ຫວຽດນາມ ໄດ້ຮຽກຮ້ອງໃຫ້ປະຊາຄົມສາກົນ ເພີ່ມທະວີການສະໜັບສະໜູນສຳລັບ UNITAD ໃນ ການປະຕີບັດໜ້າທີ່ຕາມກົດໝາຍສາກົນ

13:17 | 12/05/2021

ຍສໝ - ຕອນເຊົ້າວັນທີ 10 ພຶດສະພາ, ສະພາຄວາມໝັ້ນຄົງສະຫະປະຊາຊາດ ໄດ້ຈັດກອງປະຊຸມດ້ວຍຮູບການຖ່າຍທອດສົດ ເພື່ອປຶກສາຫາລືກ່ຽວກັບບົດລາຍງານການປະຕິບັດງານ ຂອງສະຫະປະຊາຊາດ ເພື່ອສົ່ງເສີມການຕິດຕາມອາຊະຍາກຳ Da'esh / ISIL ຢູ່ອີຣັກ (ເອີ້ນວ່າ UNITAD) ໃນ 6 ເດືອນຜ່ານມາ.

ຫວຽດນາມ ຮຽກຮ້ອງໃຫ້ປະຊາຄົມສາກົນສະໜັບສະໜູນອາຊຽນ ໃນການຊ່ວຍເຫຼືອມຽນມາ ຫວຽດນາມ ຮຽກຮ້ອງໃຫ້ປະຊາຄົມສາກົນສະໜັບສະໜູນອາຊຽນ ໃນການຊ່ວຍເຫຼືອມຽນມາ
ປະຊາຄົມສາກົນ ໄດ້ຕີລາຄາສູງບົດບາດຂອງຫວຽດນາມໃນການຈັດຕັ້ງ 2 ກອງປະຊຸມຂັ້ນສູງພິເສດ ປະຊາຄົມສາກົນ ໄດ້ຕີລາຄາສູງບົດບາດຂອງຫວຽດນາມໃນການຈັດຕັ້ງ 2 ກອງປະຊຸມຂັ້ນສູງພິເສດ

ໃນກອງປະຊຸມ, ທ່ານ Karim Khan - ທີ່ປຶກສາພິເສດຂອງເລຂາທິການໃຫຍ່ສະຫະປະຊາຊາດ ແລະ ຫົວໜ້າຄະນະຜູ້ຕາງໜ້າອົງການ UNITAD ໄດ້ກ່າວວ່າ, ໃນຊຸມປີມໍ່ໆມານີ້, ອົງການ UNITAD ໄດ້ມີຄວາມຄືບໜ້າທີ່ສຳຄັນ ໃນການສືບສວນຄະດີອາຍາຂອງກຸ່ມກໍ່ການຮ້າຍ ISIL ທີ່ກໍ່ໃຫ້ເກີດໃນອີຣັກ.

ບັນດາປະເທດສະມາຊິກຂອງສະພາຄວາມໝັ້ນຄົງ ໄດ້ຮັບຮູ້ເຖິງຄວາມພະຍາຍາມ ແລະ ປະສິດທິຜົນຂອງການເຄື່ອນໄຫວຂອງອົງການ UNITAD, ໂດຍສະເພາະ ໃນສະພາບທີ່ຫຍຸ້ງຍາກທີ່ສຸດຍ້ອນຜົນກະທົບຈາກການລະບາດ COVID-19 ແລະ ສະຖານະການດ້ານຄວາມປອດໄພທີ່ສັບສົນໃນປະເທດອີຣັກ. ບັນດາປະເທດ ກໍ່ໄດ້ຕີລາຄາສູງຕໍ່ການຮ່ວມມືຂອງລັດຖະບານ ແລະ ລັດຖະບານທ້ອງຖິ່ນຂອງອີຣັກໃນທຸກລະດັບ.

ຫວຽດນາມ ໄດ້ຮຽກຮ້ອງໃຫ້ປະຊາຄົມສາກົນ ເພີ່ມທະວີການສະໜັບສະໜູນສຳລັບ UNITAD ໃນ ການປະຕີບັດໜ້າທີ່ຕາມກົດໝາຍສາກົນ
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ດັ້ງດີງກຸຍ - ຫົວໜ້າຄະນະຜູ້ຕາງໜ້າຖາວອນຂອງຫວຽດນາມ ປະຈຳສະຫະປະຊາຊາດ ໄດ້ສະແດງຄວາມຊົມເຊີຍບັນດາໝາກຜົນທີ່ UNITAD ບັນລຸໄດ້ໃນການສືບສວນ ແລະ ເກັບກຳຂໍ້ມູນຫຼັກຖານໃນໄລຍະຜ່ານມາ. ພາບ: baoquocte

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ດັ້ງດີງກຸຍ - ຫົວໜ້າຄະນະຜູ້ຕາງໜ້າຖາວອນຂອງຫວຽດນາມ ປະຈຳສະຫະປະຊາຊາດ ໄດ້ສະແດງຄວາມຊົມເຊີຍບັນດາໝາກຜົນທີ່ UNITAD ບັນລຸໄດ້ໃນການສືບສວນ ແລະ ເກັບກຳຂໍ້ມູນຫຼັກຖານໃນໄລຍະຜ່ານມາ, ເຖິງວ່າ ຈະມີການພົບປະກັບຄວາມຫຍຸ້ງຍາກຍ້ອນການລະບາດຂອງພະຍາດ COVID-19.

ທ່ານເອກອັກຄະລັດຖະທູດ ດັ້ງດີງກຸຍ ໄດ້ຕີລາຄາສູງຕໍ່ຜົນງານຂອງພາລະກິດດັ່ງກ່າວ ດ້ວຍການນຳໃຊ້ເຕັກໂນໂລຢີທີ່ກ້າວໜ້າເຂົ້າໃນການສືບສວນ ກໍ່ຄື ຄວາມມານະພະຍາຍາມຂອງຕົນ ເພື່ອຍາດແຍ່ງການເຂົ້າຮ່ວມຂອງອຳນາດການປົກຄອງທ້ອງຖິ່ນ ແລະ ປະຊາຊົນ.

ທ່ານເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ແທນຫວຽດນາມ ໄດ້ສະເໜີ UNITAD ສືບຕໍ່ສຸມໃສ່ບຸລິມະສິດຍຸດທະສາດໃນໄລຍະຈະມາເຖິງ; ເພີ່ມທະວີການຮ່ວມມືກັບລັດຖະບານອີຣັກ, ອົງການປົກຄອງພາກພື້ນ ແລະ ທ້ອງຖິ່ນ, ຫົວໜ້າສາສະໜາ, ແລະ ນຳໃຊ້ທຸກຂັ້ນຕອນ ແລະ ມາດຕະການເພື່ອປົກປ້ອງຜູ້ເຄາະຮ້າຍ ແລະ ພະຍານ.

ພ້ອມກັນນັ້ນ, ຫວຽດນາມ ໄດ້ຮຽກຮ້ອງໃຫ້ປະຊາຄົມສາກົນເພີ່ມທະວີການສະໜັບສະໜູນ ຕໍ່ອົງການ UNITAD ໃນພາລະກິດຂອງຕົນ, ສອດຄ່ອງກັບກົດໝາຍສາກົນ, ບັນດາມະຕິທີ່ກ່ຽວຂ້ອງຂອງສະພາຄວາມໝັ້ນຄົງ ແລະ ຫຼັກການຂອງກົດບັດສະຫະປະຊາຊາດ, ໃນນັ້ນມີການເຄົາລົບອະທິປະໄຕ, ອະທິປະໄຕດິນແດນ, ເອກະລາດ ແລະ ເອກະພາບຂອງອີຣັກ.

ຫວຽດນາມ ກ່າວປະນາມທຸກໆການກະທຳກໍ່ການຮ້າຍ ແລະ ການໃຊ້ຄວາມຮຸນແຮງຢູ່ອີຣັກ ຫວຽດນາມ ກ່າວປະນາມທຸກໆການກະທຳກໍ່ການຮ້າຍ ແລະ ການໃຊ້ຄວາມຮຸນແຮງຢູ່ອີຣັກ

ຍສໝ - ທ່ານເອກອັກຄະລັດຖະທູດ ດັ້ງດິງກູຍ ໄດ້ຮຽກຮ້ອງໃຫ້ປະຊາຄົມສາກົນສືບຕໍ່ປະຕິບັດຄຳໝັ້ນສັນຍາຂອງຕົນ ເພື່ອຊ່ວຍເຫຼືອປະເທດອີຣັກ, ພ້ອມກັນນັ້ນຮັບປະກັນເຄົາລົບຢ່າງເຕັມສ່ວນ ຕໍ່ຄວາມເປັນເອກະລາດດ້ານການເມືອງ, ເອກະພາບ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງອີຣັກ.

ຫວຽດນາມ ເຂົ້າຮ່ວມກອງປະຊຸມທາງອອນລາຍຂອງສະພາຄວາມໝັ້ນຄົງສະຫະປະຊາຊາດກ່ຽວກັບສະພາບການ ອີຣັກ ຫວຽດນາມ ເຂົ້າຮ່ວມກອງປະຊຸມທາງອອນລາຍຂອງສະພາຄວາມໝັ້ນຄົງສະຫະປະຊາຊາດກ່ຽວກັບສະພາບການ ອີຣັກ

ຍ​ສໝ - ທ່ານ ດັ້ງດິ່ງກຸ໊ຍ ເອກອັກຄະລັດຖະທູດ ກໍ່ຮຽກຮ້ອງໃຫ້ບັນດາປະເທດທັງ ຢູ່ ພາຍໃນ ແລະ ນອກພາກພື້ນ, ບັນດາອົງການສາກົນຈົ່ງສືບຕໍ່ຊ່ວຍເຫຼືອ ອີຣັກ.

ປະທານາທິບໍດີອີຣ່ານ ຢ້ຽມຢາມອີຣັກ ຄັ້ງທຳອິດ ປະທານາທິບໍດີອີຣ່ານ ຢ້ຽມຢາມອີຣັກ ຄັ້ງທຳອິດ

ສຳນັກຂ່າວເອເອຟພີລາຍງານຈາກນະຄອນແບກແດດປະເທດອີຣັກ ເມື່ອວັນທີ່ 11 ມີນາ 2019 ວ່າ ກ່ອນອອກເດີນທາງຈາກສະຫນາມບິນເມຫຣາບັດ ຊານນະຄອນເຕຫະຣານ ປະທານາທິບໍດີ ຮັດຊັນ ໂຣຮານີ ຜູ້ນຳລັດຖະບານອີຣ່ານປະກາດຍົກຍ້ອງ “ຄວາມສຳພັນພິເສດ” ລະຫວ່າງ ອີຣ່ານ ກັບອີຣັກ ທີ່ເຫນືອກວ່າຄວາມສຳພັນລະຫວ່າງແບກແດດກັບ “ປະເທດຜູ້ຮຸກຮານຢ່າງອາເມຣິກາ” ແລະເຕຫະຣານພ້ອມຈະໃຫ້ຄວາມຊ່ວຍເຫຼືອແບກແດດສະເຫນີ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.