງ 19 ຂອງເມືອງ ຕຸຍເຝືອກ. ນີ້ແມ່ນກຸ່ມທາດປະກອບດ້ວຍສີ່ທາດ ເມື່ອຢືນຊົມຈາກທາງໄກກໍ່ເຫັນວ່າ ປຽບເໝືອນເຂົ້າໝົມ ແບັ໊ງອິດ, ດັ່ງນັ້ນຜູ້ຄົນທັງຫຼາຍກໍ່ເຄີຍເອີ້ນວ່າ ທາດ ແບັ໊ງອິດ.

ສ່ວນທາດ ເຢືອງລອງ ຢູ່ເມືອງ ໄຕເຊີນ ໄດ້ຮັບການກໍ່ສ້າງໃນທ້າຍສະຕະວັດທີ XII ເຊິ່ງແມ່ນໄລຍະທີ່ຈະເລີນຮຸ່ງເຮືອງທີ່ສຸດ ຂອງວັດທະນະທຳສິລະປະຈຳປາ ທາດເຢືອງລອງ ແມ່ນກຸ່ມທາດປະກອບດ້ວຍສາມທາດ. ໄລຍະເກືອບພັນປີໄດ້ຜ່ານພົ້ນໄປ ແຕ່ບັນດາກຸ່ມທາດຈຳປາ ໃນແຂວງ ບິ່ງດິ້ງ ເກືອບຄືວ່າຍັງຄົງເໝືອນເດີມ. ແຕ່ລະກຸ່ມທາດກໍ່ລ້ວນແຕ່ມີຄວາມເປັນເອກະລັກສະເພາະ, ສະແດງໃຫ້ເຫັນ ລະດັບສະຖາປັດຕະຍາກຳ ແລະ ສິລະປະຈຳປາ ໃນແຕ່ລະໄລຍະພັດທະນາທີ່ແຕກຕ່າງກັນ; ມີຄວາມດູດດື່ມສະເພາະ ກໍ່ຍ້ອນຄວາມລຶກລັບກໍ່ຄືຄວາມງາມທີ່ແປກປະຫຼາດ ຂອງໃຜຂອງມັນ. ທ່ານ ບຸ່ຍຕິ໊ງ ຮອງອຳນວຍການຫໍພິພິທະພັນແຂວງ ບິ່ງດິ້ງ ໃຫ້ຮູ້ວ່າ:

“ປັດຈຸບັນພະແນກວັດທະນະທຳ ກິລາ ກໍ່ໄດ້ຊີ້ນຳຫໍພິພິທະພັນສົມທົບກັບບັນດາອົງການ ສຳນັກງານທີ່ກ່ຽວຂ້ອງ ເຊື້ອເຊີນບັນດານັກຊ່ຽວຊານຊັ້ນນຳມາອອກແບບ, ປະຕິສັງຂອນບູລະນະທາດເກົ່າແກ່ເທື່ອລະກ້າວ ໃນໄລຍະທີ່ຈະມາເຖິງ. ໂດຍອີງໃສ່ສະພາບການຂະຫຍາຍຕົວໃນ 5 ປີ, ບິ່ງດິ້ງ ກໍ່ໄດ້ສົມທົບກັບບັນດາອົງການ ຂະແໜງການຂັ້ນຕ່າງໆ ດຳເນີນການບູລະນະປະຕິສັງຂອນ, ສ້າງພື້ນຖານໂຄງລ່າງ, ຫຼັງຈາກນັ້ນຈຶ່ງມີພື້ນຖານ ເພື່ອພັດທະນາການທ່ອງທ່ຽວ”.

ເຖິງວ່າໄດ້ມີການຄົ້ນຄວ້າບູຮານຄະດີນັບ 10 ປີມານີ້ ເພື່ອຊອກຮູ້ບັນດາຄຸນຄ່າອັນແທ້ຈິງ ກ່ຽວກັບວັດທະນະທຳຈຳປາ ຢູ່ທາດຕ່າງໆໃນແຂວງ ບິ່ງດິ້ງ ກໍ່ຕາມ, ແຕ່ມັນກໍ່ພຽງແຕ່ແມ່ນການຄົ້ນຄວ້າຢູ່ທາງນອກ ຍັງຄົງມີຄວາມລຶກລັບມະຫັດສະຈັນຫຼາຍຢ່າງຍັງພວມຄອຍຖ້າ ຖືກຄົ້ນຫາໃນອະນາຄົດອັນໃກ້ໆນີ້. ເພາະສະນັ້ນກຸ່ມສະຖາປັດຕະຍາກຳທາດຈຳປາ ຍັງຄົງແມ່ນສະຖານທີ່ທ່ອງທ່ຽວທີ່ດູດດື່ມ ສຳລັບແຂກທ່ອງທ່ຽວທັງຢູ່ໃກ້ ແລະ ໄກ.

ຝູກ໋ວກ-ນະຄອນເກາະທຳອິດຂອງຫວຽດນາມ ຝູກ໋ວກ-ນະຄອນເກາະທຳອິດຂອງຫວຽດນາມ

ນັບແຕ່ວັນທີ 1 ມັງກອນປີ 2021 ເປັນຕົ້ນໄປ ຕາມມະຕິຂອງສະພາແຫ່ງຊາດ, ເມືອງເກາະຝູກ໋ວກແຂວງກຽນຢາງໄດ້ຮັບການຮັບຮອງແມ່ນນະຄອນຂຶ້ນກັບແຂວງຢ່າງເປັນທາງການ. ນີ້ກໍ່ແມ່ນເມືອງເກາະທຳອິດຂອງຫວຽດນາມກາຍເປັນນະຄອນ

ປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດຮ່ວມແຮງຮ່ວມໃຈສະໜັບສະໜູນກອງທຶນວັກຊິນປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດຮ່ວມແຮງຮ່ວມໃຈສະໜັບສະໜູນກອງທຶນວັກຊິນປ້ອງກັນ, ຕ້ານໂລກລະບາດໂຄວິດ-19

ສະຖານທູດຫວຽດນາມ ປະຈຳ ອີຢິບ ໄດ້ປຸກລະດົມການຂົນຂວາຍແຜ່ບໍລິຈາກໃຫ້ກອງທຶນວັກຊິນປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ຢຸ່ຫວຽດນາມ

ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມເຂົ້າຢ້ຽມຂ່ຳນັບ ແລະ ຊົມເຊີຍ ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງພັກກອມມູນິດຫວຽດນາມຄົນໃໝ່ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມເຂົ້າຢ້ຽມຂ່ຳນັບ ແລະ ຊົມເຊີຍ ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງພັກກອມມູນິດຫວຽດນາມຄົນໃໝ່

ວັນທີ 09 ມິຖຸນາ 2021 ທີ່ຫ້ອງວ່າການສູນກາງພັກກອມມູນິດຫວຽດນາມ, ສະຫາຍ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ພ້ອມຄະນະໄດ້ເຂົ້າຢ້ຽມຂໍ່ານັບ ແລະ ຊົມເຊີຍ ສະຫາຍ ນາງ ບຸຍ ທິ ມິງ ຮ່ວາຍ, ເລຂາທິການສູນກາງພັກ, ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງພັກ ...

vovworld.vn

ເຫດການ
302 Found

Found

The document has moved here.