Samsung ຮ່ວມມືກັບຫວຽດນາມເພື່ອຕໍ່ສູ້ຕ້ານພະຍາດ COVID-19

11:57 | 18/06/2021

ຍສໝ - ໃນວັນທີ 16 ມິຖຸນາ, Samsung ຫວຽດນາມ ໄດ້ເປັນກຽດຮັບໃບຍ້ອງຍໍສຳລັບການປະກອບສ່ວນເຂົ້າໃນການປ້ອງກັນ ແລະ ຄວບຄຸມການລະບາດຂອງພະຍາດ COVID-19 ຢູ່ແຂວງບັກຢາງ (6 ຕື້ດົງ) ແລະ ບາງທ້ອງຖິ່ນອື່ນໆ.

ຍີ່ປຸ່ນ ອຸປະຖຳວັກຊີນ Covid-19 ໜຶ່ງຕື້ ໂດສໃຫ້ຫວຽດນາມ ຍີ່ປຸ່ນ ອຸປະຖຳວັກຊີນ Covid-19 ໜຶ່ງຕື້ ໂດສໃຫ້ຫວຽດນາມ
VUFO ບໍລິຈາກເງິນເພື່ອສະໜັບສະໜູນ ກອງທຶນວັກຊີນຕ້ານ COVID-19 VUFO ບໍລິຈາກເງິນເພື່ອສະໜັບສະໜູນ ກອງທຶນວັກຊີນຕ້ານ COVID-19

Samsung ຫວຽດນາມໄດ້ສະໜັບສະໜູນແຂວງບັກນິງ ດ້ວຍເງິນຈຳນວນ 10 ຕື້ດົ່ງ, ມອບຂອງຂວັນຈຳນວນ 1.000 ອັນລວມມີມູນຄ່າ 585 ລ້ານດົ່ງ ເພື່ອໜູນຊ່ວຍກຳລັງແຖວໜ້າ ໃນການປ້ອງກັນ ແລະ ຄວບຄຸມພະຍາດລະບາດຢູ່ແຂວງ ຖ໊າຍງວຽນ.

ໃນພິທີເປີດຕົວກອງທຶນວັກຊີນກັນພະຍາດ COVID-19 ໃນວັນທີ 5 ມິຖຸນາ 2021, Samsung ຫວຽດນາມ ໄດ້ອຸປະຖຳ 40 ຕື້ດົງ. ໃນເດືອນເມສາປີ 2020, Samsung ຫວຽດນາມ ໄດ້ອຸປະຖຳເງິນຈຳນວນ 10 ຕື້ດົ່ງ ເພື່ອການປ້ອງກັນ ແລະ ຄວບຄຸມການລະບາດຂອງ ພະຍາດ COVID-19. ໃນນັ້ນ, 7 ຕື້ໄດ້ມອບໃຫ້ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ, 3 ຕື້ດົ່ງໄດ້ມອບໃຫ້ອົງການແນວໂຮມປະເທດຊາດຫວຽດນາມ ສອງແຂວງບັກນິງ ແລະ ຖ໊າຍງວຽນ.

Samsung ຮ່ວມມືກັບຫວຽດນາມເພື່ອຕໍ່ສູ້ຕ້ານພະຍາດ COVID-19
Samsung ຫວຽດນາມ ໄດ້ເປັນກຽດຮັບໃບຍ້ອງຍໍສຳລັບການປະກອບສ່ວນເຂົ້າໃນການປ້ອງກັນ ແລະ ຄວບຄຸມການລະບາດຂອງພະຍາດ COVID-19. (ພາບ: baoquocte)

ພະນັກງານຂອງໂຮງງານ Samsung ຫວຽດນາມ ກໍ່ໄດ້ອຸປະຖຳ ແລະ ສະໜັບສະໜູນຫຼາຍກ່ວາ 1,6 ຕື້ດົ່ງ ເພື່ອປ້ອງກັນການລະບາດຂອງພະຍາດ COVID-19 ຢູ່ສອງແຂວງບັກນິງ ແລະ ໄທງວຽນ.

ທ່ານ Choi Joo Ho, ຜູ້ອຳນວຍການໃຫຍ່ Samsung ຫວຽດນາມ ໄດ້ແບ່ງປັນວ່າ: “ພວກຂ້າພະເຈົ້າຫວັງວ່າ ການປະກອບສ່ວນຂອງ Samsung ຫວຽດນາມ ພ້ອມກັບບັນດາວິສາຫະກິດ ແລະ ອົງການຈັດຕັ້ງອື່ນໆໃນສັງຄົມ ຈະປະກອບສ່ວນເຂົ້າໃນການປ້ອງກັນການລະບາດຂອງພະຍາດ COVID-19, ບັນລຸເປົ້າໝາຍຕ້ານພະຍາດລະບາດໃນຊຸມຊົນຫວຽດນາມໃນອະນາຄົດ ເພື່ອນຳການດຳລົງຊີວິດ ກັບຄືນສູ່ສະພາບເປັນປົກກະຕິ”.

VUFO ບໍລິຈາກເງິນເພື່ອສະໜັບສະໜູນ ກອງທຶນວັກຊີນຕ້ານ COVID-19 VUFO ບໍລິຈາກເງິນເພື່ອສະໜັບສະໜູນ ກອງທຶນວັກຊີນຕ້ານ COVID-19

ຍສໝ - ຫວ່າງມໍ່ໆມານີ້, ຢູ່ຮ່າໂນ້ຍ, ທ່ານນາງເອກອັກຄະລັດຖະທູດ ຫງວຽນເຟື່ອງງາ - ປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ (VUFO) ໄດ້ມອບຂອງຂວັນທີ່ເປັນສັນຍາລັກເກືອບ 500 ລ້ານດົ່ງ ຜ່ານສູນກາງແນວໂຮມປະເທດຊາດຫວຽດນາມ ເພື່ອສະໜັບສະໜູນກອງທຶນການສັກຢາວັກຊີນຕ້ານ COVID-19.

ວິສາຫະກິດຫວຽດນາມຢູ່ຕ່າງປະເທດ Steve Bui & Friends ໄດ້ປະກອບສ່ວນເຂົ້າ ໃນກອງທຶນສັກວັກຊີນຕ້ານ COVID-19 ວິສາຫະກິດຫວຽດນາມຢູ່ຕ່າງປະເທດ Steve Bui & Friends ໄດ້ປະກອບສ່ວນເຂົ້າ ໃນກອງທຶນສັກວັກຊີນຕ້ານ COVID-19

ຍສໝ - ກອງທຶນ Steve Bui & Friends ແລະ ບັນດາບໍລິສັດ ໄດ້ບໍລິຈາກເງິນຈຳນວນ 50 ລ້ານດົ່ງ ແລະ ອຸປະກອນການແພດ ໃຫ້ຄະນະກຳມະການແຫ່ງລັດ ສຳລັບຊາວຕ່າງປະເທດຫວຽດນາມ, ແຂວງບັກນິງ ແລະ ແຂວງບັກຢາງ ເພື່ອສະໜັບສະໜູນການປ້ອງກັນການລະບາດ.

ຊຸມຊົນຊາວຫວຽດນາມຢູ່ໂມຊຳບິກ ບໍລິຈາກໃຫ້ແກ່ກອງທຶນວັກຊີນປ້ອງກັນ ແລະ ຄວບຄຸມ COVID-19 ຊຸມຊົນຊາວຫວຽດນາມຢູ່ໂມຊຳບິກ ບໍລິຈາກໃຫ້ແກ່ກອງທຶນວັກຊີນປ້ອງກັນ ແລະ ຄວບຄຸມ COVID-19

ຍສໝ - ຫວ່າງແລ້ວນີ້, ຢູ່ນະຄອນຫຼວງ Maputo, ສະຖານທູດຫວຽດນາມປະຈຳໂມຊຳບິກ ໄດ້ຈັດຕັ້ງພິທີບໍລິຈາກ ເພື່ອສະໜັບສະໜູນກອງທຶນວັກຊີນປ້ອງກັນ ແລະ ຄວບຄຸມ COVID-19. ການລະດົມທຶນດັ່ງກ່າວນີ້ ໄດ້ດຳເນີນແຕ່ວັນທີ 9 - 19 ມິຖຸນາ 2021.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.