| ຢາລາຍ ຜັນຂະຫຍາຍບັນດາບົດບັນທຶກຂໍ້ຕົກລົງການຮ່ວມມືປີ 2026 ຢ່າງເປັນຮູບປະທຳ ຮ່ວມກັບ ບັນດາແຂວງພາກໃຕ້ຂອງລາວ ແລະ ພາກຕາເວັນອອກສ່ຽງເໜືອຂອງກຳປູເຈຍ | |
| ມີຫຼາຍການເຄື່ອນໄຫວພິເສດດ້ວຍຫົວຂໍ້ "ວັນຄອບຄົວ" |
![]() |
| ຕາມຂໍ້ມູນຈາກ ພະແນກວັດທະນະທຳ, ກິລາ ແລະ ການທ່ອງທ່ຽວ ແຂວງ ຢາລາຍ (Gia Lai) ໃຫ້ຮູ້ວ່າ: ໃນຕອນຄໍ່າຂອງວັນທີ 27 ມິຖຸນາ, ຢູ່ທີ່ສະນາມຫຼວງ ດ່າຍດົ່ານເກັດ (Quảng trường Đại Đoàn Kết, ເມືອງ ເປຼກູ), ລາຍການ “ສຽງຄ້ອງທ້າຍສັບປະດາ - ຊົມ ແລະ ສຳຜັດປະສົບການ” ຈະຖືກຈັດຂຶ້ນ ພາຍໃຕ້ຈິດໃຈສະເຫຼີມສະຫຼອງ ວັນຄ້າຍວັນສ້າງຕັ້ງ ວັນຄອບຄົວ ຫວຽດນາມ ຄົບຮອບ 25 ປີ (28/6/2001 - 28/6/2026). ລາຍການດັ່ງກ່າວ ມີການເຂົ້າຮ່ວມຂອງສິລະປິນພື້ນເມືອງເຜົ່າ ຢາຣາຍ ຈຳນວນ 40 ທ່ານ ທີ່ມາຈາກທີມສຽງຄ້ອງ ບ້ານ ເປຼກູ ໂຣ໊ະ (Pleiku Roh, ແຂວງ ຢາລາຍ) ຂໍ້ພິເສດແມ່ນ, ໃນທີມດັ່ງກ່າວ ມີຫຼາຍຄອບຄົວທີ່ໄດ້ເຂົ້າຮ່ວມກິດຈະກຳວັດທະນະທຳນີ້ຮ່ວມກັນ, ໂດຍມີຫຼາຍຮຸ່ນຄົນ ເຊັ່ນ: ພໍ່-ລູກ, ອ້າຍ-ນ້ອງ ທີ່ໄດ້ຮ່ວມກັນສະແດງສຽງຄ້ອງ, ຂັບຮ້ອງເພງພື້ນເມືອງ ແລະ ຖ່າຍທອດທັກສະຄວາມຮູ້ ໃຫ້ແກ່ຮຸ່ນສືບທອດຕໍ່ໄປ. ນີ້ແມ່ນຂໍ້ພິສູດອັນມີຊີວິດຊີວາ ໃຫ້ແກ່ພະລັງຊີວິດອັນຍືນຍົງ ຂອງມໍລະດົກວັດທະນະທຳສຽງຄ້ອງ ຢູ່ໃນຊີວິດການເປັນຢູ່ຂອງປະຊາຄົມ; ທັງເປັນການຢືນຢັນເຖິງບົດບາດອັນສຳຄັນຂອງຄອບຄົວ ໃນການປົກປັກຮັກສາ ແລະ ສືບສານຄຸນຄ່າຮີດຄອງປະເພນີ ຂອງພີ່ນ້ອງຮ່ວມຊາດເຜົ່າ ຢາຣາຍ. |
| ຮອງປະທານຜູ້ປະຈຳສະພາປະຊາຊົນ ແຂວງ ຢາລາຍ ຕ້ອນຮັບຄະນະພະນັກງານຂັ້ນສູງແຂວງ ສາລະວັນ ຍສໝ - ຕອນບ່າຍວັນທີ 27 ຕຸລາ, ຢູ່ສຳນັກງານຄະນະຜູ້ແທນສະພາແຫ່ງຊາດ ແລະ ສະພາປະຊາຊົນແຂວງ, ຮອງປະທານຜູ້ປະຈໍາການສະພາປະຊາຊົນແຂວງ ຢາລາຍ ໄດ້ຕ້ອນຮັບຄະນະຜູ້ແທນແຂວງ ສາລະວັນ (ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ). |
| ຢາລາຍ ເຊື່ອມຕໍ່ການຮ່ວມມືດ້ານການຄ້າ, ການລົງທຶນຢູ່ ອົດສະຕຣາລີ ຍສໝ - ຫວ່າງແລ້ວນີ້, ຢູ່ນະຄອນ Sydney (ອົດສະຕຣາລີ), ຄະນະປະຕິບັດງານແຂວງ ຢາລາຍ ນຳໂດຍທ່ານ ເຈົ່າຫງອກຕ໋ວນ, ຮອງເລຂາປະຈຳຄະນະພັກແຂວງ ໄດ້ສົມທົບກັບອຳນາດການປົກຄອງລັດ New South Wales ຈັດຕັ້ງເວທີປາໄສການພົວພັນການຄ້າ ແລະ ການລົງທຶນລະຫວ່າງແຂວງ ຢາລາຍ ກັບລັດ New South Wales ຂອງ ອົດສະຕຣາລີ. ... |
ແທັງຮັ່ງ
